ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ແຂວງອັດຕະປືສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງ ອັດຕະປື ສະໄໝທີ IX ໄຂຂຶ້ນຢ່າງເປັນທາງການໃນວັນທີ 30 ພຶດສະພານີ້ ທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື, ມີສະຫາຍ ນາງ ອາລີ ວົງໜໍ່ບຸນທຳ, ກຳມະການສູນກາງພັກ ປະທານຄະນະບໍລິຫານສູນກາງສະຫະພັນແມ່ຍິງລາວ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມ. ກອງປະຊຸມໃຫຍ່ຄັ້ງນີ້, ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 143 ສະຫາຍ, ຊຶງເປັນຕົວແທນໃຫ້ສະຫາຍສະມາຊິກສະຫະພັນແມ່ຍິງ ຈໍານວນ 32,488 ສະຫາຍ ໃນທົ່ວແຂວງ. ໃນກອງປະຊຸມ ຈະໄດ້ຮັບຟັງການຜ່ານບົດລາຍງານການເມືອງ 2 ພາກ, ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງ 5 ປີ (2021-2025), ແຜນພັດທະນາແມ່ຍິງແຂວງ 5 ປີ (2026-2030) ແລະ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ສະໄໝທີ VIII. ນອກນັ້ນ, ຍັງຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານ ສະຫະພັນແມ່ຍິງແຂວງສະໄໝທີ IX […]

ແຕ່ງຕັ້ງທ່ານ ຄໍາໜັ້ນ ສໍປະເສີດ ເປັນຮັກສາການເລຂາພັກເມືອງຍົມມະລາດ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບ ເລຂາພັກເມືອງ ເຈົ້າເມືອງຍົມມະລາດ ແຂວງຄຳມ່ວນ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 28 ພຶດສະພານີ້ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ. ທ່ານ ສົມໃຈ ພານີຈັນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຄະນະປະຈໍາພັກແຂວງ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງຄໍາມ່ວນ ສະບັບເລກທີ 904, 158/ຈຂ ແລະ 50/ຄປຈ.ຄມ ລົງວັນທີ 27 ພຶດສະພາ 2025. ໃນນີ້, ເຫັນດີຕົກລົງ ຍົກຍ້າຍທ່ານ ບຸນທັນ ສຸວັນນະລາດ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຍົມມະລາດ ໄປຮັບໜ້າທີ່ໃໝ່ ເປັນຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ຕົກລົງແຕ່ງຕັ້ງ ທ່ານ ຄໍາໜັ້ນ ສໍປະເສີດ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ […]

ຄາດ​ວ່າ ຕີ​ມໍເລັ​ດສະເຕ​ ຈະ​ກາຍ​ເປັນ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຢ່າງ​ເປັນ​ທາງ​ການພາຍ​ໃນ​ປີ​ນີ້

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 27 ພຶດ​ສະ​ພາ ຜ່ານມາ, ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 46 ໄດ້​ປິດລົງ​​ຢ່າງ​ເປັນ​ທາງ​ການຢູ່​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ ​ປະ​ເທດ​ມາ​ເລ​ເຊຍ. ທ່ານ​ ອັນ​ວາ ອິບ​ຣາ​ຮິມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​​ຢືນ​ຢັນ​ວ່າ, ​ຄາດ​ວ່າຕີ​ມໍ​ເ​ລັ​ດສະ​ເຕ ​ຈະ​ກາຍ​ເປັນ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ທີ 11 ຢ່າງ​ເປັນ​ທາງ​ການ​ພາຍໃນ​ປີ​ນີ້. ທ່ານ ອັນວາ ອິບຣາຮິມ ກ່າວຕື່ມວ່າ: ຜູ້ນຳຂອງບັນດາປະເທດສະມາຊິກອາຊຽນໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບການປະຕິບັດມາດຕະການທີ່ຈຳເປັນເພື່ອສະໜັບສະໜູນຕີມໍເລັດສະເຕເຂົ້າເປັນປະເທດສະມາຊິກອາຊຽນ. ໃນໂອກາດໃຫ້ສຳພາດຕໍ່ນັກຂ່າວໃນໄລຍະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນເທື່ອນີ້, ທ່ານ ຊານາໆ ກຸສມາວ ນາຍົກລັດຖະມົນຕີຕີມໍເລັດສະເຕ ກ່າວວ່າ: ຕີມໍເລັດສະເຕໄດ້ສຳເລັດຂໍ້ກຳນົດສ່ວນຫຼາຍສຳລັບການເຂົ້າເປັນປະເທດສະມາຊິກອາຊຽນແລ້ວ ແລະ ຈະສຸມກຳລັງຢ່າງສຸດຂີດເພື່ອສຳເລັດຕາມຂໍ້ກຳນົດອື່ນໆທີ່ເຫຼືອ, ຕີມໍເລັດສະເຕມີຄວາມໝັ້ນໃຈຢ່າງເຕັມທີ່ໃນດ້ານການເຂົ້າເປັນປະເທດສະມາຊິກອາຊຽນຢ່າງເປັນທາງການພາຍໃນປີນີ້. ຕີມໍເລັສເຕໄດ້ຮ້ອງຂໍເຂົ້າເປັນປະເທດສະມາຊິກອາຊຽນໃນປີ 2011, ແລະ ປັດຈຸບັນເປັນປະເທດສັງເກດການຂອງອາຊຽນ.

Oatmeal ກັບ Overnight Oat ຕ່າງກັນແນວໃດ ແບບໃດເໝາະກັບທ່ານ

ໃນໄລຍະບໍ່ເທົ່າໃດປີທີ່ຜ່ານມາ, ອາຫານເຊົ້າອຍ່າງ Oatmeal ແລະ Overnight Oat ໄດ້ຮັບຄວາມນິຍົມຢ່າງຫຼາຍ ດ້ວຍປະໂຫຍດຕໍ່ສຸຂະພາບແລະຄວາມສະດວກໃນການກະກຽມ. ມາເບິ່ງວ່າ Oatmeal ແລະ Overnight Oat ແຕກຕ່າງກັນແນວໃດ ແລະຄວນເລືອກກິນແບບໃດໃຫ້ເໝາະກັບໄລຟ໌ສະໄຕລ໌ຂອງຕົນເອງ. Oatmeal ແມ່ນຫຍັງ Oatmeal ແມ່ນອາຫານທີ່ເຮັດຈາກເຂົ້າໂອ໊ດນຳໄປຕົ້ມຈົນສຸກ ໄດ້ເນື້ອສຳຜັດອ່ອນນຸ່ມແລະລົດຊາດອ່ອນ. ສາມາດເພີ່ມສ່ວນປະສົມຕ່າງໆ ເຊັ່ນ ໝາກໄມ້, ຖົ່ວ, ຫຼືເຄື່ອງເທດເພື່ອເພີ່ມລົດຊາດແລະຄຸນຄ່າທາງໂພຊະນາການໄດ້. Oatmeal ມັກເປັນອາຫານເຊົ້າທີ່ໃຫ້ພະລັງງານສູງ ຊ່ວຍໃຫ້ອິ່ມທ້ອງນານແລະເໝາະກັບຄົນທີ່ຕ້ອງການດູແລສຸຂະພາບ. Overnight Oat ແມ່ນຫຍັງ Overnight Oat ແມ່ນເຂົ້າໂອ໊ດທີ່ນຳໄປແຊ່ໃນຂອງແຫລວ ເຊັ່ນ ນົມຫຼືນ້ຳເປົ່າ ໂດຍບໍ່ຜ່ານການຕົ້ມ ພຽງແຕ່ແຊ່ທິ້ງໄວ້ໃນຕູ້ເຢັນຂ້າມຄືນ. ເມັດເຂົ້າໂອ໊ດຈະດູດຊຶມນ້ຳແລະອ່ອນນຸ່ມລົງຈົນສາມາດກິນໄດ້ໃນຕອນເຊົ້າ. ສະດວກຫຼາຍສຳລັບຜູ້ທີ່ມີເວລາຈຳກັດໃນຕອນເຊົ້າ ແລະຍັງສາມາດກະກຽມລ່ວງໜ້າໄດ້ຫຼາຍວັນ. ຄວາມແຕກຕ່າງລະຫວ່າງ Oatmeal ແລະ Overnight Oat ວິທີການກະກຽມ: Oatmeal ຕ້ອງຜ່ານການຕົ້ມດ້ວຍຄວາມຮ້ອນ ສ່ວນ Overnight Oat ໃຊ້ວິທີການແຊ່ເຢັນໂດຍບໍ່ຕ້ອງໃຊ້ຄວາມຮ້ອນ. ເນື້ອສຳຜັດ: Oatmeal […]

ພາຍຸພັດເຂົ້ານະຄອນຫຼວງນິວເດລີ ເຮັດໃຫ້ຖິຽວບິນຫຼາຍ 100 ຖ້ຽວໄດ້ຮັບຜົນກະທົບ

ຂ່າວຕ່າງປະເທດລາຍງານວ່າ: ໃນຄືນວັນທີ 24 ພຶດສະພາ ຜ່ານມາ, ເຂດນະຄອນຫຼວງນິວເດລີ ແລະ ລັດໃກ້ຄຽງຂອງອິນເດຍ ໄດ້ເກີດພາຍຸ, ຟ້າຮ້ອງ ຢ່າງຮຸ່ນແຮງ, ມີຝົນຕົກໜັກ ແລະ ຟ້າຜ່າ, ສົ່ງຜົນໃຫ້ເກີດນ້ຳຖ້ວມ, ຕົ້ນໄມ້ຫັກ ແລະ ສົ່ງຜົນກະທົບຕໍ່ຖ້ຽວບິນຫຼາຍກວ່າ 100 ຖ້ຽວ ໃນຫຼາຍລັດທາງພາກເໜືອຂອງປະເທດ. ລາຍງານລະບຸວ່າ: ລົດເມ, ລົດຍົນ ແລະ ພາຫະນະອື່ນໆ ຫຼາຍຄັນໄດ້ຈົມນໍ້າຢູ່ໃນອຸໂມງທາງລອດຕ່າງໆ ໃນຫຼາຍເຂດທົ່ວນະຄອນຫຼວງນິວເດລີ ແລະ ໄດ້ເກີດລະບົບໄຟຟ້າຂັດຂ້ອງເປັນເວລາຫຼາຍຊົ່ວໂມງໃນຫຼາຍເຂດຍ້ອນສະພາບອາກາດບໍ່ດີ. ໃນຕອນເຊົ້າວັນທີ 25 ພຶດສະພາຜ່ານມານີ້, ໄດ້ເກີດໄພນ້ຳຖ້ວມລະດັບຫົວເຂົ່າເຖິງແອວຢູ່ເຂດທີ່ຕໍ່າຫຼາຍຈຸດ. ໂດຍສະເພາະໃນພາກກາງ ແລະ ພາກໃຕ້ຂອງນິວເດລີ ສົ່ງຜົນໃຫ້ການຈະລາຈອນຕິດຂັດ. ສະໜາມບິນເດລີ, ໄດ້ອອກແຈ້ງການໃຫ້ຜູ້ໂດຍສານກວດສອບສະຖານະຖ້ຽວບິນຂອງຕົນກ່ອນອອກເດີນທາງໄປສະໜາມບິນ. ໂດຍມີລາຍງານວ່າສະພາບດິນຟ້າອາກາດບໍ່ເອື້ອອຳນວຍ ໃນລະຫວ່າງເວລາ 23:30-04:00 ໂມງ, ໂດຍມີຖ້ຽວບິນຈຳນວນ 49 ຖ້ຽວຖືກປ່ຽນເສັ້ນທາງໄປສູ່ສະໜາມບິນອື່ນແທນສະໜາມບິນປາຍທາງເດີມ. ເຖິງຢ່າງໃດກໍຕາມ, ປັດຈຸບັນ, ການບໍລິການການບິນໄດ້ກັບຄືນສູ່ສະພາບປົກກະຕິແລ້ວ.

ສະຫວັນນະເຂດປະກາດແຕ່ງຕັ້ງ ຄະນະນຳຂັ້ນສູງຂອງແຂວງ

ໃນວັນທີ 27 ພຶດສະພານີ້, ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດພະນັກງານອອກພັກການ-ຮັບອຸດໜູນບານ ແລະ ຍົກຍ້າຍ-ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງແຂວງສະຫວັນນະເຂດຫຼາຍພາກສ່ວນ ພາຍໃຕ້ການໃຫ້ກຽດເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ. ໃນພິທີ, ທ່ານ ອ່ອນລຳພັນ ບົວສີແກ້ວ ກຳມະການພັກແຂວງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນຜ່ານເອກະສານສຳຄັນຕ່າງໆຂອງຄະນະເລຂາທິການສູນກາງພັກ, ຂອງຄະນະປະຈຳພັກແຂວງ ແລະ ເຈົ້າແຂວງສະຫວັນນະເຂດ ໃນນີ້: ໄດ້ຕົກລົງໃຫ້ທ່ານ ຄໍາແພງ ເພັດທຸມພອນ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ແລະ ທ່ານ ໄຊຍະເສນ ແກ້ວວິໄລສັກ ກຳມະການພັກແຂວງ ຫົວໜ້າອົງການກາແດງແຂວງ ອອກພັກການ-ຮັບອຸດໜູນບຳນານ ໃນງວດ III ປີ 2025 ເປັນຕົ້ນໄປ, ແຕ່ງຕັ້ງທ່ານ ຄຳເກິ່ງ ສຸດທິເດດ ກຳມະການພັກແຂວງ ຮອງປະທານແນວລາວສ້າງຊາດ ເປັນຮັກສາການປະທານແນວລາວສ້າງຊາດແຂວງ, ເຫັນດີຍົກຍ້າຍ-ແຕ່ງຕັ້ງທ່ານ ນາງ ສີສະຫວັດ ໂຄດທະວົງສາ ກຳມະການພັກແຂວງ ປະທານສະຫະພັນກຳມະບານແຂວງ ໄປຮັບໜ້າທີ່ໃໝ່ເປັນເລຂາໜ່ວຍພັກຮາກຖານ ເປັນຫົວໜ້າອົງການກາແດງແຂວງ. […]

ຟີຟາ ມອບສະໜາມເຕະບານຫຍ້າທຽມ ໃຫ້ໂຮງຮຽນ ມສ ນາຄວາຍ

ສະຫະພັນບານເຕະສາກົນ ຫຼື ຟີຟາ ມອບສະໜາມກິລາເຕະບານຫຍ້າທຽມທີ່ແທດເໝາະສຳລັບການພັດທະນານັກກິລາຮຸ່ນອະນຸຊົນ ແລະ ເຍົາວະຊົນຍິງ-ຊາຍ ທີ່ນອນໃນເປົ້າໝາຍຂອງໂຄງການ “FIFA Arena Project” ໃຫ້ແກ່ໂຮງຮຽນມັດທະຍົມສົມບູນ ນາຄວາຍ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ຊຶ່ງເປັນໂຮງຮຽນແຫ່ງທຳອິດໃນ ສປປ ລາວ ໂດຍສະໜາມດັ່ງກ່າວຈະສາມາດສ້າງນັກກິລາຮຸ່ນສືບທອດກ້າວສູ່ທີມຊາດໃນອະນາ ຄົດ. ພິທີເປີດນຳໃຊ້ສະໜາມກິລາດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ ນີ້ ທີ່ໂຮງຮຽນມັດທະຍົມບ້ານນາຄວາຍໃຕ້ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທັງເປັນປະທານສະມາຄົມກິລາ-ກາຍະກຳ ນະຄອນຫຼວງວຽງຈັນ, ທ່ານ ນາງ ວິໄລວອນ ຈັນທະລາຕີ ເຈົ້າເມືອງໄຊເຊດຖາ, ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ຊານ ຈີວານ ບາລາຊິນແກມ ຜູ້ອຳນວຍການຝ່າຍປະສານງານສະຫະພັນບານເຕະ ສະມາຊິກຂົງເຂດ ອາຊີ-ໂອເຊນີ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກ່ອນໜ້ານີ້ ໂຄງການ “FIFA […]

ວິທີຕັ້ງເປົ້າໝາຍໃຫ້ສໍາເລັດດ້ວຍ Vision Board

ວິທີການຕັ້ງເປົ້າໝາຍໃຫ້ບໍ່ຫຼຸດໂຟກັສແລະສາມາດລົງມືເຮັດໄດ້ແທ້ໆ ນຶ່ງໃນວິທີທີ່ຫຼາຍຄົນທົ່ວໂລກໃຊ້ແມ່ນການສ້າງ Vision Board ຫຼື ກະດານຮູບພາບເປົ້າໝາຍ. ບົດຄວາມນີ້ຈະພາທ່ານໄປຮູ້ຈັກຜົນປະໂຫຍດຂອງ Vision Board ແລະວິທີເຮັດທີ່ໃຫ້ຜົນແທ້ໆ. Vision Board ແມ່ນຫຍັງ Vision Board ແມ່ນກະດານລວບລວມຮູບພາບຫຼືຂໍ້ຄວາມທີ່ສະແດງເຖິງເປົ້າໝາຍ, ຄວາມຝັນ, ຫຼືສິ່ງທີ່ທ່ານຢາກບັນລຸໃນຊີວິດ. ມັນຊ່ວຍກະຕຸ້ນໃຫ້ສະໝອງຈົດຈໍາພາບຄວາມສໍາເລັດແລະເຮັດໃຫ້ທ່ານມີແຮງຜັກດັນໃນການລົງມືເຮັດແທ້ໆ. ເປັນຫຍັງ Vision Board ຈຶ່ງຊ່ວຍໃຫ້ການຕັ້ງເປົ້າໝາຍສໍາເລັດ ການຕັ້ງເປົ້າໝາຍດ້ວຍຮູບພາບຊ່ວຍໃຫ້ສະໝອງຮັບຮູ້ສິ່ງທີ່ເຮົາຕ້ອງການຢ່າງຊັດເຈນຂຶ້ນ. ເປັນເທັກນິກທີ່ກ່ຽວຂ້ອງກັບ “ການຕັ້ງຈິດ” ແລະຫຼັກການຂອງຈິດໃຕ້ສໍານຶກ (Subconscious Mind). ນອກນັ້ນ, ການມອງຮູບພາບເປົ້າໝາຍທຸກມື້ຍັງຊ່ວຍໃຫ້ທ່ານບໍ່ລືມເສັ້ນທາງທີ່ຕ້ອງເດີນ ແລະສ້າງຄວາມເຊື່ອໝັ້ນໃຫ້ກັບຕົວເອງ. ຂັ້ນຕອນການເຮັດ Vision Board ແບບງ່າຍໆ ກໍາຫນົດເປົ້າໝາຍຊີວິດ ເລີ່ມຈາກການຂຽນສິ່ງທີ່ຢາກໄດ້ໃນຊີວິດ ເຊັ່ນ: ການງານ, ຄວາມສໍາພັນ, ສຸຂະພາບ, ການເງິນ, ຫຼື ການທ່ອງທ່ຽວ ຄົ້ນຫາຮູບພາບຫຼືຄໍາເວົ້າທີ່ສະທ້ອນເປົ້າໝາຍ ເລືອກຮູບຈາກນິດຕະຍະສານ, ເວັບໄຊທ໌, ຫຼືແອັບທີ່ໃຊ້ງານງ່າຍ ເຊັ່ນ Pinterest ຫຼື Canva ຈັດເຮຍງຮູບພາບແລະຂໍ້ຄວາມລົງກະດານ ໃຊ້ບອດແຂງຫຼືໂປສເຕີ […]

ອິນໂດເນເຊຍ ຈະສຸມໃສ່ການຜະລິດພະລັງງານແສງຕາເວັນ ແລະ ນໍ້າ

ຂ່າວຕ່າງປະເທດລາຍງານໃນວັນທີ 26 ພຶດສະພາ ຜ່ານມາ; ກະຊວງພະລັງງານ ອິນໂດເນເຊຍ ໄດ້ເປີດເຜີຍໃນແຜນການພະລັງງານແຫ່ງຊາດສະບັບຫຼ້າສຸດວ່າ: ອິນໂດເນເຊຍ ຕັ້ງເປົ້າເພີ່ມອັດຕາສ່ວນພະລັງງານໝູນວຽນ ໂດຍຈະຫຼຸດການເພີ່ມກຳລັງການຜະລິດໄຟຟ້າຈາກອາຍແກ໊ສລົງ. ກະຊວງດັ່ງກ່າວໃຫ້ຮູ້ວ່າ: ອິນໂດເນເຊຍວາງແຜນຈະເພີ່ມກຳລັງການຜະລິດໄຟຟ້າປະມານ 60 ກິກາວັດໃນໄລຍະ 9 ປີຕໍ່ໜ້າ, ໂດຍເກືອບ 3/4 ແມ່ນໄດ້ມາຈາກແຫຼ່ງພະລັງງານໝູນວຽນ. ສ່ວນທີ່ເຫຼືອຈະມາຈາກອາຍແກ໊ສ ແລະຖ່ານຫີນ. ປັດຈຸບັນ, ອິນໂດເນເຊຍ ອາໄສໂຮງໄຟຟ້າຖ່ານຫີນຈຳນວນຫຼວງຫຼາຍເພື່ອຕອບສະໜອງຄວາມຕ້ອງການໄຟຟ້າ. ເຮັດໃຫ້ເປັນແຫຼ່ງປ່ອຍອາຍແກ໊ສກາກບອນທີ່ໃຫຍ່ທີ່ສຸດຂອງພາກພື້ນ. ທັງນີ້, ພະລັງງານແສງຕາເວັນຈະເປັນແຫຼ່ງພະລັງງານທີ່ມີການເພີ່ມກຳລັງການຜະລິດຫຼາຍທີ່ສຸດ ເຖິງ 17 ກິກາວັດ, ຮອງລົງມາແມ່ນພະລັງງານໄຟຟ້ານ້ຳຕົກຢູ່ທີ່ 12 ກິກາວັດ. ສ່ວນກຳລັງການຜະລິດໄຟຟ້າຈາກອາຍແກ໊ສທໍາມະຊາດຈະເພີ່ມປະມານ 10 ກິກາວັດ ຊຶ່ງຫຼຸດລົງຈາກ 15 ກິກະວັດ ທີ່ເຄີຍໄດ້ລາຍງານໃນຕົ້ນປີນີ້. ແນວໃດກໍດີ, ອິນໂດເນເຊຍ ບໍ່ໄດ້ກ່າວເຖິງການຢຸດເຊົາການເຄື່ອນໄຫວຂອງໂຮງໄຟຟ້າຖ່ານຫີນທີ່ມີຢູ່ກ່ອນກຳນົດ ແລະ ຍັງລະບຸວ່າອິນໂດເນເຊຍມີຄວາມຕັ້ງໃຈທີ່ຈະເພີ່ມກຳລັງການຜະລິດໄຟຟ້າຖ່ານຫີນອີກ 6 ກິກາວັດ ເຂົ້າລະບົບ ໃນອີກ 9 ປີຕໍ່ໜ້າ. ທ່ານ ບາລິລ ລາຮາດາເລຍ ລັດຖະມົນຕີກະຊວງພະລັງງານຂອງອິນໂດເນເຊຍໄດ້ເປີດເຜີຍໃນຖະແຫຼງການວ່າ: […]

ນອນກັບແມ່ VS ແຍກຫ້ອງ ແບບໃດເດັກ “ສະໝອງພັດທະນາ” ໄວກວ່າເຖິງ 30%

ການວິໄຈຫາວາດ ນອນກັບແມ່ VS ແຍກຫ້ອງ ແບບໃດເດັກ “ສະໝອງພັດທະນາ” ໄວກວ່າເຖິງ 30% ຜົນການວິໄຈຊີ້! ເດັກນອນກັບແມ່ສະໝອງພັດທະນາໄວກວ່າເຖິງ 30% ຫຼັງຜ່ານໄປ 10 ປີ ເປີດເຜີຍຄວາມຈິງທີ່ຄົນສ່ວນໃຫຍ່ອາດເຂົ້າໃຈຜິດ “ແຍກຫ້ອງໄວເກີນໄປ” ອາດເຮັດຮ້າຍລູກໂດຍບໍ່ຮູ້ຕົວ ຫຼາຍຄອບຄົວອາດເຊື່ອວ່າການໃຫ້ລູກນອນຫ້ອງແຍກຕັ້ງແຕ່ອາຍຸນ້ອຍຈະຊ່ວຍເສີມສ້າງຄວາມເປັນອິດສະຫຼະພາບ ແລະ ຄວາມສາມາດໃນການດູແລຕົນເອງ ແຕ່ຜົນການວິໄຈຫຼ້າສຸດຈາກສູນພັດທະນາເດັກແຫ່ງມະຫາວິທະຍາໄລຮາວາດກັບຊີ້ໃຫ້ເຫັນວ່າ ການໃຫ້ເດັກນອນກັບແມ່ໃນໄວແຮກເກີດຈົນເຖິງໄວທີ່ເໝາະສົມ ອາດສົ່ງຜົນຕໍ່ພັດທະນາການທາງສະໝອງໄດ້ດີກວ່າໃນໄລຍະຍາວ ຂໍ້ມູນຈາກງານວິໄຈລະບຸວ່າ ເດັກທີ່ຖືກແຍກຫ້ອງນອນໄວເກີນໄປ ມີແນວໂນ້ມພັດທະນາສະໝອງຊ້າກວ່າເດັກທີ່ໄດ້ນອນກັບແມ່ເຖິງ 30% ຫຼັງຈາກຜ່ານໄປ 10 ປີ ສາເຫດສຳຄັນມາຈາກລະດັບຮໍໂມນຄໍຕິໂຊນ (Cortisol) ຫຼື “ຮໍໂມນຄວາມເຄັ່ງຕຶງ” ທີ່ສູງຂຶ້ນໃນເດັກທີ່ນອນຢ່າງບໍ່ໝັ້ນຄົງຫຼືບໍ່ຮູ້ສຶກປອດໄພ ລະດັບຄໍຕິໂຊນທີ່ສູງເປັນເວລານານສາມາດສົ່ງຜົນກະທົບຕໍ່ສະໝອງໃນຫຼາຍດ້ານ ເຊັ່ນ ຄວາມຈຳລຸດລົງ (ກະທົບຕໍ່ຮິບໂປແຄມປັສ), ສະມາທິສັ້ນ ຕັດສິນໃຈໄດ້ບໍ່ດີ (ກະທົບຕໍ່ເປືອກສະໝອງສ່ວນໜ້າ), ຄວາມວິດຕົກກັງວົນ ແລະ ຄວາມໄວຕໍ່ອາລົມເພີ່ມຂຶ້ນ (ຮິບໂປແຄມປັສ ແລະ ອະມິກດາລາ) ຂໍ້ເຂົ້າໃຈຜິດທີ່ພົບບ່ອຍຂອງພໍ່ແມ່ກ່ຽວກັບການໃຫ້ລູກນອນຫ້ອງແຍກ ເຂົ້າໃຈຜິດວ່າລູກຍິ່ງນອນແຍກໄວ ຍິ່ງດີ ພໍ່ແມ່ຈໍານວນບໍ່ນ້ອຍມອງວ່າເດັກຍິ່ງນອນຄົນດຽວໄວ ຍິ່ງຮຽນຮູ້ທີ່ຈະພຶ່ງພາຕົນເອງໄວຂຶ້ນ ຊຶ່ງມັກໄດ້ຮັບອິດທິພົນຈາກສື່ຫຼືແນວທາງລ້ຽງດູແບບຕາເວັນຕົກ ແນວໃດກໍຕາມ […]