ພູເຂົາໄຟກົວເຕມາລາລະເບີດ

ກົວເຕມາລາ ຊິຕີ້ 13 ມີ.ຄ. – ພູເຂົາໄຟຟູເອໂກ ທາງພາກຕາເວັນຕົກສ່ຽງໃຕ້ຂອງກົວເຕມາລາເກີດການລະເບີດຂຶ້ນເມື່ອວານນີ້ ພົ່ນເອົາຂີ້ເຖົ່າແລະລາວາໄຫລອອກມາຈາກປາກປ່ອງພູເຂົາໄຟ ເຈົ້າໜ້າທີ່ຕ້ອງສັ່ງອົບພະຍົບປະຊາຊົນທີ່ຢູ່ໃນບໍລິເວນໃກ້ຄຽງອອກໄປຢູ່ໃນທີ່ປອດໄພເນື່ອງຈາກມີຄວາມສ່ຽງວ່າພູເຂົາໄຟຈະລະເບີດຢ່າງຕໍ່ເນື່ອງ. ພູເຂົາໄຟຟູເອໂກເປັນໜຶ່ງໃນພູເຂົາໄຟທີ່ມີການເຄື່ອນໄຫວຮຸນແຮງທີ່ສຸດໃນພູມິພາກອາເມລິກາກາງ ແລະ ມີປະຫວັດການລະເບີດຫຼາຍຄັ້ງໃນຊ່ວງ 10 ປີທີ່ຜ່ານມາ, ໂດຍຄັ້ງຮຸນແຮງທີ່ສຸດເກີດຂຶ້ນເມື່ອປີ 2561 ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດໄປກວ່າ 190 ຄົນ.

ເຫດຈັບຜູ້ໂດຍສານລົດໄຟເປັນຕົວປະກັນໃນປາກີສະຖານຍັງບໍ່ຍຸຕິ

ອິສລາມາບັດ 12 ມີນາ – ເຫດກຸ່ມແບ່ງແຍກດິນແດນໃນປາກີສະຖານຈັບຜູ້ໂດຍສານບົນຂະບວນລົດໄຟເປັນຕົວປະກັນເພື່ອກົດດັນໃຫ້ປ່ອຍຕົວນັກໂທດຕັ້ງແຕ່ມື້ວານນີ້ ຈົນຮອດຂະນະນີ້ສະຖານະການຍັງບໍ່ຍຸຕິ ໂດຍສາມາດຊ່ວຍຕົວປະກັນໄດ້ແລ້ວ 155 ຄົນ ແລະມີຕົວປະກັນຖືກສັງຫານແລ້ວ 27 ຄົນ ກອງກໍາລັງປົດປ່ອຍບາລ໊ອດຫຼືບີແອລເອ (BLA) ເຊິ່ງເປັນກຸ່ມແບ່ງແຍກດິນແດນໃນປາກີສະຖານອ້າງຕົວວ່າ ເປັນຜູ້ລົງມືວາງລະເບີດລາງລົດໄຟ ແລະບຸກຍຶດຂະບວນລົດໄຟໂດຍສານພ້ອມກັບຈັບຜູ້ໂດຍສານເປັນຕົວປະກັນເມື່ອຊ່ວງບ່າຍວັນອັງຄານ, ເປັນຂະບວນລົດດ່ວນຈາຟຟາຫ໌ ເອັກສ໌ເພຼສທີ່ເດີນທາງຈາກເມືອງເກຕຕາເມືອງເອກຂອງແຂວງບາໂລຈິສຖານທາງພາກຕາເວັນຕົກເພື່ອໄປຍັງເມືອງເປຊາວາໃນແຂວງໄຄເບີປັກຕຸນຄວາ ທາງພາກຕາເວັນຕົກສ່ຽງເໜືອ. ກຸ່ມບີແອລເອຮຽກຮ້ອງໃຫ້ທາງການປ່ອຍຕົວນັກໂທດແລະນັກເຄື່ອນໄຫວຂອງທາງກຸ່ມທີ່ຖືກຄຸມຂັງຢູ່ໃນເຮືອນຈໍາພາຍໃນເວລາ 48 ຊົ່ວໂມງ ແລະຫ້າມທະຫານປະຕິບັດການຕອບໂຕ້ ບໍ່ດັ່ງນັ້ນຈະລົງມືສັງຫານຕົວປະກັນ ທະຫານປາກີສະຖານ ກຸ່ມບີແອລເອອ້າງວ່າ ຈັບຕົວປະກັນໄວ້ 214 ຄົນ ຂະນະທີ່ເຈົ້າໜ້າທີ່ທາງການເປີດເຜີຍວ່າ ມີຜູ້ໂດຍສານບົນລົດໄຟທັງໝົດ 425 ຄົນ, ຍັງບໍ່ຮູ້ຈໍານວນກຸ່ມຄົນຮ້າຍ ແລະມີຄົນຖືກສັງຫານແລ້ວ 27 ຄົນນັບຈົນຮອດມື້ນີ້. ຫຼ້າສຸດມີຕົວປະກັນໄດ້ຮັບການຊ່ວຍເຫຼືອແລ້ວ 155 ຄົນ ແລະທາງການຍັງຄົງຊອກຫາທາງຊ່ວຍຕົວປະກັນທີ່ເຫຼືອຕໍ່ໄປ. 

ສິງກະໂປແກ້ໄຂເຂດເລືອກຕັ້ງກ່ອນການເລືອກຕັ້ງທົ່ວໄປໃນປີນີ້

ສິງກະໂປ 11 ມີນາ – ສໍານັກງານການເລືອກຕັ້ງຂອງສິງກະໂປກ່າວວັນນີ້ວ່າ ສິງກະໂປໄດ້ປັບປຸງແກ້ໄຂເຂດເລືອກຕັ້ງ ເຊິ່ງເປັນຂັ້ນຕອນທີ່ສະແດງໃຫ້ເຫັນວ່າ ລັດຖະບານກໍາລັງກຽມການສໍາລັບການເລືອກຕັ້ງທົ່ວໄປ ສິງກະໂປຈະຕ້ອງຈັດການເລືອກຕັ້ງພາຍໃນເດືອນພະຈິກ 2025 ແຕ່ນາຍົກລັດຖະມົນຕີສາມາດປະກາດໃຫ້ມີການເລືອກຕັ້ງກ່ອນກໍານົດໄດ້. ການເລືອກຕັ້ງຄັ້ງນີ້ຈະເປັນການທົດສອບທາງການເລືອກຕັ້ງຄັ້ງທໍາອິດສໍາລັບນາຍົກລັດຖະມົນຕີລອວ໌ເຣນຊ໌ ຫວ່ອງ ເຊິ່ງເຂົ້າຮັບຕໍາແໜ່ງນາຍົກລັດຖະມົນຕີສືບຕໍ່ຈາກທ່ານລີ ເຊຍນລຸງ ເມື່ອເດືອນພຶດສະພາປີທີ່ຜ່ານມາ. ພັກກິດຈະປະຊາຊົນ ຫຼື ພີເອພີ ຂອງທ່ານຫວ່ອງ ຈະຊະນະການເລືອກຕັ້ງຢ່າງແນ່ນອນທີ່ສຸດແລະກວາດບ່ອນນັ່ງໃນລັດຖະສະພາເປັນສ່ວນໃຫຍ່ ເຊັ່ນເດີມຄືກັບທີ່ປະກົດໃນການເລືອກຕັ້ງທຸກຄັ້ງທີ່ຜ່ານມານັບຕັ້ງແຕ່ໄດ້ເອກະລາດເມື່ອປີ 1965. ລາຍງານເລື່ອງການກໍານົດເຂດເລືອກຕັ້ງໃໝ່ທີ່ປະກາດໃນວັນນີ້ຖືກຈັບຕາມອງຢ່າງໃກ້ຊິດເນື່ອງຈາກວັນເລືອກຕັ້ງໃນການເລືອກຕັ້ງທົ່ວໄປຄັ້ງທີ່ຜ່ານໆມາ ມັກຈະມີຂຶ້ນຫຼັງຈາກທີ່ປະກາດເຂດເລືອກຕັ້ງພຽງບໍ່ເທົ່າໃດເດືອນ. ໂດຍລາຍງານການກໍານົດເຂດເລືອກຕັ້ງຖືກສົ່ງໃຫ້ກັບທ່ານຫວ່ອງເມື່ອວັນສຸກແລະລັດຖະບານຍອມຮັບຂໍ້ສະເໜີຕ່າງໆກ່ອນທີ່ຈະປະກາດອອກມາໃນວັນນີ້. ການເລືອກຕັ້ງທີ່ຈະມີຂຶ້ນ ຈະມີຈໍານວນບ່ອນນັ່ງສະມາຊິກລັດຖະສະພາເພີ່ມຂຶ້ນ 4 ບ່ອນນັ່ງເປັນ 97 ບ່ອນນັ່ງຈາກເດີມ 93 ບ່ອນນັ່ງໃນການເລືອກຕັ້ງຄັ້ງທີ່ແລ້ວເມື່ອປີ 2020

ປະເທດຍີ່ປຸ່ນລໍາລຶກຄົບຮອບ 14 ປີ ຂອງແຜ່ນດິນໄຫວຮຸນແຮງແລະຄື້ນຊຶນາມິ

ໂຕກຽວ 11 ມີນາ – ຍີ່ປຸ່ນຈັດພິທີລໍາລຶກວາລະຄົບຮອບ 14 ປີຂອງເຫດການແຜ່ນດິນໄຫວແລະຊຶນາມິຮຸນແຮງທີ່ເກີດຂຶ້ນໃນປີ 2011 ທີ່ເຮັດໃຫ້ມີຜູ້ເສຍຊີວິດແລະສູນຫາຍກວ່າ 20,000 ຄົນ ແລະຍັງເຮັດໃຫ້ເກີດໄພພິບັດຈາກໂຮງໄຟຟ້ານິວເຄລຍຟູກຸຊິມະນໍາອີກ ປະຊາຊົນທົ່ວເຂດຕາເວັນອອກສຽງເໜືອຂອງຍີ່ປຸ່ນຮວມຕົວກັນໃນເວລາ 14.46 ໂມງ ຕາມເວລາທ້ອງຖິ່ນ ຫຼື ຕົງກັບ 12.46 ໂມງ ຕາມເວລາໃນປະເທດລາວ, ເຊິ່ງຕົງກັບເວລາທີ່ເກີດແຜ່ນດິນໄຫວເມື່ອ 14 ປີກ່ອນ ເພື່ອຢືນສະຫງົບນິ້ງ ແລະ ໄວ້ອາໄລໃຫ້ກັບຜູ້ທີ່ເສຍຊີວິດຈາກໄພພິບັດໃນຄັ້ງນີ້. ນາຍົກລັດຖະມົນຕີຊິເງຣຸ ອິຊິບະ ເຂົ້າຮ່ວມພິທີທີ່ຈັດຂຶ້ນທີ່ເມືອງຟູກຸຊິມະ ເພື່ອສະແດງຄວາມເຄົາລົບເຫຍື່ອຜູ້ເຄາະຮ້າຍ ແລະ ໃຫ້ຄໍາໝັ້ນວ່າຈະເຮັດໃຫ້ຍີ່ປຸ່ນເປັນປະເທດທີ່ມີຄວາມສາມາດໃນການຮັບມືໄພພິບັດໄດ້ດີທີ່ສຸດໃນໂລກ. ທ່ານອິຊິບະກ່າວວ່າ ລັດຖະບານຈະຈັດຕັ້ງໜ່ວຍງານໃໝ່ທີ່ເປັນສໍານັກງານປ້ອງກັນໄພພິບັດ ແລະ ຈະເຮັດຢ່າງເຕັມທີ່ໃຫ້ຍີ່ປຸ່ນເປັນຜູ້ນໍາໃນການປ້ອງກັນໄພພິບັດທີ່ດີທີ່ສຸດໃນໂລກ.

ວ່າທີ່ຜູ້ນຳແຄນາດາປະກາດຈະຄວ້າໄຊຊະນະສົງຄາມການຄ້າກັບ “ທຣຳ”

ອົດຕາວາ 10 ມີນາ – ວ່າທີ່ນາຍົກລັດຖະມົນຕີຄົນໃໝ່ ຂອງແຄນາດາປະກາດວ່າຈະນຳປະເທດໄປສູ່ໄຊຊະນະປະທານາທິບໍດີໂດນັລ ທຣຳ ຂອງສະຫະລັດໃນສົງຄາມການຄ້າ ທ່ານມາກ ຄານີ ໄດ້ຮັບໄຊຊະນະການເລືອກຕັ້ງຫົວໜ້າພັກເສລີນິຍົມຫຼືລິເບີຣັລ ຢ່າງຖະຫລົ່ມທະລາຍ, ເຮັດໃຫ້ລາວກຳລັງຈະກ້າວຂຶ້ນຄອງຕຳແໜ່ງນາຍົກລັດຖະມົນຕີຂອງແຄນາດາຕໍ່ຈາກນາຍົກລັດຖະມົນຕີຈັສຕິນ ທຣູໂດ ທີ່ກຳລັງຈະພົ້ນຕຳແໜ່ງທີ່ຄອງມາເກືອບ 10 ປີ. ທ່ານຄານີ ອາຍຸ 59 ປີ ເປັນອະດີດຜູ້ວ່າການທະນາຄານກາງຂອງແຄນາດາ, ເອົາຊະນະຄູ່ແຂ່ງ 3 ຄົນໄດ້ຢ່າງລາບຄາບ ແລະ ຄາດວ່າຈະສາບານຕົນເປັນນາຍົກລັດຖະມົນຕີໃນອີກບໍ່ເທົ່າໃດມື້ນີ້.   ເມື່ອຊາບຜົນເລືອກຕັ້ງແລ້ວທ່ານຄານີໄດ້ກ່າວສຸນທອນພົດ, ເນັ້ນໜັກໄປທີ່ການເຜີຊິນໜ້າກັບທ່ານທຣຳທີ່ໄດ້ໃຊ້ມາດຕະການເກັບພາສີນຳເຂົ້າກັບສິນຄ້າສ່ວນໃຫຍ່ຂອງແຄນາດາ 25 ເປີເຊັນ ແລ້ວຍັງກ່າວວ່າຈະລວມເອົາແຄນາດາເຂົ້າເປັນລັດທີ 51 ຂອງສະຫະລັດ. ໂດຍທ່ານຄານີໄດ້ຕຳນິທ່ານທຣຳວ່າ ໂຈມຕີຄົນງານ, ຄອບຄົວ ແລະ ທຸລະກິດຂອງແຄນາດາດ້ວຍພາສີ, ແຕ່ແຄນາດາຈະຕໍ່ສູ້ຈົນກວ່າລັດຖະບານທ່ານທຣຳຈະສະແດງຄວາມເຄົາລົບແຄນາດາ. ເຖິງຢ່າງໃດກໍຕາມລາວຍອມຮັບແຄນາດາຊຶ່ງເພິ່ງພາການຄ້າກັບສະຫະລັດສູງກຳລັງຢູ່ໃນພາວະລຳບາກ, ສາເຫດຄືສະຫະລັດທີ່ບໍ່ອາດໄວ້ວາງໃຈໄດ້ອີກ ແຕ່ແຄນາດາຈະຝ່າຟັນເພື່ອໄປສູ່ໄຊຊະນະແນ່ນອນ.   ນາຍົກລັດຖະມົນຕີຈັສຕິນ ທຣູໂດ   ພັກເສລີນິຍົມຕ້ອງຈັດເລືອກຕັ້ງຫົວໜ້າພັກຄົນໃໝ່ ເນື່ອງຈາກທ່ານທຣູໂດ ປະເຊິີນແຮງກົດດັນຈາກບັນຫາເສດຖະກິດຮຸມເລົ້າ ລວມໄປເຖິງພາບລັກສ່ວນຕົວທີ່ຍ່ຳແຍ່ລົງ ຈົນໄດ້ປະກາດລາອອກເມື່ອເດືອນມັງກອນ. ແຕ່ໃນຊ່ວງທີ່ຜ່ານມາທີ່ເພິ່ນຕ້ອງປະເຊີນໜ້າກັບທ່ານທຣຳ ປະກົດວ່າ […]

ລາວ-ໄທ ປຶກສາຫາລືກ່ຽວກັບ ການບໍລິຫານກໍລະນີຄຸ້ມຄອງ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ (CMM) ຄັ້ງທີ 4

ໃນລະຫວ່າງວັນທີ 11-12 ມີນາ 2025 ທີ່ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນ ກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດກອງປະຊຸມ ປຶກສາຫາລືກ່ຽວກັບການບໍລິຫານກໍລະນີຄຸ້ມຄອງ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ (CMM) ຄັ້ງທີ 4 ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກໄທ. ຝ່າຍລາວນໍາໂດຍ ທ່ານ ພົຈວ ກອງສະຫວັດ ບຸນລ້ຽງ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ຫົວໜ້າກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ຝ່າຍໄທ ນໍາໂດຍ ທ່ານ ນາງ ຈະຕຸພອນ ໂຣດຈະນະພານິດ ຮອງປະຫຼັດ ກະຊວງການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.     ເພື່ອເປັນການແລກປ່ຽນຂໍ້ມູນຂ່າວສານ ວຽກງານຕ້ານການຄ້າມະນຸດ ໃນການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ການຮັບ-ສົ່ງ, ການຕິດຕາມຫຼັງການສົ່ງຜູ້ຖືກເຄາະຮ້າຍກັບຄືນສູ່ຄອບຄົວ ແລະ ສັງຄົມ ລວມທັງການຕິດຕາມການດຳເນີນຄະດີຄ້າມະນຸດ ຂອງທັງສອງປະເທດ, ທັງເປັນການປົກປ້ອງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ […]

ເກົາຫຼີເໜືອທົດສອບຂີປະນາວຸດຫຼັງຈາກກ່າວໂຈມຕີການຝຶກຊ້ອມຮົບເກົາຫຼີໃຕ້-ສະຫະລັດ

ໂຊລ 10 ມີນາ – ເກົາຫຼີເໜືອທົດສອບຍິງຂີປະນາວຸດຫຼາຍລູກໃນມື້ນີ້ ຫຼັງຈາກທີ່ກ່ອນໜ້ານີ້ບໍ່ເທົ່າໃດຊົ່ວໂມງ ອອກຖະແຫຼງການປະນາມກອງທັບເກົາຫຼີໃຕ້ ແລະ ສະຫະລັດທີ່ເປີດສາກການຊ້ອມຮົບຮ່ວມທີ່ລັດຖະບານປຽງຢາງເອີ້ນວ່າເປັນ “ການກະທຳຍົວະຍຸທີ່ເປັນອັນຕະລາຍ” ຊຶ່ງ ສ່ຽງທີ່ຈະຈຸດຊະນວນໃຫ້ເກີດການປະເຊີນໜ້າໂດຍບໍ່ໄດ້ຕັ້ງໃຈ     ກອງທັບເກົາຫຼີໃຕ້ກ່າວວ່າ ຂີປະນາວຸດຖືກຍິງອອກມາຈາກພູມິພາກທາງຕາເວັນຕົກຂອງເກົາຫຼີເໜືອໄປຍັງທະເລເຫຼືອງ. ການທົດສອບຍິງຂີປະນາວຸດຄັ້ງນີ້ຖືເປັນຄັ້ງທຳອິດທີ່ມີລາຍງານອອກມານັບຕັ້ງແຕ່ປະທານາທິບໍດີໂດນັລ ທຣຳ ຮັບຕຳແໜ່ງຜູ້ນຳສະຫະລັດເມື່ອເດືອນມັງກອນທີ່ຜ່ານມາ.   ການຊ້ອມຮົບຮ່ວມປະຈຳປີລະຫວ່າງເກົາຫຼີໃຕ້ກັບສະຫະລັດໃນຊື່ລະຫັດ “ຟຣີດອມ ຊີລດ໌” (Freedom Shield) ຈະດຳເນີນໄປຮອດວັນທີ 20 ມີນາຄົມ. ການຝຶກຍິງດ້ວຍການໃຊ້ກະສຸນຈິງຖືກລະງັບໄປຫຼັງຈາກທີ່ເຄື່ອງບິນຂັບໄລ່ຂອງເກົາຫຼີໃຕ້ຖິ້ມລະເບີດຜິດເປົ້າໝາຍໄປຕົກໃນເມືອງທີ່ມີພົນລະເຮືອນອາໄສຢູ່ໃກ້ກັບບໍລິເວນຊາຍແດນຕິດກັບເກົາຫຼີເໜືອເມື່ອອາທິດທີ່ແລ້ວ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ 29 ຄົນ.   ເກົາຫຼີເໜືອມັກຈະຮຽກຮ້ອງໃຫ້ຍົກເລີກການຊ້ອມຮົບຮ່ວມລະຫວ່າງເກົາຫຼີໃຕ້ກັບສະຫະລັດ ໂດຍລະບຸວ່າເປັນການກຽມການສຳລັບການບຸກລຸກເກົາຫຼີເໜືອ. ໃນຂະນະທີ່ກອງທັບເກົາຫຼີໃຕ້ກ່າວວ່າ ການຊ້ອມຮົບມີເປົ້າໝາຍໃນການກຽມຄວາມພ້ອມຮ່ວມກັບພັນທະມິດເພື່ອຮັບມືໄພຂົ່ມຂູ່ ເຊັ່ນເກົາຫຼີເໜືອ.

ຍີ່ປຸ່ນຂາດແຄນພະນັກງານປະຈຳຄັ້ງໃຫຍ່

ໂຕກຽວ 9 ມີ.ຄ.- ຜົນສຳຫຼວດພາກເອກະຊົນພົບວ່າ ບໍລິສັດຍີ່ປຸ່ນກຳລັງຂາດແຄນພະນັກງານປະຈຳຄັ້ງຮ້າຍແຮງທີ່ສຸດໃນຮອບເກືອບ 5 ປີ ເວັບໄຊສຳນັກຂ່າວເກຍໂດຂອງຍີ່ປຸ່ນລາຍງານຜົນການສຳຫຼວດຂອງບໍລິສັດເທໂກກຸ ດາຕ້າແບັງວ່າ ໃນບັນດາ 11,000 ບໍລິສັດທີ່ຕອບແບບສອບຖາມເມື່ອເດືອນມັງກອນ 2568 ມີບໍລິສັດຮ້ອຍລະ 53.4 ຕອບວ່າກຳລັງຕ້ອງການພະນັກງານປະຈຳເພີ່ມຂຶ້ນ ຖືເປັນຕົວເລກທີ່ສູງສຸດນັບຈາກເດືອນເມສາ 2563 ແລະ ໃກ້ແຕະສະຖິຕິສູງສຸດທີ່ຮ້ອຍລະ 53.9 ໃນການສຳຫຼວດເມື່ອເດືອນພະຈິກ 2561 ທຸລະກິດທີ່ຕ້ອງການພະນັກງານປະຈຳຫຼາຍທີ່ສຸດ ຄື ທຸລະກິດບໍລິການຂ່າວສານທີ່ຂາດແຄນວິສະວະກອນລະບົບ ຕາມດ້ວຍທຸລະກິດກໍ່ສ້າງ ຂະນະທີ່ບໍລິສັດຮ້ອຍລະ 30.6 ເປີດເຜີຍວ່າ ຂາດແຄນພະນັກງານພາທໄທມ໌ ໂດຍພົບວ່າທຸລະກິດຈັດຫາຄົນເຮັດວຽກຂາດແຄນພະນັກງານພາທໄທມ໌ຫຼາຍທີ່ສຸດ ແລະ ຫຼາຍກວ່າທຸລະກິດຮ້ານອາຫານ ບໍລິສັດຮ້ອຍລະ 68.1 ທີ່ປະສົບບັນຫາຂາດແຄນຄົນເຮັດວຽກເປີດເຜີຍວ່າ ມີແຜນຈະຂຶ້ນເງິນເດືອນພະນັກງານປະຈຳໃນປີການເງິນ 2568 ທີ່ຈະເລີ່ມຕັ້ງແຕ່ເດືອນເມສາ ຫວັງຈູງໃຈພະນັກງານທີ່ມີຢູ່ໃຫ້ເຮັດວຽກກັບບໍລິສັດຕໍ່ໄປ.

ອົດສະຕຣາລີປະສົບກັບນ້ຳຖ້ວມໃນຂະນະທີ່ພາຍຸກຳລັງຈະຂຶ້ນຝັ່ງ

ບຣິສເບນ 8 ມີ.ຄ. – ພື້ນທີ່ທາງຕາເວັນອອກສຽງໃຕ້ຂອງອົດສະຕຣາລີປະເຊີນກັບສະຖານະການນ້ຳຖ້ວມຈາກອິດທິພົນຂອງພາຍຸໄຊໂຄລນອັລເຟຣດ (Alfred) ເຊິ່ງຫຼ້າສຸດອ່ອນກຳລັງລົງເປັນພາຍຸໂຊນຮ້ອນ ແລະ ກຳລັງຈະພັດຂຶ້ນຝັ່ງໃນມື້ນີ້   ພາບດາວທຽມເຫັນພາຍຸອ່ອນກຳລັງລົງ ເຄຣດິດຮູບ: CSU/CIRA & JMA/JAXA ເດີມຄາດກັນວ່າ ອັລເຟຣດຈະເປັນພາຍຸໄຊໂຄລນລູກທຳອິດນັບຕັ້ງແຕ່ປີ 2517 ທີ່ພັດເຂົ້າມາຊາຍຝັ່ງຕາເວັນອອກຂອງອົດສະຕຣາລີໃກ້ເມືອງບຣິສເບນ ເມືອງເອກຂອງລັດຄວີນສ໌ແລນດ໌ ແຕ່ພາຍຸໄດ້ອ່ອນກຳລັງລົງໃນເຊົ້າມື້ນີ້ ກາຍເປັນພາຍຸໂຊນຮ້ອນທີ່ມີຄວາມໄວລົມສູງສຸດໃກ້ສູນກາງບໍ່ເຖິງ 63 ກິໂລແມັດຕໍ່ຊົ່ວໂມງ ແລະ ໄດ້ເຮັດໃຫ້ນ້ຳຖ້ວມເມືອງລິສມອຣ໌ ໃນລັດນິວເຊົາເວລສ໌ ຂະນະທີ່ພັດຜ່ານບໍລິເວນໝູ່ເກາະນອກຊາຍຝັ່ງລັດຄວີນສ໌ແລນດ໌ເມື່ອຊ່ວງຂ້າມຄືນທີ່ຜ່ານມາ ຄາດວ່າພາຍຸຈະພັດຂຶ້ນຝັ່ງແຜ່ນດິນໃຫຍ່ໃນອີກບໍ່ເທົ່າໃດຊົ່ວໂມງຂ້າງໜ້າ ເຖິງຢ່າງໃດກໍຕາມ ກະແສລົມແຮງໄດ້ເຮັດໃຫ້ຕົ້ນໄມ້ຫັກໂຄ່ນ ແລະ ເສົາໄຟຟ້າໂຄ່ນຈຳນວນຫຼາຍ ສົ່ງຜົນໃຫ້ປະຊາຊົນປະມານ 250,000 ຄົນບໍ່ມີໄຟຟ້າໃຊ້ ຂະນະທີ່ຫຼາຍພັນຄົນຕ້ອງອົບພະຍົບ ທາງການມີຄຳເຕືອນໃຫ້ປະຊາຊົນຢູ່ກັບບ້ານໃນຊ່ວງນີ້ ຄາດວ່າສະຖານະການຈະຮ້າຍແຮງລົງອີກເມື່ອພາຍຸພັດຂຶ້ນຝັ່ງເຊິ່ງຈະສົ່ງຜົນກະທົບຮຸນແຮງຕະຫຼອດຊ່ວງທ້າຍສັບປະດານີ້ ຫຼື ອາດຈະຫຼາຍມື້ຫຼັງຈາກນີ້ທັງໃນລັດຄວີນສ໌ແລນດ໌ ແລະ ລັດນິວເຊົາເວລສ໌ ຂະນະທີ່ສະໜາມບິນບຣິສເບນຍັງຄົງປິດການ ໂຮງຮຽນເກືອບ 1,300 ແຫ່ງ ໃນລັດຄວີນສ໌ແລນດ໌ ແລະ ນິວເຊົາເວລສ໌ຕ້ອງປິດຮຽນ ເຖິງຢ່າງໃດກໍຕາມ ຂະນະນີ້ຍັງບໍ່ມີລາຍງານຜູ້ເສຍຊີວິດ