2
ປີ 2023 ມີບໍລິສັດເຂົ້າໄປລົງທຶນແລ້ວ 170 ກວ່າບໍລິສັດ ໃນເຂດເສດຖະກິດພິເສດຢູ່ລາວ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 4 January, 2024

ໃນຫຼາຍປີນມານີ້ ການພັດທະນາໃນແຕ່ລະເຂດເສດຖະກິດພິເສດແມ່ນໄດ້ປະກອບສ່ວນຢ່າງຕັ້ງໜ້າແກ່ການພັດທະນາ ສປປ ລາວ ບໍ່ວ່າໃນພາບລວມທາງເສດຖະກິດຂອງຊາດກໍ່ຄືການສ້າງວຽກເຮັດງານທຳແກ່ປະຊາຊົນລາວບັນດາເຜົ່າ ສະເພາະປີ 2023 ມີບໍລິສັດເຂົ້າໄປລົງທຶນແລ້ວ 170 ກວ່າບໍລິສັດ ໃນນັ້ນຫຼາຍກວ່າໝູ່ແມ່ນຂະແໜງບໍລິການ.

ທ່ານ ສອນປະເສີດ ດາລາວົງ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງ ເຂດເສດຖະກິດພິເສດ ກະຊວງ ແຜນນການ ແລະ ການລົງທຶນໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໃນປີ 2023 ຜ່ານມາ ທົ່ວປະເທດມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນຢູ່ເຂດເສດຖະກິດພິເສດ (ຂສພ) ທັງໝົດ 178 ບໍລິສັດ, ກວມເອົາຂະແໜງອຸດສາຫະກໍາ 18 ບໍລິສັດ, ການຄ້າ 30 ບໍລິສັດ, ບໍລິການ 127 ບໍລິສັດ ແລະ ກະສິກໍາ 3 ບໍລິສັດ ໂດຍມີທຶນທັງໝົດ 520 ລ້ານກວ່າໂດລາ ແລະ ທຶນຈົດ ທະບຽນ 178 ລ້ານກວ່າໂດລາ.

ນອກຈາກບໍລິສັດທີ່ເຂົ້າມາລົງທຶນແລ້ວ ຍັງມີບັນດາຫ້າງຮ້ານ ແລະ ຫົວໜ່ວຍວິສາຫະກິດຈໍານວນໜຶ່ງທີ່ເຂົ້າມາລົງທຶນພາຍໃນເຂດເສດຖະກິດພິເສດ ທັງໝົດ 2.645 ຫົວໜ່ວຍ; ປີ 2023 ບໍລິສັດລົງທຶນໄດ້ມອບພັນທະເຂົ້າງົບປະມານຂອງລັດໄດ້ທັງໝົດ 174 ຕື້ກວ່າກີບ, ສ້າງວຽກເຮັດງານທໍາ ໄດ້ທັງໝົດ 3.644 ຄົນ (ລາວ 3.572 ຄົນ ແລະ ຕ່າງປະເທດ 72 ຄົນ) ການສ້າງວຽກເຮັດງານທຳໃນໄລຍະນີ້ຫຼຸດລົງ ຍ້ອນອັດຕາເງິນເຟີ້ ຈຶ່ງເຮັດໃຫ້ແຮງງານລາວຫຼັ່ງໄຫຼ ອອກໄປເຮັດວຽກຢູ່ປະເທດເພື່ອບ້ານເປັນຈໍານວນຫຼາຍ; ໄດ້ນໍາເຂົ້າວັດຖຸດິບ, ເຄື່ອງກົນຈັກ ແລະ ອຸປະກອນເພື່ອມາຮັບໃຊ້ການຜະລິດ ແລະ ກໍ່ສ້າງພື້ນຖານໂຄງລ່າງ ມູນຄ່າທັງໝົດ 1,7 ຕື້ກວ່າໂດລາ. ໃນຂະນະທີ່ການສົ່ງອອກ ສິນຄ້າ ມູນຄ່າທັງໝົດ 302 ລ້ານກວ່າໂດລາ.

ໃນໜຶ່ງປີຜ່ານມາ, ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດ ເສດຖະກິດພິເສດ ຍັງໄດ້ຄົ້ນຄວ້າ ຮ່າງດໍາລັດວ່າດ້ວຍການຈັດຕັ້ງແລະ ການເຄື່ອນໄຫວຂອງອົງການຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ປັບປຸງ ຂໍ້ຕົກລົງ 60/ ນຍ ຊຶ່ງປັດຈຸບັນ ທັງສອງນິຕິກໍາ ແມ່ນໄດ້ຖືກຮັບຮອງ ແລະ ໄດ້ປະກາດໃຊ້ ໃນຄັ້ງວັນທີ 05 ທັນວາ 2023; ໄດ້ ສ້າງຮ່າງກົດໝາຍວ່າດ້ວຍ ຂສພ ຊຶ່ງສະພາແຫ່ງຊາດ ໄດ້ມີມະຕິໃຫ້ສືບຕໍ່ປັບປຸງບາງເນື້ອໃນຄືນໃໝ່ ແລະ ສືບຕໍ່ແກ້ໄຂວຽກງານ 6 ກຸ່ມວຽກ ຢູ່ ຂສພ ສາມຫຼ່ຽມຄໍາ ແລະ ຂສພ ບໍ່ ເຕ່ນແດນງາມ; ໄດ້ສືບຕໍ່ເຈລະຈາຂາຍຮຸ້ນ 20% ຂອງລັດຖະບານ ໃນເນື້ອທີ່ 827 ເຮັກຕາ ຂອງເຂດເສດຖະກິດ ພິເສດສາມຫຼ່ຽມຄໍາ ຊຶ່ງໃນໄລຍະຜ່ານມາ ຄະນະວິຊາການລົງເກັບກໍາຂໍ້ມູນ ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງ ການເງິນ ສະບັບກເລກທີ 3092/ກງ ລົງວັນທີ 04 ຕຸລາ 2023 ກໍໄດ້ລາຍງານຜົນຂອງການລົງເຄື່ອນໄຫວວຽກງານຕົວຈິງ ໃນຄັ້ງວັນທີ 24 ພະຈິກ 2023 ທີ່ຜ່ານມາ.

ໄດ້ຊຸກຍູ້ ແລະ ຕິດຕາມການຄົ້ນຄວ້າຫົວໜ່ວຍລາຄາຊົດເຊີຍ, ວຽກງານການຊົດເຊີຍ ແລະ ວຽກງານການຄຸ້ມຄອງສິ່ງແວດລ້ອມຢູ່ບັນດາ ເຂດເສດຖະກິດສະເພາະ ໂດຍສະເພາະ ບຶງ ທາດຫຼວງ, ເຂດເສດຖະກິດສະເພາະລ່ອງແທ່ງ; ມະຫານາທີສີທັນດອນ, ອໍາມະຕະ ຈຸດນາເຕີຍ ແຂວງຫຼວງນໍ້າທາ ແລະ ນາໝໍ້ ແຂວງອຸດົມໄຊ; ສໍາເລັດການປະເມີນສັນຍາການພັດທະນາ ບັນດາເຂດເສດຖະກິດພິເສດປະຈໍາປີ 2003; ໄດ້ຄົ້ນຄວ້າຮ່າງແຜນຍຸດທະສາດການພັດທະນາ ຂສພ ແຕ່ປີ 2021-2030.

ຂ່າວຈາກ, ປະຊາຊົນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 18 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,483
21,759
thailand (1)
THB
672.65
683.41
european-union
EUR
24,437
24,926
china
CNY
2,953
3,012
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-18T140901.630
ປິດການແຂ່ງຂັນກິລາບານເຕະລີກ 2 ແຂວງເຊກອງ ປະຈໍາປີ 2025
jane (57)
ການພົບປະການນຳຂັ້ນສູງ ລາວ-ຈີນ ໄດ້ເພີ່ມ ກຳລັງແຮງເຂົ້າໃນການສ້າງ ຄູ່ຮ່ວມຊາຕາກໍາລາວ-ຈີນ
jane (56)
ທະນາຄານກາງສະຫະລັດອາເມລິກາ ຫລື Fed ຫລຸດດອກເບ້ຍ 0.25% ເປັນ 4.00% - 4.25% ສົ່ງສັນຍານບວກຕໍ່ຕະຫລາດຫຸ້ນ ແລະ ລາຄາຄຳ
pele - 2025-09-18T132308.874
ຄະນະຄຸ້ມຄອງດ່ານສາກົນນໍ້າເຫືອງມອບເຄື່ອງໃຫ້ທະຫານທີ່ປະຈໍາປ່ອມແນວໜ້າ
jane (55)
ແຂວງຄໍາມ່ວນ ໃຊ້ມາດຕະການເດັດຂາດ ຕໍ່ຜູ້ທີ່ຈອດລົດຊະຊາຍຕາມແຄມທາງ ແລະ ພື້ນທີ່ຫ້າມຈອດ
jane (54)
ປະຊາຊົນສ່ອງແສງ! ຢາກໃຫ້ແກ້ໄຂປະຕູທາງຂຶ້ນຂົວຂ້າມທາງ
jane (53)
ພໍ່ແມ່ຍຸກໃໝ່ຄວນອ່ານ ຊ່ວຍລູກໃນຊ່ວງໄວລຸ້ນຮັບມືກັບຄວາມກັງວົນ ແລະ ຄວາມກົດດັນ
jane (52)
ດາວສຸກເຄື່ອນຍ້າຍລາສີ ເງິນ ໂຊກລາບ ສົ່ງຜົນຊັດເຈນ ກວດເບິ່ງດວງ 12 ລາສີ ໃຜມີເກນຮັບຊັບ
pele - 2025-09-18T100410.135
ຈີນ ​​ສ້າງ​ດິນ​ປູກ​ຝັງ​ມາດ​ຕະ​ຖານ​ສູງ​ຫຼາຍກວ່າ 66 ​ລ້ານ​ເຮັກ​ຕາ
pele - 2025-09-18T093604.546
8 ເດືອນປີນີ້ ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາ ສ​ປ​ປ ລາວ ເພີ່ມຂຶ້ນ 15%
ຢ່າລື່ມກົດຕິດຕາມ