ດວງ-Tou-Vientianepost (2)
ຫ້າມຊື້-ຂາຍ ຫມາກກະໂພກ ແລະ ວັດຖຸທີ່ມີສຽງແຕກ ໃນໄລຍະວັນບຸນອອກພັນສາປະວໍລະນາ ປະຈໍາປີ ພສ 2566 ຢູ່ນະຄອນຫຼວງວຽງຈັນ
ຮຽບຮຽງໂດຍ:Staff
ເຜີຍແຜ່: 24 October, 2023
ໝວດ: ຂ່າວ

ຫ້າມສວຍໂອກາດກັກຕຸນ, ຂຶ້ນລາຄາສິນຄ້າຕາມລໍາພັງໃຈ ແລະ ຊື້-ຂາຍ ຫມາກກະໂພກ ແລະ ວັດຖຸທີ່ມີສຽງແຕກ ໃນໄລຍະວັນບຸນອອກພັນສາປະວໍລະນາ ປະຈໍາປີ ພສ 2566 ຢູ່ນະຄອນຫຼວງວຽງຈັນ.

ອີງຕາມຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ເລກທີ196 ນວ, ລົງວັນທີ 24 ກຸມພາ 2023.
ເພື່ອເຮັດໃຫ້ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ເຂົ້າສູ່ລະບຽບກົດຫມາຍ ບົນພື້ນຖານກົນໄກ ເສດຖະກິດຕະຫລາດ ທີ່ມີການຄຸ້ມຄອງ ແລະ ດັດສົມຂອງລັດ ພ້ອມທັງບໍ່ໃຫ້ເອົາລັດເອົາປຽບຜູ້ຊົມໃຊ້ ຊື່ງຈະສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໃນໄລຍະວັນບຸນອອກພັນສາປະວໍລະນາປະຈໍາປີ ພສ 2566 ຢູ່ໃນນະຄອນຫຼວງວຽງຈັນ ໃຫ້ເຕັມໄປດ້ວຍ ຄວາມເບີກບານມ່ວນຊື່ນ ແລະ ເປັນລະບຽບຮຽບຮ້ອຍດີ.ຫົວຫນ້າ ພະແນກ ອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ອອກແຈ້ງການດັ່ງນີ້:

1. ຫ້າມກັກຕຸນສິນຄ້າຫຼື ສວຍໂອກາດຂຶ້ນລາຄາຕາມລໍາພັງໃຈ, ໃຫ້ຄະນະຈັດສັນຕະຫຼາດ ຊຸກຍູ້ລະດົມໃຫ້ຊາວຄ້າມາຂາຍເຄື່ອງເປັນປົກກະຕິ ແລະ ຄວາມຮ່ວມມືນໍາຊາວຄ້າຂາຍພ້ອມກັນຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ ການສະຫນອງສິນຄ້າມີພຽງພໍ, ສັງຄົມມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານລາຄາ.

2. ຫ້າມຊື້-ຂາຍ ແລະ ຈໍາຫນ່າຍຫມາກກະໂພກ, ຢາສູບໄຟຟ້າ, ຢາສູບລະເຫີຍອາຍ, ຢາສູບຊີຊາ ຫຼື ບາຣາກູ ແລະ ວັດຖຸທີ່ມີສຽງແຕກທຸກຊະນິດຢ່າງເດັດຂາດ.

3. ສິນຄ້າທີ່ນໍາມາວາງຈໍາຫນ່າຍຕ້ອງຮັບປະກັນຄວາມປອດໄພທາງດ້ານຄຸນນະພາບຕໍ່ຜູ້ບໍລິໂພກ ແລະ ໃຫ້ຕິດລາຄາເປັນເງິນກີບ, ບໍ່ໃຫ້ນໍາເອົາສິນຄ້າທີ່ເສຍຄຸນ ຫຼື ຫມົດອາຍຸ ແລະ ບໍ່ໄດ້ຕິດສະຫຼາກເປັນພາສາລາວມາວາງຈໍາຫນ່າຍ, ພ້ອມນັ້ນກະຕ່າຂອງຂວັນ, ກະຕ່າອວຍພອນ ໃຫ້ຂຽນຮ້ານທີ່ຢູ່ຂອງຮ້ານ ພ້ອມເບີໂທຕິດໃສ່ເພື່ອສະດວກໃນການປະສານງານຂອງເຈົ້າຫນ້າທີ່.

4. ຖ້າເຈົ້າຫນ້າທີ່ລົງກວດກາຕົວຈິງຫາກພົບເຫັນຫົວຫນ່ວຍທຸລະກິດ, ຊາວຄ້າຂາຍຜູ້ໃດທີ່ລະເມີດລະບຽບການ ແລະ ແຈ້ງການສະບັບນີ້ຈະຖືກປະຕິບັດມາດຕະການສຶກສາອົບຮົມ, ປັບໃຫມ ຫຼື ຢຶດສິນຄ້າຕາມແຕ່ກໍລະນີ.

5. ມອບໃຫ້ຂະແຫນງການຄ້າພາຍໃນ, ຫ້ອງການ ອຸດສາຫະກໍາ ແລະ ການຄ້າ 09 ເມືອງ, ຄະນະຈັດສັນຕະຫຼາດ ທຸກຕະຫຼາດ, ສູນການຄ້າ, ຮ້ານຄ້າທົ່ວໄປ ເອົາໃຈໃສ່ຕິດຕາມກວດກາເພື່ອຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການ ທີ່ໄດ້ກ່າວມາຂ້າງເທິງນີ້ຢ່າງເຂັ້ມງວດ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນ ແຈ້ງການສະບັບນີ້ຢ່າງເຂັ້ມງວດ ແລະ ໃຫ້ມີປະສິດທິຜົນດີ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ