2
ສະຫວັນນະເຂດ ເກັບລາຍຮັບໄດ້ລື່ນແຜນ 1.479,9 ຕື້ກວ່າກີບ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 23 January, 2024

ປີ 2023 ພາສີປະຈຳແຂວງ ສະຫວັນນະເຂດ ເກັບລາຍຮັບເຂົ້າງົບປະມານໄດ້1.479,9ຕື້ກວ່າກີບ ລື່ນແຜນ 34,54% ທຽບໃສ່ສົກປີ 2022 ຜ່ານມາ ເພີ່ມຂຶ້ນ 27,45%. ສ່ວນແຜນການປີ2024 ແມ່ນ1.517ຕື້ກວ່າກີບ.
ພາສີປະຈຳແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈຳປີ 2023 ແລະກຳນົດທິດທາງແຜນການປີ 2024 ຂຶ້ນໃນວັນທີ 17 ມັງກອນ 2024 ໂດຍການເປັນປະທານຂອງທ່ານ ພົມມະຈັກ ສີພັນດອນ ຫົວໜ້າພາສີປະຈຳແຂວງ ແລະທ່ານ ສົມຫວັງ ສົມຈິນດາ ຮອງຫົວໜ້າພາສີປະຈຳແຂວງ; ມີຄະນະນຳ ແລະພະນັກງານພາສີດ່ານພາສີສາກົນຂົວມິດຕະພາບ 2, ດ່ານພາສີສາກົນແດນສະຫວັນ, ດ່ານພາສີຊາຍແດນ, ຫ້ອງການພາສີປະຈຳເຂດເສດຖະກິດພິເສດ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.


ທ່ານ ພົມມະຈັກ ສີພັນດອນ ກ່າວວ່າ: ການຈັດຕັ້ງປະຕິບັດແຜນການຈັດເກັບລາຍຮັບເຂົ້າງົບປະມານໃນປີ 2023 ຂອງຂະແໜງພາສີ ແມ່ນເປັນປີທີ່ພົບຄວາມຍຸ້ງຍາກຫຼາຍປະການ ໃນເງື່ອນໄຂສະພາບການຂອງພາກພື້ນ ແລະ ສາກົນທີ່ມີການຜັນແປໄປຢ່າງສັບສົນ ແລະຄາດເດົາໄດ້ຍາກ, ບັນຫາໄພເງິນເຟີ້, ສິນຄ້າລາຄາແພງ, ຄົນຫວ່າງງານ, ໄພທຳມະຊາດ ແລະບັນຫາອື່ນໆ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ຜູ້ປະກອບການເປັນຕົ້ນ: ການລົງທຶນ, ການນຳເຂົ້າ, ການສົ່ງອອກສິນຄ້າ ແລະການຜ່ານແດນ. ນອກນັ້ນ, ບັນຫາການລັກລອບຫຼົບຫຼີກໜີພາສີທັງພາຍໃນດ່ານ ແລະນອກດ່ານ ຍັງມີປະກົດການຕໍ່ເນື່ອງ.

ເຖິງແມ່ນວ່າຈະມີຄວາມຫຍຸງຍາກປານໃດກໍຕາມ, ແຕ່ບົນຈິດໃຈຄວາມຮັບຜິດຊອບຂອງຄະນະນຳລັດຖະການພາສີແຕ່ລະຂັ້ນພວກເຮົາ ກໍສາມາດຍາດໄດ້ຜົນງານຫຼາຍດ້ານ. ໃນນັ້ນ ວຽກງານທີ່ພົ້ນເດັ່ນແມ່ນການຈັດເກັບລາຍຮັບເຂົ້າງົບປະມານ ຊຶ່ງໃນປີ 2023 ພາສີປະຈຳແຂວງພວກເຮົາ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 1.479,9ຕື້ກວ່າກີບ ເທົ່າກັບ 134,54% ຂອງແຜນການປີ, ທຽບໃສ່ປີ 2022 ຜ່ານມາ ເພີ່ມຂຶ້ນ 27,45% ຫຼື ເທົ່າກັບ318,7 ຕື້ກວ່າກີບ.


ຈາກນັ້ນ, ທ່ານ ສົມຫວັງ ສົມຈິນດາ ກໍໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈຳປີ 2023 ແລະກຳນົດທິດທາງແຜນການໃນປີ 2024 ໂດຍສັງເຂບວ່າ: ພາສີປະຈຳແຂວງສະຫວັນນະເຂດ ປະກອບມີດ່ານພາສີຊາຍແດນ 10 ແຫ່ງ; ໃນນັ້ນມີ ດ່ານພາສີສາກົນ 2 ແຫ່ງ, ດ່ານພາສີປະຈຳທ້ອງຖິ່ນ 1 ແຫ່ງ ແລະດ່ານພາສີປະເພນີ 7 ແຫ່ງ(ຕິດກັບປະເທດໄທ 6 ແຫ່ງ ແລະຕິດກັບ ສສ ຫວຽດນາມ 1 ແຫ່ງ), ນອກນັ້ນ ຍັງມີຫ້ອງການພາສີປະຈຳເຂດເສດຖະກິດພິເສດ ແລະ2 ຂະແໜງວິຊາການຂຶ້ນກັບ, ມີພະນັກງານທັງໝົດ 99 ຄົນ, ຍິງ 29 ຄົນ, ດ້ານວິຊາສະເພາະ ກໍ່ຄືການຈັດເກັບລາຍຮັບເຂົ້າງົບປະມານ.

ໃນປີ 2023 ພາສີປະຈຳແຂວງພວກເຮົາ ໄດ້ຮັບມອບໝາຍຕົວເລກແຜນລາຍຮັບຈາກກົມພາສີ ກະຊວງການເງິນຈຳນວນ 1.100 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະ 12 ເດືອນຜ່ານມາ ສາມາດປະຕິບັດໄດ້ຈຳນວນ 1.479,9 ຕື້ກວ່າກີບເທົ່າກັບ 134,54%ຂອງແຜນການ. ໃນນັັ້ນໄດ້ຈາກພາສີ-ອາກອນຂາເຂົ້າ ປະຕິບັດໄດ້ 993 ຕື້ກີບ ກວມເອົາ 67,10%, ຄ່າຊັກພິເສດສົ່ງອອກ 27,1 ຕື້ກີບ ກວມເອົາ 1,83%, ສິນຄ້ານຳເຂົ້າ-ສົ່ງອອກຕໍ່ ຈຳນວນ 202,4 ຕື້ກີບ ກວມເອົາ 13,68%, ປັບໃໝ-ຂາຍເຄື່ອງຮິບ ໄດ້ 7,3 ຕື້ກີບ ກວມເອົາ 0,50% ແລະຄ່າທຳນຽມຕ່າງໆ ປະຕິບັດໄດ້ 250 ຕື້ກີບ ກວມເອົາ 16,89% ຂອງລາຍຮັບ.


ສຳລັບປີ 2024ນີ້ ພາສີປະຈຳແຂວງ ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕ່ຳສຸດຈຳນວນ 1.517,43ຕື້ກີບ.
ກອງປະຊຸມ ຍັງໄດ້ຮັບຟັງການປະກອບຄຳເຫັນ ແລະລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນ 1 ປີຜ່ານມາ ແລະແຜນການໃນຕໍ່ໜ້າຂອງບັນດາດ່ານຊາຍແດນ ແລະຂະແໜງວິຊາການທີ່ກ່ຽວຂ້ອງນຳອີກ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (72)
ມະຫາວິທະຍາໄລຮາຣ໌ວາດ ສຸດຍອດສະຖາບັນຜະລິດຜູ້ນຳໂລກ ແຕ່ທຣຳເບິ່ງວ່າ "ຕະຫຼົກແລະໂງ່"
VP LANDSCAPE COVER (34)
Gen B, Gen X, Gen Y ແລະ Gen Z ຢູ່ໃນກຸ່ມອາຍຸເທົ່າໃດ ແຕ່ລະເຈນມີຄວາມແຕກຕ່າງແນວໃດ
Copy of site cover (7)
ແຮັກເກີສາມາດເຂົ້າຄອມພິວເຕີຂອງທ່ານພາຍໃນ 3 ວິນາທີ
VP LANDSCAPE COVER (33)
ຢູເຄຣນລົງນາມໃນຮ່າງຂໍ້ຕົກລົງດ້ານແຮ່ທາດກັບສະຫະລັດ
Copy of site cover (8)
Claude ເປີດໂຕຄຸນສົມບັດໃໝ່ ອີກກ້າວສູ່ການເປັນ Agentic AI
VP LANDSCAPE COVER (32)
ຂົນສັດຖືກນິຍົມຢ່າງໜັກອີກຄັ້ງໃນແຟຊັ້ນ ມີການຖົກຖຽງກັນຫຼາຍກວ່າເກົ່າ
Copy of site cover (7)
Office 2019 ໃກ້ຈະໝົດອາຍຸແລ້ວ ພາຍໃນປີ 2025 ຄວນໃຊ້ໂປຣແກຣມສຳນັກງານໃດແທນດີ?
VP LANDSCAPE COVER (31)
ລັັດທະບານອັງກິດເພີ່ມເງິນທຶນສຳລັບການດູແລສຸຂະພາບຈິດຂອງໄວໜຸ່ມ
site cov (71)
ແຜ່ນດິນໄຫວ ຄວາມເລິກ 10 ກິໂລແມັດ ທີ່ຍອດອູ ແຂວງຜົ້ງສາລີ
site cov (70)
ໂລກຮ້ອນກະທົບເລືອດທົ່ວໂລກ ສ່ຽງຂາດແຄນໃນຍາມສຸກເສີນ
ຢ່າລື່ມກົດຕິດຕາມ