2
ເຂົ້າຫວຽດນາມ ຄອງແຊັມເຂົ້າດີທີ່ສຸດໃນໂລກ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 8 ເດືອນທັນວາ, 2023

ເວັບໄຊ vietnam plus ລາຍງານວ່າ ເຂົ້າ ST25 ຂອງຫວຽດນາມໄດ້ຮັບລາງວັນຊະນະເລີດ ຈາກການປະກວດເຂົ້າທີ່ດີທີ່ສຸດໃນໂລກປະຈຳປີ 2023 ໃນການປະຊຸມເຂົ້ານານາຊາດປະຈຳປີ 2023 ຈັດຂຶ້ນທີ່ປະເທດຟີລິບປິນ ເມື່ອບໍ່ດົນມານີ້.

ການປະກວດ ຫຼື ແຂ່ງຂັນຄັ້ງນີ້ ຈັດໂດຍ The Rice Trader ຜູ້ຊ່ຽວຊານດ້ານອຸດສາຫະກຳເຂົ້າທົ່ວໂລກ ໂດຍເກັບຕົວຢ່າງເຂົ້າຈາກ 10 ປະເທດເຂົ້າຮ່ວມໃນປີ ນີ້, ຜ່ານການແຂ່ງຂັນປາກົດວ່າ ເຂົ້າ ST25 ຈາກຫວຽດນາມຊະນະເລີດໃນການແຂ່ງຂັນ, ອັນດັບ 2 ໄດ້ແກ່ເຂົ້າຈາກກຳປູເຈຍ ແລະ ອັນດັບ 3 ເຂົ້າຈາກອິນເດຍ.

ຄັ້ງນີ້ ຖືວ່າເປັນຄັ້ງທີ 2 ທີ່ເຂົ້າຈາກຫວຽດນາມໄດ້ຮັບລາງວັນຊະນະເລີດ ໂດຍກ່ອນຫນ້ານີ້ເຂົ້າ Ong Cua ST25 ຂອງຫວຽດນາມກໍໄດ້ຮັບລາງວັນຊະນະເລີດເຂົ້າທີ່ດີທີ່ສຸດມາແລ້ວໃນປີ 2019 ຈັດຂຶ້ນທີ່ຟີລິບປິນ ແລະ ໄດ້ລາງວັນອັນດັບ 2 ໃນປີ 2020 ທີ່ສະຫະລັດອາເມຣິກາ.

ລາຍງານລະບຸວ່າ: ເຂົ້າ ST25 ໃນປັດຈຸບັນ ເປັນສາຍພັນ (72-6) ມາຈາກວິທີການປູກເຂົ້າແບບໃຫມ່ ເຊິ່ງແຕກຕ່າງຈາກເຂົ້າ ST25 ທີ່ໄດ້ຮັບລາງວັນຊະນະເລີດເມື່ອປີ 2019. ສຳລັບຕົວຢ່າງເຂົ້າ ST25 ທີ່ສົ່ງເຂົ້າປະກວດໃນປີນີ້ ປູກຢູ່ທີ່ ແຄມນໍ້າ Tien Cuong, ຕາແສງ Thanh Tho An, ເມືອງ Tran De ແຂວງ Soc Trang.

ທັງນີ້ ເຂົ້າຫອມມະລິ 105 ຈາກປະເທດໄທທີ່ເຄີຍໄດ້ຮັບລາງວັນຊະນະເລີດມາແລ້ວ 2 ຄັ້ງ ໃນປີ 2020-2021 ແຕ່ໃນປີ 2022 ຖືກເຂົ້າຫອມມະລິຜະກາລຳດວນຂອງກຳປູເຈຍເອົາຊະນະເຂົ້າໄທ ຄອງຊະນະເລີດເຂົ້າທີ່ດີທີ່ສຸດໃນໂລກ, ສ່ວນໃນການປະກວດປີນີ້, ເຂົ້າຈາກໄທບໍ່ຕິດຫນຶ່ງໃນສາມເຂົ້າທີ່ດີທີ່ສຸດໃນໂລກ.

ຂອບໃຈ ເສດຖະກິດສັງຄົມ

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ປະຊາຊົນທີ່ອາໄສລຽບຕາມແຄມສາຍນໍ້າມະ-ນໍ້າລອງ ຢູ່ເມືອງລອງລະວັງນໍ້າຖ້ວມ
2
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສົ່ງສານຊົມເຊີຍ ເຖິງຄູ່ຮ່ວມຕຳແໜ່ງທີ່ຣາຊະອານາຈັກໄທ
2
ຍັງຈະມີຝົນຕົກໜັກ ຢູ່ບາງທ້ອງຖິ່ນຢູ່ແຂວງພາກເໜືອ ແລະ ພາກກາງ
2
ລັດຖະບານ ຮ່ວມທຶນ ພີທີແອວ ໂຮນດິ້ງສ້າງຕັ້ງທະນາຄານຄຳ
2
ສຸພານິມິດສາກົນ ມອບຢາຂ້າແມ່ທ້ອງ ຈຳນວນ 800,000 ເມັດ ໃຫ້ສູນໂພຊະນາການ
2
ຮອງນາຍົກ ເຂົ້າຮ່ວມພິທີເປີດງານວາງສະແດງອຸປະກອນເຕັກນິກການທະຫານສາກົນ 2024 ທີ່ຣັດເຊຍ
2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
2
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ
2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
ຢ່າລື່ມກົດຕິດຕາມ