ສະກຸນເງິນດິຈິຕອລຢວນ’ ປ່ຽນແປງໂລກ! ທ້າທາຍເງິນໂດລາ ເຊື່ອມຕໍ່ 10 ປະເທດອາຊຽນ

ສະພາບການເງິນລະຫວ່າງປະເທດກໍາລັງເຂົ້າສູ່ຈຸດປ່ຽນແປງ ເມື່ອທະນາຄານກາງຈີນ (PBoC) ໄດ້ປະກາດວ່າ ລະບົບການຊໍາລະເງິນຂ້າມຊາຍແດນຂອງ “ສະກຸນເງິນດິຈິຕອລຢວນ” ຈະເຊື່ອມຕໍ່ກັບ “10 ປະເທດໃນອາຊຽນ” ແລະ “6 ປະເທດໃນຕາເວັນອອກກາງ” ເຊິ່ງໝາຍຄວາມວ່າ ປະມານ 38% ຂອງການຄ້າລະຫວ່າງປະເທດ ອາດສາມາດຫຼີກລ່ຽງການໃຊ້ເງິນໂດລາໃນລະບົບ SWIFT ທີ່ຄອບຄອງຕະຫຼາດ   ໃນຂະນະທີ່ລະບົບ SWIFT ໃຊ້ເວລາເຮັດທຸລະກໍາ “3-5 ວັນ” ແລະ ມີຕົວກາງຫຼາຍຝ່າຍ, ແຕ່ສະກຸນເງິນດິຈິຕອລຢວນຂອງຈີນ ຖືກອອກແບບມາເພື່ອຫຼຸດຜ່ອນໄລຍະເວລາໃນການເຮັດທຸລະກໍາໃຫ້ເຫຼືອພຽງແຕ່ “ບໍ່ເທົ່າໃດວິນາທີ” ໂດຍໂຄງການນໍາລ່ອງລະຫວ່າງຮ່ອງກົງ ແລະ ອາບູດາບີ ເຮັດໃຫ້ການຊໍາລະເງິນສໍາເລັດໃນເວລາພຽງແຕ່ປະມານ “7 ວິນາທີ” ໂດຍມີຄ່າທໍານຽມຫຼຸດລົງເຖິງ 98%   ນອກຈາກຄວາມໄວແລ້ວ, ໂຄງສ້າງບລັອກເຊນຂອງສະກຸນເງິນດິຈິຕອລຢວນທີ່ຮັກສາ “ຄວາມສາມາດໃນການຕິດຕາມທຸລະກໍາໄດ້” ຊ່ວຍຕ້ານການຟອກເງິນໂດຍອັດຕະໂນມັດ, ຫຼຸດຜ່ອນຄວາມສ່ຽງຈາກການສໍ້ໂກງ   ໃນຂະນະດຽວກັນ, ກໍລະນີທົດສອບອີກຄັ້ງລະຫວ່າງຈີນ ແລະ ອິນໂດເນເຊຍ, ການຊໍາລະເງິນຂ້າມຊາຍແດນສໍາເລັດພາຍໃນ 8 ວິນາທີ ເຊິ່ງເປັນເວລາທີ່ສັ້ນກວ່າວິທີການແບບດັ້ງເດີມຫຼາຍ.   ຄວາມມີປະສິດທິພາບນີ້ໄດ້ດຶງດູດທະນາຄານກາງ […]

“ທຣຳ” ຍອມພັກພາສີ ປະເທດທີ່ຈະບໍ່ຕອບໂຕ້ສະຫະລັດ 90ມື້ ຍົກເວັ້ນຈີນຂຶ້ນພາສີທັນທີ 125 %

ທຣຳປະກາດພັກການຂຶ້ນພາສີສິນຄ້ານຳເຂົ້າໃຫ້ປະເທດຕ່າງໆ ເກືອບທັງໝົດເປັນເວລາ 90ມື້ ແຕ່ກັບປັບຂຶ້ນພາສີສິນຄ້າຈີນເປັນ 125% ໂດຍຈະມີການຈັດເກັບພາສີ-ອາກອນສິນຄ້າທົ່ວໄປ 10% ສຳລັບສິນຄ້າຂອງທຸກປະເທດ ຍົກເວັ້ນຈີນ   ທຣຳ ກ່າວວ່າ ອັດຕາພາສີທີ່ສູງຂຶ້ນສຳລັບສິນຄ້າຂອງຈີນນັ້ນ ເປັນເພາະ “ການຂາດຄວາມເຄົາລົບທີ່ຈີນໄດ້ສະແດງຕໍ່ຕະຫຼາດໂລກ” ໃນຊ່ວງເຊົ້າວານນີ້ (9 ເມສາ) ຈີນປະກາດຂຶ້ນພາສີສິນຄ້ານຳເຂົ້າຂອງສະຫະລັດ ເປັນ 84%     ເລີ່ມມີຜົນໃນວັນທີ 10 ເມສາ ຫຼັງທຣຳກຳນົດເກັບພາສີສິນຄ້າຈີນທີ່ເຂົ້າສູ່ສະຫະລັດ  104%  ແຕ່ລ່າສຸດ ທຣຳລະບຸວ່າ ເຂົາໄດ້ເປີດການເຈລະຈາກັບປະທານາທິບໍດີສີ ຈິ້ນຜິງ ຂອງຈີນແລ້ວ ຫຼັງປະກາດເກັບພາສີສິນຄ້າຈີນໃນອັດຕາ 125%   ສ່ວນຕະຫຼາດຫຸ້ນສະຫະລັດ ດີດຕົວແຮງຫຼັງທຣຳປະກາດພັກການເກັບພາສີສິນຄ້ານຳເຂົ້າຈາກຫຼາຍສິບປະເທດເປັນເວລາ 90 ມື້ ມີຜົນທັນທີ ຊຶ່ງເຮັດໃຫ້ບັນດານັກລົງທຶນຜ່ອນຄາຍຄວາມກັງວົນລົງໄດ້ ກ່ຽວກັບຜົນກະທົບຕໍ່ເສດຖະກິດໂລກຈາກນະໂຍບາຍການຄ້າຂອງສະຫະລັດ   ໂດຍດັດຊະນີເອສແອນພີ 500 ປິດຕະຫຼາດເມື່ອວານນີ້ (9 ເມສາ) ເພີ່ມຂຶ້ນ 474.13 ຈຸດ ຫຼື  9.52% ປິດທີ່ […]

5 ຂໍ້ຄວນຮູ້ກ່ອນກິນ “ຖົ່ວລຽນ” ເພາະຖ້າກິນແບບບໍ່ລະວັງ ສ່ຽງເສຍຊີວິດ!

ຊ່ວງນີ້ອາກາດຮ້ອນ, ມີຂ່າວຄົນເສຍຊີວິດຈາກອາກາດຮ້ອນ ບໍ່ແມ່ນເລື່ອງຫຼິ້ນໆ ແຕ່ສິ່ງທີ່ດີຂອງອາກາດຮ້ອນຄື ໝາກໄມ້ໜ້າຮ້ອນຜະລິດດອກອອກໝາກໃຫ້ເຮົາເລືອກກິນຫຼາຍຫຼາຍ ໂດຍສະເພາະ “ຖົ່ວລຽນ”   ແຕ່ຮູ້ຫຼືບໍ່ວ່າ ຖົ່ວລຽນ ເຖິງຈະແຊບດີມີປະໂຫຍດ ແຕ່ຫາກບໍ່ຖືກວິທີກໍເປັນອັນຕະລາຍຕໍ່ຊີວິດໄດ້ຄືກັນ ສະນັ້ນກ່ອນກິນຖົ່ວລຽນ ເຮົາມາອ່ານ ຂໍ້ຄວນຮູ້ກ່ອນກິນກັນກ່ອນດີກວ່າ   5 ຂໍ້ຄວນຮູ້ກ່ອນກິນຖົ່ວລຽນ  ໝາກຖົ່ວລຽນ ແມ່ນໝາກໄມ້ທີ່ມີແຄລໍລີສູງ ເພາະວ່າຖົ່ວ 4-6 ເມັດ ໃຫ້ປະລິມານແຄລໍລີເຖິງ 400 ກິໂລແຄລໍລີ, ທຽບເທົ່າກັບນ້ຳອັດລົມ 2 ກະປ໋ອງ ຫຼື ເຂົ້າ 1 ຈານເຕັມໆ. ສະນັ້ນ, ການກິນຢ່າງເພີດເພີນຕ້ອງລະວັງນ້ຳໜັກຂຶ້ນເດີ. ຖົ່ວລຽນມີປະລິມານນ້ຳຕານສູງຫຼາຍເຊັ່ນກັນ, ດັ່ງນັ້ນ; ຜູ້ເປັນພະຍາດເບົາຫວານຄວນຫຼີກລ້ຽງຖ້າເປັນໄປໄດ້. ນອກຈາກຜູ້ເປັນພະຍາດເບົາຫວານແລ້ວ, ຜູ້ປ່ວຍທີ່ມີພະຍາດປະຈຳຕົວກ່ຽວຂ້ອງກັບຄວາມດັນເລືອດສູງ, ຫົວໃຈ, ເສັ້ນເລືອດ ແລະ ໄຂມັນໃນເລືອດ ຄວນກິນຖົ່ວລຽນໃຫ້ໜ້ອຍທີ່ສຸດ. ຖົ່ວລຽນເປັນໝາກໄມ້ທີ່ມີລິດຮ້ອນ ການກິນລ້ວນໆກໍ່ມີລິດຮ້ອນຢູ່ແລ້ວ ຖ້າກິນພ້ອມກັບເຫຼົ້າ ບໍ່ວ່າຈະເປັນເຫຼົ້າ, ເບຍ ຫຼື ເຄື່ອງດື່ມທີ່ມີແອວກໍຮໍ ຍິ່ງຈະເຮັດໃຫ້ເປັນອັນຕະລາຍຕໍ່ຮ່າງກາຍຫຼາຍຂຶ້ນ ຮ່າງກາຍຈະເກີດຄວາມຮ້ອນສູງ ຈົນເຖິງຂັ້ນເສຍຊີວິດໄດ້. […]

ພາລະກິດຄັ້ງທຳອິດຂອງໂລກ “ແມງສາບກູ້ໄພ” ຄົ້ນຫາຜູ້ລອດຊີວິດແຜ່ນດິນໄຫວມຽນມາ

ໜ່ວຍງານຄວາມໝັ້ນຄົງດ້ານວິທະຍາສາດ ແລະ ເທັກໂນໂລຊີແຫ່ງຊາດ ຫຼື Home Team Science and Technology Agency (HTX) ຮ່ວມກັບມະຫາວິທະຍາໄລເທັກໂນໂລຊີນັນຢາງແຫ່ງສິງກະໂປ ແລະ ບໍລິສັດດ້ານວິສະວະກຳ Klass Engineering and Solutions ຮ່ວມກັນພັດທະນາ “ແມງສາບໄຊບ໋ອກກູ້ໄພ”   ໂດຍໃຊ້ເທັກໂນໂລຊີໃນການຄວບຄຸມການເຄື່ອນໄຫວດ້ວຍກະແສໄຟຟ້າອ່ອນໆ ຜ່ານອຸປະກອນອີເລັກໂທຣນິກ ແຜ່ນຊິບຂະໜາດເທົ່າຫົວໂປ້ມື ແລະ ກ້ອງອິນຟາເຣດຈະຖືກຕິດຕັ້ງບົນຫຼັງຂອງແມງສາບສາຍພັນ “ມາດາກັສກາ”     ຊຶ່ງກ່ອນໜ້ານີ້ສາມາດຄວບຄຸມແມງສາບໄດ້ຄັ້ງລະ 1 ໂຕ ແຕ່ການປະຕິບັດພາລະກິດກູ້ໄພຈາກແຜ່ນດິນໄຫວຈຳເປັນຕ້ອງໃຊ້ການຄວບຄຸມເປັນກຸ່ມເພື່ອເພີ່ມຄວາມວ່ອງໄວ ແລະ ປະສິດທິພາບໃນການຄົ້ນຫາ ແລະ ສຳຫຼວດພື້ນທີ່ ລວມເຖິງລະບຸຕຳແໜ່ງຂອງຜູ້ລອດຊີວິດ ເຮັດໃຫ້ມີການພັດທະນາເທັກໂນໂລຊີສຳລັບຄວບຄຸມການເຄື່ອນໄຫວຂອງແມງສາບເພີ່ມຂຶ້ນ ຈົນສາມາດຄວບຄຸມໄດ້ເຖິງ 20 ໂຕ,   ໃນເວລາດຽວກັນ ນອກຈາກນີ້ແມງສາບບາງໂຕຍັງສາມາດຊ່ວຍພິກໂຕໝູ່ໃນກຸ່ມຫາກພວກມັນຢູ່ໃນສະຖານະການຫງາຍຫຼັງຈົນບໍ່ສາມາດເຮັດຫຍັງໄດ້   ສຳລັບພາລະກິດກູ້ໄພໃນຄັ້ງນີ້ ໜ່ວຍປະຕິບັດການໄລອອນຮາດຂອງກອງກຳລັງປ້ອງກັນພົນລະເຮືອນສິງກະໂປ (SCDF) ໄດ້ລະດົມກຳລັງພົນ ຈຳນວນ 80 ນາຍ ພ້ອມໝາຄົ້ນຫາອີກ 4 […]

ບຸນໃຫຍ່ວັນມະຫາສົງການ 2025 ໝໍດູດັງແນະນຳ 12 ລາສີ ເສີມສິລິມົງຄຸນດ້ວຍສິ່ງນີ້

ໃກ້ເຂົ້າສູ່ຊ່ວງເທດສະການ ສົງການ 2025 ແລ້ວ ມາເຮັດບຸນເສີມສິລິມົງຄຸນກັນ ເຊິ່ງຫຼ້າສຸດ ໝໍຣັດຕະນະໂກສິນ ໄດ້ໂພສຕ໌ເຟສບຸກ ແນະນຳ 12 ລັກນາລາສີສຳລັບການເຮັດບຸນໃນຊ່ວງເທດສະການສົງການ ດັ່ງນີ້:   ເມສ, ຕຸລ   ເຮັດຄວາມສະອາດເຮືອນ, ໄຫວ້ສານຫຼັກເມືອງ, ເຕີມນ້ຳມັນຕະກຽງ ຈະຊ່ວຍກຳຈັດສິ່ງຕິດຄ້າງທີ່ບໍ່ດີໃນປີເກົ່າອອກໄປ ແລະ ຕ້ອນຮັບສິ່ງມົງຄົນໃໝ່ໆ ໃຫ້ເຂົ້າມາໃນຊີວິດ ໜ້າທີ່ການງານເຈະລີນກ້າວໜ້າ ອະນາຄົດສົດໃສ..   ພຶດສະພາ, ພິຈິກ   ເຮັດບຸນໃຫ້ບັນພະບຸລຸດ ກວດນ້ຳອຸທິດສ່ວນກຸສົນ ໃຫ້ແກ່ຍາດຜູ້ລ່ວງລັບ ເປັນການສະແດງຄວາມກະຕັນຍູຮູ້ບຸນຄຸນ ຈະເຮັດໃຫ້ຊີວິດເຈະລີນຮຸ່ງເຮືອງ ແລະ ມີສຸຂະພາບຮ່າງກາຍແຂງແຮງ.   ກໍລະກົດ, ກັນ, ທະນູ, ກຸມພາ   ເຮັດບຸນໄຖ່ຊີວິດສັດ ປ່ອຍນົກປ່ອຍປາໄຖ່ຊີວິດງົວ-ຄວາຍ ຈະເພີ່ມບຸນບາລະມີໃຫ້ກັບຕົວເອງ ຖືເປັນການສະເດາະເຄາະຕໍ່ຊະຕາ ໝົດທຸກ ໝົດໂສກໝົດໂລກໄພ ອັນຕະລາຍໃດໆ ບໍ່ກ້ຳກາຍ.   ສິງຫາ, ມິຖຸນາ   ເຮັດບຸນຕັກບາດ […]

ແຈ້ງເຕືອນ ຝົນຕົກຟ້າຮ້ອງ – ຟ້າເຫຼື້ອມ, ໝາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025

ກົມອຸຕຸນິຍົມອອກມາ ແຈ້ງເຕືອນ ຝົນຕົກຟ້າຮ້ອງ – ຟ້າເຫຼື້ອມ, ໝາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ລາຍລະອຽດດັ່ງລຸ່ມນີ້:  

ພາສີທຣຳເຮັດໃຫ້ທັງໂລກປັ່ນປ່ວນ ແຕ່ຄົນທີ່ເດືອດຮ້ອນແມ່ນຄົນອາເມລິເອງ ເຄື່ອງຂອງແພງຂຶ້ນຈະຈ່າຍອັນໃດແພງຂຶ້ນແດ່?

ຊື້ໂທລະສັບລາຄາເກືອບລ້ອຍລ້ານ ເສື້ອໂຕລະຫຼາຍແສນກີບ ແມ່ນແຕ່ Nintendo Switch ທີ່ເປີດຕົວໃໝ່ ເກມເມີອາເມລິກັນ ກໍຕ້ອງຊື້ແພງກວ່າຄົນທັງໂລກ ທັງໝົດທັງມວນ ເພາະທຣຳຂຶ້ນພາສີ 60 ປະເທດທົ່ວໂລກ 10-104%   ພາສີທຣຳເຮັດໃຫ້ທັງໂລກປັ່ນປ່ວນ ແຕ່ຄົນທີ່ເດືອດຮ້ອນບໍ່ແມ່ນໃຜ ນອກຈາກຄົນອາເມລິກັນເອງ ທີ່ເສື້ອຜ້າ ອຸປະກອນອີເລັກໂທຣນິກ ເຄື່ອງຂອງອາຫານ ຈະຂຶ້ນລາຄາໝົດ ແລ້ວຂອງເຫຼົ່ານັ້ນ ຈະແພງຂຶ້ນເທົ່າໃດ?   ຫາກບໍລິສັດອາເມລິກັນນຳເຂົ້າສິນຄ້າເຂົ້າມາ ແລ້ວເຈີພາສີ 10-104% ແບບນີ້ ກໍຈະມີທາງເລືອກຄື ຮັບພາລະສ່ວນຕ່າງພາສີໄວ້ເອງ ຫຼື ຜັກພາລະສ່ວນຕ່າງໄປໃຫ້ຜູ້ບໍລິໂພກ   ເຮົາມາເບິ່ງຕົວຢ່າງຈາກເຄື່ອງຂອງທີ່ຄົນອາເມລິກັນໃຊ້ໃນຊີວິດປະຈຳວັນວ່າ ເຄື່ອງຂອງເຫຼົ່ານີ້ມີໂອກາດທີ່ລາຄາຈະພຸ່ງສູງປານໃດ ຖ້າບໍລິສັດຜູ້ນຳເຂົ້າ ຜັກພາລະໃຫ້ຄົນອາເມລິກາທັງໝົດ   ເສື້ອເຊີດທຳມະດາ ຜະລິດຈາກບັງກະລາເທດ ທີ່ເຈີພາສີນຳເຂົ້າ 37% ລາຄາເສື້ອເຊີດຢ່າງດີ 1,700 ບາດ ລາຄາຈະພຸ່ງໄປ 2,400 ບາດທີດຽວ   ສະມາດໂຟນ ເອົາຍີ່ຫໍ້ດັງໆ ເກົາຫຼີໃຕ້ ລາຄາ 70,000 ບາດຕົວທ໊ອບເລີຍ […]

ຈີນໂຕ້ກັບສະຫະລັດ ປະກາດຂຶ້ນພາສີນຳເຂົ້າ 84% ມີຜົນ 10 ເມສາ

ຈີນປະກາດເກັບພາສີນຳເຂົ້າສິນຄ້າຈາກສະຫະລັດ ເພີ່ມເປັນ 84% ຫຼັງຈາກໃຫ້ຄຳໝັ້ນທີ່ຈະດຳເນີນມາດຕະການເດັດຂາດ ແລະ ເພື່ອປົກປ້ອງຜົນປະໂຫຍດຂອງປະເທດ ເພື່ອຕອບໂຕ້ມາດຕະການພາສີຂອງສະຫະລັດ ທີ່ເຮັດໃຫ້ຈີນຖືກຕັ້ງກຳແພງພາສີລວມ 104% ມີຜົນ 10 ເມສາ 2025   ວັນນີ້ (9 ເມສາ 22025) ທ່ານຫຼິນ ເຈຍນ ໂຄສົກກະຊວງການຕ່າງປະເທດຈີນ ອອກມາຮຽກຮ້ອງໃຫ້ສະຫະລັດ ຢຸດພຶດຕິກຳທີ່ອວດໂອ້ ແລະ ຂົ່ມເຫັງລັງແກ ພ້ອມທັງລະບຸວ່າ ຖ້າຕ້ອງການແກ້ໄຂບັນຫາຜ່ານການປຶກສາຫາລື ແລະ ເຈລະຈາຢ່າງແທ້ຈິງ, ສະຫະລັດ ຄວນສະແດງທ່າທີທີ່ເຄົາລົບເຊິ່ງກັນ ແລະ ກັນ ບົນພື້ນຖານຂອງຄວາມເທົ່າທຽມ ແລະ ເບິ່ງເຖິງຜົນປະໂຫຍດຮ່ວມກັນກ່ອນ.   ແຕ່ຫາກ ຍັງຄົງເມີນເສີຍຕໍ່ຜົນປະໂຫຍດຂອງທັງສອງປະເທດ ແລະ ປະຊາຄົມໂລກ ແລະ ຢືນຢັນທີ່ຈະເຮັດສົງຄາມການຄ້າຕໍ່ໄປ, ຈີນຈະຕອບໂຕ້ຢ່າງແນ່ນອນ.   ທ່າທີດັ່ງກ່າວມີຂຶ້ນ ຫຼັງຈາກມາດຕະການພາສີຕອບໂຕ້ຂອງສະຫະລັດ ເລີ່ມມີຜົນບັງຄັບໃຊ້ວັນນີ້ເປັນວັນທຳອິດ ເຊິ່ງເຮັດໃຫ້ສິນຄ້າຈີນຖືກສະຫະລັດຮຽກເກັບພາສີນຳເຂົ້າສູງເຖິງ104%.   ຫຼ້າສຸດ, ກະຊວງການຄ້າຈີນປະກາດຂຶ້ນພາສີສິນຄ້ານຳເຂົ້າຈາກສະຫະລັດ ເພີ່ມເປັນ 84% ແລ້ວ […]

ຢ່າຫຼົງເຊື່ອ ຂ່າວປອມ ຕັດຕໍ່ດັດແປງຮູບພາບໃບເງິນປະເພດໃບ 100.000 ກີບ ມາເປັນໃບ 500.000 ກີບ

ຢ່າຫຼົງເຊື່ອ ຂ່າວປອມ ຈາກການພົບເຫັນໃນສື່ສັງຄົມອອນລາຍ ໄດ້ມີການໂພສ ຮູບພາບ ໃບເງິນກີບປະເພດໃບ 500.000 ກີບ ໂດຍມີການຕັດຕໍ່ດັດແປງຮູບພາບໃບເງິນປະເພດໃບ 100.000 ກີບ ມາເປັນໃບ 500.000 ກີບ,   ເພື່ອສ້າງຂ່າວປອມປັ່ນປ່ວນສັງຄົມ ວ່າຈະມີການອອກນຳໃຊ້; ຂ່າວດັ່ງກ່າວ ທະນາຄານແຫ່ງ ສປປ ລາວ ຂໍຢັ້ງຢືນວ່າ ເປັນຂ່າວປອມບໍ່ມີມູນຄວາມຈິງ ຊຶ່ງໃນໄລຍະຜ່ານມາ ປີ 2020 ແລະ ປີ 2023 ໄດ້ມີກຸ່ມຄົນທີ່ບໍ່ຫວັງດີ ສ້າງຂ່າວປອມໃນລັກສະນະດັ່ງກ່າວຂຶ້ນມາໃນຮູບແບບນີ້ ແລະ ທະນາຄານແຫ່ງ ສປປ ລາວ ກໍ່ໄດ້ອອກມາຢັ້ງຢືນວ່າເປັນຂ່າວປອມ.   ສະນັ້ນ, ທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ແຈ້ງມາຍັງພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ, ທະຫານ ແລະ ຕຳຫຼວດ ໃນຂອບເຂດທົ່ວປະເທດ ຈົ່ງໄດ້ມີສະຕິລະວັງຕົວ ບໍ່ຫຼົງເຊື່ອຕໍ່ການປັ່ນປ່ວນສ້າງຂ່າວປອມດັ່ງກ່າວ.   ແຫຼ່ງທີ່ມາ: ທະນາຄານແຫ່ງ ສປປ ລາວ […]

ຈີນຂູ່ແບນໜັງຮໍລີວູດ ຕອບໂຕ້ທຣຳຂຶ້ນພາສີ 104% ລາມວົງການບັນເທີງໂລກ

ຈີນອາດແບນໜັງຮໍລີວູດຕອບໂຕ້ທຣຳຂຶ້ນພາສີນຳເຂົ້າສູງເຖິງ 104% ກະທົບໜັກ ວົງການບັນເທີງສະຫະລັດ ທ່າມກາງສົງຄາມການຄ້າທະວີຄວາມຮຸນແຮງອີກຄັ້ງ   ທ່າມກາງກະແສຄວາມຕຶງຄຽດໃນສົງຄາມການຄ້າລະຫວ່າງສະຫະລັດອາເມລິກາ ແລະ ຈີນທີ່ກຳລັງທະວີຄວາມຮຸນແຮງຂຶ້ນອີກຄັ້ງ, ປະເດັນຮ້ອນທີ່ຖືກຈັບຕາໃນອາທິດນີ້ ຄືຄວາມເປັນໄປໄດ້ທີ່ຈີນອາດໃຊ້ມາດຕະການຕອບໂຕ້ດ້ວຍການ “ແບນຫນັງຮໍລີວູດ” ຊຶ່ງຈະເປັນການຍົກລະດັບຂໍ້ພິພາດທາງການຄ້າໄປສູ່ແນວໜ້າດ້ານວັດທະນະທຳ ແລະ ຄວາມບັນເທີງ   ຕົ້ນຕໍຂອງກະແສດັ່ງກ່າວເລີ່ມຕົ້ນຈາກການເປີດເຜີຍໂດຍບລັອກເກີຊາວຈີນຜູ້ຊົງອິດທິພົນສອງລາຍ ໄດ້ແກ່: ຫຼິວ ຫົງ ບັນນາທິການອາວຸໂສຂອງສຳນັກຂ່າວຊິນຫົວ ແລະ ‘ປະທານກະຕ່າຍ’ ຫຼື ເຫີຣິນ ອີ້ ຫຼານຊາຍຂອງອະດີດຜູ້ນຳພັກຄອມມິວນິສແຫ່ງແຂວງກວາງຕຸ້ງ,   ທັງສອງລາຍໄດ້ໂພສຂໍ້ຄວາມລົງໂຊຊຽວເມື່ອວັນອັງຄານທີ່ຜ່ານມາ ເປີດເຜີຍຊຸດມາດຕະການຕອບໂຕ້ທີ່ລັດຖະບານຈີນກຳລັງພິຈາລະນາຢ່າງໃກ້ຊິດ ໜຶ່ງໃນນັ້ນຄືການຈຳກັດ ຫຼື ລະງັບການນຳເຂົ້າຮູບເງົາຈາກສະຫະລັດຯ ລວມເຖິງການເພີ່ມພາສີສິນຄ້າກະສິກຳ ແລະ ບໍລິການຈາກອາເມລິກາ   ສັນຍານຕອບໂຕ້ຂອງຈີນມີຂຶ້ນຫຼັງຈາກທີ່ ປະທານາທິບໍດີໂດນັລດ໌ ທຣຳ ປະກາດຂຶ້ນພາສີນຳເຂົ້າສິນຄ້າຈາກຈີນເປັນຢ່າງໜ້ອຍ 104% ໂດຍເລີ່ມມີຜົນໃນວັນທີ 9 ເມສາ 2025 ຫາກຈີນບໍ່ຖອນມາດຕະການພາສີຕອບໂຕ້ທີ່ກາກໍປະກາດໄປກ່ອນໜ້ານີ້ 34% ທຣຳຍັງລະບຸຊັດເຈນຜ່ານໂພສໃນ Truth Social ວ່າຫາກຈີນບໍ່ຍອມຖອຍ ສະຫະລັດຯ ຈະຍຸຕິການເຈລະຈາໃນທຸກມິຕິທັນທີ   […]