ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນພະຫັດ ທີ 24 ສິງຫາ 2023
ຮຽບຮຽງໂດຍ:Staff
ເຜີຍແຜ່: 24 August, 2023

ຄົນເກີດວັນອາທິດ:ການ​ງານ ໃຊ້​ຄວາມ​ພະຍາຍາມ​ໃນ​ການ​ພົບ​ອຸປະສັກ​ໃນ​ຕອນ​ນີ້ ມີ​ທີ່​ປຶກ​ສາ​ທີ່​ດີ​ລໍຖ້າ​ໃຫ້​ຄຳ​ແນະ​ນຳ ການ​ເງິນ ໃນ​ໄລຍະນີ້ ບໍ່​ສາມາດ​ໃຊ້​ເງິນ​ສິ້ນ​ເປືອງ​ໄດ້​ອີກ ຄວາມ​ຮັກ ບໍ່​ໂດດ​ເດັ່ນ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ ເພາະ​ຕົນເອງ​ຢາກ​ຈະ​ໃຊ້​ຊີວິດ​ແບບ​ເປັນ​ອິດສະຫຼະ ເຄັດລັບເສີມດວງປະຈຳມື້ນີ້ ບໍລິຈາກປັດໄຈໃນການຊ່ວຍປິ່ນປົວໃຫ້ສູນການແພດຈະໄດ້ບຸນກຸສົນດີ ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ ສີມຸງຄຸນ​ ສີຂຽວ ເລກ​ນຳ​ໂຊກ​ 1

ຄົນເກີດວັນຈັນ:ການ​ງານ ຈະ​ເຮັດ​ທຸລະກິດ​ຫຍັງ​ກໍ​ກ້າວ​ໜ້າ ປະ​ສົບ​ຄວາມ​ສຳ​ເລັດ​ດີ ການ​ເງິ​ິນ ມີ​ຂ່າວ​ດີ​ທາງ​ດ້ານ​ການ​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ ຈະ​ໄດ້ຮັບ​ເງິນ​ພິເສດ ​ຄວາມ​ຮັກ ພົບ​ຄົົນທີ່​ມີ​ອາ​ຍຸ​ຫລາຍກວ່າ ເປັນ​ຄົົນທີ່​ມີການ ເວົ້າ​ຈາ​ໜ້າ​ຟັງ ໃຈ​ດີ ເຄັດລັບເສີມດວງປະຈຳມື້ນີ້ ງົດກິນຊີ້ນສັດໃນວັນສີນຈະໄດ້ບຸນຫຼາຍ ເຄື່ອງມຸງຄຸນ​ ຄໍາ ສີມຸງຄຸນ ສີ​ດໍາ ເລກ​ນຳ​ໂຊກ​ 7

ຄົນເກີດວັນອັງຄານ:ການ​ງານ ທຸລະກິດ​ທີ່​ກ່ຽວ​ຂ້ອງ​ກັບ​ອາຫານ ແຟ​ຊັ່ນ ການ​ເງິນ ຫລື​ ຖ້າ​ຂໍ​ເຄຣດິດ​ໄວ້ ຈະ​ໄດ້ຮັບ​ກາ​ນອະນຸຕິ​ຈາກ​ສະ​ຖາ​ບັນ​ການ​ເງິນ ການ​ເງິນ ລາຍ​ຈ່າຍ​ຍັງມີ​ຫລາຍ​ເປັນ​ພິເສດ ບໍ່​ສາມາດ​ຫຼີກ​ລ້ຽງ​ລາຍ​ຈ່າຍ​ໃດ​ໆ ໄດ້​ເລີຍ​ໃນ​ໄລຍະນີ້ ຄວາມ​ຮັກ ພົບ​ຮັກ​ກັບ​ຄົົນທີ່​ຕົນເອງ​ນັ້ນ​ປາດຖະໜາ ລາວ​ຈະ​ເຮັດໃຫ້​ທ່ານພູມໃຈ​ໃນ​ຕົວ​ທ່ານ​ຫຼາຍ​ໆ ເຄັດລັບເສີມດວງປະຈຳມື້ນີ້ ບໍລິຈາກປັດໄຈໃຫ້ມູນນິທິຄົນພິການຈະໄດ້ບຸນກຸສົນແຮງ ເຄື່ອງມຸງຄຸນ​ ໄຂ່ມຸກ ສີມຸງຄຸນ ສີສົ້ມ ເລກ​ນຳ​ໂຊກ​ 6

ຄົນເກີດວັນພຸດ:ການ​ງານ ເຮັດວຽກ​ດ້ວຍ​ຄວາມ​ລະອຽດ​ຮອບ​ຄອບ ພະຍາຍາມ​ຜ່ານຜ່າອຸປະສັກ​ໃນ​ຕອນ​ນີ້​ໄປ​ໃຫ້​ໄດ້ ແລ້ວ​ຈະ​ເກີດ​ຄວາມ​ສຳ​ເລັດ ​ແລະ ​ຊື່​ສຽງ​ທີ່​ດີ ການ​ເງິນ ມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ ໂຊ​ກດີ​ຫລາຍ​ໆ ຈະ​ໄດ້​ເງິນ​ກ້ອນ​ໃຫຍ່ ຄວາມ​ຮັກ ຍັງ​ບໍ່​ເປີດ​ເຜີຍ​ໃຫ້​ຄົນ​ອື່ນ​ໄດ້ຮັບ​ຮູ້​ວ່າ​ກຳ​ລັງ​ຄົບ​ຫາ​ກັບ​ໃຜ​ບາງ​ຄົນ​ຢູ່ ເຄັດລັບເສີມດວງປະຈຳມື້ນີ້ ບໍລິຈາກປັດໄຈໃຫ້ມູນນິທິຄົນພິການຈະໄດ້ບຸນກຸສົນແຮງ ເຄື່ອງມຸງຄຸນ​​ ສາຍຄໍຄໍາ ສີມຸງຄຸນ ສີຟ້າ ເລກ​ນຳ​ໂຊກ​ 6

ຄົນເກີດວັນພະຫັດ:ການ​ງານ ຈະ​ພົບ​​ການ​ປ່ຽນ​ແປງ​ທາງ​ດ້ານ​ການ​ງານ ຕ້ອງ​ສຶກ​ສາ​ວິທີ​ເຮັດວຽກ​ໃນ​ຮູບ​ແບບ​ໃໝ່​ສະເໝີ​ໃນ​ໄລຍະ​ນີ້ ແຕ່​ກໍ​ຈະ​ເກີດ​ຄວາມ​ສຳ​ເລັດ​ໄດ້​ຫາກ​ມີ​ຄວາມ​ຕັ້ງ​ໃຈ​ຈິງ ການ​ເງິນ​ ຈະ​ມີ​ໂຊກດີ​ເຂົ້າ​ມາ​ສະເໝີ​ໃນ​ໄລຍະນີ້ ຈະ​ໄດ້​ເງິນ​ກ້ອນ​ກໍ​ເປັນ​ໄປ​ໄດ້ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ ການ​ງານ​ນຳ​ພາ​ມາ​ໃຫ້​ພົບ​​ກັນ ລາວ​ເປັນ​ຄົນ​ກົງ​ໄປ​ກົງ​ມາ ແລະ​ ມີ​ຄວາມ​ສາມາດ​ຫຼາຍ​ ເຄັດລັບເສີມດວງປະຈຳມື້ນີ້ ບໍລິຈາກປັດໃຈໃນການຊ່ວຍປິ່ນປົວໃຫ້ສູນການແພດຈະໄດ້ຮັບບຸນກຸສົນດີ ເຄື່ອງມຸງຄຸນ​ ຄໍາຝຣັ່ງ ສີມຸງຄຸນ ສີ​ແດງ ເລກ​ນຳ​ໂຊກ​ 4

ຄົນເກີດວັນສຸກ:ການ​ງານ ການ​ເຈລະ​ຈາ​ຂໍ້​ຕົກລົງ​ຕ່າງ​ໆ ນັ້ນ ມີ​ການ​ລົງ​ນາມ​ເຫັນ​ພ້ອງ​ຕ້ອງ​ກັນ​ກັບ​ຮຸ້ນ​ສ່ວນ​ ແລະ ​ທີມ​ງານ ການ​ເງິນ ເຂົ້າ​ສູ່​ໄລຍະປະ​ຢັດ​ໄດ້​ແລ້ວ ບໍ່​ຄວນ​ທີ່​ຈະ​ໃຊ້​ເງິນ​ແບບ​ບໍ່​ຄິດ​ໜ້າ​ຄິດ​ຫຼັງ ຄວາມ​ຮັກ ໃນ​ໄລຍະນີ້ ຈະ​ມີ​ຄົນ​ເຂົ້າ​ມາ ໝູ່ເພື່ອນ​ຈະ​ແນະ​ນຳ​ໃຫ້​ຮູ້​ຈັກ​ໃຜ​ບາງ​ຄົນ ເຄັດລັບເສີມດວງປະຈຳມື້ນີ້ ບໍລິຈາກປັດໄຈໃນການຊ່ວຍເຫຼືອສັດຈະໄດ້ບຸນຫຼາຍໆ ເຄື່ອງມຸງຄຸນ​​ ໄຂ່ມຸກ ສີມຸງຄຸນ ສີນໍ້າຕານ ເລກ​ນຳ​ໂຊກ​ 1

ຄົນເກີດວັນເສົາ:ການ​ງານ ພົບ​​ອຸປະສັກ ຕ້ອງ​ໃຊ້​ຄວາມ​ພະຍາຍາມ​ເປັນ​ຢ່າງ​ສູງ​ໃນ​ເລື່ອງ​ຂອງ​ການ​ເຈລະ​ຈາ​ ແລະ ​ສ້າງ​ຄວາມ​ສຳ​ເລັດ​ໃຫ້​ກັບ​ຕົນເອງ ການ​ເງິນ ມີ​ທັງ​ຮັບ​ທັງ​ຈ່າຍ​ສະ​ຫຼັບ​ກັນ​ໄປ​ໃນ​ໄລຍະ​ນີ້ ຢ່າ​ປະ​ໝາດ ໃຊ້​ຈ່າຍ​ເທົ່າ​ທີ່​ຈຳ​ເປັນ​ ຄວາມ​ຮັກ ຈະ​ເລືອກ​ຄົົນທີ່​ຈະ​ສ້າງ​ຄວາມ​ສຸກ​ໃຫ້​ຫຼາຍກວ່າ​ສ້າງ​ຄວາມ​ທຸກ​ໃຫ້​ກັບ​ຕົນເອງ ເຄັດລັບເສີມດວງປະຈຳມື້ນີ້ ດູແລຊ່ວຍເຫຼືອຍາດຕິພີ່ນ້ອງ ແລະ ເພື່ອນມິດແລ້ວຈະໂຊກດີ ເຄື່ອງມຸງຄຸນ​ ແຫວນຄໍາ ສີມຸງຄຸນ ສີມ່ວງ ເລກ​ນຳ​ໂຊກ​ 9

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (78)
ເກົາຫຼີໃຕ້ເລັ່ງກຳຈັດສິນຄ້າຕ່າງປະເທດສວມປ້າຍ Made in Korea ຫວັງຫຼີກລ່ຽງພາສີທຣຳ
Copy of site cover (11)
ສິງທີ່ໜ້າລຳຄານໃນການໃຊ້ງານ Windows 11
site cov (77)
ຈະນອນກໍຕ້ອງມູ "ສີຜ້າປູ" ສຳຄັນຕໍ່ເຮົາແນວແນວໃດ?
Copy of site cover (10)
Windows 11 ຈະໄດ້ຮັບຄຸນສົມບັດ Copilot+AI ໃນໄວໆນີ້
site cov (76)
ກ້ອນກຳລັງ "ສວນສະໜາມກອງທັບປະຊາຊົນລາວ" ເດີນທາງຮອດນະຄອນໂຮ່ຈີມິນ ສສ ຫວຽດນາມ
VP LANDSCAPE COVER (38)
ການເຕືອນແຈ້ງດ້ວຍ AI ຊ່ວຍບໍ່ໃຫ້ເສືອດາວຫິມະສູນພັນໄດ້ບໍ?
site cov (75)
ຈີນຂູ່ ຕອບໂຕ້ກັບທຸກປະເທດ ຫາກຮ່ວມມືກັບທຣຳ ກະທົບຜົນປະໂຫຍດຈີນ
Copy of site cover (10)
ມາແລ້ວ! Nothing ຢືນຢັນເປີດໂຕ Phone (3) ພາຍໃນ 3 ປີນີ້
VP LANDSCAPE COVER (37)
ເຮືອບິນຂັບໄລ່ RAF ສະກັດກັ້ນເຮືອບິນຂອງຣັດເຊຍໃກ້ກັບນ່ານຟ້າຂອງ NATO
site cov (74)
ຢູ່ເມືອງຮ້ອນ = ແກ່ໄວ? ນັກວິໄຈຊີ້ຄວາມຮ້ອນເລັ່ງອາຍຸຊີວະພາບ ເຮັດໃຫ້ຮ່າງກາຍເສື່ອມໄວບໍ່ຕ່າງຈາກສູບຢາ
ຢ່າລື່ມກົດຕິດຕາມ