ຄົນເກີດວັນອາທິດ:ການງານມີພິບໄຫວໃນການຕິດຕໍ່ເຈລະຈາໃນເລື່ອງຂອງການງານຈະເຮັດໃຫ້ທ່ານປະສົບຄວາມສຳເລັດ ການເງິນໄດ້ຮັບການສະໜັບສະໜຸນເງິນທຶນຈາກຜູ້ໃຫຍ່ ຄວາມຮັກພົບຮັກກັບຄົນທີ່ມີສະເໜ່ ມີຄວາມຈິງໃຈ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນຄໍາ ເລກນຳໂຊກ8
ຄົນເກີດວັນຈັນ:ການງານຕັດສິນໃຈທີ່ຈະໃຊ້ເງິນລົງທຶນເຮັດທຸລະກິດ ການເງິນຈະໄດ້ຮັບຮູ້ເລື່ອງຂ່າວດີທາງດ້ານການເງິນ ຄວາມຮັກການເດີນທາງຈະມີໂອກາດໄດ້ພົບຄົນທີ່ມີສະເໜ່ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີສົ້ມ ເລກນຳໂຊກ4
ຄົນເກີດວັນອັງຄານ:ການງານເຮັດທຸລະກິດແບບສາຍດ່ຽວຈະເຮັດໃຫ້ລ້ຳລວຍ ການເງິນຈະພົບຜູ້ອຸປະຖຳດ້ານການເງິນ ຄວາມຮັກເດີນທາງໄກມີໂອກາດໄດ້ພົບຮັກກັບຄົນຮູ້ຈັກ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີແດງ ເລກນຳໂຊກ9
ຄົນເກີດວັນພຸດ:ການງານໂຊກດີທີ່ມີບໍລິວານຄອຍຖ້າຊ່ວຍເຫລືອສະໜັບສະໜຸນຮ່ວມກັນສ້າງຜົນງານ ການເງິນໂຊກດີມື້ນີ້ຈະໄດ້ເງິນເຂົ້າມາໃນການໃຊ້ຈ່າຍ ຄວາມຮັກບໍ່ຄ່ອຍມີເວລາໃຫ້ກັບຄົນຮັກຕ້ອງຫາເວລາໄປໃສມາໃສນໍາກັນໃຫ້ຫຼາຍ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີຂາວ ເລກນຳໂຊກ4
ຄົນເກີດວັນພະຫັດ:ການງານສ້າງຜົນງານໄດ້ໂດດເດັ່ນການງານຂ້ອນຂ້າງຢູ່ໃນແກນທີ່ດີ ການເງິນມີໂອກາດທີ່ຈະໄດ້ຮັບໂຊກຈາກບໍລິວານ ຄວາມຮັກທ່ານກັບຄົນຮັກນັ້ນບໍ່ຄ່ອຍມີເວລາໃຫ້ກັນ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ1
ຄົນເກີດວັນສຸກ:ການງານເຮັດອາຊີບເປັນນັກບໍລິຫານຈັດການປະສົບຄວາມສຳເລັດ ການເງິນບໍລິວານຈະຊ່ວຍເຫລືອທາງການເງິນ ຄວາມຮັກມີໂອກາດພົບຮັກເປັນຄູ່ຄອງທີ່ດີລັກສະນະຜິວຂາວ ເຄື່ອງມຸງຄຸນເງິນ ສີມຸງຄຸນສີບົວ ເລກນຳໂຊກ0
ຄົນເກີດວັນເສົາ:ການງານໃຊ້ຄວາມສາມາດພິເສດສ້າງຜົນງານໄດ້ໂດດເດັ່ນ ການເງິນຄິດເງິນກໍໄດ້ເງິນ ເພາະໄລຍະນີ້ດວງການເງິນດີຫຼາຍ ຄວາມຮັກມີໂອກາດໄດ້ພົບຮັກເກີດຄວາມສຸກໃຈ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກນຳໂຊກ5
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,455 | 21,731 |
![]() THB | 648.35 | 660.67 |
![]() EUR | 23,023 | 23,484 |
![]() CNY | 2,898 | 2,956 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,080,000 | 34,610,000 |
![]() | 33,730,000 | 34,719,000 |