ດວງ-Tou-Vientianepost - 2023-06-22T083345.963
ຫົວພັນ-ແທັງຮວ່າ ສືບຕໍ່ເພີ່ມທະວີການຮ່ວມມືຮອບດ້ານ
ຮຽບຮຽງໂດຍ:Staff
ເຜີຍແຜ່: 22 ເດືອນມີນາ, 2023
ໝວດ: ຂ່າວ

ຂປລ. ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ພິທີເຊັນສາລະບານເພີ່ມເຕີມ ໃນບົດບັນທຶກຮ່ວມມື ລະຫວ່າງສອງແຂວງ ຫົວພັນ-ແທັງຮວ່າ ໄລຍະແຕ່ປີ 2021-2025 ແລະ ບົດບັນທຶກຮ່ວມມືຂອງສອງແຂວງ ຫົວພັນ-ແທັງຮວ່າ ປະຈຳປີ 2023 ໃນວັນທີ 20 ມິຖຸນາ 2023 ທີ່ແຂວງແທັງຮວ່າ. ຕາງໜ້າລົງນາມໂດຍທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ ແລະ ທ່ານ ໂດ່ ມິງ ຕວັນ ປະທານຄະນະກຳມະການປະຊາຊົນແຂວງແທັງຮວ່າ, ມີທ່ານ ໂດ່ ຈ້ອງ ຮຶງ ປະທານສະພາປະຊາຊົນແຂວງແທັງຮວ່າ ພ້ອມດ້ວຍຄະນະຜູ້ແທນທັງສອງແຂວງເຂົ້າຮ່ວມ.

ການພົບປະຄັ້ງນີ້, ທັງສອງຝ່າຍໄດ້ພັດປ່ຽນກັນລາຍງານ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະແຂວງໃນໄລຍະຜ່ານມາ, ສະພາບການຮ່ວມມືລະຫວ່າງສອງຝ່າຍ ບົນພື້ນຖານບົດບັນທຶກການຮ່ວມມື ຕ່າງຝ່າຍຕ່າງໄດ້ຮັບປະໂຫຍດຮ່ວມກັນ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມູນເຊື້ອມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມື ຮອບດ້ານລະຫວ່າງ ສອງປະເທດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ສອງແຂວງ ຫົວພັນ-ແທັງຮວ່າ, ເຊິ່ງສອງແຂວງໄດ້ເປັນເອກະພາບລົງນາມ ເຊັນສາລະບານເພີ່ມເຕີມ ໃນບົດບັນທຶກຮ່ວມມື ລະຫວ່າງສອງແຂວງ

ຫົວພັນ-ແທັງຮວ່າ ໄລຍະປີ 2021-2025 ໂດຍແຂວງແທັງຮວ່າ ເຫັນດີຊ່ວຍເຫລືອແຂວງຫົວພັນ ກໍ່ສ້າງສຳນັກງານອົງການປົກຄອງ ເມືອງວຽງໄຊ ມູນຄ່າ 50 ຕື້ດົງ, ເປີດຊຸດຮຽນບຳລຸງຄວາມຮູ້ 1-2 ຊຸດໃຫ້ແກ່ເລຂາຄະນະພັກ, ນາຍບ້ານ ຂອງແຂວງຫົວພັນ ຈຳນວນ 45 ສະຫາຍຕໍ່ຊຸດຮຽນ ໄລຍະເວລາ 7 ວັນ. ສຳລັບບົດບັນທຶກຮ່ວມມື ລະຫວ່າງສອງແຂວງ ຫົວພັນ-ແທັງຮວ່າ ປະຈຳປີ 2023 ທັງສອງຝ່າຍເຫັນດີຕົກລົງ ໃນການຮ່ວມມືດ້ານການເມືອງ-ການຕ່າງປະເທດ, ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ, ດ້ານການສຶກສາ-ກໍ່ສ້າງ ແລະ ຮ່ວມມື

ດ້ານວັດທະນະທຳ-ສັງຄົມ, ເຊິ່ງແຂວງແທັງຮວ່າເຫັນດີ ໃຫ້ການຊ່ວຍເຫລືອລົງທຶນກໍ່ສ້າງ ພື້ນຖານໂຄງລ່າງ ໃຫ້ແກ່ແຂວງຫົວພັນ ເປັນມູນຄ່າ 45 ຕື້ດົງ ປະກອບມີ: ໂຄງການກໍ່ສ້າງສຳນັກງານອົງການປົກຄອງເມືອງຊໍາເໜືອ ແລະ ເມືອງຊໍາໃຕ້ ມູນຄ່າ 32 ຕື້ດົງ, ໂຄງການກໍ່ສ້າງເສັ້ນທາງປູຢາງແຕ່ບ້ານກ້າງໂຄ້ງ ເມືອງວຽງໄຊ ໄປຫາດ່ານບ້ານບໍ່ ເມືອງລາດ ມູນຄ່າ 9 ຕື້ດົງ, ໂຄງການກໍ່ສ້າງ ປັບປຸງ ຍົກລະດັບເຂດອານຸສາວະລີ ຈາລຶກບຸນຄຸນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫລະຊີວິດຢູ່ລາວ ທີ່ແຂວງຫົວພັນ ມູນຄ່າ 4 ຕື້ດົງ. ນອກນີ້, ຍັງຊ່ວຍທຶນການສຶກສາ

ແກ່ນັກສຶກສາແຂວງຫົວພັນ ຢູ່ແຂວງແທັງຮວ່າ ມູນຄ່າ 16.238 ຕື້ດົງ, ຊ່ວຍກວດ ປິ່ນປົວພະຍາດໃຫ້ແກ່ພະນັກງານ ແລະ ປະຊາຊົນແຂວງຫົວພັນ ເປັນມູນຄ່າ 3,8 ຕື້ດົງ. ພ້ອມກັນນີ້, ສອງຝ່າຍເປັນເອກະພາບ ສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງປະຕິບັດ ໂຄງການກໍ່ສ້າງໂຮງໝໍມິດຕະພາບ ລາວ-ຫວຽດນາມ ຢູ່ແຂວງຫົວພັນ ພາຍໃຕ້ທຶນຊ່ວຍເຫລືອລ້າ ຈາກລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານລາວ ຕາມແຜນການຮ່ວມມືຂອງສອງປະເທດ.

ການພົວພັນຮ່ວມມືລະຫວ່າງ ຫົວພັນ-ແທັງຮວ່າ ໃນຄັ້ງນີ້ ເປັນການຢັ້ງຢືນເຖິງສາຍພົວພັນມິດຕະພາບຢ່າງສະໜິດແໜ້ນ ລະຫວ່າງສອງພັກ, ສອງລັດ ສປປ ລາວ ແລະ ສສ ຫວຽດນາມ ເວົ້າລວມ, ສະເພາະແມ່ນອຳນາດການປົກຄອງ ແລະ ປະຊາຊົນສອງແຂວງຫົວພັນ-ແທັງຮວ່າ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ງອກງາມຂຶ້ນເລື້ອຍໆ.

ຂ່າວ: ອາລຸນໄຊ, ພາບ: ໄອແກ້ວ

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນຈັນ ທີ 02 ຕຸລາ 2023
ດວງ-Tou-Vientianepost (34)
ຈຳປາສັກ ແຈ້ງຫ້າມເກັບກູ້ ແລະ ຊື້ຂາຍ ປະເພດ ຂີ້ກະເດືອນ ແລະ ນົກ ທຳມະຊາດ
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນອາທິດ ທີ 01 ຕຸລາ 2023
ek
ດວງລາຍວັນປະຈໍາວັນສຸກ ທີ 29 ກັນຍາ 2023
ດວງ-Tou-Vientianepost (30)
ມອບຊີ້ນໝູສົດທີ່ຍຶດໄດ້ໃຫ້ໂຮງຮຽນ ມ.ສ ສາມັນກີນນອນຊົນເຜົ່າແຂວງບໍ່ແກ້ວ
ດວງ-Tou-Vientianepost (28)
ທີມຊາດລາວ ຊຸດໃຫຍ່ ກະກຽມຄວາມພ້ອມເຂົ້າຮ່ວມ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ
ດວງ-Tou-Vientianepost (26)
ແຈ້ງການປິດການສັນຈອນຊົ່ວຄາວ ຂົວຫຼັກນ້ຳຄານ 1 ວັນ
ek
ດວງລາຍວັນປະຈໍາວັນພຸດ ທີ 27 ກັນຍາ 2023
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນອັງຄານ ທີ 26 ກັນຍາ 2023
ດວງ-Tou-Vientianepost (22)
ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸດີເປຊັ່ນ ໄລຍະວັນທີ 25-27 ກັນຍາ 2023
ຢ່າລື່ມກົດຕິດຕາມ