ດວງ-Tou-Vientianepost (3)
ລັດຖະບານອົດສະຕຣາລີ ສະໜັບສະໜູນເຄື່ອງຟອກໝາກໄຂ່ຫລັງ 5 ໜ່ວຍ ມູນຄ່າ 1,2 ຕື້ກວ່າກີບ ໃຫ້ລາວ
ຮຽບຮຽງໂດຍ:Staff
ເຜີຍແຜ່: 5 June, 2023
ໝວດ: ຂ່າວ

ລັດຖະບານອົດສະຕຣາລີ ໄດ້ໃຫ້ການສະໜັບສະໜູນເຄື່ອງຟອກໝາກໄຂ່ຫລັງ ຈຳນວນ 5 ໜ່ວຍ ລວມມູນຄ່າ 1,2 ຕື້ກວ່າກີບ ໃຫ້ສຳລັບໂຮງໝໍແຂວງບໍ່ແກ້ວ, ໄຊຍະບູລີ, ບໍລິຄຳໄຊ ແລະ ເຊກອງ ໃນວັນທີ 31 ພຶດສະພາ 2023, ເພື່ອຊ່ວຍເຫລືອຊີວິດຄົນເຈັບຫລາຍພັນຄົນ ແລະ ຮັບປະກັນຄຸນນະພາບຊີວິດທີ່ດີຂຶ້ນ.

ການຊ່ວຍເຫລືອດັ່ງກ່າວໂດຍມີທ່ານ ນາງ ວາແນັດຊ້າ ເຮກາຕີ້ ເລຂາເອກ ສະຖານທູດອົດສະຕຣາລີ ແລະ ທ່ານ ດຣ ນາງ ຍິງ-ຣູ ແຈັກກະລິນ ໂລ ຜູ້ຕາງໜ້າອົງການອະນາໄມໂລກ ມອບເຄື່ອງຟອກໝາກໄຂ່ຫລັງ ໃຫ້ແກ່ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ.

ເຄື່ອງຟອກໝາກໄຂ່ຫລັງ ຈັດຊື້ໂດຍອົງການອະນາໄມໂລກ ຈະຊ່ວຍໃຫ້ຜູ້ທີ່ເປັນພະຍາດໝາກໄຂ່ຫລັງສາມາດເຂົ້າເຖິງການປິ່ນປົວໄດ້ດີຂຶ້ນ ໂດຍຄາດວ່າຈະສາມາດຊ່ວຍເຫລືອຄົນເຈັບໄດ້ຕື່ມອີກຫລາຍກວ່າ 5.000 ຄົນ ຕໍ່ປີ. ນອກນີ້, ຍັງຈະເຮັດໃຫ້ຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ສາມາດໄດ້ຮັບການປິ່ນປົວແຍກຕ່າງຫາກ ເພື່ອຫລຸດຜ່ອນຄວາມສ່ຽງໃນການແຜ່ລາມຂອງເຊື້ອໄວຣັສດັ່ງກ່າວໄປສູ່ຄົນເຈັບຜູ້ອື່ນໆ.

ນອກຈາກເຄື່ອງຟອກໝາກໄຂ່ຫລັງ, ລັດຖະບານອົດສະຕຣາລີ ຍັງໄດ້ຊ່ວຍເຫລືອເຄື່ອງກວດພະຍາດໂຄວິດ-19 ແບບໄວ ຈຳນວນ 68.000 ຊຸດ ແລະ ຢາປິ່ນປົວທີ່ຈຳເປັນໃນການປິ່ນປົວພະຍາດໂຄວິດ-19 ເຊິ່ງໄດ້ແຈກຢາຍໃຫ້ບັນດາໂຮງໝໍສູນກາງ. ການຊ່ວຍເຫລືອຄັ້ງນີ້ ແມ່ນເປັນການຊ່ວຍເຫລືອເພີ່ມເຕີມຕໍ່ຈາກການຊ່ວຍເຫລືອເຄື່ອງຟອກໝາກໄຂ່ຫລັງ 4 ໜ່ວຍ ຈາກລັດຖະບານອົດສະຕຣາລີ ທີ່ໄດ້ມອບໃຫ້ແກ່ແຂວງຄໍາມ່ວນ, ສາລະວັນ ແລະ ຈໍາປາສັກ ໃນທ້າຍປີທີ່ຜ່ານມາ.

ໂອກາດນີ້, ທ່ານ ລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວວ່າ: “ການສ້າງລະບົບສາທາລະນະສຸກທີ່ເຂັ້ມແຂງ ໝາຍເຖິງການປັບປຸງການບໍລິການໃຫ້ດີຂຶ້ນ, ຄຸນນະພາບຂອງການປິ່ນປົວທີ່ດີຂຶ້ນ ແລະ ຜົນໄດ້ຮັບທີ່ດີຂຶ້ນສໍາລັບຄົນເຈັບຂອງພວກເຮົາ. ທຸກບາດກ້າວຂອງການພັດທະນາລ້ວນແລ້ວແຕ່ເປັນການຊ່ວຍຊີວິດ ແລະ ຮັກສາສຸຂະພາບຂອງປະຊາຊົນບັນດາເຜົ່າທັງໝົດ.” ພ້ອມທັງສະແດງຄວາມຂອບໃຈມາຍັງລັດຖະບານອົດສະຕຣາລີ ສໍາລັບການຊ່ວຍເຫລືອທີ່ສໍາຄັນແກ່ໂຮງໝໍແຂວງຂອງພວກເຮົາໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນໃນວຽກງານການປິ່ນປົວຜູ້ທີ່ເປັນພະຍາດໝາກໄຂ່ຫລັງ ແລະ ຄົນເຈັບຜູ້ອື່ນໆ ກໍຈະໄດ້ຮັບຜົນປະໂຫຍດຢ່າງຫຼວງຫລາຍ ເຊັ່ນດຽວກັນ.”

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 12 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,500
21,777
thailand (1)
THB
672.49
683.25
european-union
EUR
24,142
24,626
china
CNY
2,932
2,990
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (28)
ສະຫະລັດ ອາເມຣິກາ ຈະທຳລາຍສະຖິຕິການໃຊ້ໄຟຟ້າຢ່າງຕໍ່ເນື່ອງຈົນເຖິງປີໜ້າ
site cover1 - 2025-09-12T150055.112
ຍອດຜູ້ເສຍຊີວິດຈາກການປະທ້ວງເພີ່ມຂຶ້ນເປັນ 51 ສົບ ກະກຽມຕັ້ງອະດີດປະທານສານສູງສຸດເປັນນາຍົກລັດຖະມົນຕີຮັກສາການ
pele - 2025-09-12T152403.926
ຜູ້ຂັບລົດເສຍຊີວິດຄາທີ່ຈາກອຸບັດເຫດລົດຂົນເບຍປິ້ນຢູ່ທາງເລກທີີ 11 ເຂດພູໃຫຍ່
jane (26)
ກວດເຊັກດວງຊ່ວງນີ້ ດາວອັງຄານຍ້າຍ 45 ວັນ ກະທົບ 3 ລັກຄະນາລາສີ ແລະ ເຄັດລັບເສີມດວງ
jane (26)
ທ່ານ ຈາຕຸລົງ ບົວສີສະຫວັດ ທູດລາວຄົນໃໝ່ປະຈຳ ນິວຊີແລນ
site cover1 - 2025-09-12T143754.205
ປກສ ຈະສົ່ງ 18 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ
jane (25)
ເຄັດລັບຄວາມງາມຂອງເຈົ້າຍິງ ແລະ ລາຊິນີໃນອະດີດສູ່ປັດຈຸບັນ ທີ່ເຈົ້າກໍ່ສາມາດປະຕິບັດຕາມໄດ້!
site cover1 - 2025-09-12T104940.223
ກະຊວງການເງິນ ເຂັ້ມງວດ ປະເມີນຜົນງານຜູ້ບໍລິຫານ ເພີ່ມປະສິດທິພາບ ວິສາຫະກິດ ລັດລົງທຶນ
site cover1 - 2025-09-12T095041.995
Microsoft ກຽມປ່ຽນມາໃຊ້ AI ຈາກ Anthropic ແທນ OpenAI ຫຼັງພົບວ່າ Claude ເກັ່ງກວ່າ GPT-5
pele - 2025-09-12T090623.571
ປິດເສັ້ນທາງ ແຕ່ສາມແຍກດອນຈັນ ຫາ ສີ່ແຍກໄຟແດງ ວິທະຍາໄລເຕັກນິກລາວ-ເຢຍລະມັນ
ຢ່າລື່ມກົດຕິດຕາມ