ພະແນກສາທາລະນະສຸກແຂວງວຽງຈັນ ອອກແຈ້ງການໃນວັນທີ 22 ສິງຫາ 2023 ໃຫ້ເຝົ້າລະວັງ ແລະ ໂຕຕອບການແຜ່ລະບາດຂອງພະຍາດຄໍຕີບ ຢູ່ແຂວງວຽງຈັນ.
ໃນປັດຈຸບັນໄດ້ມີ ກໍລະນີພະຍາດຄໍຕີບ ເກີດຂື້ນຢູ່ເມືອງໂພນໂຮງ ແຂວງວຽງຈັນ ເຊິ່ງໄດ້ຜ່ານການຢັ້ງຢືນຜົນການກວດວິເຄາະຈາກສູນລະບາດວິທະຍາ ພົບຜູ້ມີຜົນບວກຕໍ່ເຊື້ອພະຍາດຄໍຕີບ ເມືອງໂພນໂຮງ ຈໍານວນ 3 ກໍລະນີ, ໃນນັ້ນ ເສຍຊີວິດແລ້ວ 1 ກໍລະນີ ເປັນເພດຍິງ ອາຍຸ 7 ປີ ປະຫວັດບໍ່ເຄີຍໄດ້ຮັບວັກຊິນມາກ່ອນ.
ພ້ອມກັນນີ້ ຍັງເປີດຂະບວນການກວດກາຄືນເດັກນ້ອຍລຸ່ມ 5 ປີທີ່ບໍ່ໄດ້ສັກຢາດົບ ແລະ ເດັກລຸ່ມ 1 ປີ ໃນຮອບປົກະຕິມາສັກ ຢາວັກຊິນໃຫ້ຄົບທຸກຄົນ; ສໍາລັບ ເມືອງໂພນໂຮງແມ່ນໃຫ້ເປີດຂະບວນການສັກວັກຊິນຕະລຸມບອນໃຫ້ເດັກ ໃນເກນອາຍຸ 10 ປິລົງມາ ຢູ່ບັນດາບ້ານທີ່ມີຄວາມສ່ຽງ ແລະ ບ້ານໃກ້ຄຽງຂອງໂຮງໝໍນ້ອຍ ຫຼັກ 52, ໂຮງໝໍນ້ອຍ ໜອງຂອນ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,502 | 21,712 |
![]() THB | 632.26 | 640.80 |
![]() EUR | 23.033 | 23,492 |
![]() CNY | 2,902 | 2,958 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,160,000 | 31,6900,000 |
![]() | 30,890,000 | 31,799,000 |