
ຄົນເກີດວັນອາທິດ:ການງານ ກຳລັງເລີ່ມຕົ້ນທຸລະກິດໃໝ່ແຕ່ກໍພົບອຸປະສັກທີ່ເຮັດໃຫ້ຮູ້ສຶກທໍ້ໃຈ ການເງິນ ຈະໄດ້ເງິນແບບຟຸກໆເຂົ້າມາໃຫ້ໃຊ້ຈ່າຍ ຄວາມຮັກ ພົບຄວາມເຫີນຫ່າງ ເລີກລາ ຢ່າຮ້າງ ບໍ່ສົມຫວັງກັບຄົນຮັກ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນ ສີດໍາ ເລກນຳໂຊກ 6
ຄົນເກີດວັນຈັນ:ການງານ ເດີນທາງຕິດຕໍ່ວຽກງານແລ້ວຈະພົບຜູ້ອຸປະຖຳທີ່ດີ ການເງິນ ພົບເລື່ອງເສຍເງິນແບບບໍ່ຄາດຝັນ ຄວາມຮັກ   ໄດ້ພັດທະນາຄວາມຮັກຄວາມສຳພັນເກີດຄວາມສຸກສົມຫວັງ
ເຄື່ອງມຸງຄຸນ  ແຫວນຄໍາ ສີມຸງຄຸນ   ສີນໍ້າຕານ ເລກນຳໂຊກ   4
ຄົນເກີດວັນອັງຄານ:ການງານ ເຮັດທຸລະກິດຈະການຄ້າອາຫານ ຂອງແຟຊັ່ນ ເຮັດທຸລະກິດດ້ານທີ່ປຶກສາຈະປະສົບຄວາມສຳເລັດດີ ການເງິນ ຈະໄດ້ເງິນຈາກຜູ້ອາວຸໂສເຂົ້າມາໃຫ້ໃຊ້ຈ່າຍ ຄວາມຮັກ ເກີດການເດີນທາງແລ້ວໄດ້ພົບຮັກກັບຄົນທີ່ດີ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີບົວ ເລກນຳໂຊກ 3
ຄົນເກີດວັນພຸດ:ການງານ ສ້າງຜົນງານໄດ້ໂດດເດັ່ນ ປະສົບຄວາມສຳເລັດ ມີຊື່ສຽງດີ ການເງິນ ຄົນສະໜິດ ຫລື ຍາດພີ່ນ້ອງຈະນຳເງິນມາໃຫ້ ຄວາມຮັກ ການໃຊ້ຄຳເວົ້າກົງເກີນໄປເກີດການປະທະຄາລົມກັບຄົນຮັກ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີສົ້ມ ເລກນຳໂຊກ 6
ຄົນເກີດວັນພະຫັດ:ການງານ ເກີດການຮ່ວມຫຸ້ນເຮັດທຸລະກິດກັບຄົນທີ່ທ່ານໄວໃຈ ການເງິນ ຈະໄດ້ຮັບຊັບຮັບເງິນກ້ອນໃຫຍ່ເຂົ້າມາ ຄວາມຮັກ ພົບຄົນເກັ່ງມີສະເໜ່ເຂົ້າມາໃຫ້ຮູ້ຈັກຫຼາຍໆທ່ານເລີຍເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີດໍາ ເລກນຳໂຊກ 8
ຄົນເກີດວັນສຸກ:ການງານ ພົບການປ່ຽນແປງຍົກຍ້າຍແລ້ວຈະເກີດໂຊກທີ່ຈະໄດ້ຮັບໂອກາດທີ່ດີ ການເງິນ ຈະພົບຄົນທີ່ຄອຍຖ້າອຸປະຖຳທ່ານໃນເລື່ອງຂອງການເງິນ ຄວາມຮັກ ບໍ່ມີຄວາມສຸກໃນເລື່ອງຄວາມຮັກ ເຄື່ອງມຸງຄຸນ ເພັດສີແດງ ສີມຸງຄຸນ ສີບົວ ເລກນຳໂຊກ 3
ຄົນເກີດວັນເສົາ:ການງານ ເຮັດທຸລະກິດຫຼາຍຢ່າງດ້ວຍຄວາມຂະຫຍັນແລະໃຊ້ເທັກນິກພິເສດຈຶ່ງສ້າງຄວາມສຳເລັດໄດ້ດີ ການເງິນ  ເສຍເງິນຈຳນວນຫລາຍໃຫ້ກັບໃນການເບິ່ງແຍງຜູ້ໃຫຍ່ຫລືບໍລິວານ
ຄວາມຮັກ ຈະໄດ້ພົບຄົົນທີ່ຖືກໃຈແຕ່ທ່ານຈະໃຫ້ສະຖານະຄົົນທີ່ເຂົ້າມາເປັນແຕ່ໝູ່ເພື່ອນກັນ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນ ສີແດງ ເລກນຳໂຊກ  8
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
| ສະກຸນເງິນ | ຊື້ | ຂາຍ | 
|---|---|---|
|  USD | 21,527 | 21,804 | 
|  THB | 664.10 | 675.39 | 
|  EUR | 23,974 | 24,454 | 
|  CNY | 2,942 | 3,000 | 
ລາຄານ້ຳມັນ
| ຊະນິດນ້ຳມັນ | ລາຄາ | 
|---|---|
|  | 28,780 | 
|  | 23,700 | 
|  | 19,620 | 
ລາຄາຄຳ
| ປະເພດ | ລາຄາຊື້ | ລາຄາຂາຍ | 
|---|---|---|
|  | 42,920,000 | 43,450,000 | 
|  | 42,426,000 | 43,559,000 | 
 
								 
								 
															 
								








