ດວງ-Tou-Vientianepost - 2023-07-18T204950.943
ແຂວງຫຼວງພະບາງອອກແຈ້ງການ ຈັດສັນຄຸ້ມຄອງເດີ່ນຈອດລົດ ເສັ້ນທາງ ແຄມຂອງ-ແຄມຄານ
ຮຽບຮຽງໂດຍ:Staff
ເຜີຍແຜ່: 18 July, 2023
ໝວດ: ຂ່າວ

ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງພະບາງອອກແຈ້ງການກ່ຽວກັບການຈັດສັນຄຸ້ມຄອງເດີ່ນຈອດລົດ ສາທາລະນະລຽບຕາມເສັ້ນທາງ ແຄມຂອງ-ແຄມຄານ ນະຄອນຫຼວງ
ພະບາງ.

ອີງຕາມ ຂໍ້ຕົກລົງຂອງທ່ານ ເຈົ້ານະຄອນຫຼວງພະບາງ ເລກທີ່ 395/ຈນ.ຫຼຸບ ລົງວັນທີ 15 ມິຖຸນາ 2022 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງການ ຍທຂ ນະຄອນຫຼວງພະບາງ;
ອີງຕາມ: ຂໍ້ຕົກລົງຂອງທ່ານ ເຈົ້ານະຄອນຫຼວງພະບາງ ເລກທີ່ 495/ຈນ.ຫຼຸບ ລົງວັນທີ່ 5 ມິຖຸນາ 2023 ວ່າດ້ວຍ ການເຫັນດີອານຸມັດ ໃຫ້ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງພະບາງ ລົງນາມເຊັນສັນຍາ ການຄຸ້ມ ຄອງເດີ່ນຈອດລົດ ສາທາລະນະລຽບຕາມເສັ້ນທາງ ແຄມຂອງ-ແຄມຄານ ນະຄອນຫຼວງພະບາງ,

ອີງຕາມ:ສັນຍາວ່າດ້ວຍການຄຸ້ມຄອງນໍາໃຊ້ເດີ່ນຈອດລົດສາທາລະນະລຽບຕາມເສັ້ນທາງແຄມຂອງ-ແຄມຄານ ແລະ ຕາມເຂດມໍລະດົກ ເລກທີ່ 209/ຍທຂ.ນຄ ລົງວັນທີ 2 ມິຖຸນາ 2023, ເລກທີ່ 320/ຍທຂ.ນຄ ລົງວັນທີ່ 22 ມິຖຸນາ 2023 ເລກທີ່: 321/ຍທຂ.ນຄ ລົງວັນທີ່ 22 ມິຖຸນາ 2023.

ເພື່ອເປັນການຜັນຂະຫຍາຍໃຫ້ສອດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ່ 723/ຈຂ.ຫຼຸບ, ລົງ ວັນທີ່ 15 ພະຈິກ 2018 ວ່າດ້ວຍການຄຸ້ມຄອງ-ຈັດສັນຄວາມເປັນລະບຽບພາຍໃນເທດສະບານ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໃຫ້ມີຄວາມສະອາດ,ຄວາມສວຍສົດງົດງາມ,ມີຄວາມສະດວກສະບາຍ ແລະ ມີຄວາມ ປອດໄພ ດັ່ງນັ້ນ ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງພະບາງ ຂໍແຈ້ງມາຍັງທ່ານ ບັນດາ ພະແນກການ,ພະນັກງານ,ທະຫານ,ຕໍາຫຼວດ,ນັກທຸະກິດ,ຜູ້ປະກອບການທຸລະກິດຮ້ານອາຫານ,ບ້ານພັກ, ໂຮງ ແຮມ,ບໍລິສັດ ແລະ ຜູ້ປະກອບການ

ແລ່ນລົດຂົນສົ່ງສິນຄ້າ ແລະ ໂດຍສານຮັບຊາບເລີ່ມວັນທີ 15/07/2023 ການຈອດລົດໃນເຂດດັ່ງກ່າວມານັ້ນແມ່ນຈະໄດ້ເສຍເງິນຄ່າຈອດລົດຕາມປະເພດລົດດັ່ງນີ້: ລົດຈັກ 2 ລໍ້ຄັນລະ 2,000 ກີບ/ຄັ້ງ ປະເພດລົດ 4 ລໍ້ 5,000 ກີບ/ຄັ້ງ,ປະເພດລົດ 6 ລໍ້ 8,000 ກີບ/ຄັ້ງ, ກໍລະນີຝາກ (ທັງເວັນ ແລະ ທັງຄືນ ) ລົດຈັກ 2 ລໍ້ຄັນລະ 5,000ກີບ/ຄັ້ງ,ປະເພດລົດ 4 – 6ລໍ້ ຄັນລະ 10,000 ກີບ/ຄັ້ງ,ຖ້າກໍລະນີຝາກເປັນ ເດືອນ ຝາກແບບປະຈໍາ ລົດຈັກ 2 ລໍ້ ຄັນລະ 150,000ກີບ/ເດືອນ ປະເພດລົດ 4 – 6 ລໍ້ ຄັນລະ 200,000 ກີບ/ ເດືອນ,
ດັ່ງນັ້ນ,ຈຶ່ງແຈ້ງມາຍັງບັນດາທ່ານເພື່ອຊາບ,ພ້ອມທັງໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດດ້ວຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 1 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
657.10
669.58
european-union
EUR
24,148
24,630
china
CNY
2,904
2,962
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-01T161611.775
ຈາກການລາຍງານລະບຸວ່າ ທຣຳຕັດຄວາມຊ່ວຍເຫຼືອ ເຮັດຄົນທົ່ວໂລກສ່ຽງເສຍຊີວິດ 14 ລ້ານຄົນ ພາຍໃນອີກ 5 ປີ
pele - 2025-07-01T153415.261
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ
_cover - 2025-07-01T152944.822
ອີຣ່ານຍອດເສຍຊີວິດເພີ່ມຂຶ້ນ ໃນສົງຄາມ 12 ວັນກັບອິສຣາເອນເປັນ 935 ຄົນ
pele - 2025-07-01T144219.772
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ
_cover - 2025-07-01T141020.064
"ທຣຳ" ຂຶ້ນພາສີເຄື່ອງໃຊ້ໃນເຮືອນທີ່ເຮັດຈາກ "ເຫລັກ" ເຊັ່ນ: "ຕູ້ເຢັນ - ຈັກຊັກເຄື່ອງ - ເຕົາອົບ" ອ້າງວ່າຜະລິດຈາກເຫລັກ
pele - 2025-07-01T135658.644
ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ
pele - 2025-07-01T103046.114
ຈັບແກ້ງ ລັກຕັດສາຍໄຟ ປອກທອງໄປຂາຍ ພ້ອມມົ້ວສຸມເສບຢາເສບຕິດ
pele - 2025-07-01T091535.094
ງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025 ປິດລົງດ້ວຍຜົນສໍາເລັດເປັນຢ່າງດີ
_cover - 2025-06-30T163402.094
ຈີນເຮັດແທ້! ພາວເວີແບັງ (Power Bank) ບໍ່ມີເຄື່ອງໝາຍ CCC ຫ້າມບໍ່ໃຫ້ເອົາຂຶ້ນຍົນ
_cover - 2025-06-30T160130.117
ທຣຳ ເປີດເຜີຍ "ມະຫາເສດຖີ" ກຽມຊື້ TikTok ໝັ້ນໃຈວ່າ "ສີ ຈິ້ນຜິງ" ຈະອະນຸຍາດໃຫ້ຂາຍ
ຢ່າລື່ມກົດຕິດຕາມ