ດວງ-Tou-Vientianepost - 2023-08-08T103421.859
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈັດສົ່ງເຄື່ອງ ຊ່ວຍເຫລືອສຸກເສີນໃຫ້ປະຊາຊົນ ຢູ່ 3 ແຂວງ
ຮຽບຮຽງໂດຍ:Staff
ເຜີຍແຜ່: 8 August, 2023
ໝວດ: ຂ່າວ

ວັນທີ 6 ສິງຫາ 2023, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູງກາງ ຕາງໜ້າໂດຍ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຜູ້ປະຈໍາການຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມ ຄະນະ ໄດ້ຈັດສົ່ງເຄື່ອງອຸປະໂພກ-ບໍລິໂພກ ປະ ເພດເຂົ້າສານ,ເຄື່ອງໃຊ້ຄົວເຮືອນ, ເຄື່ອງສຸຂະອານາໄມ,ມຸ້ງ, ສາດຢາງ ມູນຄ່າຫລາຍກວ່າ 573 ລ້ານກີບ. ເພື່ອນໍາສົ່ງຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ 3 ແຂວງຄື: ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ, ໂດຍໄດ້ຮັບການສະໜັບສະໜູນທາງດ້ານກໍາລັງ ແລະ ພາຫະນະຂົນສົ່ງຈາກກະຊວງປ້ອງກັນປະເທດ.

ສຳລັບເຄື່ອງອຸປະໂພກ-ບໍລິໂພກ ທີ່ນຳໄປຊ່ວຍເຫລືອຄັ້ງນີ້ ມອບໃຫ້ ແຂວງບໍລິຄຳໄຊ: ເຂົ້າກິນ 8 ໂຕນ; ເຄື່ອງໃຊ້ຄົວເຮືອນ 10 ແກັດ, ເຄື່ອງສຸຂະອານາໄມ 9 ແກັດ, ມຸ້ງ 20 ດາງ, ສາດຢາງ 30 ຜືນ ມູນຄ່າ 141ລ້ານກວ່າກີບ; ແຂວງ ຄໍາມ່ວນ: ເຂົ້າກິນ 10 ໂຕນ, ເຄື່ອງໃຊ້ຄົວເຮືອນ 20 ແກັດ, ເຄື່ອງສຸຂະອານາໄມ 10 ແກັດ, ມຸ້ງ 30 ດາງ, ສາດຢາງ 30 ຜືນ ມູນຄ່າ 173ລ້ານກວ່າກີບ ແລະ ແຂວງ ສະຫວັນນະເຂດ: ເຂົ້າກິນ 15 ໂຕນ; ເຄື່ອງໃຊ້ຄົວເຮືອນ 30 ແກັດ, ເຄື່ອງສຸຂະອານາໄມ 10 ແກັດ, ມຸ້ງ 50 ດາງ, ສາດຢາງ 50 ຜືນ ມູນຄ່າເກືອບ 259 ລ້ານກີບ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ