
ຫລວງພະບາງແຈ້ງໃຫ້ການຫ້າງຫາກະກຽມເຮືອຊ່ວງເຂົ້າຮ່ວມແຂ່ງຂັນໃນປາງບຸນຫໍ່ເຂົ້າປະດັບດິນ
ວັນທີ 4 ກໍລະກົດ 2023 ນີ້ ເຈົ້ານະຄອນຫຼວງພະບາງ ຂໍຖືເປັນກຽດແຈ້ງມາຍັງທ່ານຄະນະຮັບຜິດຊອບເຮືອຊ່ວງແຕ່ລະພາກສ່ວນຊາບວ່າ: ບຸນຊ່ວງເຮືອທີ່ຍື່ງຄານໃນວັນບຸນຫໍ່ເຂົ້າປະດັບດິນສໍາລັບປີ 2023 ນີ້ ແມ່ນຈະໄດ້ຈັດຂຶ້ນໃນມື້ແຮມ 14 ຄໍ່າ ເດືອນ 9 ລາວ, ກົງກັບວັນທີ 14 ກັນຍາ (9) 2023.
ເພື່ອເປັນການຫ້າງຫາກະກຽມໃຫ້ທັນເວລາຈຶ່ງຂໍແຈ້ງແຕ່ລະພາກສ່ວນເພື່ອທຳການສ້ອມແປງເຮືອຊ່ວງ (ປະເພດເຮືອຄູນ) ທີ່ມີຂະໜາດ 40 ສີພາຍຂຶ້ນໄປ ແລະ ນຳສະເໜີທາງນະຄອນຫຼວງພະບາງເພື່ອເຂົ້າສູ່ການແຂ່ງຂັນເຮືອຊ່ວງແຕ່ລະພາກສ່ວນ.
ໝາຍເຫດ: ສໍາລັບລາຍລະອຽດທາງດ້ານຮູບຊົງ ແລະ ເຕັກນິກເຮືອຈະມີທາງຄະນະຮັບຜິດຊອບລົງກວດກາແນະນຳອີກຄັ້ງໜຶ່ງເພື່ອໃຫ້ຖືກຕ້ອງຕາມລະບຽບທີ່ໄດ້ກຳນົດໄວ້.
ສະນັ້ນ, ຈຶ່ງແຈ້ງມາຍັງທ່ານຄະນະຮັບຜິດຊອບແຕ່ລະພາກສ່ວນຮັບຊາບ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Wednesday, 29 October, 2025
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,524 | 21,801 |
THB | 665.41 | 676.72 |
EUR | 24,181 | 24,665 |
CNY | 2,954 | 3,013 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Tuesday, 28 October, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 43,570,000 | 44,100,000 |
![]() | 43,060,000 | 44,209,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ














