ດວງ-Tou-Vientianepost - 2023-08-25T121610.622
ສະຫວັນນະເຂດ ແຈ້ງການ ຮ້ານເທັກ ຮ້ານຄາຣາໂອເກະ ຮ້ານກິນດື່ມ ແລະ ຮ້ານບັນເທີງ ໃຫ້ປະຕິບັດຕາມລະບຽບ
ຮຽບຮຽງໂດຍ:Staff
ເຜີຍແຜ່: 25 August, 2023
ໝວດ: ຂ່າວ

ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ ແຈ້ງການ ເຖິງຜູ້ປະກອບການຮ້ານ – ເທັກ-ບາ,ຮ້ານຄາຣາໂອເກະ,ຮ້ານກິນດື່ມ ແລະ ຮ້ານບັນເທີງ ໃຫ້ປະຕິບັດຕາມລະບຽບ ດັ່ງນີ້:

1. ສໍາລັບຫົວຫນ່ວຍທຸລະກິດ ຮ້ານເທັກ-ບາ, ຮ້ານຄາຣາໂອເກະ ແລະ ຮ້ານບັນເທີງ ແມ່ນໃຫ້ ເປິດ ເວລາ 14:00 ໂມງ ແລະ ປິດບໍລິການແສງ, ສີ, ສຽງ ໃນເວລາ 23:30 ໂມງ, ຮອດເວລາ 24:00 ໂມງ ຕ້ອງປິດ ສະຖານທີ່ບໍລິການ.
2. ສໍາລັບຫົວຫນ່ວຍທຸລະກິດຮ້ານກິນດື່ມ ແມ່ນ ປິດບໍລິການດ້ານສຽງ ໃນເວລາ 22:00 ໂມງ.
3. ຫ້າມຜູ້ມາໃຊ້ບໍລິການ ທີ່ມີອາຍຸຕໍ່າກວ່າ 18 ປີ ເຂົ້າໃຊ້ບໍລິການໃນຮ້ານບັນເທີງ.

4. ການດໍາເນີນທຸລະກິດຮ້ານເທັກ-ບາ,ຮ້ານຄາຣາໂອເກະ,ຮ້ານກິນດື່ມ ແລະ ຮ້ານບັນເທີງ ຕ້ອງໃຫ້ຖືກຕ້ອງ ສອດຄອງ ຕາມມາດຖານ ເງື່ອນໄຂ ແລະ ລະບຽບການທີ່ກໍານົດໄວ້.

5. ໃນກໍລະນີຝ່າຝືນແມ່ນຈະໄດ້ປະຕິບັດຕາມມາດຕະການຕໍ່ຜູ້ລະເມີດ ດັ່ງນີ້:ລະເມີດຄັ້ງທີຫນຶ່ງ : ສຶກສາອົບຮົມກ່າວເຕືອນ ປັບໃຫມເປັນເງິນ ຈໍານວນ 1.000.000 ກີບ. ລະເມີດຄັ້ງທີສອງ : ຈະຖືກໂຈະການດໍາເນີນທຸລະກິດເປັນເວລາ 5 ເດືອນ ພ້ອມທັງປັບໃຫມເປັນເງິນ ຈໍາ ນວນ 5.000.000 ກີບ ພ້ອມທັງສຶກສາອົບຮົມ, ກ່າວເຕືອນ ແລະ ລົງບັນທຶກໄວ້ເປັນຫຼັກຖານ.ລະເມີດຄັ້ງທີສາມ : ຈະຖືກຍຸບເລິກການບໍລິການດໍາເນີນທຸລະກິດ ພ້ອມທັງຖອນໃບອະນຸຍາດດໍາເນີນທຸລະ ກິດຖາວອນ ແລະ ປັບໃຫມເປັນເງິນ ຈໍານວນ 10.000.000 ກີບ.

6. ມອບຄວາມຮັບຜິດຊອບໃຫ້ ຫ້ອງການ ຖວທ ເມືອງ / ນະຄອນ ສົມທົບກັບພາກສ່ວນເຈົ້າຫນ້າທີ່ກ່ຽວຂ້ອງ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້. ດັ່ງນັ້ນ, ຈິ່ງອອກແຈ້ງການສະບັບນີ້ມາເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ນໍາໃຊ້ນັບແຕ່ມື້ລົງລາຍ ເຊັນເປັນຕົ້ນໄປ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 12 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,477
21,686
thailand (1)
THB
643.41
655.63
european-union
EUR
23,729
24,202
china
CNY
2,898
2,954
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (85)
ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີເກົາຫຼີໃຕ້ ສະເໜີນະໂຍບາຍເຮັດວຽກ 4.5 ວັນ
site-cover (84)
ແຈ້ງການ ເຕືອນໄພມິດສາຊີບ ລະວັງຕົກເປັນເຫຍື່ອການຫຼອກລວງຜ່ານທາງອອນລາຍ
site-cover (83)
ພະຍາດຢ້ານການຂຶ້ນເຄື່ອງບິນ ພາວະທາງຈິດໃຈ ບໍ່ແມ່ນພຽງຄວາມຕື່ນເຕັ້ນ
site-cover (82)
ສະກີໄຟຟ້າ ໃຊ້ແທນການຍ່າງໄດ້ຈາກຝຣັ່ງເສດ ຊາກ 1 ຄັ້ງ ແລ່ນໄກ 50 ກມ. ໄວສຸດ 80 ກມ./ຊມ.
site-cover (81)
ປູຕິນ ສະເໜີຈັດເຈລະຈາຍຸຕິສົງຄາມກັບ "ຢູເຄຣນ" 15 ພຶດສະພານີ້
site-cover (80)
"ຄິມ ຈອງ-ອຶນ" ບົ່ງຊີ້ສົ່ງທະຫານເກົາຫຼີເໜືອໄປຮ່ວມຮົບກັບຣັດເຊຍ ເປັນສິ່ງທີ່ຖືກຕ້ອງ
site-cover (79)
ທຣຳປເພີ່ມເຈົ້າໜ້າທີ່ 20,000 ຄົນ ເລັ່ງການເນລະເທດຜູ້ອົບພະຍົບເຂົ້າເມືອງຜິດກົດໝາຍ
site-cover (77)
"ໂຣດຣິໂກ ດູເຕີເຕ" ອາດໄດ້ຮັບເລືອກເຈົ້າເມືອງ ເຖິງແມ່ນວ່າຍັງຖືກຄຸມຂັງຢູ່
Copy of site cover (55)
ການໂຈມຕີແບບ DDoS ແມ່ນຫຍັງ? ແລະ ເປັນຫຍັງ SMEs ຕ້ອງລະວັງ
site-cover (76)
"ຜູ້ນຳທະຫານມຽນມາ" ຫາລືກັບ "ຜູ້ນຳຈີນ" ເທື່ອທຳອິດຫຼັງຈາກການລັດຖະປະຫານ
ຢ່າລື່ມກົດຕິດຕາມ