2
ເປີດນຳໃຊ້ຢ່າງເປັນທາງການ ສະໜາມບິນສາກົນບໍ່ແກ້ວ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 6 February, 2024

ສະໜາມບິນສາກົນບໍ່ແກ້ວໄດ້ເປີດບໍລິການ ຢ່າງເປັນທາງການແລ້ວໃນຕອນເຊົ້າຂອງວັນທີ 5 ກຸມພາ 2024 ນີ້ ພາຍຫຼັງລົງມືກໍ່ສ້າງເປັນເວລາ 3 ປີ ນັບແຕ່ປີ 2020 ດ້ວຍມູນຄ່າ 225 ລ້ານກວ່າໂດລາສະຫະລັດ, ຊຶ່ງສາມາດຮອງຮັບຜູ້ໂດຍສານໄດ້ 600 ກວ່າຄົນຕໍ່ວັນ ຖືເປັນສະໜາມບິນໃຫຍ່ອັນດັບທີ 3 ຂອງ ສປປ ລາວ ຮອງຈາກສະໜາມບິນສາກົນວັດໄຕ ແລະ ຫຼວງພະບາງ.

ພິທີເປີດນໍາໃຊ້ສະຫນາມບິນສາກົນແຂວງບໍ່ແກ້ວໄດ້ຈັດຂຶ້ນຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາໃນເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ,ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ຈ່າວ ເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫລ່ຽມຄໍາ, ມີບັນດາຄະນະນໍາຂັ້ນສູງ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ໄດ້ວ່າ: ໂຄງກໍ່ສ້າງສະໜາມບິນສາກົນບໍ່ແກ້ວ ເປັນເປົ້າໝາຍຂອງການພັດທະນາໂຄງລ່າງພື້ນຖານພາຍໃນທ້ອງຖິ່ນ ແລະ ເປັນການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເພື່ອເສີມສ້າງການຄົມມະນາຄົມຂົນສົ່ງທາງອາກາດ ໃຫ້ມີຄວາມເຂັ້ມແຂງ ເພື່ອເຊື່ອມຕໍ່ກັບສາກົນ ອໍານວຍຄວາມສະດວກໃນການລົງທຶນ ການທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເພີ່ມຂີດຄວາມສາມາດໃນການພັດທະນາ ພື້ນຖານໂຄງລ່າງຂອງພາກເໜືອ ໂດຍສະເພາະແຂວງບໍ່ແກ້ວ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນ ແລະ ອື່ນໆ.

ໂຄງການສະໜາມບິນສາກົນບໍ່ແກ້ວ ແມ່ນໜຶ່ງໃນກິດຈະການ ທີ່ໄດ້ລະບຸໄວ້ໃນສັນຍາ ວ່າດ້ວຍການພັດທະນາເຂດເສດຖະກິດ ແລະ ແຫຼ່ງທ່ອງທ່ຽວຄົບວົງຈອນອາຊຽນສາມຫຼ່ຽມຄຳ ສະບັບປີ 2007 ແລະ ສັນຍາວ່າດ້ວຍການພັດທະນາເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສປປ ລາວ ສະບັບປັບປຸງ2014.

ໂຄງການດັ່ງກ່າວ ເປັນການລົງທຶນຂອງ ບໍລິສັດ ກຣິດເຕີເບເອເລຍອິນເວສເມັນແອນດີເວວລົບເມັ້ນ ຈຳກັດ 100 % ໃນຮູບແບບ BOT, ເປັນສະໜາມບິນຂະໜາດ Code 4C, ໃນມູນຄ່າການລົງທຶນທັງໝົດ 225 ລ້ານກວ່າໂດລາສະຫະລັດ, ອາຍຸສຳປະທານ 50 ປີ, ສາມາດຕໍ່ໄດ້ຕາມການຕົກລົງຂອງລັດຖະບານ ແລະ ໄດ້ເລີ່ມມີການກໍ່ສ້າງມາຕັ້ງແຕ່ ວັນທີ 20 ກັນຍາ 2020 ເປັນຕົ້ນມາ.

ການສ້າງສະໜາມບິນສາກົນບໍ່ແກ້ວ ເປັນການຍົກລະດັບມາດຕະຖານ ໃນການບໍລິການທາງອາກາດ ໃຫ້ທຽບເທົ່າສາກົນ, ເປັນການສ້າງລາຍຮັບແກ່ພາກລັດທາງກົງ ແລະ ທາງອ້ອມ, ເປັນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ. ນອກນັ້ນ ຍັງຈະເປັນການຫຼຸດຜ່ອນການລົງທຶນຂອງພາກລັດ ເຂົ້າໃນການກໍ່ສ້າງໂຄງລ່າງພື້ນຖານ.

ສະໜາມບິນທີ່ດັ່ງກ່າວ ມີເນື້ອທີ່ການກໍ່ສ້າງ 314 ເຮັກຕາ 5.478 ຕາແມັດ, ມີທາງແລ່ນຂຶ້ນ-ລົງຍາວ 2.700 ແມັດ ແລະ ສາມາດຂະຫຍາຍໄດ້ເຖິງ 3.000 ແມັດ, ສາມາດຮັບການລົງຈອດຂອງຍົນແອບັສ A320 ແລະ ໂບອິ້ງ 737, ອາຄານຜູ້ໂດຍສານສາມາດຮອງຮັບຜູ້ໂດຍສານເຂົ້າ-ອອກ 600 ຄົນ ໃນເວລາດຽວກັນ, ມີອາຄານຄວບຄຸມການບິນ ແລະ ສິ່ງອໍານວຍຄວາມສະດວກຕ່າງໆຢ່າງເປັນລະບົບ.

ສະໜາມບິນສາກົນບໍ່ແກ້ວຕັ້ງຢູ່ບ້ານສີເມືອງງານ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ຫ່າງໄກຈາກເຂດເສດຖະກິດພິເສດສາມຫຼ່ຽມຄຳ ປະມານ 5 ກິໂລ ແມັດ ແລະ ຫ່າງຈາກເທດສະບານເມືອງຕົ້ນເຜິ້ງພຽງ 7 ກິໂລແມັດ ອ້ອມຮອບໄປດ້ວຍພູຜ່າປ່າໄມ້ ແລະ ແມ່ນ້ຳຂອງບັນຍາກາດສວຍງາມ ເຊື່ອວ່າຫຼັງຈາກນີ້ຈະມີແຂກຄົນທີ່ເຂົ້າໄປຢ້ຽມຢາມແຂວງບໍ່ແກ້ວເພີ່ມຂຶ້ນ.

ທີ່ມາ: ເສດຖະກິດການຄ້າ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 25 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,405
21,680
thailand (1)
THB
663.41
673.63
european-union
EUR
24,148
24,632
china
CNY
2,919
2,977
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-25T164337.489
ປະທານປະເທດລາວ ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງສະຫະພັນ ຣັດເຊຍ
_cover - 2025-07-25T151906.594
ແຈ້ງການເຖິງນາຍບ້ານ 60 ບ້ານ ທົ່ວເມືອງຫາດຊາຍຟອງ ໃຫ້ປະຊາຊົນ ແລະ ນາຍບ້ານ ກະກຽມຄວາມພ້ອມຮັບມືນໍ້າຖ້ວມ
_cover - 2025-07-25T145634.850
ຈັບແລ້ວ! ໜຸ່ມມືໄວ ກໍ່ເຫດ 21 ຄັ້ງ ພ້ອມຂອງກາງຫຼາຍລາຍການ ລົດຈອດແຄມທາງ ຄືເປົ້າໝາຍ!
_cover - 2025-07-25T140448.536
ກຸ່ມຄົນທີ່ລະເມີດລ່າສັດທີ່ໄກ້ຈະສູນພັນ ( ໂຕຂາແດງ) ໄດ້ຮັບການສຶກສາອົບຮົມ ແລະ ດຳເນີນຄະດີຕາມກົດໝາຍແລ້ວ
pele - 2025-07-25T133158.321
ກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມຂັ້ນສູນກາງ ສໍາລັບໂຄງການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ຄຳ, ທອງ, ຊືນ ແລະ ສັງກະສີ
_cover - 2025-07-25T122735.894
ແຈ້ງການຈາກໂຍທານະຄອນຫຼວງວຽງຈັນ ຂໍຄວາມຮ່ວມມື ຫ້າມຈອດຍານພາຫະນະຢູ່ຕາມແຄມທາງ (ສອງຟາກທາງ) ຕາມເສັ້ນທາງທີ່ກຳນົດ
pele - 2025-07-25T103456.731
ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ ປະຈໍາປີ 2025. ທີ່ ນິວຢອກ, ສ.ອາເມລິກາ.
_cover - 2025-07-25T104001.543
ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ(UNSC) ປະຊຸມສຸກເສີນ ກ່ຽວກັບເຫດການໄທ - ກຳປູເຈຍ ຂໍໃຫ້ໃຊ້ຄວາມອົດກັ້ນສູງສຸດ
pele - 2025-07-25T095805.007
ຈັບຕົວຜູ້ຂົນສົ່ງຢາເສບຕິດ ພ້ອມຂອງກາງ ຢາບ້າ 4,160,000 ເມັດ ແລະ ຢາໄອສ໌ 159 ຫໍ່ ໃນລົດຂົນສົ່ງນໍ້າກ້ອນ
_cover - 2025-07-25T094353.467
"ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ມອບເງິນຊ່ວຍເຫຼືອລັດຖະບານ" ຈຳນວນ 1 ລ້ານໂດລາສະຫະລັດ ກັບອີກຈຳນວນ 3 ຕື້ກີບ
ຢ່າລື່ມກົດຕິດຕາມ