ໃນຄືນວັນທີ 27 ມິຖຸນາ 2023 ຜ່ານມາ, ເກີດເຫດຍິງຊາວຈີນ 2 ຄົນບາດເຈັບສາຫັດ, ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ຕາມການລາຍງານຂອງຜູ້ເຫັນເຫດການແຈ້ງວ່າ: ຂະນະຄົນຈີນກຳລັງກິນດື່ມຢູ່ຫນ້າດ່ານ ບ້ານພັກສະບາຍດີ ໄດ້ມີຄົນລາວຂັບຂີ່ລົດຈັກມາຍັງຈຸດທີ່ເກີດເຫດແລ້ວໃຊ້ອາວຸດປືນຍິງຄົນຈີນ 2 ຄົນ ແລ້ວເອົາໂຕຫຼົບໜີ.
ປັດຈຸບັນຕາມການລາຍງານແມ່ນໄດ້ຈັບຕົວຜູ້ກໍ່ເຫດໄດ້ແລ້ວ, ເຊິ່ງຜູ້ກໍ່ເຫດເປັນຄົນລາວເຮັດວຽກບໍລິການ ທີ່ຮ້ານບັນເທິງແຫ່ງໜຶ່ງໃນເຂດແຖວໜ້າດ່ານ ທີ່ໄດ້ຄ້າງຄ່າຫ້ອງພັກ ຄົນຈີນໄດ້ມີການທວງຖາມຢູ່ຫຼາຍເທື່ອ (ສ່ວນສາເຫດ ແລະ ແຮງຈູງໃຈໃນການກໍ່ເຫດຄັ້ງນີ້ ຕ້ອງລໍຖ້າການສືບສວນຂອງເຈົ້າໜ້າທີ່ຕໍ່ໄປ)
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |