ເປີດເຜີຍຄຳທຳນາຍປີໃໝ່ລາວ ຄສ.2025 ພສ 2568

ມື້ສັງຂານລ່ວງ : ວັນຈັນ, ແຮມ 2 ຄໍ່າ ເດືອນ 5, ພສ 2567 – ກົງກັບວັນທີ 14 ເມສາ 2025, ເວລາ 04 ໂມງ 30 ນາທີ 00 ວິນາທີ. ມື້ສັງຂານເນົາ : ວັນອັງຄານ, ແຮມ 3 ຄໍ່າ ເດືອນ 5, ພສ 2567 – ກົງກັບວັນທີ 15 ເມສາ 2025. ວັນສັງຂານຂຶ້ນ : ວັນພຸດ, ແຮມ 4 ຄໍ່າ ເດືອນ 5, ພສ 2567 – ກົງກັບວັນທີ່ 16 ເມສາ 2025, ເວລາ […]
ຍຶດຢາບ້າ 4 ແສນເມັດ ຈາກ 2ໜຸ່ມລາວ ຂັບເຮືອຂ້າມແມ່ນໍ້າຂອງໄປສົ່ງຢູ່ຝັ່ງໄທ

ວັນທີ 23 ມີນາ 2025 – ກອງຮ້ອຍໜ່ວຍສະເພາະກິດທະຫານມະຫາດເລັກຮັກສາພຣະອົງ2105 (ຜບ.ຮ້ອຍ.ສກ.ທພ. 2105) ໜ່ວຍສະເພາະກິດທະຫານມະຫາດເລັກຮັກສາພຣະອົງ21 (ຜບ.ສກ.ທພ.21)ກອງບັງຄັບການຄວບຄຸມທີ່ 1ກອງກຳລັງຮັກສາຄວາມສະຫງົບຮຽບຮ້ອຍສຸລະສັກດິ໌ມົນຕີ ສາມາດກວດຍຶດຢາເສບຕິດຂອງກຸ່ມຜູ້ຄ້າຢາໄດ້ 396,000 ກວ່າເມັດ ບໍລິເວນ ບ້ານນາສີນວນ ໝູ່ 1 ຕ.ນາສີນວນ ອ.ເມືອງ ຈ.ມຸກດາຫານ ສືບເນື່ອງຈາກ ວັນທີ 22 ມີນາ ເວລາ 18.00 ນາຍອຳເພີ ອິນທຣາວຸດ ທອງຄຳ ຜບ.ສກ.ທພ.21 ພ້ອມດ້ວຍ ພ.ຕ.ຄຳຣົນ ຄຸ້ມເຂດ ຜບ.ຮ້ອຍ.ສກ.ທພ. 2105 ໄດ້ຮັບແຈ້ງຈາກແຫລ່ງຂ່າວວ່າ ຈະມີຂະບວນການຄ້າຢາເສບຕິດລັກລອບລຳລຽງຢາເສບຕິດ (ຢາບ້າ) ເຂົ້າມາໃນພື້ນທີ່ ຈຶ່ງໄດ້ຈັດກຳລັງ ແລະ ວາງແຜນຮ່ວມກັບ ກົມທະຫານລາດ.21 ແລະ ໜ່ວຍງານໃນພື້ນທີ່ ວາງກຳລັງເຝົ້າກວດຕາມຈຸດເປົ້າໝາຍ ແລະ ພື້ນທີ່ຊ່ອງທາງທຳມະຊາດທີ່ຄາດວ່າກຸ່ມຄົນຮ້າຍຈະໃຊ້ເປັນເສັ້ນທາງໃນການກະທຳຄວາມຜິດ ຈົນມາຮອດເຊົ້າມືດ ວັນທີ […]
ສະເຫຼີມສະຫຼອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

ພິທີໂຮມຊຸມນຸມໃຫຍ່ລະດັບຊາດ ສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (ພັກ ປປ ລາວ) ຈັດຂຶ້ນໃນວັນທີ 22 ມີນາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ; ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ອະດີດການນຳຂັ້ນສູງ ພັກ, ລັດ, ພະນັກງານປະຕິວັດອາວຸໂສ, ການນຳບັນດາກະຊວງ, ພະນັກງານອະວຸໂສ-ບຳນານ, ພະນັກງານທະຫານ-ຕຳ ຫລວດ, ພະນັກງານ-ລັດຖະກອນ ພ້ອມດ້ວຍ ຊາວໜຸ່ມ, ເຍົາ ວະຊົນ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ. ສະຫາຍ ທອງລຸນ ສີສຸລິດ […]
ໂດນັລ ທຣໍາ ປະກາດຍົກເລີກສະຖານະຂອງຜູ້ອົບພະຍົບກວ່າ 530,000 ຄົນ

ຝ່າຍບໍລິຫານຂອງປະທານາທິບໍດີ “ໂດນັລ ທຣໍາ” ໄດ້ປະກາດຍົກເລີກສະຖານະທາງກົດໝາຍຊົ່ວຄາວຂອງຜູ້ອົບພະຍົບກວ່າ 530,000 ຄົນຈາກ 4 ປະເທດ ໄດ້ແກ່ ຄິວບາ, ເຮຕິ, ນິກາຣາກົວ ແລະ ເວເນຊູເອລາ ຊຶ່ງເຄີຍໄດ້ຮັບອະນຸຍາດໃຫ້ເຂົ້າປະເທດສະຫະລັດອາເມຣິກາໃນຊ່ວງການດໍາລົງຕໍາແໜ່ງຂອງປະທານາທິບໍດີໂຈ ໄບເດັນ. ການຕັດສິນໃຈນີ້ຈະມີຜົນບັງຄັບໃຊ້ໃນວັນທີ 24 ເມສາ 2025 ເຮັດໃຫ້ຜູ້ໄດ້ຮັບຜົນກະທົບຕ້ອງອອກຈາກປະເທດຫຼືເຜີຊິນກັບການຖືກເນລະເທດ. ໂຄງການ “humanitarian parole” ເລີ່ມຕົ້ນໃນປີ 2022 ໂດຍລັດຖະບານໄບເດັນ ເພື່ອຈັດການກັບການເພີ່ມຂຶ້ນຂອງຜູ້ອົບພະຍົບບໍລິເວນຊາຍແດນສະຫະລັດ ໂດຍອະນຸຍາດໃຫ້ຜູ້ອົບພະຍົບຈາກປະເທດດັ່ງກ່າວເຂົ້າມາຢູ່ແລະເຮັດວຽກໃນສະຫະລັດອາເມຣິກາເປັນໄລຍະເວລາສອງປີ ແລະ ໄດ້ຮັບການສະໜັບສະໜູນທາງການເງິນ. ຢ່າງໃດກໍຕາມ, ຝ່າຍບໍລິຫານຂອງທຣໍາລະບຸວ່າບໍ່ມີເຫດຜົນດ້ານມະນຸດສະທໍາຫຼືປະໂຫຍດສາທາລະນະໃນການໃຫ້ຜູ້ອົບພະຍົບເຫຼົ່ານີ້ຢູ່ຕໍ່ໄປ. ການຍົກເລີກໂຄງການໃນຄັ້ງນີ້ໄດ້ຮັບການວິພາກວິຈານຈາກນັກກົດໝາຍ ແລະ ນັກເຄື່ອນໄຫວ ໂດຍມີການຍື່ນຟ້ອງຕໍ່ສານລັດຖະບານກາງເພື່ອທ້າທາຍຄວາມຖືກຕ້ອງຕາມກົດໝາຍຂອງການຍົກເລີກໂຄງການ. ການຕັດສິນໃຈນີ້ສະທ້ອນເຖິງແນວໂນ້ມຂອງຝ່າຍບໍລິຫານຂອງທຣໍາໃນການຈໍາກັດເສັ້ນທາງທາງກົດໝາຍສໍາລັບຜູ້ອົບພະຍົບ ຊຶ່ງອາດເຮັດໃຫ້ຫຼາຍຄົນສ່ຽງຕໍ່ການຖືກເນລະເທດ.
ດູດວງ 12ລາສີ ປະຈໍາອາທິດ 24-30 ມີນາ 2025

ການດູດວງປະຈໍາອາທິດ 12 ລາສີ ລະຫວ່າງວັນທີ 24-30 ມີນາ 2025 – ຊະຕາຂອງທ່ານຈະມີເລື່ອງດີໆໃດແດ່ທີ່ຈະພາໃຫ້ຊື່ນໃຈ ດູດວງປະຈໍາອາທິດ 24-30 ມີນາ 2025 ລາສີເມສ (13ເມສາ – 13ພຶດສະພາ) ຊາວລາສີເມສ ລາສີແຫ່ງນັກຮົບຜູ້ກ້າຫານ ທີ່ຮູ້ວ່າເມື່ອເຂົ້າສູ່ສະໜາມຮົບຈະຕ້ອງບາດເຈັບ, ສູນເສຍ ແຕ່ດ້ວຍຄວາມເຊື່ອໝັ້ນ, ມີສັດທາຕໍ່ຕົນເອງ ເຖິງຮູ້ວ່າຈະເຈັບ, ຈະຫາຍະນະ ແຕ່ກໍ່ຈະສູ້ ເພາະແນ່ໃຈວ່າຜົນສຸດທ້າຍທີ່ໄດ້ຮັບຄື ໄຊຊະນະ ການເງິນ: ລະມັດລະວັງໃຫ້ຫຼາຍທີ່ສຸດ ໃນອາທິດແຫ່ງການ…ຫຼອກລວງ, ຕົ້ມຕຸ່ນ ຄັ້ງໃຫຍ່ ທີ່ອາດພົບຈາກການເຂົ້າຮ່ວມກຸ່ມເຮັດກິດຈະກໍາກັບຄົນຈໍານວນໜຶ່ງ. ໂດຍສະເພາະຖືກຊັກຊວນໃຫ້ຮ່ວມຫຸ້ນ, ລົງທຶນໃດໆ ເພາະມີແນວໂນ້ມສູງວ່າຈະ…ສູນເສຍຢ່າງດຽວ ຊຶ່ງວັນທີ 28-30 ຄວນລະວັງໃຫ້ຫຼາຍທີ່ສຸດ. ການງານ: ອົດທົນ, ອົດກັ້ນ ກັບການໃຊ້ອາລົມຫຼາຍກວ່າເຫດຜົນຂອງເພື່ອນຮ່ວມງານ. ການປະນີປະນອມ, ຍອມໃຫ້ ເຖິງຈະໄດ້ຮັບຄວາມຮ່ວມມືຫຼາຍກວ່າ ແລະ ຜິດນັດ, […]
ທາງອອກໃນການປັບໂຕຂອງທຸລະກິດເພື່ອບໍລິຫານພະນັກງານຢ່າງມີປະສິດທິພາບກັບ Bezz Solution

ໃນສະພາບເສດຖະກິດມະຫາພາກລະດັບໂລກ, ລະດັບພາກພື້ນ ຫຼື ໃນປະເທດກໍ່ດີ ທີ່ໄດ້ຮັບຜົນກະທົບຈາກນະໂຍບາຍທາງການຄ້າຕ່າງໆຂອງຫຼາຍໆປະເທດທີ່ມີຄວາມທ້າທາຍ ແລະ ກົດດັນ ເຮັດໃຫ້ຫຼາຍໆທຸລະກິດຕ້ອງມີການປັບໂຕເພື່ອຄວາມຢູ່ລອດໃນສະພາບເສດຖະກິດທີ່ບໍ່ຄົງໂຕຄືໃນປະຈຸບັນ; ໜຶ່ງໃນວິທີທີ່ຫຼາຍໆຜູ້ປະກອບການ ຫຼື ເຈົ້າຂອງທຸລະກິດທີ່ນໍາມາໃຊ້ກໍ່ແມ່ນຖ້າເພີ່ມລາຍຮັບບໍ່ໄດ້ກໍ່ຕ້ອງຫຼຸດລາຍຈ່າຍ ເຊິ່ງລາຍຈ່າຍແມ່ນປະກອບມີ: CAPEX (ລາຍຈ່າຍທີ່ຕິດພັນກັບດ້ານຊັບສິນ) ແລະ OPEX (ລາຍຈ່າຍທີ່ຕິດພັນກັບການດໍາເນີນທຸລະກິດ). ເວົ້າສະເພາະການຫຼຸດຜ່ອນລາຍຈ່າຍກ່ຽວກັບ OPEX ຫຼື ລາຍຈ່າຍທີ່ຕິດພັນກັບການດໍາເນີນທຸລະກິດນັ້ນແມ່ນມີຫຼາຍວິທີ, ອົງປະກອບ ແລະ ເງື່ອນໄຂທີ່ຕ່າງກັນຂຶ້ນກັບປະເພດຂອງທຸລະກິດ, ແຕ່ມີວິທີການນຶ່ງທີ່ຫຼາຍໆທຸລະກິດນໍາມາໃຊ້ໃນສະພາບແວດລ້ອມທີ່ຕ້ອງຫຼຸດລາຍຈ່າຍຂອງບໍລິສັດຢ່າງເປັນຮູບປະທໍາແມ່ນ Headcount Optimization ຫຼື ການປັບປຸງຈໍານວນພະນັກງານໃຫ້ສອດຄ່ອງກັບຄວາມຕ້ອງການໃນອົງກອນ. ເຊິ່ງໃນປີ 2025 ນີ້ເຮົາກໍ່ຈະເຫັນບໍລິສັດຍັກໃຫຍ່ຫຼາຍໆບໍລິສັດຫຼຸດຜ່ອນຈໍານວນພະນັກງານລົງເຊັ່ນ: Meta (Facebook), Microsoft, BlackRock, Chevron ແລະ ລ້າສຸດກໍ່ແມ່ນຍັກໃຫຍ່ Amazon ທີ່ປົດຕໍາແໜ່ງຜູ້ບໍລິຫານງານລະດັບຜູ້ຈັດການຂຶ້ນໄປເຖິງ 14,000 ຄົນ ເຖິງຢ່າງໃດກໍ່ຕາມ Headcount Optimization ຫຼື ການປັບປຸງຈໍານວນພະນັກງານ ບໍ່ໄດ້ໝາຍເຖິງແຕ່ການປົດພະນັກງານພຽງຢ່າງດຽວ, ເຊິ່ງມີຫຼາຍວິທີໂດຍປະກອບມີ: ການປັບໂຄງສ້າງການເຮັດວຽກ (Restructuring): ປັບປ່ຽນສາຍການບໍລິຫານໃຫ້ແຖດເໝາະກັບສະຖານະການທີ່ເປັນຈິງໃນປະຈຸບັນ ຍົກຕົວຢ່າງການຄວມລວມພະແນກ […]
ສະຫະລັດຯ ຮຽກຄືນລົດ ເທສລາ “Cybertruck” ເພາະອາດຈະບໍ່ປອດໄພ

ສະຫະລັດຯ ສັ່ງຮຽກຄືນລົດ “ໄຊເບີທຣັກ” ຂອງເທສລາຫຼາຍກວ່າ 46,000 ຄັນ ຫຼັງພົບຄວາມສ່ຽງທີ່ລາງເຫຼັກພາຍນອກອາດຫຼຸດລະຫວ່າງຂັບຂີ່ ຖືເປັນການຮຽກຄືນຄັ້ງທີ 8 ນັບຕັ້ງແຕ່ເລີ່ມສົ່ງມອບລົດໃຫ້ລູກຄ້າເມື່ອທ້າຍປີ 2023 ວັນນີ້ (21 ມີນາ 2025) ສຳນັກຂ່າວຕ່າງປະເທດ ລາຍງານວ່າ “ເທສລາ” ບໍລິສັດຜະລິດຍານພາຫະນະໄຟຟ້າຂອງມະຫາເສດຖີອີລອນ ມັສກ໌ ຮຽກຄືນລົດ “ໄຊເບີທຣັກ” ບໍລິສັດລະບຸໃນເອກະສານທີ່ຍື່ນຕໍ່ອົງການບໍລິຫານຄວາມປອດໄພການຈະລາຈອນທາງຫຼວງແຫ່ງຊາດສະຫະລັດຯ ວ່າ: ການຮຽກຄືນດັ່ງກ່າວຈະມີຜົນກັບລົດໄຊເບີທຣັກ ຫຼາຍກວ່າ 46,000 ຄັນທີ່ຜະລິດຕັ້ງແຕ່ເດືອນ ພະຈິກ 2023 ຈົນຮອດເດືອນ ກຸມພາ 2025 ຖືເປັນການຮຽກຄືນຄັ້ງທີ 8 ນັບຕັ້ງເດືອນ ມັງກອນ 2024 ແລະ ເປັນຄັ້ງໃຫຍ່ທີ່ສຸດ ຂະນະທີ່ນັກວິເຄາະປະເມີນວ່າ ອາດເປັນການຮຽກຄືນລົດຍົນຮຸ່ນນີ້ເກືອບທັງໝົດໃນສະຫະລັດຯ ບໍລິສັດລະບຸວ່າ ເຫດຜົນໃນການຮຽກຄືນລົດຄັ້ງນີ້ ເນື່ອງຈາກພົບຄວາມສ່ຽງວ່າລາງເຫຼັກສ່ວນເທິງເໜືອກະຈົກຂ້າງທັງ 2 ເບື້ອງ ຊຶ່ງເປັນສະແຕນເລສ ຖືກຕິດຕັ້ງເຂົ້າກັບຕົວລົດດ້ວຍກາວ ເມື່ອປະເຊີນສະພາບແວດລ້ອມຕ່າງໆ […]
“ທຣຳ” ລົງນາມຄຳສັ່ງຍຸບກະຊວງສຶກສາທິການ ຢືນຢັນເປັນໜ່ວຍງານບໍ່ມີປະໂຫຍດ

ປະທານາທິບໍດີທຣຳລົງນາມໃນຄຳສັ່ງຝ່າຍບໍລິຫານປິດກະຊວງສຶກສາທິການ ອ້າງວ່າໃຊ້ຈ່າຍເງິນດ້ານການສຶກສາຫຼາຍແຕ່ນັກຮຽນບໍ່ປະສົບຄວາມສຳເລັດ ເມື່ອວັນທີ 20 ມີນາ ປະທານາທິບໍດີສະຫະລັດ ໂດນັລ ທຣຳ ໄດ້ລົງນາມໃນຄຳສັ່ງຝ່າຍບໍລິຫານ ເພື່ອສັ່ງເລີ່ມຂະບວນການຍຸບກະຊວງສຶກສາທິການ ຊຶ່ງເປັນໜຶ່ງໃນຄຳໝັ້ນສັນຍາທີ່ລາວໃຫ້ໄວ້ໃນຊ່ວງຫາສຽງເລືອກຕັ້ງປີ 2024 “ພວກເຮົາຈະປິດກະຊວງໂດຍໄວທີ່ສຸດ ມັນບໍ່ໄດ້ເປັນປະໂຫຍດອັນໃດກັບພວກເຮົາເລີຍ” ທຣຳກ່າວຫຼັງຈາກລົງນາມ ໂດຍລາວຮຽກຮ້ອງມາດົນແລ້ວໃຫ້ຍຸບກະຊວງສຶກສາທິການ ເນື່ອງຈາກເຫັນວ່າເປັນໜ່ວຍງານທີ່ມີຄ່າໃຊ້ຈ່າຍສູງແຕ່ໄດ້ຜົນລັບບໍ່ຄຸ້ມຄ່າ ໂດນັລ ທຣຳ ປະທານາທິບໍດີສະຫະລັດຯ ລົງນາມຄຳສັ່ງຍຸບກະຊວງສຶກສາທິການ ທຣຳກ່າວວ່າ “ສະຫະລັດຯ ໃຊ້ຈ່າຍເງິນດ້ານການສຶກສາຫຼາຍກວ່າປະເທດອື່ນໆ ຢ່າງຫຼວງຫຼາຍ ແຕ່ນັກຮຽນກັບຢູ່ໃນອັນດັບທ້າຍໆ ຂອງລາຍຊື່ໃນແງ່ຂອງຄວາມສຳເລັດ” ເຖິງຢ່າງໃດກໍຕາມ ຄາດວ່າຄຳສັ່ງຝ່າຍບໍລິຫານສະບັບນີ້ຈະປະເຊີນກັບອຸປະສັກດ້ານກົດໝາຍ ແບບດຽວກັບແຜນໄລ່ຄົນອອກຈຳນວນຫຼາຍ ການຕັດໜ່ວຍງານຂອງລັດຖະບານກາງ ແລະ ເປົ້າໝາຍໃນການຫຼຸດການໃຊ້ຈ່າຍ ຕ່າງກໍປະເຊີນກັບຄວາມທ້າທາຍທາງກົດໝາຍ ໃນພິທີລົງນາມ ທຣຳຍົກຍ້ອງທ່ານ ນ ລິນດາ ແມັກມາຮອນ ຊຶ່ງເຂົາແຕ່ງຕັ້ງໃຫ້ດຳລົງຕຳແໜ່ງລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ສະແດງຄວາມຫວັງວ່າ ລາວຈະເປັນລັດຖະມົນຕີກະຊວງສຶກສາທິການຄົນສຸດທ້າຍ ເຂົາກ່າວວ່າ ເຂົາຈະຊອກ “ແນວອື່ນ” ໃຫ້ລາວເຮັດພາຍໃນລັດຖະບານ ທັງນີ້ […]
ສະຫຼຸບຜົນບານໂລກ 2026 ຮອບຄັດເລືອກ ປະຈຳວັນທີ 21 ມີນາ 2025

ຜົນການແຂ່ງຂັນ ຟຸດບອນໂລກ 2026 ຮອບຄັດເລືອກ ປະຈຳວັນພະຫັດທີ 20 ມີນາ ທີ່ຜ່ານມາ “ຊາມູໄລບູ” ຍີ່ປຸ່ນ ກາຍເປັນຊາດທຳອິດທີ່ສາມາດຕີຕັ໋ວຜ່ານເຂົ້າໄປຫຼິ້ນບານໂລກ 2026 ຮອບສຸດທ້າຍໄດ້ສຳເລັດ ຫຼັງເປີດບ້ານເອົາຊະນະ ບາເຣນ 2-0 ເກັບເພີ່ມເປັນ 19 ຄະແນນ ແຕ້ມຂາດຮອຍແມ່ນຍັງເຫຼືອອີກ 3 ນັດກໍຕາມ ຜົນບານໂລກ 2026 ຮອບຄັດເລືອກ ໂຊນເອເຊຍ ກຸ່ມເອ ອຸດສະເບກິດຖານ 1-0 ຄີກີດສະຖານ ອີຣ່ານ 2-0 ຢູເອອີ ກາຕາ 5-1 ເກົາຫຼີເໜືອ ຜົນບານໂລກ 2026 ຮອບຄັດເລືອກ ໂຊນເອເຊຍ ກຸ່ມບີ ເກົາຫຼີໃຕ້ 1-1 ໂອມານ ຈໍແດນ 3-1 ປາແລສໄຕນ໌ ອີຣັກ 2-2 […]
ເຮັດພິທີຈູດທູບກາງແຈ້ງ 21 ມີນາ 2025 ຂໍຂະມາກຳ ເປີດທາງ ເປີດດວງ

ເຮັດພິທີຈູດທູບກາງແຈ້ງ ວັນທີ 21 ມີນາ 2025 ວັນວະສັນຕະວິສຸວັດ ຫຼື ວັນລາຕີເສມີພາບ ເປັນວັນທີ່ເວລາກາງຄືນເທົ່າກັບກາງເວັນ ເຊື່ອວ່າເປັນຊ່ວງເວລາທີ່ຫ້ວງມິຕິແຕ່ລະພົບເຊື່ອມຕໍ່ເຖິງກັນ ເປັນຄວາມເຊື່ອສ່ວນບຸກຄົນ ກະລຸນາໃຊ້ວິຈາລະນະຍານ ໂດຍ ອາຈານສຸດທິທຳ ພາກພຽນ ຜູ້ຊ່ຽວຊານວິຊາໂຫລາສາດໄທ ແລະ ໂຫລາສາດສາກົນ ແລະ ເຈົ້າຂອງເພຈ ເບິ່ງດວງໂຫລາສາດໄທລະບົບລັງສີດາວ ໄດ້ຄຳນວນ ມົງຄົນລະຫັດເດັດຂາດ ດວງດາວໄດ້ຍ້າຍໄດ້ເກນຕາມຕຳແໜ່ງ ເສດຖີມະຫາເສດຖີ ເພື່ອກ່າວຄຳອະທິຖານຂໍຂະມາກຳ ແລະ ຖອດຖອນຄຳບົນບານ ດັ່ງນີ້ ເຮັດພິທີຈູດທູບກາງແຈ້ງ ຂໍຂະມາກຳ ວັນທີ 21 ມີນາຄົມ 2568 ເວລາ 06.09 – 18.18 ໂມງ ວິທີຈູດທູບກາງແຈ້ງ ຂໍຂະມາກຳ ຈູດທູບ 9 ດອກ ຫັນໜ້າໄປທາງທິດຕາເວັນອອກ ກາງແຈ້ງ ຫຼື ໃນຮົ່ມກໍໄດ້ (ຄຳນຶງເຖິງຄວາມປອດໄພໃນສະຖານທີ່ຂອງການຈູດທູບ) […]