
ເປັນອຸທາຫອນ ໃຫ້ພະຍາຍາມດື່ມນ້ຳຕົ້ມສຸກ ເຫດທັກແທ້ເຂົ້າຄໍຄົນເຈັບ
ອີງຕາມຜູ້ໃຊ້ເຟສບຸກຊື່ວ່າ: Visana Khathoumphom ໄດ້ແບ່ງປັນຮູບພາບຜ່ານສື່ສັງຄົມອອນລາຍໃນວັນທີ 14 ມິຖຸນາ 2023 ຜ່ານມາໂດຍມີເນື້ອໃນວ່າ: ທັກແທ້ເຂົ້າຄໍ ຄົນເຈັບມາຈາກເມືອງວຽງຄຳ ແຂວງຫຼວງພະບາງ ພ້ອມຝາກເຕືອນເປັນອຸທາຫອນໃຫ້ພໍ່ແມ່ປະຊາຊົນ ໂດຍສະເພາະເຂດທີ່ໃຊ້ນ້ຳຈາກຫ້ວຍ, ຈາກພູ ໃຊ້ເປັນນ້ຳດື່ມ ໃຫ້ລະມັດລະວັງ ແລະ ພະຍາຍາມຕົ້ມນ້ຳໃຫ້ສຸກດີ ຈຶ່ງຄ່ອຍດື່ມ ເພື່ອປ້ອງຈາກສັດນ້ອຍທີ່ຢູ່ໃນນ້ຳ ແລະ ປ້ອງພະຍາດທີ່ຢູ່ໃນນ້ຳທີ່ເຮົາເບິ່ງບໍ່ເຫັນ.ຝາກເຕືອນກັນແດ່ເດີ.
ດ້ວຍຄວາມຫ່ວງໃຍຈາກທີມແພດຫມໍທັງໝົດຈາກໂຮງຫມໍມະໂຫສົດຂອບໃຈທີມງານແພດຫມໍພະຍາບານພະແນກຫູດັງຄໍ , ພະແນກວາງຢາສະຫຼົບ ແລະ ການຈັດທີ່ກ່ຽວຂ້ອງຂອງໂຮງຫມໍມະໂຫສົດທີ່ສາມາດຊ່ວຍຄົນເຈັບໄດ້ຢ່າງປອດໄພ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Thursday, 6 November, 2025
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Thursday, 6 November, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,500,000 | 43,030,000 |
![]() | 42,017,000 | 43,139,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ














