ປກສ ແຂວງຫົວພັນລາຍງານວ່າ: ວັນທີ 5 ມິຖຸນາ 2023 ຜ່ານມານີ້ ປກສ ເມືອງຊຳໃຕ້ ແຂວງຫົວພັນ ໄດ້ກວດຄົ້ນເຮືອນທ້າວ ຄົວຫວ່າງ ອາຍຸ 68 ປີ ຊົນເຜົ່າມົ້ງ ຢູ່ບ້ານຊຳໃຕ້ ເມືອງຊຳໃຕ້ ແຂວງຫົວພັນ ເນື່ອງຈາກເປັນເປົ້າໝາຍ ທີ່ເຈົ້າໜ້າທີ່ຕິດຕາມຄ້າຂາຍຢາເສບຕິດ.
ຜົນການກວດຄົ້ນພົບວ່າຜູ້ກ່ຽວມີຢາເສບຕິດໄວ້ໃນຄອບຄອງປະເພດຢາຝິ່ນ 1,8 ກິໂລກຣາມ, ລູກປືນກິລາ 15 ນັດ, ລູກປືນເຊເປ 7 ນັດ, ລູກປືນ AK44 3 ນັດ, ລູກປືນກາລັງ 15 ນັດ, ປືນແກັບ 1 ກະບອກ ຈຶ່ງໄດ້ກັກຕົວຜູ້ກ່ຽວ ແລະ ເອົາຜູ້ກ່ຽວມາດຳເນີນການສືບສວນ ຫາທີ່ໄປທີ່ມາຂອງຢາເສບຕິດ ແລະ ລູກປືນຈຳນວນດັ່ງກ່າວ ເພື່ອຂະຫຍາຍຜົນ ແລະ ຈະໄດ້ຕິດຕາມຜູ້ຮ່ວມຂະບວນການນຳກັນມາດຳເນີນຄະດີຕາມລະບຽບກົດໝາຍ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 657.17 | 669 |
![]() EUR | 24,072 | 24,554 |
![]() CNY | 2,938 | 2,996 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |