ນັກສຶກສາລາວ ໄດ້ຮັບທຶນການສຶກສາ ຢູ່ ສປ ຈີນ 350 ທຶນ

ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າມອບທຶນການສຶກສາຂອງລັດຖະບານ ສປ ຈີນ ຈຳນວນ 350 ທຶນ ໃຫ້ນັກສຶກສາ ແລະ ພະນັກງານ-ລັດຖະກອນຂອງ ສປປ ລາວ ໄປສຶກສາຕໍ່ທີ່ ສປ ຈີນ ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ສົກຮຽນປີ 2023-2025 ໂດຍໄດ້ມີງານລ້ຽງສົ່ງນັກສຶກສາດັ່ງກ່າວ ໃນວັນທີ 24 ສິງຫາ 2023 ໂດຍ ມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ Want Chang ອຸປະທູດ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍນັກສຶກສາ ເຂົ້າຮ່ວມ. ທ່ານ Want Chang ໄດ້ສະແດງຄວາມຍິນດີ […]
ສະຫວັນນະເຂດ ແຈ້ງການ ຮ້ານເທັກ ຮ້ານຄາຣາໂອເກະ ຮ້ານກິນດື່ມ ແລະ ຮ້ານບັນເທີງ ໃຫ້ປະຕິບັດຕາມລະບຽບ

ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ ແຈ້ງການ ເຖິງຜູ້ປະກອບການຮ້ານ – ເທັກ-ບາ,ຮ້ານຄາຣາໂອເກະ,ຮ້ານກິນດື່ມ ແລະ ຮ້ານບັນເທີງ ໃຫ້ປະຕິບັດຕາມລະບຽບ ດັ່ງນີ້: 1. ສໍາລັບຫົວຫນ່ວຍທຸລະກິດ ຮ້ານເທັກ-ບາ, ຮ້ານຄາຣາໂອເກະ ແລະ ຮ້ານບັນເທີງ ແມ່ນໃຫ້ ເປິດ ເວລາ 14:00 ໂມງ ແລະ ປິດບໍລິການແສງ, ສີ, ສຽງ ໃນເວລາ 23:30 ໂມງ, ຮອດເວລາ 24:00 ໂມງ ຕ້ອງປິດ ສະຖານທີ່ບໍລິການ. 2. ສໍາລັບຫົວຫນ່ວຍທຸລະກິດຮ້ານກິນດື່ມ ແມ່ນ ປິດບໍລິການດ້ານສຽງ ໃນເວລາ 22:00 ໂມງ. 3. ຫ້າມຜູ້ມາໃຊ້ບໍລິການ ທີ່ມີອາຍຸຕໍ່າກວ່າ 18 ປີ ເຂົ້າໃຊ້ບໍລິການໃນຮ້ານບັນເທີງ. 4. ການດໍາເນີນທຸລະກິດຮ້ານເທັກ-ບາ,ຮ້ານຄາຣາໂອເກະ,ຮ້ານກິນດື່ມ ແລະ ຮ້ານບັນເທີງ ຕ້ອງໃຫ້ຖືກຕ້ອງ ສອດຄອງ […]
ດວງລາຍວັນປະຈໍາວັນສຸກ ທີ 25 ສິງຫາ 2023

ຄົນເກີດວັນອາທິດ:ການງານ ຕ້ອງແກ້ໄຂບັນຫາສະເພາະໜ້າໃຫ້ຜ່ານພົ້ນໄປໄດ້ຢ່າງວ່ອງໄວ ການເງິນ ຈະໄດ້ເງິນເຂົ້າມາເລື່ອຍໆ ໃນໄລຍະນີ້ ມີໂຊກທາງດ້ານການເງິນ ຄວາມຮັກ ລະວັງເກີດເລື່ອງຫຶງຫວງເຮັດໃຫ້ຮູ້ສຶກຫງຸດຫງິດໃນຈິດໃຈ ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ ສີມຸງຄຸນ ສີນໍ້າຕານ ເລກນຳໂຊກ 9 . ຄົນເກີດວັນຈັນ:ການງານ ຕັດສິນໃຈທີ່ຈະເລີ່ມຕົ້ນທຸລະກິດພາຍໃຕ້ສະຖານະການທີ່ເຮັດໃຫ້ຮູ້ສຶກກັງວົນໃຈແຕ່ກໍສາມາດສ້າງຄວາມສຳເລັດໄດ້ດີ ການເງິນ ຈະໄດ້ເງິນເຂົ້າມາເຮັດໃຫ້ຮູ້ສຶກພຶງພໍໃຈ ຄວາມຮັກ ບໍ່ໄດ້ຮັບຄວາມຊັດເຈນໃນເລື່ອງຂອງຄວາມຮັກ ແລະ ຢ່າໄປປຶກສາກັບຄົົນທີ່ບໍ່ຫວັງດີເພາະຈະໄດ້ຮັບຄຳແນະນຳທີ່ຜິດໆ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີດໍາ ເລກນຳໂຊກ 1 ຄົນເກີດວັນອັງຄານ:ການງານ ເລັ່ງຮີບໃນເລື່ອງຂອງການເຮັດທຸລະກຳທາງດ້ານການເງິນໃນການທີ່ຈະລົງທຶນເພີ່ມ ການເງິນ ຈະໄດ້ຂອງຖືກໃຈ ມີຄວາມສຸກ ໄດ້ຂອງມີຄ່າເຂົ້າມາເພີ່ມຂຶ້ນ ຄວາມຮັກ ຈະພົບຮັກກັບຄົົນທີ່ມີເກນອາຍຸຫລາຍກວ່າ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີຟ້າ ເລກນຳໂຊກ 0 ຄົນເກີດວັນພຸດ:ການງານ ມີລູກນ້ອງ ຫລື ທີມງານທີ່ດີຊ່ວຍກັນສ້າງຜົນງານແລະຊ່ວຍກັນແກ້ບັນຫາສະເພາະໜ້າໄດ້ດີ ການເງິນ ໂຊກດີຄອບຄົວ ແລະ ບໍລິວານຈະອຸປະຖຳທາງດ້ານການເງິນກໍເປັນໄປໄດ້ ຄວາມຮັກ ຈະພົບຮັກຈາກການເດີນທາງໄປພົບຄົົນທີ່ມີເກນອາຍຸຫລາຍກວ່າ ເຄື່ອງມຸງຄຸນ ເງິນ […]
ອົງການກາແດງລາວ ສືບຕໍ່ຮັບເຄື່ອງ ຊ່ວຍເຫລືອ ແກ້ໄຂໄພນ້ຳຖ້ວມ ຢູ່ລາວ

ໃນວັນທີ 24 ສິງຫາ 2023 ນີ້, ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕາງໜ້າໃຫ້ລັດຖະບານໄທ ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ທີ່ໄດ້ຮັບຈາກການປະກອບສ່ວນຂອງ ພາກສ່ວນຕ່າງໆ ກໍຄື ປະຊາ ຊົນໄທ ມາມອບໃຫ້ອົງການກາແດງລາວ ເພື່ອນຳໄປຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ ສປປ ລາວ ໃນປີ 2023 ຕາງໜ້າຮັບໂດຍທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ. ເຄື່ອງທີ່ນຳມາມອບໃນຄັ້ງນີ້, ປະກອບມີ: ເຄື່ອງນຸ່ງຫົ່ມ, ນໍ້າດື່ມ, ປາກະປ໋ອງ, ເຂົ້າສານ 2,25 ໂຕນ, ນົມຖົ່ວເຫລືອງ, ເຄື່ອງໃຊ້ ແລະ ຢາປະຈຳບ້ານຈຳນວນໜຶ່ງ. ໂອກາດດັ່ງກ່າວ, ທ່ານ ພູທອນ ເມືອງປາກ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານນາງ ມໍຣະກົດ ສີສະຫວັດ ທີ່ໄດ້ຕາງໜ້າໃຫ້ປະຊາຊົນໄທ ນຳເອົາເຄື່ອງຊ່ວຍເຫລືອມາມອບໃຫ້ […]
ກັກຕົວເປົ້າໝາຍຂົນສົ່ງຢາເສບຕິດ 3 ຄົນພ້ອມຢາໄອສ໌ 10 ເປົາ

ວັນທີ 21 ສິງຫາ 2023, ເຈົ້າໜ້າທີ່ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ ກັກຕົວເປົ້າໝາຍຂົນສົ່ງຢາເສບຕິດ 3 ຄົນ ພ້ອມຢາເສບຕິດ ປະເພດຢາໄອສ໌ 10 ເປົາ, ເທົ່າກັບ 250 ຖົງ ທີ່ຂົນສົ່ງແຕ່ນະຄອນຫລວງວຽງຈັນລົງໄປພາກໃຕ້ໂດຍຜ່ານແຂວງຄຳມ່ວນ. ຜ່ານການສອບສວນຂອງເຈົ້າໜ້າທີ່ຮູ້ວ່າ: ທ້າວ ສຸລິສັກ ອາຍຸ 35 ປີ ຍອມຮັບສາລະພາບວ່າ: ຢາໄອສ໌ ຈຳນວນ 10 ເປົາ ແມ່ນຕົນເອງໄດ້ຮັບມາຈາກ ທ້າວ ທະນູເພັດ ແລະ ນາງ ນາງ ເພື່ອນຳໄປສົ່ງ ໃຫ້ຜູ້ຮ່ວມຂະບວນການ ຢູ່ເມືອງລະຄອນເພັງ ແຂວງສາລະວັນ ໂດຍໄດ້ຮັບຄ່າຈ້າງຂົນສົ່ງ ໃນລາຄາກິໂລລະ 1.000 ບາດ, ນອກນັ້ນຜູ້ກ່ຽວ ຍັງໄດ້ຮັບສາລະພາບຕື່ມອີກວ່າ: ທ້າວ ທະນູເພັດ ແລະ ນາງ ນາງ ໄດ້ລໍຖ້າຕົນເອງຢູ່ ເມືອງທ່າແຂກ ແຂວງຄຳມວ່ນ, […]
ຍີ່ປຸ່ນໃຫ້ທຶນຊ່ວຍເຫລືອ ແຂວງສາລະວັນ 73.000 ໂດລາສະຫະລັດໃນໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP)

ພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນຈະໃຫ້ການຊ່ວຍເຫລືອທຶນປະມານ 73.000 ໂດລາສະຫະລັດ ເພື່ອສະໜັບສະໜູນໂຄງການດ້ານສາທາ ລະນະສຸກ ແລະ ນຳໃຊ້ໃນການຍົກລະດັບການເຂົ້າເຖິງການບໍລິການສາທາລະນະສຸກ ໃນໂຮງໝໍນ້ອຍບ້ານນາໂພ ເມືອງສາລະວັນ ແຂວງສາລະວັນ. ວັນທີ 21 ສິງຫາ 2023, ທ່ານ ໂຄບະຢະຊິ ເຄັນອິຈິ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ລົງນາມເຊັນສັນຍາໃຫ້ການຊ່ວຍເຫລືອໃນດັ່ງກາວ ຮ່ວມກັບ ຕົວແທນຈາກແຂວງສາລະວັນ, ໂດຍມີທ່ານ ດາວວົງ ພອນແກ້ວ, ເຈົ້າແຂວງສາລະວັນ ເຂົ້າຮ່ວມເປັນສັກຂີພະຍານ. ໂຮງໝໍນ້ອຍນາໂພ ມີຄວາມສຳຄັນທີ່ສຸດຕໍ່ປະຊາຊົນທີ່ອາໄສຢູ່ເຂດໃກ້ຄຽງ ເຊິ່ງກາຍເປັນບ່ອນທີ່ເຂົາເຈົ້າສາມາດເພິ່ງພາອາໄສໄດ້, ພວກເຮົາຫວັງວ່າ ໂຄງການດັ່ງກ່າວ ຈະຊ່ວຍຍົກລະດັບສະພາບແວດລ້ອມການປິ່ນປົວໃນໂຮງໝໍ ໃຫ້ທັງຄົນເຈັບ ແລະ ບຸກຄະລາກອນການແພດໃຫ້ດີຂຶ້ນຢ່າງກ້າວກະໂດດ. ພວກເຮົາເຊື່ອໝັ້ນວ່າ ການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ ໃນຄັ້ງນີ້ ຈະຊ່ວຍໃຫ້ປັບປຸງໂຕຊີ້ວັດດ້ານສາທາລະນະສຸກຂອງເມືອງສາລະວັນ ແລະ ທົ່ວແຂວງສາລະວັນ ໃຫ້ໄດ້ຮັບການແກ້ໄຂ. ພ້ອມນັ້ນ, ພວກເຮົາຈະສືບຕໍ່ໃຫ້ການສະໜັບສະໜູນແຂວງສາລະວັນ ໃນດ້ານສາທາລະນະສຸກ ແລະ ອີກຫລາຍດ້ານຢ່າງກວ້າງຂວາງ ເພື່ອພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຊັບພະຍາກອນມະນຸດຂອງ […]
ດວງລາຍວັນປະຈໍາວັນພະຫັດ ທີ 24 ສິງຫາ 2023

ຄົນເກີດວັນອາທິດ:ການງານ ໃຊ້ຄວາມພະຍາຍາມໃນການພົບອຸປະສັກໃນຕອນນີ້ ມີທີ່ປຶກສາທີ່ດີລໍຖ້າໃຫ້ຄຳແນະນຳ ການເງິນ ໃນໄລຍະນີ້ ບໍ່ສາມາດໃຊ້ເງິນສິ້ນເປືອງໄດ້ອີກ ຄວາມຮັກ ບໍ່ໂດດເດັ່ນໃນເລື່ອງຂອງຄວາມຮັກ ເພາະຕົນເອງຢາກຈະໃຊ້ຊີວິດແບບເປັນອິດສະຫຼະ ເຄັດລັບເສີມດວງປະຈຳມື້ນີ້ ບໍລິຈາກປັດໄຈໃນການຊ່ວຍປິ່ນປົວໃຫ້ສູນການແພດຈະໄດ້ບຸນກຸສົນດີ ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ ສີມຸງຄຸນ ສີຂຽວ ເລກນຳໂຊກ 1 ຄົນເກີດວັນຈັນ:ການງານ ຈະເຮັດທຸລະກິດຫຍັງກໍກ້າວໜ້າ ປະສົບຄວາມສຳເລັດດີ ການເງິິນ ມີຂ່າວດີທາງດ້ານການເງິນເຂົ້າມາຢ່າງຕໍ່ເນື່ອງ ຈະໄດ້ຮັບເງິນພິເສດ ຄວາມຮັກ ພົບຄົົນທີ່ມີອາຍຸຫລາຍກວ່າ ເປັນຄົົນທີ່ມີການ ເວົ້າຈາໜ້າຟັງ ໃຈດີ ເຄັດລັບເສີມດວງປະຈຳມື້ນີ້ ງົດກິນຊີ້ນສັດໃນວັນສີນຈະໄດ້ບຸນຫຼາຍ ເຄື່ອງມຸງຄຸນ ຄໍາ ສີມຸງຄຸນ ສີດໍາ ເລກນຳໂຊກ 7 ຄົນເກີດວັນອັງຄານ:ການງານ ທຸລະກິດທີ່ກ່ຽວຂ້ອງກັບອາຫານ ແຟຊັ່ນ ການເງິນ ຫລື ຖ້າຂໍເຄຣດິດໄວ້ ຈະໄດ້ຮັບການອະນຸຕິຈາກສະຖາບັນການເງິນ ການເງິນ ລາຍຈ່າຍຍັງມີຫລາຍເປັນພິເສດ ບໍ່ສາມາດຫຼີກລ້ຽງລາຍຈ່າຍໃດໆ ໄດ້ເລີຍໃນໄລຍະນີ້ ຄວາມຮັກ ພົບຮັກກັບຄົົນທີ່ຕົນເອງນັ້ນປາດຖະໜາ ລາວຈະເຮັດໃຫ້ທ່ານພູມໃຈໃນຕົວທ່ານຫຼາຍໆ ເຄັດລັບເສີມດວງປະຈຳມື້ນີ້ ບໍລິຈາກປັດໄຈໃຫ້ມູນນິທິຄົນພິການຈະໄດ້ບຸນກຸສົນແຮງ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ […]
ເລີ່ມເປີດບໍລິການຮັບແຂກເຂົ້າທ່ຽວຊົມອະນຸສອນສະຖານ ປະທານ ໄກສອນ ພົມວິຫານ

ອີງຕາມພາລະບົດບາດ, ຫນ້າທີ່ ແລະ ຂອບເຂດສິດ ຂອງກົມບໍລິຫານ ຫ້ອງວ່າການສູນກາງພັກ. ອີງຕາມຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ວຽກງານ ແລະ ຄວາມຮຽກຮ້ອງຕ້ອງການຂອງສັງຄົມ ໃນການເຂົ້າມາທ່ຽວຊົມ, ທັດສະນະສຶກສາຢູ່ພາຍໃນ ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ. ກົມບໍລິຫານ ຫ້ອງວ່າການສູນກາງພັກ ຂໍແຈ້ງມາຍັງແຂກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ, ນັກຮຽນ, ນັກສຶກສາ, ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ຊາບວ່າ: ນັບແຕ່ວັນທີ 23 ສິງຫາ 2023 ເປັນຕົ້ນໄປຈະໄດ້ເປີດ ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ເພື່ອບໍລິການ ຕ້ອນຮັບແຂກເຂົ້າມາທ່ຽວຊົມ ແລະ ທັດສະນະສຶກສາເປັນປົກກະຕິ. ເວລາເປີດບໍລິການ ວັນ ຈັນ – ວັນສຸກ ປິດບໍລິການ ວັນເສົາ-ອາທິດ ເວລາ 8:00 – 11:30 ໂມງ ແລະ 13:00 – 16:00 ໂມງ […]
ດວງລາຍວັນປະຈໍາວັນພຸດ ທີ 23 ສິງຫາ 2023

ຄົນເກີດວັນອາທິດ:ການງານ ເດິນທາງຕິດຕໍ່ງານຈະປະສົບຄວາມສຳເລັດ ການເງິນ ໄດ້ພົບຜູ້ອຸປະຖຳທາງດ້ານການເງິນ ຄວາມຮັກ ມີໂອກາດໄດ້ພົບຮັກກັບຄົນໃກ້ຕົວ ອາດມາໃນສະຖານະໝູ່ເພື່ອນ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີບົວ ເລກນຳໂຊກ 8 ຄົນເກີດວັນຈັນ:ການງານ ການກໍ່ການຄ້າຈະໄດ້ກຳໄລດີ ແຕ່ຕ້ອງລະວັງເລື່ອງຂອງການລົງລາຍເຊັນ ການເງິິນ ອາດເສຍເງິນຊ້ອມເຄື່ອງລົດ ຫຼື ອຸປະກອນທີ່ສໍາຄັນໃນການໃຊ້ງານ ຄວາມຮັກ ຕົກຢູ່ໃນສະຖານະການຮັກຊ້ອນ ຕ້ອງລະວັງເລື່ອງຂອງອາລົມ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີດໍາ ເລກນຳໂຊກ 1 ຄົນເກີດວັນອັງຄານ:ການງານ ເຮັດວຽກໜັກ ແລະ ເມື່ອຍຫຼາຍເກີນໄປສົ່ງຜົນຕໍ່ສຸຂະພາບທ່ານ ການເງິນ ພົບເລື່ອງເສຍເງິນແບບບໍ່ຄາດຝັນ ເພາະລາຍຈ່າຍບໍ່ຄົງທີ່ ຄວາມຮັກ ບໍ່ລົງຕົວເລື່ອງຄວາມສຳພັນເພາະອາດຍັງບໍ່ແມ່ນສໍາລັບທ່ານ ເຄື່ອງມຸງຄຸນ ຄໍາ ສີມຸງຄຸນ ສີນໍ້າຕານ ເລກນຳໂຊກ 7 ຄົນເກີດວັນພຸດ:ການງານ ວາງແຜນການເຮັດວຽກງານໃນຮູບແບບມືອາຊີບຈຶ່ງສາມາດແກ້ອຸປະສັກບັນຫາຕ່າງໆ ໃຫ້ຜ່ານພົ້ນໄປໄດ້ ການເງິນ ມີໂຊກໃນໄລຍະນີ້ຜູ້ໃຫຍ່ໄລຍະອຸປະຖໍາທາງດ້ານການເງິນ ຄວາມຮັກ ສຸກສົມຫວັງໃນເລື່ອງຮັກເປັນໄລຍະທີ່ລົງຕົວຂອງທ່ານທັງສອງ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນ ສີສົ້ມ […]
ຍິມນາສຕິກລາວກຽມສົ່ງນັກກິລາ ເຂົ້າຮ່ວມຮ່ວມຊີງແຊ໋ມໂລກ 2023 ທີ່ປະເທດແອັດສະປາຍ

ສະຫະພັນຍິມນາສຕິກແຫ່ງຊາດລາວ ຫຼື (LGF) ຂອງ ສປປ ລາວ ໄດ້ຮັບການຢືນຢັນຈາກທາງ ສະຫະພັນຍິມນາສຕິກໂລກ (FIG) ຢ່າງເປັນທາງການ ສາມາດສົ່ງນັກກິລາທີມຊາດລາວ ຄື: ນາງ ແພຣວາ ມິຊາໂຕະ ພິລາພັນເດດ ນັກກິລາຍິມນາສຕິກ ປະເພດ ຍິມນາສຕິກລີລາ (Rhythmic Gymnastics) ໄດ້ຮັບສິດເຂົ້າຮ່ວມການແຂ່ງຂັນລາຍ ການຍິມນາສຕິກ ຊີງແຊ໋ມໂລກ ຫຼື ລາຍການ 40TH FIG RHYTHMIC GYMNASTICS WORLD CHAMPIONSHIPS 2023 ຈະຈັດຂຶ້ນ ທີ່ເມືອງບາເລນເຊຍ ປະເທດແອັດສະປາຍ ລະຫວ່າງວັນທີ 23-28 ສິງຫາ 2023 ເພື່ອຄັດເລືອກນັກກິລາຮ່ວມງານກິລາໂອແລມປິກສາກົນ (Olympic Paris 2024) ທີ່ປະເທດຝຣັ່ງ. ທ່ານ ໂພແກ້ວ ພິລາພັນເດດ ຮອງປະທານ ສະຫະພັນຍິມນາສຕິກແຫ່ງຊາດລາວ ແຈ້ງໃຫ້ທີມງານສື່ມວນຊົນລາວຊາບວ່າ: ກ່ອນໜ້ານີ້ທາງສະຫະພັນຍິມນາສຕິກແຫ່ງຊາດລາວ ໄດ້ສົ່ງນັກກິລາເຂົ້າ ຮ່ວມການແຂ່ງຂັນ ລາຍການ […]