ດວງ-Tou-Vientianepost - 2023-06-03T215920.243
ສາວບານບ້ວງລໍ້ເລື່ອນທີມຊາດລາວ ໄດ້ຫລຽນທອງທຳອິດ ໃຫ້ທັບນັກກິລາ ຄົນພິການລາວ ໃນອາຊຽນພາຣາເກມ
ຮຽບຮຽງໂດຍ:Staff
ເຜີຍແຜ່: 3 June, 2023
ໝວດ: ຂ່າວ

ສາວທັບນັກກິລາບານບ້ວງລໍ້ເລື່ອນຄົນພິການທີມຊາດລາວ ປະເດີມຫຼຽນທອງ ທຳອິດໃຫ້ທັບນັກກິລາຄົນພິການລາວແລ້ວ ຫຼັງຈາກໄລ່ເອົາຊະນະ ນັກກິລາບານບ້ວງລໍ້ເລື່ອນຄົນພິການຍິງທີມຊາດ ຟິລິບປິນ 8-5 ຄະແນນ ໃນການແຂ່ງຂັນບານບ້ວງລໍ້ເລື່ອນຄົນພິການຍິງ ປະເພດ 3X3 ງານກິລາອາຊຽນ ພາຣາເກມ ຄັ້ງທີ 12 ທີ່ຣາຊະອານາຈັກກຳປູເຈຍ ເປັນເຈົ້າພາບ ລະຫວ່າງວັນທີ 3-9 ມິຖຸນານີ້.

ການແຂ່ງຂັນບານບ້ວງລໍ້ເລື່ອນຄົນພິການ ປະເພດ 3X3 ງານກິລາອາຊຽນ ພາຣາເກມ ຮອບຊີງຫຼຽນທອງ ແລະ ຫຼຽນຄຳ ໄດ້ມີຂຶ້ນ ໃນຕອນເຊົ້າມື້ນີ້ 3 ມິຖຸນາ 2023 ທັງທີມຍິງ ແລະ ທີມຊາຍ ໂດຍສະເພາະທີມຍິງ ຄູ່ຊີງຫຼຽນທອງ ເປັນການພົບກັນລະຫວ່າງ ລາວ ພົບກັບ ຟິລິບປິນ ແລະ ຄູ່ຊີງຫຼຽນຄຳ ໄທ ພົບກັບ ເຈົ້າພາບ ກຳປູເຈຍ ໃຫ້ກຽດເຂົ້າຮ່ວມຊົມ-ເຊຍ ໂດຍທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການະາຣາແລມປິກແຫ່ງຊາດລາວ ແລະ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານ ແລະ ເລຂາທິການ ຄະນະກຳມະການພາຣາແລມປິກແຫ່ງຊາດລາວ, ຫົວໜ້າຄະນະນຳພານັກກິລາຄົນພິການລາວ ພ້ອມດ້ວຍຄະນະ.

ການແຂ່ງຂັນບານບ້ວງລໍ້ເລື່ອນຄົນພິການຍິງ ປະເພດ 3X3 ງານກິລາອາຊຽນ ພາຣາເກມ ຄັ້ງນີ້ ມີ 4 ຊາດ ເຂົ້າຮ່ວມ ປະກອບມີ ກຳປູເຈຍ ແຊ໋ມເກົ່າ, ໄທ, ຟິລິບປິນ ແລະ ລາວ ທັງ 4 ປະເທດ ແຂ່ງຂັນພົບກັນໝົດ ຄັດເລືອກເອົາທີ 1-2 ຜ່ານເຂົ້າໄປຫຼຽນໃນຮອບຕໍ່ໄປ ຜ່ານການແຂ່ງຂັນຜົນປະກົດວ່າ ສາວທີມຊາດລາວ ໄລ່ເອົາຊະນະ ທີມຊາດ ຟິລິບປິນ 8-5 ຄະແນນ ໄດ້ຫຼຽນທອງ ຫຼຽນທຳ ໃຫ້ທັບນັກກິລາລາວ ສ່ວນຟິລິບປິນ ໄດ້ພຽງທີ 4 ບໍ່ໄດ້ຫຼຽນ ຂະນະທີ່ ຄູ່ຊີງຊະນະ ເລິດ ລະຫວ່າງ ໄທ ແລະ ກຳປູເຈຍ ກຳລັງແຂ່ງຂັນກັນຢູ່ໃນປັດຈຸບັນ ສ່ວນຜົນຈະຂໍລາຍງານໃຫ້ຊາບຕື່ມີອີກ.

ຂ່າວ-ຮູບພາບ:ໜັງສືພິມສຶກສາ-ກິລາລາຍວັນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (89)
ແຈ້ງການປິດນ້ຳປະປາຊົ່ວຄາວ ໃນເຂດເມືອງ ໄຊທານີ ວັນທີ 31 ພຶດສະພາ 2025
VP LANDSCAPE COVER - 2025-05-30T155146.682
ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ແຂວງອັດຕະປືສະໄໝທີ IX
site_cover (87)
ຄະນະກຳມະການກຳກັບຫຼັກຊັບແລະຕະຫຼາດຫຼັກຊັບສະຫະລັດ (SEC) ໄດ້ຖອນຟ້ອງຄະດີແພ່ງຕໍ່ Binance
VP LANDSCAPE COVER - 2025-05-30T153929.861
ແຕ່ງຕັ້ງທ່ານ ຄໍາໜັ້ນ ສໍປະເສີດ ເປັນຮັກສາການເລຂາພັກເມືອງຍົມມະລາດ
site_cover (86)
ຄິມຈົງອຶນຄວບຄຸມການຊ້ອມຍິງປືນໃຫຍ່ ຈຳລອງສະຖານະການຄືກັບສົງຄາມຈິງ
VP LANDSCAPE COVER - 2025-05-30T150000.747
ຄາດ​ວ່າ ຕີ​ມໍເລັ​ດສະເຕ​ ຈະ​ກາຍ​ເປັນ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຢ່າງ​ເປັນ​ທາງ​ການພາຍ​ໃນ​ປີ​ນີ້
site_cover (84)
ຮູ້ຈັກ 5 ສະໝຸນໄພ ທີ່ຊ່ວຍໃຫ້ບໍ່ຢາກສູບຢາ
site_cover (83)
ເກີດລະເບີດຮຸນແຮງທີ່ໂຮງງານສານເຄມີຈີນ ເສຍຊີວິດແລ້ວ 5 ຄົນ ບາດເຈັບຫຼາຍສິບຄົນ
site_cover (82)
ເລກນຳໂຊກປະຈຳຕົວ ຂອງຄົນທັງ 12 ລາສີ ເສີມພະລັງບວກໃຫ້ຊີວິດ
site_cover (81)
ຄ່າຍລົດຈີນ BYD ປະເຊີນວິກິດ! ບຣາຊີລຟ້ອງເຮັດໃຫ້ເສຍເງິນ 1.5 ພັນລ້ານ ຂໍ້ຫາຄ້າມະນຸດ-ໃຊ້ແຮງງານທາດ
ຢ່າລື່ມກົດຕິດຕາມ