ເຝົ້າລະວັງ ປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດ ຂອງພະຍາດໄຂ້ເລືອດດໍາ ບໍ່ໃຫ້ແຜ່ລະບາດເຂົ້າມາ ສປປລາວ

ກະຊວງກະສິກຳ ແລະ ປ່າໄມ້ ອອກແຈ້ງການ ເລື່ອງ ເພີ່ມທະວີການເຝົ້າລະວັງ ແລະ ຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໄຂ້ເລືອດດຳ ບໍ່ໃຫ້ແຜ່ລາມເຂົ້າມາ ສປປ ລາວ. ເນື່ອງຈາກພົບການລະບາດຂອງພະຍາດໄຂ້ເລືອດດຳໃນສັດລ້ຽງຢູ່ແຂວງມຸກດາຫານ ປະເທດໄທ ເຊິ່ງເປັນພະຍາດຕິດຕໍ່ຮ້າຍແຮງທີ່ເກີດກັບສັດລ້ຽງລູກດ້ວຍນ້ຳນົມ ແລະ ສາມາດຕິດຕໍ່ສູ່ຄົນໄດ້. ກະຊວງກະສິກຳ ແລະ ປ່າໄມ້ ຈຶ່ງໄດ້ອອກແຈ້ງການດັ່ງນີ້: ໃຫ້ໂຈະການນຳເຂົ້າ ແລະ ສົ່ງຜ່ານສັດ ແລະ ຜະລິດຕະພັນສັດປະເພດ ງົວ, ຄວາຍ, ມ້າ, ໝູ, ແກະ ແລະ ແບ້ ຈາກປະເທດໄທຢ່າງເດັດຂາດ ຈົນກວ່າສະພາບການລະບາດຈະກັບຄືນສູ່ສະພາບປົກກະຕິ. ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອນຫຼວງວຽງຈັນ ສົມທົບກັບພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດຢ່າງເຂັ້ມງວດຢູ່ດ່ານຕ່າງໆ ແລະ ດຳເນີນການສີດພົ່ນຢາຂ້າເຊື້ອພາຫະນະທີ່ເຂົ້າມາຈາກປະເທດໄທ. ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ […]
“ທຣຳ” ສະແດງຄວາມຍິນດີ “ມາຣ໌ກ ຄາຣ໌ເນ” ຊະນະການເລືອກຕັ້ງການາດາ

ປະທານາທິບໍດີໂດນັລດ໌ ທຣຳ ຂອງສະຫະລັດຯ ໂທລະສັບໄປຫາທ່ານມາຣ໌ກ ຄາຣ໌ເນ ນາຍົກລັດຖະມົນຕີການາດາເພື່ອສະແດງຄວາມຍິນດີທີ່ເພິ່ນເປັນຜູ້ຊະນະໃນການເລືອກຕັ້ງທົ່ວໄປຂອງການາດາເມື່ອມື້ນີ້ (29 ເມສາ) ແລະ ໄດ້ຕົກລົງວ່າຜູ້ນຳທັງສອງຈະພົບແລະເຈລະຈາປະເດັນຕ່າງໆເຊັ່ນ: ຄວາມສຳພັນທາງເສດຖະກິດແລະຄວາມໝັ້ນຄົງ ໃນອີກບໍ່ດົນຕໍ່ຈາກນີ້. ຜົນການເລືອກຕັ້ງຢ່າງເປັນທາງການຂອງການາດາ, ປີແອຣ໌ ປົວລີຟຣ໌ ຫົວໜ້າພັກຝ່າຍຄ້ານ ອະນຸລັກນິຍົມ ພ່າຍແພ້ເຖິງກັບສູນເສຍທີ່ນັ່ງຂອງຕົວເອງຢ່າງບໍ່ໜ້າເຊື່ອດ້ວຍ ຂະນະທີ່ ມາຣ໌ກ ຄາຣ໌ເນ ຍັງຮັກສາຕຳແຫນ່ງນາຍົກລັດຖະມົນຕີຂອງການາດາເອົາໄວ້ຕໍ່ໄປ ເຖິງແມ່ນວ່າບໍ່ໄດ້ຄອງສຽງສ່ວນຫຼາຍໃນສະພາ. ນາຍົກລັດຖະມົນຕີມາຣ໌ກ ຄາຣ໌ເນ ຂອງການາດາ ຮ້ອງເພງແລະເຕັ້ນຢ່າງມ່ວນຊື່ນຮ່ວມກັບກຸ່ມຜູ້ສະໜັບສະໜູນ ຫຼັງຮູ້ຜົນການເລືອກຕັ້ງພັກເສລີນິຍົມຂອງເພິ່ນເປັນຝ່າຍຊະນະເມື່ອວັນຈັນທີ່ຜ່ານມາ ໄດ້ບໍລິຫານປະເທດຕໍ່ໄປອີກສະໄໝ ໂດຍພັກເສລີນິຍົມ ເອົາຊະນະພັກອະນຸລັກນິຍົມ ທີ່ນຳໂດຍປີແອຣ໌ ປົວລີຟຣ໌ ຜູ້ມີສະໂລແກນ “ການາດາຕ້ອງມາກ່ອນ” ແລະ ບາງຄັ້ງສະໄຕການເວົ້າຈາສຽດສີຂອງເພິ່ນເຮັດໃຫ້ເກີດການປຽບທຽບກັບປະທານາທິບໍດີໂດນັລດ໌ ທຣຳ ຜູ້ນຳສະຫະລັດຯ ຊຶ່ງອາດເຮັດໃຫ້ເພິ່ນແພ້ການເລືອກຕັ້ງ. ທັງນີ້, ພັກອະນຸລັກນິຍົມ ມີຄະແນນນິຍົມນຳໃນຜົນການສຳຫຼວດຄວາມຄິດເຫັນຂອງໂພລຫຼາຍສຳນັກມາຕິດຕໍ່ກັນຫຼາຍເດືອນ ກ່ອນຈະຫາຍໄປຫຼັງຈາກປະທານາທິບໍດີທຣຳປະກາດຂຶ້ນພາສີນຳເຂົ້າຈາກການາດາແລະຂູ່ຈະລວມເອົາການາດາເປັນຂອງສະຫະລັດຯ. ຊາວການາດາຈຶ່ງຫຼີກລ້ຽງທີ່ຈະຊື້ສິນຄ້າແລະເດີນທາງເຂົ້າສະຫະລັດຯ ເພື່ອຕອບໂຕ້. ຂະນະດຽວກັນ, ເຖິງແມ່ນວ່າຄາຣ໌ເນຍັງຄົງເປັນນາຍົກລັດຖະມົນຕີ […]
ນິວຊີແລນ ຝົນຕົກໜັກ ປະກາດພາວະສຸກເສີນບາງພື້ນທີ່ ຫຼັງຈາກພົບພາຍຸລົມແຮງທີ່ສຸດໃນຮອບ 10 ປີ
ວາຕະໄພ ຫຼື ພາຍຸລົມແຮງຈັດໜັກທີ່ສຸດຖະຫຼົ່ມກຸງເວລລິງຕັນ ເມືອງຫຼວງນິວຊີແລນໃນວັນນີ້ (1 ພຶດສະພາ) ເຮັດໃຫ້ກຸງເວລລິງຕັນປະກາດເຕືອນໄພວາຕະໄພລະດັບສູງສຸດສີແດງເປັນຄັ້ງທຳອິດ ນັບຕັ້ງແຕ່ເລີ່ມໃຊ້ລະບົບເຕືອນໄພວາຕະໄພມາຕັ້ງແຕ່ປີ 2019 ຫຼື ເມື່ອ 6 ປີກ່ອນ ເຮັດໃຫ້ກຸງເວລລິງຕັນຕ້ອງຍົກເລີກທ່ຽວບິນ, ເຮືອຂ້າມຟາກລະຫວ່າງເກາະເໜືອ-ເກາະໃຕ້ຢຸດເດີນເຮືອ, ສະພາເມືອງປິດ ແລະ ປິດໂຮງຮຽນ, ປິດຖະໜົນໃນເມືອງຫຼວງນິວຊີແລນໃນມື້ນີ້. ສະພາບອາກາດຮຸນແຮງສຸດຂັ້ນຖະຫຼົ່ມຫຼາຍພື້ນທີ່ນິວຊີແລນ ລວມເຖິງກຸງເວລລິງຕັນ ເມືອງຫຼວງ ແລະ ເກາະໃຕ້ຂອງນິວຊີແລນ ເຮັດໃຫ້ເກີດນ້ຳຖ້ວມເກາະໃຕ້ ຫຼັງຝົນຕົກໜັກ 24 ຊົ່ວໂມງໃນມື້ນີ້. ດ້ານສະຖາບັນວິໄຈນ້ຳແລະບັນຍາກາດແຫ່ງຊາດນິວຊີແລນ (NIWA) ລາຍງານວ່າ ເກີດພາຍຸລົມແຮງຈັດຄວາມໄວລົມສະເລ່ຍ 87 ກິໂລແມັດຕໍ່ຊົ່ວໂມງ ຊຶ່ງແຮງສຸດໃນຮອບ 12 ປີນັບຕັ້ງແຕ່ປີ 2013 ເປັນຕົ້ນມາ ສ່ວນຄວາມໄວລົມກະໂຊກສູງສຸດຢູ່ທີ່ 160 ກິໂລແມັດຕໍ່ຊົ່ວໂມງ. ໃນກຸງເວລລິງຕັນ, ຍົກເລີກທ່ຽວບິນທັງຂາເຂົ້າຂາອອກເກືອບທັງໝົດທີ່ສະໜາມບິນນານາຊາດເວລລິງຕັນໃນມື້ນີ້. ເຮືອເຟີຣີ່ທີ່ແລ່ນລະຫວ່າງເກາະເໜືອກັບເກາະໃຕ້ຢຸດເດີນເຮືອ ສ່ວນສະພາເມືອງເວລລິງຕັນປິດທຳການໃນວັນນີ້ ລວມໄປເຖິງສະຖາບັນການສຶກສາ, ມະຫາວິທະຍາໄລວິກຕໍເຣຍແຫ່ງເວລລິງຕັນແລະໂຮງຮຽນປິດຮຽນທັງໝົດ.
ຂໍ້ມູນລັບ! ປາກິສະຖານອ້າງອິນເດຍກຽມທະຫານ “ໂຈມຕີ” ພາຍໃນ 36 ຊົ່ວໂມງ

ປາກິສະຖານອ້າງມີ “ຂໍ້ມູນໜ້າເຊື່ອຖື” ວ່າອິນເດຍກຳລັງວາງແຜນໂຈມຕີທາງທະຫານພາຍໃນ 24-36 ຊົ່ວໂມງ. ທ່າມກາງຂໍ້ພິພາດຮຸນແຮງໃນແຄດເມຍ, ສ້າງຄວາມຕຶງຄຽດເພີ່ມຂຶ້ນ. ສະຫະລັດ ແລະ ຈີນ ຮຽກຮ້ອງທັງ 2 ຝ່າຍຢັບຢັ້ງຊັ່ງໃຈ. ໂລກຈັບຕາວິກິດນິວເຄລຍທີ່ອາດປະທຸຂຶ້ນໄດ້ ເມື່ອວັນທີ 30 ເມສາ 2025, CNN ລາຍງານວ່າ ປາກິສະຖານອອກມາເຕືອນ, ອ້າງວ່າໄດ້ຮັບ “ຂໍ້ມູນໜ້າເຊື່ອຖື” ຊຶ່ງບົ່ງຊີ້ວ່າອິນເດຍມີແຜນຈະດຳເນີນການໂຈມຕີທາງທະຫານຕໍ່ປາກິສະຖານພາຍໃນ 24-36 ຊົ່ວໂມງ. ຂໍ້ກ່າວຫານີ້ເກີດຂຶ້ນທ່າມກາງຄວາມຕຶງຄຽດທີ່ເພີ່ມສູງຂຶ້ນລະຫວ່າງ 2 ຊາດທີ່ມີອາວຸດນິວເຄລຍ ຫຼັງເຫດກໍ່ການຮ້າຍເມື່ອອາທິດກ່ອນ ຊຶ່ງຄ່າຊີວິດນັກທ່ອງທ່ຽວ 26 ຄົນໃນເມືອງປາຮາລກັມ ເຂດແຄດເມຍທີ່ຢູ່ພາຍໃຕ້ການຄວບຄຸມຂອງອິນເດຍ. ທ່ານອັດຕາອຸລລາ ທາຣາຣ໌ ລັດຖະມົນຕີສາລະສົນເທດຂອງປາກິສະຖານ ເປີດເຜີຍຜ່ານໂພສຕ໌ບົນແພລຕຟອມ X ໃນຊ່ວງກາງດຶກວ່າ “ປາກິສະຖານມີຂໍ້ມູນໜ້າເຊື່ອຖືວ່າອິນເດຍຕັ້ງໃຈຈະດຳເນີນການໂຈມຕີທາງທະຫານຕໍ່ປາກິສະຖານໃນອີກ 24-36 ຊົ່ວໂມງ” ໂດຍເພິ່ນບໍ່ໄດ້ໃຫ້ລາຍລະອຽດກ່ຽວກັບຫຼັກຖານທີ່ສະໜັບສະໜູນຂໍ້ກ່າວຫານີ້. ທາຣາຣ໌ຍັງລະບຸວ່າ ຫາກອິນເດຍລົງມືທາງທະຫານໃດໆ ຈະໄດ້ຮັບການຕອບໂຕ້ຢ່າງແນ່ນອນແລະເດັດຂາດ. ຄວາມຕຶງຄຽດຄັ້ງນີ້ມີຈຸດເລີ່ມຕົ້ນຈາກເຫດໂຈມຕີເມື່ອວັນທີ 22 ເມສາ 2025 ຊຶ່ງກຸ່ມຕິດອາວຸດສັງຫານນັກທ່ອງທ່ຽວ […]
ເຕືອນ!ຫຼີກລ້ຽງການກິນຊີ້ນສັດດິບ ຫຼັງພົບຜູ້ເສຍຊີວິດຈາກ “ພະຍາດແອນແທຣກຊ໌” 1 ລາຍ ຈາກປະເທດໄທ

ກົມຄວບຄຸມພະຍາດປະເທດໄທ ເຕືອນປະຊາຊົນຫຼີກລ້ຽງການບໍລິໂພກຊີ້ນສັດທີ່ບໍ່ປຸງສຸກ ຫຼື ສຳຜັດສັດທີ່ຕາຍໂດຍບໍ່ຮູ້ສາເຫດ ໂດຍສະເພາະງົວ, ຄວາຍ, ແບ້, ແກະ ຫຼັງໄດ້ຮັບການຢືນຢັນຜູ້ເສຍຊີວິດຈາກພະຍາດແອນແທຣກຊ໌ (Anthrax) 1 ລາຍ. ຫາກພົບສັດດັ່ງກ່າວສະແດງອາການເຈັບປ່ວຍຫຼືຕາຍຜິດປົກກະຕິໃຫ້ຮີບແຈ້ງເຈົ້າໜ້າທີ່ປະສຸສັດ ພ້ອມເນັ້ນຢ້ຳປະຊາຊົນຢ່າຕື່ນຕົກໃຈ ເນື່ອງຈາກກໍລະນີດັ່ງກ່າວຢູ່ໃນການຄວບຄຸມ, ປ້ອງກັນ ແລະ ສືບສວນພະຍາດໂດຍເຈົ້າໜ້າທີ່ດ້ານລະບາດວິທະຍາ ເມື່ອວັນທີ 1 ພຶດສະພາ 2025, ນພ.ພານຸມາດ ຍານເວດສະກຸນ ອະທິບໍດີກົມຄວບຄຸມພະຍາດ ກ່າວເຖິງກໍລະນີພົບຜູ້ເສຍຊີວິດດ້ວຍພະຍາດແອນແທຣກຊ໌ (Anthrax) 1 ລາຍ ໃນແຂວງມຸກດາຫານວ່າ ຜູ້ປ່ວຍເປັນເພດຊາຍ ອາຍຸ 53 ປີ ພະຍາດປະຈຳຕົວເປັນພະຍາດເບົາຫວານ, ອາຊີບຮັບຈ້າງກໍ່ສ້າງ. ເລີ່ມມີຕຸ່ມບາດແຜຂຶ້ນບໍລິເວນມືຂ້າງຂວາເມື່ອວັນທີ 24 ເມສາ 2025 ແລະ ເຂົ້າຮັບການປິ່ນປົວທີ່ໂຮງໝໍວັນທີ 27 ເມສາ 2025. ດ້ວຍອາການບາດແຜທີ່ມືເລີ່ມມີສີດຳຊັດເຈນຂຶ້ນ, ຕ່ອມນ້ຳເຫຼືອງໃຕ້ຮັກແຮ້ຂ້າງຂວາໂຕ ແລະ ມີອາການໜ້າມືດ, ຊັກເກັງ ກ່ອນເສຍຊີວິດໃນເວລາຕໍ່ມາ. ຂະນະເຂົ້າຮັບການປິ່ນປົວ, ແພດໄດ້ສົງໄສພະຍາດແອນແທຣກຊ໌ […]
ກອງປະຊຸມ ຄັ້ງທີ 11 ຂອງຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ

ກອງປະຊຸມຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ ໄດ້ຈັດຂຶ້ນໃນ ວັນທີ 28 ເມສາ 2025 ທີ່ ນະຄອນຫຼວງພະບາງ, ສປປ ລາວ, ຄະນະອະນຸກໍາມະການເຕັກນິກຊາຍແດນຝ່າຍລາວ ນໍາໂດຍ ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ; ແລະ ຝ່າຍກໍາປູເຈຍ ນໍາໂດຍ ທ່ານ ໄອ ວູທິ, ຮອງລັດຖະມົນຕີປະຈໍາຄະນະກໍາມະການຊາຍແດນ ແຫ່ງ ຣາຊະອານາຈັກກໍາປູເຈຍ, ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ກໍາປູເຈຍ-ລາວ ແລະ ມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນທັງສອງຝ່າຍເຂົ້າຮ່ວມ. ກອງປະຊຸມໄດ້ຮ່ວມກັນສັງເກດຕີລາຄາຜົນການຈັດຕັ້ງປະຕິບັດວຽກງານການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມ ລາວ-ກໍາປູເຈຍ ໃນໄລຍະຜ່ານມາ. ໃນໂອກາດນີ້, ສອງຝ່າຍໄດ້ປຶກສາຫາລືແລກປ່ຽນທັດສະນະຮ່ວມກັນໃນຫຼາຍບັນຫາສໍາຄັນ ເປັນຕົ້ນແມ່ນການປຶກສາຫາລືຈຸດທີ່ເຫັນດີເປັນເອກະພາບ ແລະ ແກ້ໄຂຈຸດຄົງຄ້າງຕ່າງໆ ແລະ ໄດ້ຮ່ວມກັນຮັບຮອງເອົາບົດບັນທຶກກອງປະຊຸມຄະນະວິຊາການເຕັກນິກຮ່ວມ ແລະ ພ້ອມກັນກໍານົດແຜນການເຮັດວຽກຮ່ວມກັນໃນໄຕມາດ […]
ຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 139 ປີ.

ຂະບວນການຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 139 ປີ (1 ພຶດສະພາ 1886 – 1 ພຶດສະພາ 2025) ຈັດຂຶ້ນໃນວັນທີ 1 ພຶດສະພາ 2025, ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມີທ່ານ ປະລິນຍາເອກ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງ ສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຜູ້ນໍາພັກ – ລັດ, ທ່ານ ລັດຖະມົນຕີ, ຮອງລົດຖະມົນຕີ, ຄະນະປະທານ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ຄະນະນໍານະຄອນຫຼວງວຽງຈັນ, ຄະນະນໍາສະຫະພັນກຳມະບານບັນດາກະຊວງ, ອົງການ, ນະຄອນຫຼວງ, ພະນັກງານ-ລັດຖະກອນ, ສະມາຊິກກຳມະບານ, ກຳມະກອນ ແລະ ມວນຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມ. ທ່ານ ເລັດ […]
ຢາງລົດຍົນ 1 ເສັ້ນໃຊ້ໄດ້ຈັກປີ ຈຶ່ງຈະຕ້ອງປ່ຽນໃໝ່?

ຢາງລົດຍົນ 1 ເສັ້ນ ໃຊ້ໄດ້ຈັກປີຫຼືຈັກກິໂລແມັດ? ໂດຍທົ່ວໄປແລ້ວຢາງລົດຍົນແຕ່ລະເສັ້ນ ຈະມີອາຍຸການໃຊ້ງານປະມານ 4 – 5 ປີ ຫຼື ປະມານ 50,000 – 80,000 ກິໂລແມັດ ນັບຕັ້ງແຕ່ວັນທີ່ເລີ່ມໃຊ້ງານຄັ້ງທຳອິດ. ເຖິງຢ່າງໃດກໍຕາມ, ອາຍຸການໃຊ້ງານທີ່ແທ້ຈິງຂອງຢາງຈະແປຜັນຂຶ້ນຢູ່ກັບລັກສະນະການໃຊ້ງານ ລວມເຖິງສະພາບຂອງລະບົບຊ່ວງລ່າງລົດດ້ວຍ. ຫາກລົດໃຊ້ງານເທິງຖະໜົນທີ່ມີສະພາບບໍ່ລຽບພຽງ ແລະ ອາກາດຮ້ອນເປັນປະຈຳ ຈະເຮັດໃຫ້ເນື້ອຢາງເສື່ອມສະພາບໄວຂຶ້ນ ແລະ ຫາກລົດມີອາການສູນລໍ້ບ້ຽວ, ໂຊກອັບເສື່ອມສະພາບ ກໍສົ່ງຜົນໃຫ້ຢາງມີການສຶກຫໍຜິດປົກກະຕິໄດ້ເຊັ່ນກັນ. ສັນຍານບົ່ງບອກວ່າຄວນປ່ຽນຢາງ ດອກຢາງສຶກຫຼໍ – ເມື່ອດອກຢາງສຶກຫຼໍຈົນເຖິງສະພານຢາງ ຫຼື ມີດອກຢາງເຫຼືອຕໍ່າກວ່າ 2 ມິລລິແມັດ ຄວນປ່ຽນຢາງໃໝ່ ເພື່ອປະສິດທິພາບການຮີດນໍ້າ ຢາງມີຮອຍແຕກ ຫຼື ບວມ – ຫາກພົບຮອຍແຕກ, ຮອຍບວມ ຫຼື ຮອຍຈີກຂາດເທິງຢາງ ຄວນປ່ຽນຢາງໃໝ່ທັນທີ ຢາງມີອາຍຸເກີນ 5 ປີ – […]
ແບບຈຳລອງ iPhone 17 ທຸກລຸ່ນ ອາດຈະປ່ຽນແປງຕາມນີ້

ໃຜກຳລັງລໍຖ້າ iPhone 17 ມາ? ຫຼ້າສຸດມີວິດີໂອຫຼຸດອອກມາເປີດເຜີຍໃຫ້ເຫັນໂມລ໌ຂອງ iPhone 17 Air ລຸ່ນໃໝ່ທີ່ຄາດວ່າຈະເປີດຕົວໄວໆ ນີ້ ໂດຍໃນຄລິບຍັງມີການນຳໂມລ໌ດັ່ງກ່າວມາປຽບທຽບກັບ iPhone ລຸ່ນອື່ນໆ ລວມເຖິງຮູບພາບຂອງ ເຄື່ອງດັມມີ່ (Dummy Unit) ໃນຊີຣີສ໌ iPhone 17 ທັງໝົດອີກດ້ວຍ. ຫຼັງຈາກທີ່ມີຮູບພາບຫຼຸດອອກມາກ່ອນໜ້າ ໃນທີ່ສຸດພວກເຮົາກໍໄດ້ເຫັນວິດີໂອ hands-on ຂອງ dummy units ເຫຼົ່ານີ້ ຊຶ່ງເປີດເຜີຍໃຫ້ເຫັນດີໄຊນ໌ຈາກທຸກມຸມມອງໄດ້ຢ່າງຊັດເຈນ. ໄຮໄລທ໌ເດັ່ນຢູ່ທີ່ iPhone 17 Air ທີ່ມາພ້ອມກັບຄວາມບາງຢ່າງບໍ່ໜ້າເຊື່ອ ດ້ວຍຄວາມໜາພຽງແຕ່ 5.65 ມິລລິແມັດ ເທົ່ານັ້ນ ຊຶ່ງບາງກວ່າພອດ USB-C ເລັກນ້ອຍອີກ. ເປັນທີ່ຮັບຮູ້ກັນດີວ່າ iPhone 17 Air ຈະເຂົ້າມາແທນທີ່ iPhone 16 Plus ຊຶ່ງມີຍອດຂາຍທີ່ບໍ່ໜ້າພໍໃຈນັກໃນຊ່ວງທີ່ຜ່ານມາ. ຕ້ອງຕິດຕາມກັນຕໍ່ໄປວ່າຄວາມບາງຂອງ Air […]
“ທຣຳ” ກ່າວໂທດວ່າ GDP ຫຼຸດລົງເປັນຜົນມາຈາກລັດຖະບານຊຸດກ່ອນ

ຜູ້ນຳສະຫະລັດ ປະຊຸມຄະນະລັດຖະມົນຕີຫຼັງເຮັດວຽກມາຄົບ 100 ວັນ, ຊື່ນຊົມຄວາມສຳເລັດດ້ານນະໂຍບາຍຜູ້ອົບພະຍົບ ແລະ ພາສີ ເຖິງແມ່ນວ່າເສດຖະກິດໄຕມາດຫຼ້າສຸດຈະຫົດຕົວເປັນຄັ້ງທຳອິດໃນຮອບ 3 ປີ ພ້ອມກ່າວໂທດວ່າລັດຖະບານຊຸດກ່ອນຖິ້ມບັນຫາເສດຖະກິດໄວ້ ເມື່ອວັນທີ 30 ເມສາ 2025, ໂດນັລ ທຣຳ ປະທານາທິບໍດີສະຫະລັດ ເປັນປະທານການປະຊຸມຄະນະລັດຖະມົນຕີ ຫຼັງຈາກອອກເດີນສາຍພົບປະຊາຊົນໃນໂອກາດຄົບຮອບ 100 ວັນໃນການດຳລົງຕຳແໜ່ງຜູ້ນຳປະເທດສະໄໝທີ 2. ທຣຳ ກ່າວຊົມເຊີຍຄວາມສຳເລັດຂອງນະໂຍບາຍຕ່າງໆ ຂອງລັດຖະບານ ທັງການຈັດການບັນຫາຜູ້ອົບພະຍົບ ແລະ ມາດຕະການພາສີ ລວມເຖິງທຸລະກິດຕ່າງໆ ທີ່ຫັນມາລົງທຶນໃນປະເທດ. ທ່າທີດັ່ງກ່າວຂອງທຣຳ ມີຂຶ້ນຫຼັງຈາກສຳນັກງານວິເຄາະເສດຖະກິດສະຫະລັດ ເປີດເຜີຍລາຍງານຊີ້ວ່າ ເສດຖະກິດສະຫະລັດໃນຊ່ວງໄຕມາດທຳອິດຂອງປີນີ້ ຫົດຕົວລົງເປັນຄັ້ງທຳອິດໃນຮອບ 3 ປີ ຫຼື ຕັ້ງແຕ່ປີ 2022 ຈາກການບໍລິໂພກທີ່ຊະລໍຕົວລົງຢ່າງຊັດເຈນ. ການປະຊຸມຄະນະລັດຖະມົນຕີໃນຫ້ອງປະຊຸມທຳນຽບຂາວ ໃນກຸງວໍຊີງຕັນ ດີ.ຊີ ວັນທີ່ 30 ເມສາ 2025 […]