ມອບລົດຈັກ 10 ຄັນ ທີ່ຖືກຄົນຮ້າຍລັກໄປສົ່ງຄືນໃຫ້ເຈົ້າຂອງເດີມ

ພັທ ອິນປັນ ຫາດາວເຮືອງ ຮອງຫົວໜ້າກອງບັນຊາການເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງໄດ້ມອບລົດຈັກ 10 ຄັນ ທີ່ເກັບກູ້ຄືນມາໄດ້ຈາກຄົນຮ້າຍລັກໄປ ສົ່ງຄືນໃຫ້ເຈົ້າຂອງເດີມ. ໃນວັນທີ 21 ມິຖຸນາ 2023 ຢູ່ທີ່ຄ້າຍຄຸມຂັງຊົ່ວຄາວ ປກສ ເມືອງສີສັດຕະນາກ ເຊິ່ງຕາງໜ້າກ່າວຮັບໂດຍ ທ່ານ ນາງ ສຸຄະວິນັດ ທີ່ເປັນເຈົ້າຂອງລົດໜຶ່ງໃນຈຳນວນ 10 ຄັນທີ່ມອບໃນຄັ້ງນີ້ ແລະ ມີອີກ 8 ຄົນທີ່ເປັນເຈົ້າຂອງ ເຂົ້າມາຮັບລົດຄືນ ແລະ ລົດຈັກຄັນທີ 10 ແມ່ນກຳລັງປະສານຫາເຈົ້າຂອງລົດໃຫ້ມາຮັບເອົາ ເປັນລົດຈັກເວບ100 ບໍ່ມີປ້າຍທະບຽນ, ເລກຈັກ SA5E2008226 ເລກຖັງ PR2SA1500SC008226. ພັທ ອິນປັນ ຫາດາວເຮືອງ ໄດ້ແຈ້ງໃຫ້ຮູ້ວ່າລົດຈັກທີ່ມາມອບໃນຄັ້ງນີ້ ,ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກແມ່ນສາມາດນຳເກັບກູ້ຄືນມາໄດ້ໃນວັນທີ 2 ພຶດສະພາ 2023 ຈຳນວນ 1 ຄັນ, ພ້ອມກັບຕົວຜູ້ຖືກຫາ 2 ຄົນຊື່ […]

ດວງລາຍວັນປະຈໍາວັນອາທິດ ທີ 25 ມິຖຸນາ 2023

ຄົນເກີດວັນອາທິດ:ການ​ງານພົບ​ອຸປະສັກ​ທາງ​ດ້ານ​ການ​ງານ​ແຕ່​ກໍ​ສາມາດ​ແກ້​ໄຂ​ບັນຫາ​ໄດ້​ວ່ອງໄວ ການ​ເງິນມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາແບບງ່າຍດາຍ ຄວາມ​ຮັກມີ​ໂອ​ກາດ​ທີ່​ຄົນ​ຮັກ​ເກົ່າ​ຢາກ​ກັບ​ມາ​ຂໍ​ຄືນ​ດີ ເຄື່ອງມຸງຄຸນ​ຫີນນໍາໂຊກສີແດງ ສີມຸງຄຸນ​ສີສົ້ມ ເລກ​ນຳ​ໂຊກ​6 ຄົນເກີດວັນຈັນ:ການ​ງານ​ເຮັດ​ທຸລະກິດ​ດ້ານ​ວົງ​ການ​ບັນ​ເທິງ​ຈະປະ​ສົບ​ຜົນ​ດີີ ການ​ເງິນມີ​ໂອ​ກາດ​ໄດ້ຮັບ​ໂຊກທາງດ້ານ​ຊັບສິນ ຄວາມ​ຮັກ​ບໍ່​ລົງ​ຕົວ​ໃນເລື່ອງ​ຄວາມ​ສຳພັນ ຂອງຄວາມຮັກ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນສີ​ເຫຼືອງ ເລກ​ນຳ​ໂຊກ​2 ຄົນເກີດວັນອັງຄານ: ການ​ງານຈະ​ພົບ​​ອຸປະສັກ​ແຕ່​ໂຊ​ກດີ​ທີ່​ມີ​ບໍລິວານ​ຄອຍ​ຖ້າ​ຊ່ວຍ​ເຫລືອ​ ການ​ເງິນໃນ​ມື້​ນີ້​ມີ​ໂຊກ​ຈະ​ໄດ້​ເງິນ ແຕ່ໃຫ້ລະວັງດ້ານລາຍຈ່າຍ ຄວາມ​ຮັກ​​ຄວາມ​ສຳພັນມີໂອກາດໄດ້ເລິກລາກັນໄປ ອາດເປັນຍ້ອນນິໄສແຕກຕ່າງກັນເກີນໄປ ເຄື່ອງມຸງຄຸນ​  ​ໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​3 ຄົນເກີດວັນພຸດ:ການ​ງານຈະ​ພົບ​ອຸປະສັກ​ດ້ານ​ການ​ງານ ວຽກຈະຫຼາຍກວ່າປົກກະຕິ ເພາະຢູ່ໃນຊ່ວງທົນລອງວຽກ ການ​ເງິນ​ຈະ​ມີ​ຄົນ​ເຂົ້າ​ມາ​ລົບກວນ​​ຢືມ​ເງິນ ແຕ່ກໍຄວນເບິ່ງສະຖານະການໃຫ້ດີ ຄວາມ​ຮັກລະ​ວັງ​ຄວາມ​ໃຈ​ຮ້ອນ​ເຮັດໃຫ້​ເກີດ​ຄວາມ​ຂັດ​ແຍ້ງ ເຄື່ອງມຸງຄຸນ​​ຄໍາ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​2 ຄົນເກີດວັນພະຫັດ:ການ​ງານເຮັດ​ທຸລະກິດ​ດ້ານ​ການ​ຂາຍ​ອາຫານ​ເພື່ອ​ສຸກຂະພາບ​ຊ່ວງ​ນີ້​ຈະ​ໄດ້​ຜົນ​ກຳ​ໄລ​ດີ ​ ການ​ເງິນ​ຈະ​ໄດ້​ໂຊກ​ຈາກ​ຄົນ​ຮັກ ເພາະຊ່ວງນີ້ຢູ່ໃນເກນຄົນຮັກຕາມໃຈ ຄວາມ​ຮັກເກີດ​ຄວາມ​ສຸກ ຄວາມ​ພຶງ​ພໍ​ໃຈ ເພາະທ່ານທັງສອງຢູ່ໃນຊ່ວງເປີດໃຈລົມກັນທຸກເລື່ອງ ເຄື່ອງມຸງຄຸນ​ ແຫວນຄໍາ ສີມຸງຄຸນສີ​ແດງ ເລກ​ນຳ​ໂຊກ​1 ຄົນເກີດວັນສຸກ:ການ​ງານ​ຊ່ວງ​ນີ້​ຈະ​ເມື່ອຍ​ຫລາຍ​ເປັນ​ພິເສດ​ໃນ​ການ​ທີ່​ຈະ​ແກ້​ໄຂ​ບັນຫາ​ສະເພາະ​ໜ້າ ການ​ເງິນ​ຈະ​ພົບ​ເລື່ອງ​ເສຍ​ເງິນ​ແບບ​ບໍ່​ຄາດ​ຝັນ ຄວາມ​ຮັກມີ​ໂອ​ກາດ​ພົບ​ຮັກ ເກີດ​ຄວາມ​ສຸກ​ສະບາຍ​ໃຈ ເຄື່ອງມຸງຄຸນ​​ຄໍາຝຣັ່ງ ສີມຸງຄຸນສີເທົາ ເລກ​ນຳ​ໂຊກ​2 ຄົນເກີດວັນເສົາ:ການ​ງານ ​ເຮັດ​ທຸລະກິດ​ປະ​ສົບ​ຜົນ​ສຳ​ເລັດ ແຕ່ທ່ານກໍຕ້ອງໝັ່ນໃຈກັບສິ່ງທີ່ກໍາລັງເຮັດຢູ່ ການ​ເງິນຈະ​ຕັດ​ສິນ​ໃຈ​ໃນ​ການ​ໃຊ້​ເງິນ​ຕົກ​ແຕ່ງ​ທີ່​ຢູ່​ອາໄສ ຄວາມ​ຮັກ​ປະຕິເສດ​ເລື່ອງ​ຂອງ​ຄວາມ​ຮັກ ຊ່ວງນີ້ບໍ່ມີເວລາໃຫ້ຄົນຮັກເລີຍ […]

ເກີດແຜ່ນດິນໄຫວ 1 ຄັ້ງ ຢູ່ເມືອງ ລອງ ແຂວງຫລວງນ້ຳທາ ດ້ວຍແຮງສັ່ນ ສະເທືອນ 2,8 ຣິກເຕີ

ລາຍງານຈາກສູນຂ່າວສານແຜ່ນດິນໄຫວແຫ່ງຊາດວ່າ: ວັນທີ 22 ມິຖຸນາ 2023 ເວລາ 23:53 ໂມງ ໄດ້ພົບສັນຍານການເກີດແຜ່ນດິນໄຫວ 1 ຄັ້ງໃນບໍລິເວນ ແຂວງຫລວງນໍ້າທາ ຈຸດສູນ ກາງເສັ້ນຂະໜານທີ 20.717 ອົງສາເໜືອ ແລະ ເສັ້ນແວງທີ 100.795 ອົງສາຕາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 2,8 ຣິກເຕີ, ເຊິ່ງມີຄວາມເລິກຈາກເທິງໜ້າດິນປະມານ 4 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ເມືອງລອງ ແຂວງຫລວງນໍ້າທາ ຫ່າງຈາກເທດສະບານເມືອງລອງ ປະມານ 27 ກິໂລແມັດ. ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

ລາວ-ຈີນ ເປີດໂຄງການຜ່າຕັດໃຫ້ເດັກນ້ອຍທີ່ເປັນພະຍາດຫົວໃຈໂດຍບໍ່ເສຍຄ່າ

ພິທີເປີດໂຄງການ ຜ່າຕັດໃຫ້ເດັກນ້ອຍ ທີ່ເປັນພະຍາດຫົວໃຈ ໂດຍບໍ່ເສຍຄ່າ ໄດ້ຈັດຂຶ້ນເມື່ອວັນທີ 20 ມິຖຸນາ 2023, ຢູ່ໂຮງໝໍມະໂຫສົດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານບຸນແຝງພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ຈ້າວ ເຫວິນຢູ ທີ່ປຶກສາດ້ານເສດຖະກິດ-ການຄ້າ ສະຖານທູດສປ ຈີນ ປະຈໍາສປປ ລາວ, ໂດຍມີທ່ານ ຊູຊາດ ວົງພະຈັນ ຜູ້ອໍານວຍການໂຮງໝໍມະໂຫສົດ, ທ່ານ ຟ້ານ ຊຽງປິ່ງ ຮອງຜູ້ອໍານວຍການໂຮງໝໍຟູວ້າຍ ແຂວງຢຸນນານ ສປ ຈີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍ ລາວ-ຈີນ ເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ຊູຊາດ ວົງພະຈັນ ໄດ້ກ່າວຄວາມເປັນມາຂອງໂຄງການວ່າ: ໂຄງການດັ່ງກ່າວ ໄດ້ເລີ່ມແຕ່ປີ 2019 ແຕ່ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ໂຄງການດັ່ງກ່າວໄດ້ຢຸດຊົ່ວຄາວ, ພາຍຫຼັງສະພາບໂຄວິດ-19 ສະຫງົບລົງ, ທີມແພດຊ່ຽວຊານຈີນ ໄດ້ກໍຮີບຮ້ອນເດີນທາງມາລາວຮ່ວມກັບທີມແພດລາວສືບຕໍ່ຈັດຕັ້ງປະຕິບັດໂຄງການຢູ່ແຂວງຫຼວງພະບາງ, ອຸດົມໄຊ ແລະ ໂຮງໝໍມະໂຫສົດ. ໃນມື້ພິທີເປີດໄດ້ດໍາເນີນການຜ່າຕັດເດັກນ້ອຍທີ່ເປັນພະຍາດຫົວໃຈແຕ່ກໍາເນີດ 4 ຄົນ […]

ດວງລາຍວັນປະຈໍາວັນສຸກ ທີ 23 ມິຖຸນາ 2023

ຄົນເກີດວັນອາທິດ:ການ​ງານ​ການ​ເຈລະ​ຈາ​ຕໍ່​ລອງ​ທາງ​ທຸລະກິດ​ໄດ້ຮັບ​ຜົນ​ປະໂຫຍດ​ທີ່​ດີ ການ​ເງິນມີ​ເຫດ​ເຮັດໃຫ້​ເສຍ​ເງິນໃນການໃຊ້ຈ່າຍຫຼາຍກວ່າປົກກະຕິ ຄວາມ​ຮັກຕ້ອງ​ໃຊ້​ເວລາ​ເບິ່ງ​ໃຈ​ກັນ​ຕໍ່ໄປທຸກຢ່າງທີ່ຕັ້ງເປົ້າໝາຍຍັງບໍ່ລົງຕົວ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນ​ສີດໍາ ເລກ​ນຳ​ໂຊກ​9 ຄົນເກີດວັນຈັນ:ການ​ງານ​ເຮັດ​ທຸລະກິດ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ຜົນ​ກຳ​ໄລ​ດີ ການ​ເງິນພົບ​ເລື່ອງ​ໃຊ້​ຈ່າຍ​ແບບ​ບໍ່​ຄາດ​ຝັນ ຄວາມ​ຮັກ​​ ມີ​ໂອ​ກາດ​ພົບ​ຄົນ​ຜິວ​ສອງ​ສີ ອາດເຂົ້າໃນຖານະໝູ່ເພື່ອນກ່ອນ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນສີ​ນໍ້າຕານ ເລກ​ນຳ​ໂຊກ​6 ຄົນເກີດວັນອັງຄານ:ການ​ງານ​ ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການສ້າງ​ຜົນ​ງານ ການ​ເງິນໄດ້​ເງິນ​ເຂົ້າ​ມາ​ດ້ວຍ​ຄວາມ​ສາມາດ​ພິເສດໂດຍທີ່ບໍ່ແມ່ນໜ້າວຽກດຽວ ຄວາມ​ຮັກໄດ້​ພົບ​ຮັກ​ກັບ​ຄົນ​ດີ ແຕ່ລາວອາດເປັນຄົນທີ່ມີອາລົມຮ້ອນ ເຄື່ອງມຸງຄຸນ​  ​ຄໍາຝຣັ່ງ ສີມຸງຄຸນສີ​ດໍາ ເລກ​ນຳ​ໂຊກ​7 ຄົນເກີດວັນພຸດ:ການ​ງານສາມາດ​ສ້າງ​ຜົນ​ງານ​ໄດ້​ໂດດ​ເດັ່ນ ເພາະມີເພື່ອນຮ່ວມງານທີ່ດີ ການ​ເງິນມີ​ອິດສະຫລະ​ໃນ​ການ​ໃຊ້​ຈ່າຍເປັນໄລຍະທີ່ມີລາຍຈ່າຍເລືອກໃຊ້ ຄວາມ​ຮັກ​ໄດ້​ພົບ​ຮັກ​ກັບ​ຄົນ​ອາ​ຍຸ​ນ້ອຍ​ກວ່າ ເຄື່ອງມຸງຄຸນ​​ຫິນນໍາໂຊກສີແດງ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​0 ຄົນເກີດວັນພະຫັດ:ການ​ງານ​​​​ ເຮັດ​ທຸລະ​ກິດຈະການ​ຄ້າ​ໄດ້​ຜົນ​ກຳ​ໄລ​ເພີ່ມ​ຂຶ້ນ ການ​ເງິນ​ໄດ້ຮັບ​ໂຊກ​ຈາກ​ເພດ​ກົງກັນຂ້າມ ຄວາມ​ຮັກຄວາມ​ຫ່າງ​ເຫີນ​ເຮັດໃຫ້​ຄວາມ​ສຳພັນ​ບໍ່​ສົມ​ຫວັງ ເຄື່ອງມຸງຄຸນ​ຄໍາ ສີມຸງຄຸນສີ​ເທົາ ເລກ​ນຳ​ໂຊກ​5 ຄົນເກີດວັນສຸກ:ການ​ງານ​ເຮັດ​ອາ​ຊີບ​ໃນ​ວົງ​ການ​ບັນ​ເທິງ​ຈະປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນໄລຍະນີ້ທ່ານໃຊ້ເງິນເກີນລາຍຮັບຕ້ອງຄວບຄຸມການໃຊ້ເງິນໃຫ້ຫຼາຍ ຄວາມ​ຮັກຈະມີ​ຂ່າວ​ດີໃນ​ເລື່ອງ​ຄວາມ​ຮັກ ອາດເປັນສິ່ງທີ່ເຮັດໃຫ້ທ່ານຕື່ນເຕັ້ນ ເຄື່ອງມຸງຄຸນ​​ເງິນ ສີມຸງຄຸນສີບົວອ່ອນ ເລກ​ນຳ​ໂຊກ​4 ຄົນເກີດວັນເສົາ:ການ​ງານ​ພົບ​ອຸປະສັກ​ໃນ​ການສ້າງ​ຜົນ​ງານ ການ​ເງິນພົບ​ເລື່ອງ​ເສຍ​ເງິນ​ກັບ​ການຊື້ສິ່ງຂອງເຂົ້າມາ ຄວາມ​ຮັກ​ລະ​ວັງ​ຈະ​ເກີດ​ການ​ປະ​ທະ​ຄາລົມ​ກັບ​ຄົນ​ຮັກ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີແດງ ເລກ​ນຳ​ໂຊກ​5

ເປັນໂລກຊຶມເສົ້າ ຍ້ອນທຸກ ເມຍໜີປະ ຈຶ່ງຕັດສິນໃຈຈົບຊີວິດຕົນເອງ

ທ່ານ ຮທ ອາຊື ຊອງແມະ ຮອງຫົວໜ້າໜ່ວຍງານຄະດີອາຍາ ປກສ ເມືອງລອງ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ເວລາປະມານ 9 ໂມງເຊົ້າຂອງວັນທີ 15 ມິຖຸນາ 2023 ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີກໍລະນີ ມີເຫດຄົນເສຍຊິວິດ ຢູ່ເຂດບ້ານຫ້ວຍໝໍ້ ເມືອງລອງ ເເຂວງຫຼວງນໍ້າທາ ຈຶ່ງໄດ້ລົງພື້ນທີ່ກວດກາສະຖານທີ່ເກີດເຫດພົບຜູ້ເສຍຊີວິດ 1 ຄົນ ຊື່ທ້າວ ຈໍໂຕ ອາຍຸ 48 ປີ ປະຊາຊົນບ້ານ ຫ້ວຍໝໍ້. ເບື້ອງຕົ້ນ ພົບເຫັນຮ່ອງຮອຍລູກປືນແກັບຍິງເຂົ້າ ບໍລິເວນໜ້າເອິກ ຊອດອອກສັນຫຼັງ 1 ຮູ, ນອນເສຍຊິວິດຢູ່ພາຍໃນເຮືອນຂອງຜູ້ກ່ຽວ ນອກນັ້ນຍັງພົບເຫັນປືນແກັບ 1 ກະບອກຍາວປະມານ 1,40 ຊັງຕີແມັດ. ຜ່ານການເກັບກໍາຂໍ້ມູນ ແລະ ເອົາຄໍາໃຫ້ການຈາກຍາດຕິພີ່ນ້ອງຂອງ ທ້າວ ຈໍໂຕ ພົບວ່າຜູ້ກ່ຽວເກີດມີແນວຄິດຊຶມເສົ້າ ຍ້ອນຄວາມທຸກຍາກ, ເມຍກໍ່ໜີປະຍ້ອນວ່າ ໄລຍະທີ່ຜ່ານມາຜູ້ກ່ຽວເສບຢາບ້າ ແລະ ຖືກເຈົ້າໜ້າທີ່ກັກຕົວໄປດັດສ້າງ ແລ້ວ 2 […]

ເຈົ້າໜ້າທີ່ແຂວງສາລະວັນ ກວດຈັບຢາເສບຕິດທີ່ຝາກມານຳລົດເມ

ເຈົ້າໜ້າທີ່ ຈະລາຈອນ ປກສ ແຂວງສາລະວັນ ປະຈຳປ້ອມຖ້ຳພວງ ສາມາດກວດຈັບຢາເສບຕິດທີ່ຝາກມານຳລົດເມ ລົງແຂວງພາກໃຕ້ ໄດ້ເຖິງ 3 ລາຍ ໃນເດືອນ ມິຖຸນາ 2023. ໃນຄັ້ງວັນທີ 8 ມິຖຸນາ 2023 ຈະລາຈອນ ປກສ ແຂວງສາລະວັນ ໄດ້ກັກໂຕ ທ້າວ ອຳນວຍ ອາຍຸ 48 ປີ, ບ້ານງິ້ວ, ເມືອງຊະນະສົມບູນ, ແຂວງຈໍາປາສັກ ຢາບ້າ 5 ມັດພ້ອມລົດຈັກ 1 ຄັນ, ເຊີ່ງຜູ້ກ່ຽວແມ່ນເອົາລົດຈັກໃສ່ລົດເມ ມາແຕ່ເມືອງຄໍາເກີດ ( ຫຼັກ20 ) ແລະ ໃນເວລາດຽວກັນ ຍັງໄດ້ກວດລົດຈັກທີ່ໄດ້ເຊື່ອງໄວ້ຢູ່ພາຍໃນລົດເມ ພົບເຫັນຢາບ້າ ອີກຈຳນວນ 7 ແພັກ ຕິດມາໃນລົດເມຄັນດຽວກັນ ຈາກນັ້ນໄດ້ສອບສວນຜູ້ຂັບລົດເມຈຶ່ງໄດ້ຮູ້ວ່າຢາບ້າຈໍານວນດັ່ງກ່າວເປັນຂອງທ້າວແດງ ອາຍຸ 20 ປີ,ບ້ານກອງຄຳ, ເມືອງປາກກະດິງ ແຂວງບໍລິຄຳໄຊ . ຕໍ່ມາ […]

ດວງລາຍວັນປະຈໍາວັນພະຫັດ ທີ 22 ມິຖຸນາ 2023

ຄົນເກີດວັນອາທິດ:ການ​ງານໃຊ້​ຄວາມ​ສະຫລຽວ​ສະຫລາດ​ໃນ​ການ​ເຈລະ​ຈາ​ຕໍ່​ລອງ​ຈົນ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ໃນ​ຊ່ວງ​ນີ້ ຄວາມ​ຮັກຊ່ວງ​ນີ້​ຈະ​ເກີດ​ຄວາມ​ຫ່າງ​ເຫີນ​ເພາະ​ເວລາ​ທີ່​ບໍ່​ມີ​ໃຫ້​ກັນ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນ​ສີດໍາ ເລກ​ນຳ​ໂຊກ​0 ຄົນເກີດວັນຈັນ:ການ​ງານຮຽນ​ຮູ້​ປະສົບການ​ໃໝ່​ໆ ວາງ​ແຜນ​ໃນ​ທຸລະ​ກິດຈະການ​ງານ ເຮັດໃຫ້​ຕົນເອງ​ນັ້ນ​ເກີດ​ຄວາມ​ສຳ​ເລັດ ການ​ເງິນ​ຈະ​ໃຊ້​ເງິນ​ກ້ອນ​ໃຫຍ່​ໃນ​ຊ່ວງ​ນີ້​ອອກ​ໄປ ຄວາມ​ຮັກ​ມີ​ໂອ​ກາດ​ພົບ​ຄົນ​ຜິວ​ຂາວ ມີ​ສະເໜ່ ເປັນ​ຄົົນທີ່​ມີ​ບຸກຄະລິກ​ດີ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີເຫຼືອງ ເລກ​ນຳ​ໂຊກ​9 ຄົນເກີດວັນອັງຄານ:ການ​ງານ​ຈະ​ພົບ​ອຸປະສັກ​ທີ່​ຕ້ອງ​​ຖ້າ​ແກ້​ໄຂ​ບັນຫາ ແຕ່​​ມີ​ບໍລິວານ​ທີ່​ດີ​ຄອຍ​ຖ້າ​ຊ່ວຍ​ເຫລືອ ການ​ເງິນ​ມັກ​ຈະ​ພົບ​ເລື່ອງ​ລາຍ​ຈ່າຍ​ແບບ​ບໍ່​ຄາດ​ຝັນ​ສະເໝີ ຄວາມ​ຮັກລະ​ວັງ​ການ​ສື່​ສານ​ບໍ່​ເຂົ້າໃຈ​ກັບ​ຄົນ​ຮັກ ເຮັດໃຫ້​ອີກ​ຝ່າຍ​ອາດ​ເກີດ​ຄວາມ​ນ້ອຍ​ໃຈ​ກໍ​ເປັນ​ໄປ​ໄດ້ ເຄື່ອງມຸງຄຸນ​ຄໍາ ສີມຸງຄຸນສີ​ນໍ້າຕານ ເລກ​ນຳ​ໂຊກ​6 ຄົນເກີດວັນພຸດ:ການ​ງານ​ ການ​ຕິດ​ຕໍ່​ເຈລະຈາ​ກັບ​ຜູ້ໃຫຍ່​ຫລື​ຜູ້​ທີ່​ມີ​ຕຳແໜ່ງ​ສູງ​ກວ່າ​ຄວນ​ໃຊ້ສິນລະປະທີ່​ດີ ການ​ເງິນ​ຈະ​ພົບ​ຄວາມ​ສຳ​ເລັດ​ທາງ​ດ້ານ​ການ​ເງິນ​ດີ​ຂຶ້ນ​ ດ້ວຍ​ພະຍາຍາມ​ຂອງ​ຕົນເອງ ຄວາມ​ຮັກມີ​ໂອ​ກາດ​ພົບ​ຮັກ​ແບບ​ບໍ່​ຄາດ​ຝັນ ອາດເປັນຄົນທີ່ທ່ານຄິດຫາຕະຫຼອດ ເຄື່ອງມຸງຄຸນ​​ເພັດສີແດງ ສີມຸງຄຸນສີຂຽວ ເລກ​ນຳ​ໂຊກ​6 ຄົນເກີດວັນພະຫັດ:ການ​ງານໂຊ​ກດີ​ຈະ​ໄດ້ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ທີມ​ງານ​ຈຶ່ງ​ເຮັດໃຫ້​ວຽກງານ​ນັ້ນ​ສຳ​ເລັດ ການ​ເງິນໃຊ້​ຈ່າຍ​ເງິນ​ອອກ​ໄປ​ຫລາຍ​ເປັນ​ພິເສດ​ແຕ່​ຈະ​ໄດ້​ກັບ​ມາ​ເທົ່າ​ທີ່​ຈ່າຍ​ອອກ​ໄປ ຄວາມ​ຮັກພົບ​ຄົົນທີ່​ມີ​ລັກສະນະ​ອວບໆ ຜິວ​ຂາວ ເກັ່ງ ມີ​ຄວາມ​ສາມາດ ມີສະເໜ່ ເຄື່ອງມຸງຄຸນ​ຄໍາຝຣັ່ງ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ  0 ຄົນເກີດວັນສຸກ:ການ​ງານ​ການ​ເຈລະ​ຈາ​ຕໍ່ລອງ​ຈະປະ​ສົບ​ຄວາມ​ສຳ​ເລັດດັ່ງທີ່ຫວັງ ການ​ເງິນຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ ໂຊ​ກດີ​ຫລາຍ​ໆ ຄວາມ​ຮັກຍັງ​ບໍ່​ພົບ​​ໃຜ​ທີ່​​ຖືກ​ໃຈ​ຊ່ວງ​ນີ້ ໃຫ້​ໃຊ້​ຊີວິດ​ແບບ​ເປັນ​ອິດສະຫລະ​ໄປ​ກ່ອນ​ຈຶ່ງ​ຈະ​ດີ ເຄື່ອງມຸງຄຸນ​​ຫີີນນໍາໂຊກສີແດງ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​9 ຄົນເກີດວັນເສົາ:ການ​ງານຊ່ວງ​ນີ້​ຄວນ​ກວດ​ທົບ​ທວນ​ໃນ​ເລື່ອງ​ຂອງ​ແຜນ​ງານ​ຕ່າງ​ໆ ການ​ເງິນໂຊກດີ​ຈະ​ໄດ້​ຈາກ​ເພດ​ກົງກັນຂ້າມ​ມາຊ່ວຍໃນ​ການ​ຕົກລົງ​ຕໍ່​ລອງ​ເຈລະຈາ ຄວາມ​ຮັກສຸກ​ສົມ​ຫວັງ​ຈະ​ໄດ້ຮັບ​ຂ່າວ​ດີ​ທາງ​ດ້ານ​ຄວາມ​ຮັກ ເຄື່ອງມຸງຄຸນ​ໄຂ່ມຸກ […]

ຫົວພັນ-ແທັງຮວ່າ ສືບຕໍ່ເພີ່ມທະວີການຮ່ວມມືຮອບດ້ານ

ຂປລ. ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ພິທີເຊັນສາລະບານເພີ່ມເຕີມ ໃນບົດບັນທຶກຮ່ວມມື ລະຫວ່າງສອງແຂວງ ຫົວພັນ-ແທັງຮວ່າ ໄລຍະແຕ່ປີ 2021-2025 ແລະ ບົດບັນທຶກຮ່ວມມືຂອງສອງແຂວງ ຫົວພັນ-ແທັງຮວ່າ ປະຈຳປີ 2023 ໃນວັນທີ 20 ມິຖຸນາ 2023 ທີ່ແຂວງແທັງຮວ່າ. ຕາງໜ້າລົງນາມໂດຍທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ ແລະ ທ່ານ ໂດ່ ມິງ ຕວັນ ປະທານຄະນະກຳມະການປະຊາຊົນແຂວງແທັງຮວ່າ, ມີທ່ານ ໂດ່ ຈ້ອງ ຮຶງ ປະທານສະພາປະຊາຊົນແຂວງແທັງຮວ່າ ພ້ອມດ້ວຍຄະນະຜູ້ແທນທັງສອງແຂວງເຂົ້າຮ່ວມ. ການພົບປະຄັ້ງນີ້, ທັງສອງຝ່າຍໄດ້ພັດປ່ຽນກັນລາຍງານ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະແຂວງໃນໄລຍະຜ່ານມາ, ສະພາບການຮ່ວມມືລະຫວ່າງສອງຝ່າຍ ບົນພື້ນຖານບົດບັນທຶກການຮ່ວມມື ຕ່າງຝ່າຍຕ່າງໄດ້ຮັບປະໂຫຍດຮ່ວມກັນ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມູນເຊື້ອມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມື ຮອບດ້ານລະຫວ່າງ ສອງປະເທດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ສອງແຂວງ ຫົວພັນ-ແທັງຮວ່າ, ເຊິ່ງສອງແຂວງໄດ້ເປັນເອກະພາບລົງນາມ ເຊັນສາລະບານເພີ່ມເຕີມ […]

ຈະຈັດສັນຕະຫຼາດກາງຄືນ ເຂດສວນເຈົ້າອະນຸວົງແລະປ່ຽນໃຫ້ເປັນເຕັ້ນສີຂາວ

ໜັງສືພິມ ວຽງຈັນໃໝ່ ລາຍງານ ໃນວັນທີ 21/06/2023 ນີ້ໃຫ້ຮູ້ວ່າ ໃນການຈັດສັນການຄ້າຂາຍ (ເຂດເຕັ້ນແດງ) ຢູ່ຕະຫຼາດກາງຄືນ ເຂດສວນເຈົ້າອະນຸວົງ ນະຄອນຫຼວງວຽງຈັນ ພາຍຫຼັງໄດ້ ມີການແຕ່ງຕັ້ງຄະນະຈັດສັນຈາກການຄ້ານະຄອນຫລວງ ແລະ ເມືອງ ກໍໄດ້ມີການປັບປຸງບໍ່ໃຫ້ແອອັດ ແລະ ຈັດໃຫ້ມີ ໂຊນຫັດຖະກຳດ້ານໜ້າຈຳນວນ 60 ເຕັ້ນ ໃນຈໍານວນ 60 ເຕັ້ນແມ່ນຈັດເປັນ 8 ໝວດຜະລິດຕະພັນ. ປັດຈຸບັນແມ່ນ ຢູ່ໃນຂັ້ນຕອນປ່ຽນຜະລິດຕະພັນຕາມໝວດໝູ່ ຄຽງຄູ່ກັນ ນັ້ນ ກໍຈະໄດ້ຈົກສະຫຼາກເພື່ອຈັດໂຊນຜະລິດຕະພັນລວມ ທັງໝົດມີ 6 ໂຊນ ພາຍຫຼັງຈັດໂຊນຜະລິດຕະພັນແລ້ວ ຈະໃຫ້ຊາວຄ້າຂາຍປ່ຽນຫຼັງຄາເຕັ້ນເປັນສີຂາວຄືກັນໝົດ. ສ່ວນການຖິ້ມຂີ້ເຫຍື້ອ ບໍລິສັດໄດ້ພົວພັນສົມທົບກັບ ຜູ້ປະກອບການຂົນສົ່ງຂີ້ເຫຍື້ອ ຂໍໃຫ້ເພິ່ນປັບປ່ຽນເວລາ ຄືນໃໝ່ຈາກ 12 ໂມງກາງຄືນມາເອົາຂີ້ເຫຍື້ອ ມາເປັນ ເວລາ 5 ໂມງເຊົ້າ ອີງໃສ່ທີມງານເກັບມ້ຽນຂີ້ເຫຍື້ອພາຍໃນ ສວນເຈົ້າອານຸວົງຈະເກັບຂີ້ເຫຍື້ອສຳເລັດເວລາ 3-4 ໂມງ ເຊົ້າ ຂອງທຸກໆມື້ ພ້ອມນັ້ນກໍໄດ້ເອົາໃຈໃສ່ຮັກສາ ຄວາມສະຫງົບປອດໄພຮອບດ້ານພາຍໃນຂອບເຂດສວນ […]