ວັນທີ 5 ມິຖຸນາ 2023 ຜ່ານມາ, ກອງບັນຊາການ ປກສ ເມືອງວຽງໄຊ ແຂວງຫົວພັນ ໄດ້ສຶກສາອົບຮົມ ເດັກນ້ອຍທີ່ດັດແປງສະພາບເຕັກນິກລົດ ແລ້ວຂັບຂີ່ລົດຈັກກວນເມືອງ ສ້າງສຽງເນືອງນັນ ໃຫ້ປະຊາຊົນຕາມແຄມທາງ.
ກອງບັນຊາການ ປກສ ເມືອງວຽງໄຊ ໄດ້ຈັດກຳລັງຕຳຫຼວດວິຊາສະເພາະລົງເຄື່ອນໄຫວປະຕິ ບັດໜ້າທີ່ຕິດຕາມ, ກວດກາສະພາບການສັນຈອນ ຢູ່ເຂດເທສະບານເມືອງວຽງໄຊ ພົບເຫັນເດັກນ້ອຍດັດແປງສະພາບເຕັກນິກລົດ ແລ້ວຂັບຂີ່ລົດໄວເກີນກຳນົດ, ໃຊ້ສຽງເນືອງນັນເກີນຂອບເຂດ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ບໍ່ມີຄວາມເປັນລະບຽບຮຽບຮ້ອຍ.
ຜ່ານການລົງຕິດຕາມ, ກວດກາ ສາມາດແກ້ໄຂເປົ້າໝາຍຂີ່ລົດກວນເມືອງ ຈຳນວນ 1 ຄົນ ເຊິ່ງແມ່ນເດັກນ້ອຍໃນເກນອາຍຸ 15 ປີ ລົດຜູ້ກ່ຽວແມ່ນລັດແປງສະພາບເຕັກນິກ, ດັດແປງທໍ່ຄວັນ ແລະ ໃສ່ຢາງນ້ອຍ ກອງບັນຊາການ ປກສ ເມືອງວຽງໄຊ ຈຶ່ງໄດ້ນຳຜູ້ກ່ຽວພ້ອມຜູ້ປົກຄອງມາເຮັດບົດບັນທຶກສຶກສາອົບຮົມ-ກ່າວເຕືອນ ແລະ ປັບໃໝຕາມລະບຽບກົດໝາຍ ຈາກນັ້ນໃຫ້ຜູ້ກ່ຽວນຳເອົາທໍ່ອາຍເສຍ ແລະ ຢາງລົດທີ່ຖືກຕາມມາດຖານ ເຕັກນິກທີ່ກຳນົດໄວ້ ມາປ່ຽນຖ່າຍຢູ່ກອງບັນຊາການ ປກສ ເມືອງວຽງໄຊ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 657.17 | 669 |
![]() EUR | 24,072 | 24,554 |
![]() CNY | 2,938 | 2,996 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |