
ຄົນເກີດວັນອາທິດ:ການງານ ຈະມີຄວາມສຳເລັດໃນອາຊີບດ້ານການເຮັດອາຫານຫລືທຸລະກິດໃຫ້ຄຳປຶກສາ ການເງິນໂຊກດີຫລາຍໆ ຈະໄດ້ຮັບຊັບ ຄວາມຮັກຈະພົບຄົນລັກສະນະອວບໆ ແບບບໍ່ທັນຕັ້ງໂຕເຂົ້າມາຫາໃນໄລຍະນີ້ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີຂຽວ ເລກນຳໂຊກ 8
ຄົນເກີດວັນຈັນ:ການງານໄດ້ເຮັດວຽກທີ່ທ່ານມັກທີ່ມີຄວາມໃຈຮັກຈະປະສົບຄວາມສຳເລັດ ການເງິນ ຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃນໄລຍະນີ້ດ້ວຍຄວາມສາມາດຂອງຕົນເອງ ຄວາມຮັກຈະຢູ່ໃນສະຖານະການຮັກຊ້ອນ ເພາະທ່ານຕ້ອງເບິ່ງຮັກຄັ້ງນີ້ໃຫ້ຫຼາຍໆ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີແດງ ເລກນຳໂຊກ5
ຄົນເກີດວັນອັງຄານ:ການງານມີໂອກາດໄດ້ເລື່ອນຂັ້ນ ເລື່ອນຕຳແໜ່ງ ໄດ້ພົບບໍລິວານທີ່ດີແລະເກັ່ງມາຊ່ວຍເຫລືອ ການເງິນມີດວງໃນການສ່ຽງໂຊກໂຊກດີຫລາຍໆ ຄວາມຮັກຈະພົບຄົນຜິວຂາວເຫຼືອງໂດດເດັ່ນທີ່ຈະເຂົ້າມາໃນໄລຍະນີ້ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີແດງ ເລກນຳໂຊກ4
ຄົນເກີດວັນພຸດ:ການງານຖ້າຈະເຮັດທຸລະກິດໄລຍະນີ້ຄວນປຶກສາຜູ້ໃຫຍ່ຈະໄດ້ຮັບການຊ່ວຍເຫລືອ ແລະ ຄຳປຶກສາທີ່ດີ ການເງິນຈະໄດ້ເງິນກ້ອນໃຫຍ່ເຂົ້າມາເພີ່ມຫລາຍຂຶ້ນ ຄວາມຮັກຈະພົບຮັກ ພົບຄົນທີ່ມີສະເໜ່ຫລາຍໆ ທ່ານເປັນຄົນທີ່ມີຊື່ສຽງ ເຄື່ອງມຸງຄຸນຫີນນໍາໂຊກສີແດງ ສີມຸງຄຸນສີດໍາ ເລກນຳໂຊກ7
ຄົນເກີດວັນພະຫັດ:ການງານຕັດສິນໃຈແບບບໍ່ທັນຕັ້ງໂຕໃນການເລີ່ມທຸລະກິດປະສົບຄວາມສຳເລັດ ການເງິນ ຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃນໄລຍະນີ້ ເຮັດໃຫ້ດີໃຈຫລາຍໆ ຄວາມຮັກຈະພົບຄົນທີ່ສ້າງສັນ ເກັ່ງ ລາວເປັນຄົນທີ່ຈະຄອຍຖ້າເບິ່ງແຍງທ່ານໄດ້ດີ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີສົ້ມ ເລກນຳໂຊກ 9
ຄົນເກີດວັນສຸກ:ການງານຖ້າທຸລະກິດດ້ານແຟຊັນ ເຮັດທຸລະກິດດ້ານອຸດສາຫະກຳ ເຮັດທຸລະກິດດ້ານວົງການບັນເທີງ ມີໂອກາດກ້າວໜ້າ ການເງິນສາມາດຫາເງິນເຂົ້າມາໄດ້ໂດຍທັນທີແລະ ກໍຈາກໄປແບບທັນທີ ຄວາມຮັກລະວັງເກີດບັນຫາກັບຄົນຮັກບໍ່ເຂົ້າໃຈໃນຕົວທ່ານ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີຂາວ ເລກນຳໂຊກ2
ຄົນເກີດວັນເສົາ:ການງານຈະພົບອຸປະສັກແຕ່ກໍໂຊກດີທີ່ຈະມີຄົນລໍຖ້າຊ່ວຍເຫລືອໃຫ້ແກ້ໄຂສະຖານນະການຜ່ານພົ້ນໄປໄດ້ ການເງິນມີໂຊກຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ຄວາມຮັກຖ້າກຳລັງເວົ້າ ຫຼື ລົມກັບໃຜຢູ່ຕອນນີ້ຍັງຄົງຄິດກັນເປັນແບບໝູ່ເພື່ອນ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກນຳໂຊກ1
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














