ເວລາປະມານ 9:00 ໂມງ ວັນທີ 10 ທັນວາ 2023, ໄດ້ເກີດອຸບັດຕິເຫດລົດໃຫຍ່ຕຳຮ້ານຂາຍເຄື່ອງ ແລະ ລົດຈັກຈອດຢູ່ແຄມທາງ ເສັ້ນທາງດອນກອຍ (ເຂດໜ້າໂຮງໝໍເຊດຖາທິຣາດ) ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ.
ຜູ້ເຫັນເຫດການເລົ່າວ່າ: ລົດໃຫຍ່ທີ່ເກີດເຫດ ຍີ່ຫໍ້ແລນກຸຍເຊີ, ຜູ້ຂັບຂີ່ເປັນເພດຊາຍ ແລ່ນມາແຕ່ທິດທາງໜອງໄຮ ພໍມາຮອດຈຸດດັ່ງກ່າວລົດໄດ້ເຈືອກມາຕຳເອົາຮ້ານຂາຍເຄື່ອງ ແລະ ລົດຈັກທີ່ຈົດຢູ່ ເຮັດໃຫ້ໄດ້ຮັບຄວາມເສຍຫາຍຫລາຍສົມຄວນ ແຕ່ບໍ່ມີຄົນໄດ້ຮັບບາດເຈັບ, ສ່ວນຜູ້ຂັບລົດໃຫຍ່ໄດ້ຮັບບາດເຈັບບໍລິເວນຫົວມີເລືອດອອກ.
ພາຍຫລັງເກີດເຫດຜູ້ຂັບຂີ່ລົດໃຫຍ່ແມ່ນພະຍາຍາມເອົາຕົວຫລົບໜີໄປ ແຕ່ບໍ່ສາມາດໜີໄດ້ຍ້ອນຕີນ ແລະ ແມັກລົດແຕກ, ເຊິ່ງສັງເກດເຫັນວ່າຜູ້ກ່ຽວມີອາການມຶນເມົາ.
ປັດຈຸບັນເຈົ້າໜ້າທີ່ກ່ຽວຂ້ອງໄດ້ເຂົ້າເກັບກຳຂໍ້ມູນ ແລະ ດຳເນີນການສືບສວນສອບສວນ ກ່ຽວກັບສາເຫດທີ່ແທ້ຈິງຕື່ມອີກ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |