
ຕາມການລາຍງານຂ່າວຂອງ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເວລາ 13 :00 ໂມງຂອງວັນທີ 4 ກໍລະກົດ 2023 ເຈົ້າໜ້າທີ່ຕໍາຫຼວດປະຈໍາຢູ່ຈຸດກວດການໍ້າທຸງ ໄດ້ກວດຄົ້ນລົດເມໂດຍສານ ຮຸນໃດສີຂາວເຫຼືອງ ໝາຍເລກທະບຽນ ກກ 0417 ບໍ່ແກ້ວ ເພື່ອຈະໄປນະຄອນຫຼວງວຽງຈັນ ພົບຢາບ້າ ຈຳນວນ 7 ລ້ານກວ່າເມັດ ພ້ອມຈັບຕົວຜູ້ຖືກຫາ 4 ຄົນ.
ລົດເມຄັນດັ່ງກ່າວ ແລ່ນມາແຕ່ທາງເມືອງຫ້ວຍຊາຍ, ແຂວງ ບໍ່ແກ້ວ ເພື່ອຈະໄປນະຄອນຫຼວງວຽງຈັນ ເມື່ອມາຮອດຈຸດກວດການໍ້າທຸງ ເຈົ້າໜ້າທີ່ໄດ້ສົ່ງສັນຍານໃຫ້ລົດຄັນດັ່ງກ່າວໃຫ້ຈອດເພື່ອກວດກາ. ຈາກນັ້ນ ເຈົ້າໜ້າທີ່ໄດ້ກວດຄົ້ນ ພົບເຫັນຢາບ້າຈຳນວນ 3.565 ມັດ, ເທົ່າກັບ 7.130.000 ເມັດ ແລະ ຢາເຄຕາມິນຈໍານວນ 193 ຫໍ່ ທີ່ຊຸກເຊື່ອງຢູ່ພື້ນລົດກ້ອງບ່ອນນອນຊັ້ນລຸ່ມຂອງຜູ້ໂດຍສານ ພ້ອມທັງກັກຕົວຜູ້ ຖືກຫາໄດ້ 4 ຄົນຄື: ທ້າວ ໄລ ຢາງ, ທ້າວ ຮາ ຢາງ, ທ້າວ ຕູ້ ລີ ແລະ ທ້າວ ເພຍ ຢ່າງ ມາສືບສວນ-ສອບສວນ ເພື່ອ ຂະຫຍາຍຜົນ.
ຂ່າວ: ປກສ ແຂວງບໍ່ແກ້ວ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














