ດວງ-Tou-Vientianepost - 2023-08-16T133503.335
ໂຮງໝໍແມ່ ແລະ ເດັກເກີດໃໝ່ສູນກາງ ສຳເລັດການຜ່າຕັດຊ່ວຍເກີດລູກໃຫ້ຄົນເຈັບທີ່ເປັນກ້ອນເບົ້າຮັງໄຂ່ ນໍ້າໜັກ 20 ກິໂລກຣາມ
ຮຽບຮຽງໂດຍ:Staff
ເຜີຍແຜ່: 16 ເດືອນສິງຫາ, 2023
ໝວດ: ຂ່າວ

ວັນທີ 15 ສິງຫາ 2023, ທ່ານ ດຣ.​ ສີວັນໄຊ ຈັນທະວົງສັກ ອຳນວຍການໂຮງໝໍແມ່ ແລະ ເດັກເກີດໃໝ່ສູນກາງ ໃຫ້ຮູ້ວ່າ: ຄະນະແພດ-ໝໍ ແລະ ພະຍາບານຂອງໂຮງໝໍ ໄດ້ສຳເລັດການຜ່າຕັດຊ່ວຍເກີດລູກ ໃຫ້ຄົນເຈັບທີ່ເປັນກ້ອນເບົ້າຮັງໄຂ່ ໂດຍນໍ້າໜັກກ້ອນເບົ້າຫຼັງຜ່າຕັດແມ່ນ 20 ກິໂລກຣາມ ຊຶ່ງເປັນຜົນສຳເລັດໜຶ່ງທີ່ຖືໄດ້ວ່າເປັນຄັ້ງປະຫວັດສາດ ເພາະເປັນການຜ່າຕັດຊ່ວຍເກີດກ່ອນກຳນົດ ແລະ ເປັນການຜ່າກ້ອນເບົ້າຮັ່ງໄຂ ຂະໜາດໃຫຍ່ກວ່າທີ່ເຄີຍພົບເຫັນມາ.

ພ້ອມດຽວກັນນີ້, ທ່ານ ດຣ.​  ສະແນກ ອິນທະວົງ ຮອງພະແນກພະຍາດຍິງ ໜຶ່ງໃນຄະນະຜ່າຕັດໃນກໍລະນີດັ່ງກ່າວ ກໍໄດ້ໃຫ້ຂໍ້ມູນວ່າ: ຄົນເຈັບ ເປັນແມ່ຍິງຖືພາລູກຜູ້ທີ່ 2 ຊຶ່ງເປັນຄົນຊົນເຜົ່າມົ້ງ ອາຍຸ 17 ປີ ອາໄສຢູ່ບ້ານຜາສະຫງົບ ເມືອງອານຸວົງ ແຂວງໄຊສົມບູນ ໄດ້ຖືກນໍາສົ່ງຈາກໂຮງໝໍແຂວງເຂົ້າມາປິ່ນປົວຢູ່ໂຮງໝໍແມ່ ແລະ ເດັກເກີດໃໝ່ສູນກາງ ໃນວັນທີ 10/8/2023. ໃນເບື້ອງຕົ້ນຫຼັງຈາກຮັບຄົນເຈັບເຂົ້າປິ່ນປົວ, ຄະນະອຳນວຍການໂຮງໝໍ ກໍໄດ້ໃຫ້ການຊີ້ນໍາໂດຍກົງ ເພາະເປັນກໍລະນີທີ່ພົບເຫັນໄດ້ຍາກ ແລະ ດ້ວຍຂະໜາດຂອງກ້ອນເບົ້າແມ່ນໃຫຍ່ກວ່າທີ່ເຄີບພົບເຫັນມາກ່ອນ. ໂດຍພາຍໃຕ້ການຊີ້ນໍາ ແພດ-ໝໍພວກເຮົາໃນພະແນກກ່ຽວຂ້ອງ ໄດ້ມີການຕິດຕາມກວດກາຮ່າງກາຍ ແລະ ກວດເພີ່ມຕື່ມດ້ານຕ່າງໆ ມີການກວດເລືອດ, ເອໂກ້ ພ້ອມທັງຂຶ້ນແຜນການຜ່າຕັດ ເພື່ອເປັນການປົກປ້ອງຊີວິດຂອງແມ່ ແລະ ເດັກ ຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ ທັງເປັນການຫຼຸດຜ່ອນຄວາມສ່ຽງ, ປະກອບສ່ວນຫຼຸດອັດຕາການຕາຍແມ່ ແລະ ເດັກກ່ອນເກິີດ ຫຼື ເດັກເກີດໃໝ່.

ທ່ານ ດຣ.​ ສະແນກ ອິນທະວົງ ກ່າວໃຫ້ຮູ້ວ່າ: ຄົນເຈັບມີອາການຫາຍໃຈຝືດ, ນອນຫງ່າຍບໍ່ໄດ້ ແລະ ມີອາການຕີນບວມ ເນື່ອງຈາກຮ່າງກາຍທີ່ມີຮູບຮ່າງນ້ອຍ ຊຶ່ງຂໍ້ມູນນໍ້າໜັກກ່ອນຖືພາມີປະມານ 44 ກິໂລກຣາມ, ກ່ອນເຂົ້າຜ່າຕັດໃນຕອນເຊົ້າວັນທີ 15 ສິງຫານີ້ ມີນໍ້າໜັກເຖິງ 60 ປາຍກິໂລກຣາມ. ຄະນະແພດ-ໝໍ ແລະ ພະຍາບານ ທີ່ເຮັດໜ້າທີ່ຜ່າຕັດຊ່ວຍເກີດລູກ ໃຊ້ເວລາໃນການຜ່າຕັດ 1 ຊົ່ວໂມງ 30 ນາທີ ແລະ ສຳເລັດໄປດ້ວຍດີ, ແມ່ ແລະ ລູກ ມີຄວາມປອດໄພ ຊຶ່ງປັດຈຸບັນກຳລັງສືບຕໍ່ຕິດຕາມອາການ ແລະ ປິ່ນປົວຂັ້ນຕໍ່ໄປ. ຫຼັງຜ່າຕັດ, ກໍໄດ້ນໍາສົ່ງກ້ອນເບົ້າໄປວິໄຈ ເພື່ອຊອກຫາຄວາມສ່ຽງການເປັນມະເຮັງ.

ສ່ວນເດັກທີ່ເກີດໃໝ່, ມີນໍ້າໜັກ 1.595 ກຣາມ ໂດຍສະພາບເບື້ອງຕົ້ນແຂງແຮງດີ ແຕ່ກໍຕ້ອງຕິດຕາມເພີ່ມຕື່ມ ຈາກແພດ-ໝໍ ສະເພາະທາງ ແລະ ພະຍາບານກ່ຽວຂ້ອງ ເພື່ອນໍາໃຊ້ອຸປະກອນທີ່ທັນສະໄໝເຂົ້າຊ່ວຍຕິດຕາມ ແລະ ປິ່ນປົວຕາມອາການ ເນື່ອງຈາກການເກີດກ່ອນກຳນົດ ນໍ້າໜັກຂອງເດັກນ້ອຍຫຼຸດຈາກມາດຕະຖານປົກກະຕິເດັກເກີດໃໝ່ ທີ່ຕໍ່າສຸດຢູ່ທີ່ 2,5 ກິໂລກຣາມ.

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ປະຊາຊົນທີ່ອາໄສລຽບຕາມແຄມສາຍນໍ້າມະ-ນໍ້າລອງ ຢູ່ເມືອງລອງລະວັງນໍ້າຖ້ວມ
2
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສົ່ງສານຊົມເຊີຍ ເຖິງຄູ່ຮ່ວມຕຳແໜ່ງທີ່ຣາຊະອານາຈັກໄທ
2
ຍັງຈະມີຝົນຕົກໜັກ ຢູ່ບາງທ້ອງຖິ່ນຢູ່ແຂວງພາກເໜືອ ແລະ ພາກກາງ
2
ລັດຖະບານ ຮ່ວມທຶນ ພີທີແອວ ໂຮນດິ້ງສ້າງຕັ້ງທະນາຄານຄຳ
2
ສຸພານິມິດສາກົນ ມອບຢາຂ້າແມ່ທ້ອງ ຈຳນວນ 800,000 ເມັດ ໃຫ້ສູນໂພຊະນາການ
2
ຮອງນາຍົກ ເຂົ້າຮ່ວມພິທີເປີດງານວາງສະແດງອຸປະກອນເຕັກນິກການທະຫານສາກົນ 2024 ທີ່ຣັດເຊຍ
2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
2
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ
2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
ຢ່າລື່ມກົດຕິດຕາມ