ດວງ-Tou-Vientianepost - 2023-07-04T202544.728
ສະພາແຫ່ງຊາດ ເນັ້ນໃຫ້ ສານປະຊາຊົນ ແລະ ອົງການໄອຍະການ ດຳເນີນຄະດີ ໃຫ້ຖືກຕ້ອງ ໂປ່ງໃສ ເປັນທຳຢ່າງແທ້ຈິງ
ຮຽບຮຽງໂດຍ:Staff
ເຜີຍແຜ່: 4 July, 2023
ໝວດ: ຂ່າວ

ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 4 ກໍລະກົດ 2023 ນີ້, ທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການຍຸຕິທໍາ ໄດ້ຂຶ້ນປະກອບຄໍາເຫັນຕໍ່ບົດລາຍງານ ຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍສານປະຊາຊົນ, ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ, ກົດ ໝາຍວ່າດ້ວຍ ອົງການໄອຍະການປະຊາຊົນ ແລະ ກົດ ໝາຍວ່າດ້ວຍການດໍາເນີນຄະດີອາຍາ ໂດຍທ່ານ ໄດ້ຕາງ ໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ ສະເໜີ ໃຫ້ສານປະ ຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ, ລວມເຖິງ ທຸກຂະແໜງການ ທີ່ກ່ຽວຂ້ອງໃນການດຳເນີນຄະດີ ຕາມຂະບວນການຍຸຕິທໍາ ປັບປຸງກົນໄກ ການດຳເນີນຄະດີ ໃຫ້ຮັບປະກັນຄວາມຖືກຕ້ອງ, ຮອບດ້ານ, ຄົບຖ້ວນ, ພາວະວິໄສ, ມີຄວາມໂປ່ງໃສ ແລະ ເປັນທຳຢ່າງແທ້ຈິງ, ແນໃສ່ເຮັດໃຫ້ຜູ້ກະທໍາຜິດ ຕ້ອງຖືກລົງໂທດຢ່າງເຂັ້ມງວດ ແລະ ຜູ້ບໍລິສຸດ ເດັດຂາດ ບໍ່ໃຫ້ຖືກລົງໂທດ.

ທ່ານ ຄໍາແພງ ວິລະພັນ ສະເໜີ ໃຫ້ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ ເພີ່ມທະວີການໂຄສະນາເຜີຍ ແຜ່ກົດໝາຍ 4 ສະບັບດັ່ງກ່າວ ໂດຍສະເພາະ ກົດໝາຍວ່າດ້ວຍ ການດຳເນີນຄະດີອາຍາ, ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ໃຫ້ກວ້າງຂວາງ, ເລິກເຊິ່ງ, ທົ່ວເຖິງ ແລະ ແທດເໝາະກັບແຕ່ລະເປົ້າໝາຍ ເປັນຕົ້ນ ພະນັກງານທີ່ ຮັບຜິດຊອບໃນການດໍາເນີນຄະດີ ຕາມຂະບວນການຍຸຕິທໍາ ແນໃສ່ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ຕໍ່ເນື້ອໃນ ຂອງກົດໝາຍ, ຍົກສູງສະຕິເຄົາລົບ ແລະ ປະຕິບັດກົດໝາຍ ໃນທົ່ວສັງຄົມ ໃຫ້ສູງຂຶ້ນ ໂດຍຕິດພັນກັບການ ວາງມາດຕະການສະກັດກັ້ນ ແລະ ແກ້ໄຂ ບັນດາປາກົດການ ແລະ ພຶດຕິກໍາ ທີ່ເປັນການລະເມີດກົດໝາຍ ຢ່າງເຂັ້ມງວດ, ພ້ອມທັງ ໃຫ້ຮີບຮ້ອນປະສານສົມທົບກັບ ພາກສ່ວນທີ່ກ່ຽວ ຂ້ອງ ຄົ້ນຄວ້າຜັນຂະຫຍາຍ
ບັນດາມາດຕາຂອງແຕ່ລະກົດໝາຍ ທີ່ກໍານົດໃຫ້ອອກເປັນນິຕິກໍາໃຕ້ກົດໝາຍ ເພື່ອເຮັດໃຫ້ມາດຕາເຫລົ່ານັ້ນໄດ້ຮັບການ ຈັດຕັ້ງປະຕິບັດໂດຍໄວ.

ພ້ອມກັນນີ້, ກໍໃຫ້ສືບຕໍ່ ຄົ້ນຄວ້າ ແລະ ປັບປຸງເນື້ອໃນບາງພາກ, ໝວດ ແລະ ມາດຕາ ຂອງແຕ່ລະກົດໝາຍ ທີ່ເຫັນວ່າ ບໍ່ທັນສອດຄ່ອງ ຫລື ຊໍ້າຊ້ອນກັບມາດຕາຂອງກົດໝາຍສະບັບອື່ນ ເພື່ອເຮັດໃຫ້ບັນດາກົດໝາຍດັ່ງກ່າວ, ມີເນື້ອໃນຮັດກຸມ, ຈະແຈ້ງ, ສອດຄ່ອງ, ກົມກຽວ ແລະ ສາມາດປະຕິບັດໄດ້. ພ້ອມນັ້ນ, ກໍໃຫ້ ສານປະຊາຊົນ, ອົງການໄອຍະການປະຊາຊົນ ແລະ ອົງການທີ່ຮັບຜິດຊອບການດຳເນີນຄະດີ ຕາມຂະບວນການຍຸຕິທຳ ຕ້ອງໄດ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນ ຕິດພັນກັບການກຳ ນົດພາລະບົດບາດ, ສິດ, ໜ້າທີ່ ແລະ ແບບແຜນວິທີເຮັດວຽກ ໃຫ້ຖືກຕ້ອງ, ສອດຄ່ອງກັບສະພາບຄວາມເປັນຈິງ ແຕ່ລະໄລຍະ ເພື່ອຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ວຽກງານ ມີປະສິດທິພາບ ແລະ ປະສິດທິຜົນ. ພ້ອມດຽວ ກັນນີ້, ກໍໃຫ້ເພີ່ມທະວີ ການບຳລຸງສ້າງ ຖັນແຖວບຸກຄະລາກອນ ທີ່ຮັບຜິດຊອບການດຳເນີນຄະດີ ຕາມຂະບວນການຍຸຕິທຳ ໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ ແລະ ຈັນຍາທຳ ໃຫ້ໜັກແໜ້ນ, ມີຄວາມຮູ້ຄວາມສາມາດ, ຄວາມຊຳນິຊຳນານງານ ແລະ ມີຄວາມຮັບ ຜິດຊອບສູງ ຕໍ່ການປະຕິບັດໜ້າທີ່ວຽກງານ, ພ້ອມທັງຊຸກຍູ້ ຕິດຕາມກວດກາ ການປະຕິບັດໜ້າທີ່ ແຕ່ລະໄລຍະ ແນໃສ່ ສະກັດກັ້ນ ພະຍາດອາດຍາສິດ, ການສວຍໃຊ້ໜ້າ ທີ່ຕຳແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ, ແກ້ໄຂ ຫາງສຽງ ແລະ ປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນພາຍໃນໃຫ້ຫລຸດ ລົງ ຢ່າງເປັນຮູບປະທໍາ.

ສະພາແຫ່ງຊາດ ຍັງສະເໜີລັດຖະບານ ເພີ່ມທະວີຊີ້ນຳ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ຕຳຫລວດ, ພາສີ, ປ່າໄມ້ ແລະ ອົງການປະຕິບັດຄໍາຕັດສິນຂອງສານ ຍົກສູງຄວາມຮັບຜິດຊອບ ໃນການປະຕິບັດພາລະບົດ ບາດ, ສິດ ແລະ ໜ້າທີ່ ຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ຄົ້ນຄວ້າ ເພີ່ມຈຳນວນລັດຖະກອນ, ງົບປະມານ, ອຸປະກອນ ແລະ ເຕັກນິກ ທີ່ຈຳເປັນໃຫ້ແກ່ອົງການທີ່ຮັບຜິດຊອບ ໃນການດຳເນີນຄະດີ ຕາມຂະບວນການຍຸຕິທຳ ໂດຍສະເພາະແມ່ນ ສານປະຊາຊົນ ແລະ ອົງການໄອຍະການ ປະຊາຊົນ ຂັ້ນຕ່າງໆ ໃຫ້ສາມາດຕອບສະໜອງໜ້າທີ່ການເມືອງ ແຕ່ລະໄລຍະ. ພ້ອມນີ້, ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຈະເພີ່ມທະວີການຕິດຕາມ, ກວດກາ ການເຄົາ ລົບ ແລະ ປະຕິບັດ ກົດໝາຍຂົງເຂດຍຸຕິທຳ ໃຫ້ເປັນລະ ບົບຕໍ່ເນື່ອງ, ຕິດຕາມກວດກາ ແລະ ຊຸກຍູ້ ການປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍ ໃນຂົງເຂດຕ່າງໆ ເພື່ອລາຍງານ ຕໍ່ກອງປະຊຸມສະໄໝສາມັນ ຂອງສະພາແຫ່ງ ຊາດ ແຕ່ລະໄລຍະ.

ທີ່ມາ:ປະເທດລາວ Pathedlao

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,545
21,822
thailand (1)
THB
661.91
673.16
european-union
EUR
23,908
24,387
china
CNY
2,945
3,004
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 5 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,390,000
43,920,000
41,910,000
43,029,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-05T164759.625
ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ ປີ 2025
jane - 2025-11-05T154625.432
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄດ້ອັດລົງໃນວັນທີ 4 ພະຈິກ 2025
pele - 2025-11-05T151944.123
ແຈ້ງເຕືອນໄພ ພາຍຸໝູນໄຕ້ຝຸ່ນໄຄແມກິ(KALMAEGI) ໃນລະຫວ່າງ ວັັນທີ 07–09 ພະຈິກ 2025 (ສະບັບທີ 1)
jane - 2025-11-05T145547.299
ສໍານັກຂ່າວຣອຍເຕີລາຍງານ ວັນທີ 4 ພະຈິກ 2025 ເຮືອບິນຂົນສົ່ງສິນຄ້າ ຕົກໃກ້ສະໜາມບິນ Louisville ສະຫະລັດມີຜູ້ເສຍຊີວິດຢ່າງນ້ອຍ 7 ຄົນ ແລະ ໄດ້ຮັບບາດເຈັບ 11 ຄົນ
pele - 2025-11-05T140755.198
ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
pele - 2025-11-05T111726.527
ລັດຖະມົນຕີກະຊວງ ຍທຂ ລົງຊຸກຍູ້ຕິດຕາມ ການກໍ່ສ້າງເສັ້ນທາງເລກ 12 ທ່າແຂກ-ຊາຍແດນນາເພົ້າ
jane - 2025-11-05T110504.152
ເບິ່ງດວງປະຈຳວັນທີ 05 ພະຈິກ 2025
pele - 2025-11-05T102252.252
ການນຳພັກ-ລັດ ແລະ ມວນຊົນຊາວລາວ ຮ່ວມໃສ່ບາດ ໃນບຸນນະມັດສະການພະທາດຫລວງວຽງຈັນ
pele - 2025-11-05T092911.288
ກັງຫັນລົມແຄມຝັ່ງ ຂະໜາດໃຫຍ່ທີ່ສຸດໃນໂລກ ເຊື່ອມຕໍ່ເຄືອຂ່າຍໄຟຟ້າຊານຕົງ
jane - 2025-11-05T090849.558
ລາຍງານສະພາບອາກາດປະຈໍາວັນທີ  05 ພະຈິກ 2025
ຢ່າລື່ມກົດຕິດຕາມ