ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນຈັນ ທີ 21 ສິງຫາ 2023
ຮຽບຮຽງໂດຍ:Staff
ເຜີຍແຜ່: 21 August, 2023

ຄົນເກີດວັນອາທິດ:ການ​ງານ ມີ​ເຕັກນິກໃນ​ການເຮັດ​ທຸລະກິດ​ການ​ງານ​ ສ້າງສັນ​ຜົນ​ງານ​ ຫຼື​ສະເໜີ​ໂປຣ​ເຈັກ​ງານ​ຕ່າງ​ໆ​ ໄດ້​ຢ່າງ​ດີເລີດ​ໃນ​ໄລຍະ​ນີ້​ ການ​ເງິນ ໂຊ​ກດີ​ທີ່​ວ່າ​ຈະ​ມີບໍລິ​ວານ​ ຫຼື ​ຜູ້ໃຫຍ່​ຄອຍ​ຖ້າ​ໃຫ້​ການ​ອຸປະຖຳ​ຊ່ວຍ​ເຫຼືອ​ດ້ານ​ການ​ເງິນ​ສະເໝີ​ ຄວາມ​ຮັກ ກັບ​ຄົນທີ່​ຄົບ​ຫາ​ຢູ່​ເໝືອນ​ຈະ​ດີ​ແຕ່​ກໍ​ຍັງ​ບໍ່​ແມ່ນ​ ມີ​ຂໍ້​ຂັດ​ແຍ້ງ​ບາງຢ່າງ​ທີ່​ບໍ່​ອາດຈະ​ແກ້​ໄຂ​ໄດ້​ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ​ ສີບົວ
ເລກ​ນຳ​ໂຊກ​ 8

ຄົນເກີດວັນຈັນ:ການ​ງານ​ ດ້ວຍ​ຄວາມ​ສະຫຼຽວ​ສະຫຼາດ​ໃນ​ການ​ເຈລະ​ຈາ​ ຈະ​ເຮັດໃຫ້​ໄດ້ຮັບ​ຜົນ​ປະໂຫຍດ​ບາງຢ່າງ​ໃ​ນຕອນ​ນີ້​ ການ​ເງິນ​ ລະ​ວັງ​ການ​ຕາມ​ໃຈ​ຕົນເອງ​ໃນ​ເລື່ອງ​ຂອງ​ການ​ໃຊ້​ເງິນ​ ຫຼື ​ການ​ນຳ​ເງິນ​ໃນ​ອະນາຄົດ​ອອກ​ມາ​ໃຊ້​ຈ່າຍ​ ຄວາມ​ຮັກ ຍັງ​ບໍ່​ຕັດ​ສິນ​ໃຈ​ທີ່​ຈະ​ເລືອກ​ໃຜ​ ກຳ​ລັງ​ຫາ​ລູ່​ທາງ​ເຮັດ​ທຸລະກິດ​ ທໍາມາ​ມາ​ຫາ​ກິນ​ຫຼາຍກວ່າ​ທີ່​ຈະ​ເນັ້ນ​ດ້ານ​ຄວາມ​ຮັກ​ໃນ​ໄລຍະ​ນີ້​​ ເຄື່ອງມຸງຄຸນ​ ຫິນນໍາໂຊກສີບົວ
ສີມຸງຄຸນ ສີ​ມ່ວງ ເລກ​ນຳ​ໂຊກ​ 1

ຄົນເກີດວັນອັງຄານ:ການ​ງານ​ ​ລູກ​ນ້ອງ​ ບໍລິວານ​ຈະ​ຄອຍ​ຖ້າ​ຊ່ວຍ​ເຫຼືອ​ທາງ​ດ້ານ​ການ​ງານ​ໃຫ້​ເກີດ​ຄວາມ​ສຳ​ເລັດ​ທີ່​ດີ​ໄດ້​ສະເໝີ​ ການ​ເງິນ​ ຫາ​ໄດ້​ຫຼາຍ​ກໍ​ຕ້ອງ​ໃຊ້​ອອກ​ໄປ​ຫຼາຍ​ໃນ​ໄລຍະ​ນີ້​ ມີ​ເລື່ອງ​ເລັ່ງ​ດ່ວນ​ທີ່​ຕ້ອງ​ໃຊ້​ເງິນ​ເປັນ​ຈຳນວນ​ຫຼາຍ​ ຄວາມ​ຮັກ ຍັງ​ເບິ່ງ​ໆ​ ຢູ່​ຫຼາຍກວ່າ​ ຍັງ​ບໍ່​ຕັດ​ສິນ​ໃຈ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ​ໃນ​ໄລຍະ​ນີ້​ນັ້ນ​ເອງ​ ເຄື່ອງມຸງຄຸນ​ ​ຄໍາຝຣັ່ງສີມຸງຄຸນ ສີຂຽວ ເລກ​ນຳ​ໂຊກ​ 0

ຄົນເກີດວັນພຸດ:ການ​ງານ ເປັນ​ຄົນ​ເກັ່ງ​ ເຮັດວຽກ​ເກັ່ງ​ ບໍລິຫານ​ຈັດການ​ໄດ້​ຢ່າງດີເດັ່ນ​ ໃນ​ໄລຍະ​ນີ້​ຈະ​ໄດ້ຮັບ​ຄຳ​ຊື່ນ​ຊົມ​ ການ​ເງິນ ຄວນປະຢັດໃນການໃຊ້ຈ່າຍໃຫ້ຫຼາຍໆ ເພາະທ່ານຕ້ອງມີລາຍຈ່າຍຫຼາຍໃນທ້າຍເດືອນ ​ ຄວາມ​ຮັກ ລົງ​ຕົວ​ດີ​ໃນ​ເລື່ອງ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ໃນ​ໄລຍະ​ນີ້​ ມີ​ໂອ​ກາດ​ພົບ​ຮັກ​ເພາະ​ທຸລະກິດ​ການ​ງານ​ຂອງ​ຕົນເອງ​ທີ່​ຈະ​ນຳ​ພາ​ມາ​ໃຫ້​ພົບ​​ກັນ​ ເຄື່ອງມຸງຄຸນ​​ ເງິນ
ສີມຸງຄຸນ ສີ​ດໍາ ເລກ​ນຳ​ໂຊກ​ 7

ຄົນເກີດວັນພະຫັດ:ການ​ງານ​ ມີ​ອຸປະສັກ​ ເປັນ​ສິ່ງ​ທີ່​ທ້າ​ທາຍ​ໃນ​ເລື່ອງ​ຂອງ​ການ​ແກ້​ໄຂ​ບັນຫາ​ສະເພາະ​ໜ້າ​ຕ່າງ​ໆ​ ໃຫ້​ຜ່ານ​ພົ້ນ​ໄປ​ໃຫ້​ໄດ້​ດ້ວຍ​ຄວາມ​ສາມາດ​ຂອງ​ຕົນເອງ​ ການ​ເງິນ​ ​ ຈະ​ພົບ​ລາຍ​ຈ່າຍ​ຢ່າງ​ບໍ່​ຄາດ​ຝັນ​ ແລະ ​ບໍ່​ທັນ​ຕັ້ງ​ຕົວ​ໃນ​ໄລຍະ​ນີ້​ ຈາກ​ຄວາມ​ຜິດ​ພາດ​ໃນ​ການ​ບໍລິຫານ​ຈັດການ​ທາງ​ດ້ານ​ການ​ເງິນ​ ຄວນລະ​ວັງ​ໃຫ້​ດີ​ ຄວາມ​ຮັກ ຈະ​ພົບ​ຄົນທີ່​ມີ​ສະເໜ່ເກັ່ງ​ຫຼາຍ​ໆ​ ໃນ​ໄລຍະ​ນີ້​ ແຕ່​ຂຶ້ນ​ຢູ່​ກັບ​ລາວວ່າ​ຈະ​ເລືອກ​ທ່ານ​ ຫຼື​ ບໍ່​ນັ້ນ​ເອງ​ເຄື່ອງມຸງຄຸນ​ ຕ່າງຫູ ສີມຸງຄຸນ ສີ​ຂາວ ເລກ​ນຳ​ໂຊກ​ 2

ຄົນເກີດວັນສຸກ:ການ​ງານ​ ເຮັດວຽກ​ເກັ່ງ​ ແລະ ​ເຕັມ​ທີ່​ສະເໝີ​ ການ​ແຕ່ງ​ຕົວ​ທີ່​ສົ່ງ​ເສີມ​ໃຫ້​ມີ​ບຸກຄະລິກກະພາບ​ດີ​ຈະ​ຊ່ວຍ​ໃຫ້​ການ​ຕິດ​ຕໍ່​ງານ​ເກີດ​ຄວາມ​ສຳ​ເລັດ​ ການ​ເງິນ ຫາ​ໄດ້​ຫຼາຍ​ກໍ​ໃຊ້​ອອກ​ໄປ​ຫຼາຍ​ໃນ​ໄລຍະ​ນີ້​ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໃດ​ໆ​ ໄດ້​ເລີຍ​ ຄວາມ​ຮັກ ​ ຍັງ​ເບິ່ງ​ໆ​ ຢູ່​ຫຼາຍກວ່າ​ ໃນ​ໄລຍະ​ນີ້​ຍັງ​ບໍ່​ປ່ຽນ​ສ​ະຖາ​ນະ​ ຄົບ​ຫາ​ເປັນ​ໝູ່ເພື່ອນ​ກັນ​ໄປ​ກ່ອນ​​ ເຄື່ອງມຸງຄຸນ​​ ແຫວນຄໍາ ສີມຸງຄຸນ ສີເຫຼືອງ ເລກ​ນຳ​ໂຊກ​ 8

ຄົນເກີດວັນເສົາ:ການ​ງານ​ ວຽກງານຫຼາຍໃນໄລຍະນີ້ ຄວນລະວັງເລື່ອງສຸຂະພາບຂອງທ່ານໃຫ້ຫຼາຍໆ ການ​ເງິນ​ ມີ​ການ​ວາງ​ແຜນ​ໃນ​ເລື່ອງ​ຂອງ​ການ​ຂໍ​ເຄຣ​ດິດ​ກັບ​ທະ​ນາ​ຄານ​ ແລະ ຈະເຮັດໃຫ້ທ່ານມີຫຼາຍຈ່າຍເພີ່ມຂື້ນ ຄວາມ​ຮັກ​ ​ມີ​ໂອ​ກາດ​ພົບ​ຮັກ​ ພົບ​ຄູ່​ ພົບ​​ຄົນທີ່​ຖືກ​ໃຈ​ແບບ​ບໍ່ທັນ​ຕັ້ງໂຕ ທ່ານ​ເປັນ​ຄົນທີ່​ມີ​ສະເໜ່ຫຼາຍ​ໆ​ ແຕ່​ກໍ​ຕ້ອງ​ໃຊ້​ໄລຍະ​ເວລາ​ເບິ່ງ​ໆ​ ກັນ​ໄປ​ກ່ອນ​
ເຄື່ອງມຸງຄຸນ​ ສາຍແຂນ ສີມຸງຄຸນ ສີສົ້ມ ເລກ​ນຳ​ໂຊກ​ 9

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (19)
ຜັກບ້ານໆ ທີ່ຖືກຍົກເປັນ ໜຶ່ງໃນຜັກທີ່ດີທີ່ສຸດໃນໂລກ ມີວິຕາມິນຊີຫຼາຍ
_cover (18)
ຈີນຕັ້ງລາງວັນນຳຈັບແຮັກເກີທີ່ກ່ຽວຂ້ອງກັບໄຕ້ຫວັນຫຼາຍຄົນ
_cover (17)
"ທຣຳ-ອີລອນ ມັສກ໌" ມາຮອດຈຸດແຕກຫັກຂອງມິດຕະພາບ ເຮັດຫຸ້ນ Tesla ຫຼຸດລົງ 14% ສູນເສຍ 1.5 ແສນລ້ານໂດລາ
_cover (15)
ແຈ້ງການມອດໄຟ ວັນທີ 7 ແລະ 8 ມິຖຸນາ 2025
_cover (14)
"ຍີ່ປຸ່ນ" ອັດຕາເກີດໃໝ່ຫຼຸດລົງ ຕ່ຳກວ່າ 700,000 ຄົນເປັນຄັ້ງທຳອິດ
_cover (13)
ທຣຳ" ປະກາດຫ້າມປະເທດບໍ່ໃຫ້ເດີນທາງເຂົ້າສະຫະລັດ ໜຶ່ງໃນນັ້ນມີປະເທດລາວ
_cover (12)
ທຣຳ ລົງນາມຄຳສັ່ງຂຶ້ນພາສີນຳເຂົ້າເຫຼັກ ແລະ ອະລູມິນຽມເປັນ 50%
_cover (11)
ສະຫະລັດ ຈັບນັກວິທະຍາສາດຈີນ 2 ຄົນ ລັກລອບນຳເຊື້ອລາອັນຕະລາຍເຂົ້າປະເທດ
_cover (10)
"ເຟສບຸກ" ຊື້ໄຟຟ້າພະລັງງານ "ນິວເຄລຍ" ຮູບແບບໃໝ່ ຮອງຮັບ AI-Data Center ໃຊ້ໄຟມະຫາສານ
_cover (9)
"ໂດຣນສົ່ງອາວຸດດ່ວນ" ບໍລິສັດ Draganfly ສົ່ງມອບໂດຣນບິນຂົນສົ່ງຄວາມໄວສູງໃຫ້ກອງທັບສະຫະລັດ
ຢ່າລື່ມກົດຕິດຕາມ