ເມື່ອມໍ່ໆມານີ້, ເຈົ້າໜ້າທີ່ ປກສ ກຸ່ມບ້ານ ແລະ ອຳນາດການປົກຄອງບ້ານ ຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ກວດພົບຮ້ານກິນດີ່ມ-ບັນເທີງ, ຮ້ານຄາຣາໂອເກະ ແລະ ຮ້ານເກມອອນລາຍ ທົ່ວເມືອງປາກງື່ມມີຮ້ານກິນດີ່ມ-ບັນເທີງ 9 ຮ້ານ, ຮ້ານຄາຣາໂອເກະ 1 ຮ້ານ ທີ່ໄດ້ເປີດໃຫ້ບໍລິການລະເມີດຕໍ່ລະບຽບກົດໝາຍ, ເປີດກາຍໂມງກາຍເວລາ, ເປີດສຽງດັງເນືອງນັນ ແລະ ມີການແອບແຝງຄ້າມະນຸດ-ຄ້າປະເວນີຂອງບຸກຄົນອື່ນ.
ນອກນັ້ນຍັງໄດ້ພົບສາວບໍລິການທີ່ມີອາຍຸຕໍ່າກວ່າ 18 ປີ 4 ຄົນ ຈາກທີ່ມີສາວບໍລິການ 47 ຄົນ.
ສະເພາະ ຮ້ານເກມອອນລາຍ (ເກມເຊີ) ໄດ້ລົງກວດກາທັງໝົດ 7 ຮ້ານ, ຜ່ານການກວດກາຕົວຈິງແລ້ວ ເຫັນວ່າຮ້ານດັ່ງກ່າວມີການເປີດໃຫ້ບໍລິການກາຍໂມງທີ່ໄດ້ກຳນົດ, ມີການມົ້ວສຸມເສບຢາເສບຕິດ ແລະ ເປີດໃຫ້ບໍລິການຫຼິ້ນການພະນັນອອນລາຍ.
ທີ່ມາ VientianeTimes
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |