2
ເດືອນມັງກອນ ຕົ້ນປີ 2024 ມີຜູ້ເສຍຊີວິດເຖິງ 119 ຄົນ ຈາກອຸບັດເຫດໃນທົ່ວປະເທດ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 22 February, 2024

ປະ­ຈຸ­ບັນ ການ​ເກີດ​ອຸ­ບັດ­ເຫດ​ຢູ່​ຕາມ​ສາຍ​ທາງ​ຕ່າງໆ​ ໄດ້ເພີ່ມຂຶ້ນໃນແຕ່ລະວັນ ເປັນຈໍານວນຫຼາຍໃນຂອບເຂດ​ທົ່ວ​ປະເທດ, ສະເພາະເດືອນມັງກອນ ຕົ້ນປີ 2024 ມີຜູ້ເສຍຊີວິດເຖິງ 119 ຄົນ ຈາກອຸບັດເຫດຕາມທ້ອງຖະໜົນໃນທົ່ວປະເທດ ທັງໝົດ 773 ຄັ້ງ, ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດ ເພີ່ມຂຶ້ນ 30 ຄົນ ຖ້າທຽບໃສ່ເດືອນທັນວາ ທ້າຍປີ 2023 ຜ່ານມານີ້.

ອີງຕາມກົມ​ຕຳ­ຫຼວດ​ຈາລະຈອນ ໄດ້ລາຍ​ງານ​ສະ­ພາບ​ການ​ເກີດ​ອຸ­ບັດ­ເຫດ​ທົ່ວ​ປະ­ເທດ​ປະ­ຈຳ​ເດືອນມັງກອນ 2024 ທີ່ຜ່ານມາ ຊາບ​ວ່າ: ສະພາບອຸບັດເຫດຕາມທ້ອງຖະໜົນໃນຂອບເຂດທົ່ວປະເທດຍັງໜ້າເປັນຫ່ວງ ເຖິງແມ່ນວ່າເຈົ້າໜ້າທີ່ຕໍາຫຼວດ ຈະໃຊ້ມາດຕະການຕ່າງໆເພື່ອຫຼຸດຜ່ອນອຸບັດເຫດກໍ່ຕາມ, ຊຶ່ງສາຍເຫດທີ່ພາໃຫ້ເກີດອຸບັດເຫດແຕ່ລະຄັ້ງ ສ່ວນໃຫຍ່ເກີດຈາກການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ ໂດຍສະເພາະຂັບ​ຂີ່​ໄວ​ເກີນ​ກຳ­ນົດ, ດື່ມສິ່ງມຶນເມົາ ແລະ ອື່ນໆ, ໃນນັ້ນ ອຸບັດຕິເຫດສ່ວນໃຫຍ່ແມ່ນເກີດຂຶ້ນ ນັບແຕ່ເວລາ 17:00-24:00 ໃນກຸ່ມອາຊີບກໍາມະກອນ ແລະ ກຸ່ມນັກຮຽນ ນັກສຶກສາ.

ຈາກ​ອຸ­ບັດ­ເຫດທີ່ເກີດຂຶ້ນດັ່ງກ່າວ, ທາງ​ເຈົ້າ​ໜ້າ­ທີ່ກົມ​ຕຳ­ຫຼວດ​ຈາລະຈອນ ​ຈຶ່ງ​ຮຽກ­ຮ້ອງ​ມາ​ຍັງ​ຜູ້​ທີ່​ໃຊ້​ລົດ​ໃຊ້​ຖະ­ໜົນ​ຕ້ອງ​ຮ່ວມ​ໃຈ​ກັນ​ປະ­ຕິ­ບັດ​ກົດ​ລະ­ບຽບ​ການ​ສັນ­ຈອນ​ທາງ­ບົກ​ໃຫ້​ເຄັ່ງ​ຄັດ ມີ​ສະ­ຕິ​ໃນ​ການ​ຂັບ​ຂີ່​ແຕ່​ລະ​ຄັ້ງ ເຊັ່ນ: ເມົາ​ແລ້ວ​ຫ້າມ​ຂັບ ຂັບ​ຂີ່​ລົດ­ຈັກ​ຕ້ອງ​ໃສ່​ໝວກ​ກັນ​ກະ­ທົບ​ທຸກ​ຄັ້ງ ແລະ ກວດ­ກາ​ສະ­ພາບ​ລົດ​ໃຫ້​ມີ​ຄວາມ​ພ້ອມ ແລ້ວ​ຈຶ່ງ​ອອກ​ເດີນ­ທາງ ບັນ­ຫາ​ການ​ເກີດ​ອຸ­ບັດ­ເຫດ​ມັນ​ຈຶ່ງ​ຈະ​ຫຼຸດ​ລົງ.

ທີ່ມາ VientianeTimes

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (72)
ມະຫາວິທະຍາໄລຮາຣ໌ວາດ ສຸດຍອດສະຖາບັນຜະລິດຜູ້ນຳໂລກ ແຕ່ທຣຳເບິ່ງວ່າ "ຕະຫຼົກແລະໂງ່"
VP LANDSCAPE COVER (34)
Gen B, Gen X, Gen Y ແລະ Gen Z ຢູ່ໃນກຸ່ມອາຍຸເທົ່າໃດ ແຕ່ລະເຈນມີຄວາມແຕກຕ່າງແນວໃດ
Copy of site cover (7)
ແຮັກເກີສາມາດເຂົ້າຄອມພິວເຕີຂອງທ່ານພາຍໃນ 3 ວິນາທີ
VP LANDSCAPE COVER (33)
ຢູເຄຣນລົງນາມໃນຮ່າງຂໍ້ຕົກລົງດ້ານແຮ່ທາດກັບສະຫະລັດ
Copy of site cover (8)
Claude ເປີດໂຕຄຸນສົມບັດໃໝ່ ອີກກ້າວສູ່ການເປັນ Agentic AI
VP LANDSCAPE COVER (32)
ຂົນສັດຖືກນິຍົມຢ່າງໜັກອີກຄັ້ງໃນແຟຊັ້ນ ມີການຖົກຖຽງກັນຫຼາຍກວ່າເກົ່າ
Copy of site cover (7)
Office 2019 ໃກ້ຈະໝົດອາຍຸແລ້ວ ພາຍໃນປີ 2025 ຄວນໃຊ້ໂປຣແກຣມສຳນັກງານໃດແທນດີ?
VP LANDSCAPE COVER (31)
ລັັດທະບານອັງກິດເພີ່ມເງິນທຶນສຳລັບການດູແລສຸຂະພາບຈິດຂອງໄວໜຸ່ມ
site cov (71)
ແຜ່ນດິນໄຫວ ຄວາມເລິກ 10 ກິໂລແມັດ ທີ່ຍອດອູ ແຂວງຜົ້ງສາລີ
site cov (70)
ໂລກຮ້ອນກະທົບເລືອດທົ່ວໂລກ ສ່ຽງຂາດແຄນໃນຍາມສຸກເສີນ
ຢ່າລື່ມກົດຕິດຕາມ