ດວງ-Tou-Vientianepost - 2023-08-08T113746.364
ຂ່າວດີ ສຳລັບຜູ້ສົນໃນສະໝັກລົງທະບຽນສອບເສັງ ໂຄງການຊາວໜຸ່ມເດີນທະເລອາຊຽນ-ຍີ່ປຸ່ນ
ຮຽບຮຽງໂດຍ:Staff
ເຜີຍແຜ່: 8 August, 2023
ໝວດ: ຂ່າວ

ຂ່າວດີ !!! ຫ້ອງການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຂໍຖືເປັນກຽດແຈ້ງມາຍັງ ຄະນະບໍລິຫານງານ ຊປປລ ບັນດາກະຊວງ, ອົງການ, ແຂວງ, ນະຄອນຫຼວງວຽງຈັນ ແລະ ບັນດາຊາວໜຸ່ມ, ນັກຮຽນ-ນັກສຶກສາລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດຊາບວ່າ: ໂຄງການຊາວໜຸ່ມເດີນທະເລອາຊຽນ-ຍີ່ປຸ່ນ ເປັນໂຄງການແລກປ່ຽນທາງດ້ານ ວັດທະນະທຳ, ການພັດທະນາເສດຖະກິດ-ສັງຄົມ ແລະ ການສຶກສາ ຂອງບັນດາຊາວໜຸ່ມຈາກປະເທດສະມາຊິກ ອາຊຽນ-ຍີ່ປຸ່ນ.

ຫ້ອງການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຄົ້ນຄວ້າ ແລະ ເຫັນວ່າ: ໂຄງການດັ່ງກ່າວມີ ຜົນດີໃນການເສີມສ້າງຄວາມເຂົ້າໃຈອັນດີເລີດ,ໄດ້ຝຶກຝົນຕົນເອງໂດຍຜ່ານກິດຈະກຳຕ່າງໆ ໂດຍຊາວໜຸ່ມທີ່ເຂົ້າ ຮ່ວມກິດຈະກຳນີ້ຈະໄດ້ຮັບຜົນປະໂຫຍດທາງດ້ານການກະກຽມຄວາມພ້ອມລ່ວງໜ້າ ເພື່ອເສີມສ້າງຄວາມຮູ້ຄວາມ ສາມາດ, ທັກສະການສົນທະນາ-ສື່ສານ ໃນຫຼາກຫຼາຍຮູບແບບກິດຈະກໍາຂອງໂຄງການດັ່ງກ່າວ. ສະນັ້ນ, ຈຶ່ງໄດ້ແຈ້ງ ມາຍັງບັນດາພະນັກງານຊາວໜຸ່ມກະຊວງ, ອົງການ, ແຂວງ, ນະຄອນຫຼວງວຽງຈັນ, ຊາວໜຸ່ມນັກຮຽນ-ນັກສຶກສາ ຜູ້ທີ່ສົນໃຈສະໝັກສອບເສັງຕາມມາດຖານ ແລະ ເງື່ອນໄຂດັ່ງລຸ່ມນີ້:

I. ມາດຖານ ແລະ ເງື່ອນໄຂຜູ້ສະໝັກເຂົ້າຮ່ວມ
1. ເປັນພົນລະເມືອງລາວ, ຖືສັນຊາດລາວ ແລະ ເປັນສະມາຊິກຊາວໜຸ່ມຜູ້ກ້າວໜ້າ ອາຍຸ ລະຫວ່າງ 18-30 ປີ (ອາຍຸອີງໃສ່ໄລຍະເຂົ້າຮ່ວມໂຄງການ), ອາໄສຢູ່ພາຍໃນປະເທດລາວ ແລະ ສຸຂະພາບແຂງແຮງບໍ່ມີໂລກປະຈໍາຕົວ.
2. ສາມາດເວົ້າ, ຂຽນ, ອ່ານ ແລະ ນຳໃຊ້ພາສາອັງກິດໄດ້ໃນລະດັບດີ.
3. ມີຄຸນສົມບັດ, ມີທັດສະນະມະຫາຊົນ ແລະ ມີຜົນງານປະກອບສ່ວນໃນວຽກງານອາສາສະໝັກຊາວໜຸ່ມ ໃນການຊ່ວຍເຫຼືອສັງຄົມ ແລະ ພັດທະນາປະເທດຊາດຂອງຕົນ, ຖ້າເປັນສະມາຊິກ ສຊປລ ທີ່ໄດ້ຮັບໃບ ຍ້ອງຍໍຕ່າງໆ ຈະໄດ້ຮັບການພິຈາລະນາໃນກໍລະນີພິເສດ.
4. ມີຄວາມຮູ້ ແລະ ມີຄວາມສົນໃຈກ່ຽວກັບເສດຖະກິດ, ວັດທະນະທຳ-ສັງຄົມ ຂອງອາຊຽນ-ຍີ່ປຸ່ນ.
5. ຜູ້ເຂົ້າຮ່ວມຕ້ອງຮັບປະກັນຕົນເອງວ່າສາມາດເຂົ້າຮ່ວມການຝຶກຊ້ອມ, ເຂົ້າຮ່ວມກິດຈະກຳພາຍໃນກຸ່ມ, ກະກຽມຂໍ້ມູນ, ກ່ອນເຂົ້າຮ່ວມໂຄງການ ແລະ ສາມາດເຂົ້າຮ່ວມໂຄງການຕັ້ງແຕ່ມື້ເລີ່ມຕົ້ນ ຈົນເຖິງມື້ສິ້ນສຸດ ໂຄງການ.
6. ສຳລັບຊາວໜຸ່ມ, ນັກຮຽນ-ນັກສຶກສາ ຕ່າງແຂວງໃນກໍລະນີຖືກຄັດເລືອກເຂົ້າຮ່ວມໂຄງການຕ້ອງ ຮັບຜິດຊອບຄ່າເດີນທາງພາຍໃນປະເທດ, ຄ່າອາຫານ, ຄ່າທີ່ຢູ່ພັກ-ເຊົາ ໃນໄລຍະເຂົ້າຮ່ວມການສອບເສັງ ແລະ ໃນໄລຍະການຝຶກຊ້ອມ ລໍຖ້າເຂົ້າຮ່ວມໂຄງການຢູ່ນະຄອນຫຼວງວຽງຈັນ ລວມທັງຄ່າເດີນທາງໄປ-ກັບ ລະຫວ່າງທ້ອງຖິ່ນ-ສູນກາງ-ທ້ອງຖິ່ນ.
7. ຜູ້ສະໝັກຕ້ອງບໍ່ເຄີຍເຂົ້າຮ່ວມໂຄງການໃດໆທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານ ຍີ່ປຸ່ນ ໃນໄລຍະ ຜ່ານມາ.
8. ມີປຶ້ມຜ່ານແດນ ແລະ ອາຍຸນຳໃຊ້ຫຼາຍກວ່າ 06 ເດືອນ ຂຶ້ນໄປນັບແຕ່ມື້ເຂົ້າຮ່ວມໂຄງການ.

II. ການແຈກຢາຍຟອມສະໝັກ
1. ເລີ່ມລົງທະບຽນແບບຟອມສະໝັກແຕ່ວັນທີ 08 ສິງຫາ 2023, ປິດຮັບວັນທີ 15 ສິງຫາ 2023 (ໂມງ ລັດຖະການ) ທີ່ພະແນກພົວພັນ-ຮ່ວມມືກັບຕ່າງປະເທດ ຫ້ອງການ ສຊປລ, ສໍາລັບຄ່າລົງທະບຽນ ແມ່ນ 20,000 ກີບ/ຄົນ.
2. ປະກາດລາຍຊື່ຜູ້ທີ່ມີສິດເຂົ້າຮ່ວມສອບເສັງພາກຂຽນ ໃນວັນທີ 18 ສິງຫາ 2023.

III. ຮູບການສອບເສັງຄັດເລືອກ 1. ການສອບເສັງໃນຄັ້ງນີ້ແມ່ນຈະໄດ້ຈັດຂຶ້ນເປັນ 02 ໄລຍະຄື:

ໄລຍະທີ 1: ແມ່ນການສອບເສັງພາກຂຽນ ວັນເສົາ ວັນທີ 19 ສິງຫາ 2023 ເລີ່ມເວລາ 09:00ໂມງ.

ໄລຍະທີ 2: ແມ່ນການສອບເສັງຮອບສຳພາດວັນທີ 23 ສິງຫາ 2023 ເວລາ 14:00 – 16:00 ໂມງ ເຊິ່ງ ຈະຄັດເລືອກເອົາພຽງແຕ່ 10 ຄົນ.

2. ປະກາດຜົນການສອບເສັງ ວັນທີ 25 ສິງຫາ 2023. ໝາຍເຫດ: ຜູ້ສະໝັກສາມາດຊື້ຟອມໄດ້ 1+1 (ຕົນເອງ + ຄົນອື່ນ 1 ຟອມ) ການນຸ່ງຖືຕ້ອງສຸພາບ ແລະ ໃນໂມງ ລັດຖະການເທົ່ານັ້ນ.

ຜູ້ມີລາຍຊື່ໃນຮອບສອບເສັງພາກຂຽນ ຫຼື ພາກສຳພາດ ຖ້າບໍ່ໄດ້ມາຕາມວັນເວລາທີ່ກຳນົດ ຈະຖືວ່າສະຫຼະສິດ. ດັ່ງນັ້ນ, ຫ້ອງການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈຶ່ງແຈ້ງມາຍັງຊາວໜຸ່ມນັກຮຽນ-ນັກສຶກສາລາວ ບັນດາເຜົ່າໃນຂອບເຂດທົ່ວປະເທດເພື່ອຊາບ ແລະ ສະໝັກເຂົ້າຮ່ວມສອບເສັງຕາມເງື່ອນໄຂ ໃນວັນ ແລະ ເວລາທີ່ໄດ້ ກຳນົດໄວ້.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (72)
ມະຫາວິທະຍາໄລຮາຣ໌ວາດ ສຸດຍອດສະຖາບັນຜະລິດຜູ້ນຳໂລກ ແຕ່ທຣຳເບິ່ງວ່າ "ຕະຫຼົກແລະໂງ່"
VP LANDSCAPE COVER (34)
Gen B, Gen X, Gen Y ແລະ Gen Z ຢູ່ໃນກຸ່ມອາຍຸເທົ່າໃດ ແຕ່ລະເຈນມີຄວາມແຕກຕ່າງແນວໃດ
Copy of site cover (7)
ແຮັກເກີສາມາດເຂົ້າຄອມພິວເຕີຂອງທ່ານພາຍໃນ 3 ວິນາທີ
VP LANDSCAPE COVER (33)
ຢູເຄຣນລົງນາມໃນຮ່າງຂໍ້ຕົກລົງດ້ານແຮ່ທາດກັບສະຫະລັດ
Copy of site cover (8)
Claude ເປີດໂຕຄຸນສົມບັດໃໝ່ ອີກກ້າວສູ່ການເປັນ Agentic AI
VP LANDSCAPE COVER (32)
ຂົນສັດຖືກນິຍົມຢ່າງໜັກອີກຄັ້ງໃນແຟຊັ້ນ ມີການຖົກຖຽງກັນຫຼາຍກວ່າເກົ່າ
Copy of site cover (7)
Office 2019 ໃກ້ຈະໝົດອາຍຸແລ້ວ ພາຍໃນປີ 2025 ຄວນໃຊ້ໂປຣແກຣມສຳນັກງານໃດແທນດີ?
VP LANDSCAPE COVER (31)
ລັັດທະບານອັງກິດເພີ່ມເງິນທຶນສຳລັບການດູແລສຸຂະພາບຈິດຂອງໄວໜຸ່ມ
site cov (71)
ແຜ່ນດິນໄຫວ ຄວາມເລິກ 10 ກິໂລແມັດ ທີ່ຍອດອູ ແຂວງຜົ້ງສາລີ
site cov (70)
ໂລກຮ້ອນກະທົບເລືອດທົ່ວໂລກ ສ່ຽງຂາດແຄນໃນຍາມສຸກເສີນ
ຢ່າລື່ມກົດຕິດຕາມ