ແຈ້ງການມອດໄຟ ວັນທີ 3 ພຶດສະພາ 2025 ບາງເຂດ ເມືອງຫາດຊາຍຟອງ

ແຈ້ງການມອດໄຟ ວັນທີ 3 ພຶດສະພາ 2025 ບາງເຂດ ເມືອງຫາດຊາຍຟອງ ລະອຽດດັ່ງລຸ່ມນີ້:
ລັດຖະບານທຣຳຖືກຟ້ອງຮ້ອງກວ່າ 200 ຄະດີໃນຊ່ວງ 100 ມື້ທຳອິດຂອງການເຮັດວຽກ

ລັດຖະບານປະທານາທິບໍດີໂດນັລ ທຣຳ ຂອງສະຫະລັດ ເຮັດວຽກຄົບ 100 ວັນທຳອິດໃນວັນອັງຄານທີ 29 ເມສາທີ່ຜ່ານມາ. ຕາມປົກກະຕິແລ້ວ, ການເຮັດວຽກ 100 ວັນທຳອິດຂອງລັດຖະບານສະຫະລັດ ຄືຊ່ວງຂອງການປະເມີນຄວາມກ້າວໜ້າໃນການເຮັດວຽກຂອງປະທານາທິບໍດີຕາມທີ່ໄດ້ຫາສຽງເລືອກຕັ້ງເອົາໄວ້. ແຕ່ມີລາຍງານຂ່າວວ່າ ລັດຖະບານທຣຳໄດ້ຖືກຟ້ອງຮ້ອງແລ້ວຫຼາຍກວ່າ 200 ຄະດີໃນສະຫະລັດ ໃນຊ່ວງ 100 ວັນທຳອິດຂອງການເຮັດວຽກຂອງລັດຖະບານ, ໃນຄະດີທີ່ກ່ຽວກັບພາສີສຸນລະກາກອນ, ນະໂຍບາຍຄົນຕ່າງດ້າວ, ການສຶກສາ ແລະ ການປົດພະນັກງານພາກລັດ ນັບຕັ້ງແຕ່ລັດຖະບານທຣຳເລີ່ມຕົ້ນການເຮັດວຽກເປັນຕົ້ນມາ. ທັງນີ້, ຈາກການລາຍງານຂອງສື່ດິຈິຕອນຊື່ “Just Security” ສື່ດິຈິຕອນອິດສະຫຼະບໍ່ຝັກໃຝ່ຝ່າຍໃດທາງດ້ານກົດໝາຍແລະນະໂຍບາຍ. ຊີຊີທີວີລະບຸວ່າ ນະໂຍບາຍຕ່າງໆຂອງທຣຳໄດ້ສ້າງຄວາມແຕກແຍກຕັ້ງແຕ່ໃນຊ່ວງ 100 ວັນທຳອິດທີ່ເລີ່ມກັບເຂົ້າທຳນຽບຂາວອີກຄັ້ງ ແລະ ໄດ້ເລີ່ມໃຊ້ນະໂຍບາຍຫຼາຍຢ່າງ, ລວມເຖິງມາດຕະການເກັບພາສີນຳເຂົ້າຢ່າງຖ້ວນໜ້າ, ຜັກດັນການເນລະເທດຄົນຕ່າງດ້າວ, ປົດພະນັກງານລັດຖະບານກາງຄັ້ງໃຫຍ່ ແລະ ປິດສຳນັກງານລັດຖະບານເປັນຈຳນວນຫຼາຍ. ໂດຍສະເພາະຢ່າງຍິ່ງ, ການຟ້ອງຮ້ອງທາງກົດໝາຍໃນຄະດີທີ່ກ່ຽວກັບນະໂຍບາຍພາສີສຸນລະກາກອນຂອງທຣຳນັ້ນ ກຳລັງເພີ່ມຂຶ້ນອີກ. ຫຼ້າສຸດຄືໃນວັນທີ 14 ເມສາທີ່ຜ່ານມາ, ທຸລະກິດຂະໜາດນ້ອຍໃນສະຫະລັດຫຼາຍແຫ່ງຟ້ອງຮ້ອງລັດຖະບານທຣຳກ່ຽວກັບນະໂຍບາຍພາສີອາກອນ. ມີ […]
ປາກິສຖານຂູ່ໃຊ້ ‘ອາວຸດນິວເຄລຍ’ ຕອບໂຕ້ ຫາກອິນເດຍຍົກທັບແກ້ແຄ້ນເຫດຂ້າໝູ່ນັກທ່ອງທ່ຽວ

ຄາວາຈາ ໂມຮັມມັດ ອາຊິຟ ລັດຖະມົນຕີປ້ອງກັນປະເທດປາກິສຖານ ໃນຊ່ວງຕົ້ນອາທິດ ຂູ່ວ່າຫາກອິນເດຍເປີດສາກລຸກລານທາງທະຫານ ແກ້ແຄ້ນເຫດໂຈມຕີກໍ່ການຮ້າຍນອງເລືອດສັງຫານນັກທ່ອງທ່ຽວ 26 ຄົນໃນດິນແດນແຄຊເມຍຂອງອິນເດຍເມື່ອອາທິດທີ່ແລ້ວ, ປາກິສຖານຈະເລືອກໜົນທາງແຫ່ງການໃຊ້ອາວຸດນິວເຄລຍ ໃນກໍລະນີທີ່ມັນກໍ່ໄພຂົ່ມຂູ່ຕໍ່ການຢູ່ລອດຂອງປະເທດຊາດ ອາຊິຟ ເນັ້ນຢ້ຳວ່າໄດ້ມີການຕັດສິນໃຈທາງຍຸດທະສາດຕ່າງໆນາໆເປັນທີ່ຮຽບຮ້ອຍແລ້ວ ແຕ່ບໍ່ຂໍລົງລາຍລະອຽດໃນເລື່ອງກ່ຽວກັບໄພຂົ່ມຂູ່ທີ່ໃກ້ມາເຖິງແລ້ວ ຈາກຄວາມເປັນໄປໄດ້ທີ່ອິນເດຍຈະເປີດປະຕິບັດການທາງທະຫານລຸກລານປາກິສຖານ. ອິນເດຍ ກ່າວໂທດ ປາກິສຖານ ສຳລັບການໃຊ້ການສະໜັບສະໜູນພວກກໍ່ການຮ້າຍ ແຕ່ອິສລາມາບັດປະຕິເສດຄວາມກ່ຽວຂ້ອງ ແລະ ຮຽກຮ້ອງຂໍໃຫ້ມີການສືບສວນຢ່າງເປັນທາງການ, ແລະ ທ່າມກາງຄວາມຕຶງຄຽດທີ່ລຸກລາມບານປາຍ, ອາຊິຟ ຢືນຢັນວ່າປາກິສຖານຢູ່ໃນພາວະລະມັດລະວັງຂັ້ນສູງ ແລະ ພ້ອມສຳລັບລົງມືທາງຍຸດທະສາດໃດໆ. ເຫດໂຈມຕີຂອງພວກນັກຮົບທີ່ຂ້ານັກທ່ອງທ່ຽວໄປ 26 ຄົນ ໄດ້ສ້າງຄວາມເດືອດໃນອິນເດຍ ຊາດທີ່ມີຊາວຮິນດູເປັນຄົນກຸ່ມໃຫຍ່, ເຊັ່ນດຽວກັບສຽງຮຽກຮ້ອງໃຫ້ຈັດການກັບປາກິສຖານ ຊາດທີ່ຄົນສ່ວນໃຫຍ່ເປັນຊາວມຸສລິມ. ທັງນີ້ທີ່ຜ່ານມາ ອິນເດຍ ກ່າວຫາ ປາກິສຖານ ໃຫ້ການສະໜັບສະໜູນພວກນັກຮົບໃນແຄຊເມຍ, ແຄວ້ນທີ່ທັງ 2 ຝ່າຍຕ່າງກ່າວອ້າງວ່າເປັນສ່ວນໜຶ່ງຂອງດິນແດນ ແລະ ເຄີຍສູ້ຮົບເຮັດສົງຄາມແຍ່ງຊິງກັນມາແລ້ວ 2 ຄັ້ງ. “ພວກເຮົາໄດ້ເສີມກຳລັງກອງກຳລັງຂອງພວກເຮົາ ເພາະວ່າກຳລັງມີບາງຢ່າງເກີດຂຶ້ນແບບປັດຈຸບັນທັນດ່ວນ. […]
ຈີນຍຶດດອນຊາຍຂະໜາດນ້ອຍກາງທະເລຈີນໃຕ້ ຟິລິບປິນຕອບໂຕ້ຢ່າງໃດ

ສໍານັກຂ່າວຊີຊີທີວີ (CCTV) ຂອງຈີນລາຍງານຂ່າວດ້ວຍການເຜີຍແຜ່ພາບເຈົ້າໜ້າທີ່ໜ່ວຍຍາມຊາຍຝັ່ງ 4 ນາຍ, ສວມຊຸດສີດໍາລ້ວນ, ໃນມືຖືທຸງຊາດຈີນ ໄດ້ຍຶດສັນຊາຍນ້ອຍໆໃນທະເລຈີນໃຕ້, ຊຶ່ງເປັນການຍົກລະດັບຂໍ້ພິພາດລະດັບພູມິພາກກັບຟິລິບປິນ, ຊຶ່ງຕັ້ງຢູ່ເທິງແນວປະການັງແຊນດີເຄ, ໃນໝູ່ເກາະສແປຣັດລີ, ຊຶ່ງເປັນພື້ນທີ່ພິພາດທາງທະເລໃນທະເລຈີນໃຕ້. ສໍານັກຂ່າວຊີຊີທີວີ ກ່າວວ່າ ຈີນໄດ້ “ດໍາເນີນການຄວບຄຸມທາງທະເລ ແລະ ບັງຄັບໃຊ້ອໍານາດອະທິປະໄຕຂອງລັດ” ເໜືອແນວປະການັງດັ່ງກ່າວໃນເດືອນເມສາ. ເຖິງຢ່າງໃດກໍຕາມ, ທັງຈີນ ແລະ ຟິລິບປິນຕ່າງອ້າງສິດເທິງເກາະຕ່າງໆໃນທະເລຈີນໃຕ້, ໂດຍທາງການຟິລິບປິນກ່າວເມື່ອວັນອາທິດທີ່ຜ່ານມາ (27 ເມສາ) ວ່າພວກເຂົາເຈົ້າເປັນເຈົ້າຂອງສັນດອນຊາຍ 3 ແຫ່ງ, ພ້ອມກັບເຜີຍແຜ່ພາບເຈົ້າໜ້າທີ່ຊູທຸງຊາດໃນລັກສະນະຮຽນແບບພາບຖ່າຍຂອງຈີນ. ຍັງບໍ່ຊັດເຈນວ່າດອນຊາຍແຫ່ງໜຶ່ງທີ່ໜ່ວຍງານດ້ານຄວາມໝັ້ນຄົງຂອງຟິລິບປິນເດີນທາງໄປນັ້ນຄືແຊນດີເຄຫຼືບໍ່, ແຕ່ໃນຖະແຫຼງການຂອງກອງກໍາລັງສະເພາະກິດແຫ່ງຊາດທາງທະເລຟິລິບປິນຕາເວັນຕົກ (NTF-WPS) ລະບຸວ່າ ເຫັນ “ການປະກົດຕົວຢ່າງຜິດກົດໝາຍ” ຂອງເຮືອຍາມຊາຍຝັ່ງຂອງຈີນທີ່ຢູ່ຫ່າງຈາກສັນດອນຊາຍແຫ່ງໜຶ່ງໃນໄລຍະ 1,000 ຫຼາ (914 ແມັດ) ລວມເຖິງເຮືອຕິດອາວຸດຈີນຈໍານວນ 7 ລໍາ. “ປະຕິບັດການນີ້ສະທ້ອນໃຫ້ເຫັນເຖິງຄວາມທຸ່ມເທ ແລະ ຄວາມມຸ່ງໝັ້ນຢ່າງແນ່ວແນ່ຂອງລັດຖະບານຟິລິບປິນໃນການປົກປ້ອງອະທິປະໄຕ, ສິດອະທິປະໄຕ, ແລະ ເຂດອໍານາດອະທິປະໄຕຂອງລັດໃນທະເລຟິລິບປິນຕາເວັນຕົກ” […]
ສານເຄມີໃນພລາສຕິກ ກ່ຽວຂ້ອງກັບການເສຍຊີວິດຈາກພະຍາດຫົວໃຈຫຼາຍກວ່າ 3.5 ແສນຄົນ

ວາລະສານອີໄບໂອເມດິຊີນ (eBioMedicine) ລາຍງານຜົນການສຶກສາສະບັບໜຶ່ງ ຊຶ່ງລະບຸວ່າສານເຄມີທີ່ກວດພົບໃນບັນຈຸພັນອາຫານ, ພລາສຕິກ, ລວມເຖິງໂລຊັ່ນ ແລະ ແຊມພູ ມີສ່ວນເຊື່ອມໂຍງກັບກໍລະນີຜູ້ເສຍຊີວິດຈາກພະຍາດຫົວໃຈຫຼາຍແສນຄົນ. ຄະນະນັກຄົ້ນຄວ້າພົບວ່າສານເຄມີເຫຼົ່ານີ້ ຫຼື ສານພາທາເລດ (phthalates) ມີສ່ວນກ່ຽວຂ້ອງກັບການເສຍຊີວິດຂອງຄົນທົ່ວໂລກຫຼາຍກວ່າ 3.5 ແສນຄົນໃນປີ 2018 ຊຶ່ງປະມານຮ້ອຍລະ 75 ຢູ່ໃນອາຊີ, ຕາເວັນອອກກາງ ແລະ ປາຊີຟິກ, ສະທ້ອນຄວາມກັງວົນທີ່ເພີ່ມຂຶ້ນກ່ຽວກັບປະລິມານການແຜ່ກະຈາຍຂອງພລາສຕິກໃນກຸ່ມປະເທດກຳລັງພັດທະນາ. ເດິ ວໍຊິງຕັນ ໂພສຕ໌ ລາຍງານວ່າຄະນະນັກຄົ້ນຄວ້າຍອມຮັບວ່າການສຳຜັດສານພາທາເລດເປັນປັດໄຈຮ່ວມກັບຄວາມສ່ຽງອື່ນໆ ເຊັ່ນ: ພະຍາດອ້ວນ ແລະ ຄວາມຜິດປົກກະຕິຂອງລະບົບຈ່ອຍສະຫຼາຍ. ແຕ່ຜົນການສຶກສານີ້ເປັນອີກໜຶ່ງຫຼັກຖານທີ່ບົ່ງຊີ້ວ່າສານເຄມີທີ່ໃຊ້ໃນພລາສຕິກກໍ່ໃຫ້ເກີດຄວາມສ່ຽງຕໍ່ສຸຂະພາບຢ່າງຮ້າຍແຮງ. ສານພາທາເລດເປັນຊຸດສານເຄມີທີ່ເຂົ້າໃນພລາສຕິກເພື່ອສ້າງຄວາມຢືດຢຸ່ນຫຼືອ່ອນນຸ້ມຍິ່ງຂຶ້ນ ແລະ ເຕີມເຂົ້າໃນໂລຊັ່ນ, ແຊມພູ ແລະ ນ້ຳຫອມເພື່ອກັກເກັບກິ່ນໃຫ້ຕິດທົນນານ. ແຕ່ສານເຄມີຕົວນີ້ທີ່ນັກຄົ້ນຄວ້າບາງສ່ວນຮຽກວ່າ “ສານເຄມີທຸກຫົນແຫ່ງ” ໄດ້ປຸກກະແສວິຕົກກັງວົນຈາກນັກວິທະຍາສາດໃນວົງກວ້າງ.
ທຣຳ ສົ່ງເສີມ “ການຂຸດຄົ້ນແຮ່ເລິກໃຕ້ທະເລ” ເລັ່ງຍາດແຮ່ທີ່ຫາຍາກແຂ່ງກັບຈີນ ໂດຍບໍ່ສົນເລື່ອງສິ່ງແວດລ້ອມ

ປະທານາທິບໍດີໂດນັລ ທຣຳ ໄດ້ລົງນາມໃນຄຳສັ່ງຝ່າຍບໍລິຫານເມື່ອວັນພະຫັດທີ່ຜ່ານມາ (24/4/2025) ເພື່ອເລັ່ງລັດຂະບວນການສຳຫຼວດ ແລະ ຂໍອະນຸຍາດດຳເນີນການຂຸດແຮ່ໃຕ້ທະເລໃນນ່ານນ້ຳສະຫະລັດ ແລະ ນ່ານນ້ຳສາກົນ. ເຈົ້າໜ້າທີ່ລະດັບສູງຂອງລັດຖະບານເປີດເຜີຍວ່າ ນ່ານນ້ຳຂອງສະຫະລັດມີແຮ່ສຳຄັນຫຼາຍກວ່າ 1 ພັນລ້ານຕັນ ລວມເຖິງທອງແດງ, ໂຄບອລ, ນິກເກິລ, ສັງກະສີ, ແລະ ແມງການີສ ຊຶ່ງລ້ວນຈຳເປັນຕໍ່ການຜະລິດຊິບຄອມພິວເຕີ, ແບັດເຕີຣີ, ແລະ ຜະລິດຕະພັນທີ່ກ່ຽວຂ້ອງກັບພະລັງງານສະອາດ. ການເລັ່ງພັດທະນາອຸດສາຫະກໍາໃໝ່ນີ້ມີເປົ້າໝາຍເພື່ອຫຼຸດການເພິ່ງພາແຫຼ່ງແຮ່ຈາກຕ່າງປະເທດ ໂດຍສະເພາະຈາກຈີນ ຊຶ່ງປັດຈຸບັນຄວບຄຸມຫ່ວງໂສ້ອຸປະທານແຮ່ສຳຄັນສ່ວນໃຫຍ່ຂອງໂລກ ແລະ ໄດ້ໃຊ້ການຈຳກັດການສົ່ງອອກແຮ່ເປັນເຄື່ອງມືກົດດັນສະຫະລັດໃນສົງຄາມການຄ້າລະຫວ່າງສອງປະເທດ. “ພວກເຮົາເພິ່ງພາແຫຼ່ງແຮ່ຈາກຕ່າງປະເທດມາດົນເກີນໄປແລ້ວ ແລະ ການປະກາດຄັ້ງນີ້ຖືເປັນກ້າວສຳຄັນໃນການນຳຊັບພະຍາກອນທີ່ຈຳເປັນຕໍ່ຄວາມໝັ້ນຄົງຂອງປະເທດກັບມາຢູ່ໃນມືພວກເຮົາເອງ” ເຈົ້າໜ້າທີ່ອາວຸໂສກ່າວ. ເຖິງຢ່າງໃດກໍຕາມ, ອຸດສາຫະກໍາການຂຸດແຮ່ໃຕ້ທະເລຍັງຢູ່ໃນຂັ້ນຕອນເລີ່ມຕົ້ນໃນລະດັບໂລກ, ຍັງບໍ່ມີການດໍາເນີນການເຊິງການຄ້າຢ່າງແທ້ຈິງແຕ່ຢ່າງໃດ. ຄໍາສັ່ງຝ່າຍບໍລິຫານຂອງທຣຳກໍານົດໃຫ້ກະຊວງການຄ້າເລັ່ງຂະບວນການອອກໃບອະນຸຍາດສໍາຫຼວດ ແລະ ດໍາເນີນການເຊິງການຄ້າ, ໃນຂະນະດຽວກັນກໍມອບໝາຍໃຫ້ກະຊວງພາຍໃນກໍານົດແນວທາງອະນຸມັດໃບອະນຸຍາດໃນເຂດໄຫຼ່ທະວີບພາຍນອກຂອງສະຫະລັດ. ການດໍາເນີນການນີ້ຈະເປີດທາງໃຫ້ບໍລິສັດຕ່າງໆສາມາດຫຼີກລ່ຽງການພິຈາລະນາຂອງອົງການບໍລິຫານກົ້ນສະມຸດສາກົນ (ISA) ຊຶ່ງເປັນໜ່ວຍງານສະຫະປະຊາຊາດທີ່ມີໜ້າທີ່ກໍານົດກົດລະບຽບສໍາລັບອຸດສາຫະກໍາຂຸດແຮ່ໃຕ້ທະເລ, ແຕ່ຍັງບໍ່ສາມາດສະຫຼຸບກົດລະບຽບໄດ້ເນື່ອງຈາກຄວາມເຫັນແຕກຕ່າງລະຫວ່າງປະເທດສະມາຊິກ. ໃນຂະນະດຽວກັນ, ນັກວິທະຍາສາດເຕືອນວ່າການເຮັດເໝືອງໃຕ້ທະເລ, ຊຶ່ງເປັນໜຶ່ງໃນລະບົບນິເວດທີ່ມະນຸດຮູ້ຈັກໜ້ອຍທີ່ສຸດ, ອາດສ້າງຄວາມເສຍຫາຍຖາວອນຕໍ່ສິ່ງມີຊີວິດໃນທະເລ. […]
ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ຄົບຮອບ 50 ປີວັນປົດປ່ອຍພາກໃຕ້ຫວຽດນາມ

ສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພົບປະກັບສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕອນບ່າຍຂອງວັນທີ 29 ເມສາ 2025 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສືບຕໍ່ເດີນທາງໄປຍັງ ນະຄອນໂຮ່ຈິມິນ ເພີ່ມກຽມເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ ທີ່ຈະຈັດຂຶ້ນໃນວັນທີ 30 ເມສາ 2025 ທີ່ຈະມາເຖິງນີ້, ໂອກາດດັ່ງກ່າວ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບສະຫາຍ ໂຕເລີມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດ ນາມ. ໃນການພົບປະ ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການເຊື້ອເຊີນ […]
ຍ້ອນທີ່ມາ 70 ປີແຫ່ງຄວາມຂັດແຍ້ງໃນແຄຊເມຍ ລະຫວ່າງອິນເດຍ-ປາກີສຖານ

ຫຼັງຈາກເຫດສັງຫານປະຊາຊົນ 26 ຄົນ ໃນແຂວງແຄຊເມຍ ຫຼັງຈາກເຫດສັງຫານປະຊາຊົນ 26 ຄົນ ໂດຍມືປືນໃນແຂວງແຄຊເມຍ ເມື່ອວັນທີ 22 ເມສາ ທີ່ຜ່ານມາ, ດິນແດນເທິງພູເຂົາຫິມາໄລແຫ່ງນີ້ ເຊິ່ງເປັນພື້ນທີ່ຜິດພາດລະຫວ່າງອິນເດຍ ແລະ ປາກີສຖານມາດົນກວ່າ 7 ທົດສະວັດ ໄດ້ກັບມາເປັນຈຸດສົນໃຈອີກຄັ້ງ. ນັບຕັ້ງແຕ່ເປັນເອກະລາດຈາກອັງກິດໃນປີ 1947, ບຣິຕິຊແຕ່ກ່ອນອິນເດຍໄດ້ແຍກຕົວອອກເປັນສອງປະເທດ ຄືອິນເດຍ ແລະ ປາກີສຖານ. ທັງສອງປະເທດເຊິ່ງລ້ວນມີອາວຸດນິວເຄລຍໃນຄອບຄອງໄດ້ເຮັດສົງຄາມກັນມາແລ້ວສອງຄັ້ງຈາກປະເດັນຜິດພາດເໜືອດິນແດນແຫ່ງນີ້ ເຊິ່ງມີຄົນສ່ວນໃຫຍ່ເປັນຊາວມຸສລິມ. ທັງສອງປະເທດຕ່າງກໍອ້າງກຳມະສິດເໜືອດິນແດນແຫ່ງນີ້. ນອກຈາກນີ້, ແຂວງແຄຊເມຍຍັງມີພື້ນທີ່ບາງສ່ວນທີ່ຈີນເຂົ້າປົກຄອງດ້ວຍເຊັ່ນກັນ: ໂດຍແຄຊເມຍຖືເປັນໜຶ່ງໃນພື້ນທີ່ທີ່ມີກອງກຳລັງທະຫານຢູ່ຫຼາຍທີ່ສຸດແຫ່ງໜຶ່ງຂອງໂລກ. ໃນປີ 2019, ລັດຖະສະພາຂອງອິນເດຍໄດ້ຍົກເລີກສະຖານະພິເສດຂອງດິນແດນແຫ່ງນີ້ທີ່ໃຫ້ອຳນາດປົກຄອງຕົນເອງໃນລະດັບໜຶ່ງ. ພູມິພາກນີ້ຍັງຖືກແບ່ງອອກເປັນສອງດິນແດນພາຍໃຕ້ການບໍລິຫານຂອງລັດຖະບານກາງອິນເດຍ. ນັບຕັ້ງແຕ່ນັ້ນເປັນຕົ້ນມາ ລັດຖະບານອິນເດຍໄດ້ອ້າງຊ້ຳ ແລ້ວຊ້ຳອີກວ່າສະຖານະການດ້ານຄວາມປອດໄພໃນພູມິພາກນີ້ດີຂຶ້ນແລ້ວ ແລະ ກຸ່ມກະບົດຕໍ່ຕ້ານການປົກຄອງຂອງອິນເດຍກໍຖືກສະກັດກັ້ນໄປແລ້ວ. ຂະນະທີ່ນັກວິຈານໄດ້ຕັ້ງຄຳຖາມເຖິງຄຳກ່າວອ້າງດັ່ງກ່າວຂອງລັດຖະບານອິນເດຍອີກຄັ້ງ ຫຼັງຈາກເກີດເຫດການນອງເລືອດເມື່ອວັນອັງຄານທີ່ຜ່ານມາ. ທະຫານຊາວປາກີສຖານນາຍໜຶ່ງກຳລັງຢືນປະຈຳການທີ່ດ່ານກວດແຫ່ງໜຶ່ງ ຂະນະທີ່ລົດຍົນທີ່ມີຜູ້ສັງເກດການທາງທະຫານຂອງສະຫະປະຊາຊາດໂດຍສານໄປດ້ວຍເດີນທາງມາເຖິງໃກ້ກັບເສັ້ນແບ່ງເຂດຢຸດຍິງ (Line of […]
ຣັດເຊຍ ປະກາດຢຸດຍິງໃນຢູເຄຣນຊົ່ວຄາວ 3 ວັນ

ລັດເຊຍປະກາດຢຸດຍິງໃນຢູເຄຣນຊົ່ວຄາວເປັນເວລາ 3 ວັນ ຫຼື 72 ຊົ່ວໂມງ ໃນຊ່ວງລະຫວ່າງວັນທີ 8 – 11 ພຶດສະພາ ນີ້ ໂດຍກົງກັບຊ່ວງການສະຫຼອງວັນແຫ່ງໄຊຊະນະຂອງອະດີດສະຫະພາບໂຊວຽດແລະສຳພັນທະມິດ ຈາກສົງຄາມໂລກຄັ້ງທີ 2 ເຊິ່ງປີນີ້ຄົບຮອບ 80 ປີ ວລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ຖະແຫຼງປະກາດຢຸດຍິງໃນຢູເຄຣນຊົ່ວຄາວເປັນເວລາ 3 ວັນ ຫຼື 72 ຊົ່ວໂມງ ໂດຍທຳນຽບປະທານາທິບໍດີຣັດເຊຍ ລະບຸວ່າ ການຢຸດຍິງຈະເກີດຂຶ້ນລະຫວ່າງວັນທີ 8 – 11 ພຶດສະພາ ນີ້ ໂດຍກົງກັບຊ່ວງການສະຫຼອງວັນແຫ່ງໄຊຊະນະຂອງອະດີດສະຫະພາບໂຊວຽດແລະສຳພັນທະມິດ ຈາກສົງຄາມໂລກຄັ້ງທີ 2 ເຊິ່ງປີນີ້ຄົບຮອບ 80 ປີ ພ້ອມລະບຸດ້ວຍວ່າ ການຕັດສິນໃຈດັ່ງກ່າວພິຈາລະນາຈາກເຫດຜົນດ້ານມະນຸດສະທຳ ແລະ ຢູເຄຣນຄວນຍຶດເອົາລັດເຊຍເປັນຕົວຢ່າງ. ລັດເຊຍໂຈມຕີກຸງຄີວ ຂີປະນາວຸດ-ໂດຣນຖະຫລົ່ມໜັກສຸດໃນຮອບ 9 ເດືອນ ເສຍຊີວິດ 12 ຄົນ […]
ເກີດເຫດດິນສະໄລເຈື່ອນກວດເຮືອນປະຊາຊົນ ບ້ານ ລາດກືມ ເມືອງງາ ແຂວງອຸດົມໄຊ

ໃນເວລາ ປະມານ 1ໂມງກາງຄືນຂອງວັນທີ 29 ເມສາ 2025 ນີ້ ໄດ້ເກີດເຫດດິນສະໄລເຈື່ອນໄຫຼຊຸເຮືອນປະຊາຊົນ ບ້ານລາດກຶມ ເມືອງງາ ແຂວງອຸດົມໄຊ ຈຳນວນ 2 ຫຼັງ ເຮັດໃຫ້ມີຜູ້ສູນຫາຍຈໍານວນ 9 ຄົນ. ທ່ານ ໂປະ ນາຍບ້ານລາດກຶ່ມ ເມືອງງາ ແຂວງອຸດົມໄຊ ໄດ້ລາຍງານໃຫ້ຮູ້ວ່າ: ໃນເວວາ ປະມານ 1 ໂມງປາຍ ໄດ້ເກີດມີຝົນຕົກໜັກ ເຮັດໃຫ້ຄູກັນນໍ້າຫ້ວຍສະຫຼອກ ທີ່ບໍສະສັດກໍ່ສ້າງເສັ້ນທາງໄດ້ກັ້ນໄວ້ ຮັບແຮງດັນນໍ້າບໍ່ຢູ່ ແລ້ວແຕກໄຫຼສຸເອົາເຮືອນ 2 ຫຼັງຢູແຄມຫ້ວຍດັ່ງກ່າວ ເຮັດໃຫ້ມີຜູ້ສູນຫາຍຈໍານວນ 9 ຄົນຄື: ທ້າວ ອຸນຄໍາ ອາຍຸ 70 ປີ, ທ້າວ ຈັນຄຳ ອາຍຸ 45 ປີ, ນາງ ສາບ ອາຍຸ 37 ປີ, ນາງ […]