ek
ດວງລາຍວັນປະຈໍາວັນອາທິດ ທີ 25 ມິຖຸນາ 2023
ຮຽບຮຽງໂດຍ:Staff
ເຜີຍແຜ່: 25 ເດືອນມີນາ, 2023

ຄົນເກີດວັນອາທິດ:ການ​ງານພົບ​ອຸປະສັກ​ທາງ​ດ້ານ​ການ​ງານ​ແຕ່​ກໍ​ສາມາດ​ແກ້​ໄຂ​ບັນຫາ​ໄດ້​ວ່ອງໄວ ການ​ເງິນມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາແບບງ່າຍດາຍ ຄວາມ​ຮັກມີ​ໂອ​ກາດ​ທີ່​ຄົນ​ຮັກ​ເກົ່າ​ຢາກ​ກັບ​ມາ​ຂໍ​ຄືນ​ດີ
ເຄື່ອງມຸງຄຸນ​ຫີນນໍາໂຊກສີແດງ ສີມຸງຄຸນ​ສີສົ້ມ ເລກ​ນຳ​ໂຊກ​6

ຄົນເກີດວັນຈັນ:ການ​ງານ​ເຮັດ​ທຸລະກິດ​ດ້ານ​ວົງ​ການ​ບັນ​ເທິງ​ຈະປະ​ສົບ​ຜົນ​ດີີ ການ​ເງິນມີ​ໂອ​ກາດ​ໄດ້ຮັບ​ໂຊກທາງດ້ານ​ຊັບສິນ ຄວາມ​ຮັກ​ບໍ່​ລົງ​ຕົວ​ໃນເລື່ອງ​ຄວາມ​ສຳພັນ ຂອງຄວາມຮັກ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນສີ​ເຫຼືອງ ເລກ​ນຳ​ໂຊກ​2

ຄົນເກີດວັນອັງຄານ: ການ​ງານຈະ​ພົບ​​ອຸປະສັກ​ແຕ່​ໂຊ​ກດີ​ທີ່​ມີ​ບໍລິວານ​ຄອຍ​ຖ້າ​ຊ່ວຍ​ເຫລືອ​ ການ​ເງິນໃນ​ມື້​ນີ້​ມີ​ໂຊກ​ຈະ​ໄດ້​ເງິນ ແຕ່ໃຫ້ລະວັງດ້ານລາຍຈ່າຍ ຄວາມ​ຮັກ​​ຄວາມ​ສຳພັນມີໂອກາດໄດ້ເລິກລາກັນໄປ ອາດເປັນຍ້ອນນິໄສແຕກຕ່າງກັນເກີນໄປ ເຄື່ອງມຸງຄຸນ​  ​ໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​3

ຄົນເກີດວັນພຸດ:ການ​ງານຈະ​ພົບ​ອຸປະສັກ​ດ້ານ​ການ​ງານ ວຽກຈະຫຼາຍກວ່າປົກກະຕິ ເພາະຢູ່ໃນຊ່ວງທົນລອງວຽກ ການ​ເງິນ​ຈະ​ມີ​ຄົນ​ເຂົ້າ​ມາ​ລົບກວນ​​ຢືມ​ເງິນ ແຕ່ກໍຄວນເບິ່ງສະຖານະການໃຫ້ດີ ຄວາມ​ຮັກລະ​ວັງ​ຄວາມ​ໃຈ​ຮ້ອນ​ເຮັດໃຫ້​ເກີດ​ຄວາມ​ຂັດ​ແຍ້ງ ເຄື່ອງມຸງຄຸນ​​ຄໍາ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​2

ຄົນເກີດວັນພະຫັດ:ການ​ງານເຮັດ​ທຸລະກິດ​ດ້ານ​ການ​ຂາຍ​ອາຫານ​ເພື່ອ​ສຸກຂະພາບ​ຊ່ວງ​ນີ້​ຈະ​ໄດ້​ຜົນ​ກຳ​ໄລ​ດີ ​ ການ​ເງິນ​ຈະ​ໄດ້​ໂຊກ​ຈາກ​ຄົນ​ຮັກ ເພາະຊ່ວງນີ້ຢູ່ໃນເກນຄົນຮັກຕາມໃຈ ຄວາມ​ຮັກເກີດ​ຄວາມ​ສຸກ ຄວາມ​ພຶງ​ພໍ​ໃຈ ເພາະທ່ານທັງສອງຢູ່ໃນຊ່ວງເປີດໃຈລົມກັນທຸກເລື່ອງ ເຄື່ອງມຸງຄຸນ​ ແຫວນຄໍາ ສີມຸງຄຸນສີ​ແດງ ເລກ​ນຳ​ໂຊກ​1

ຄົນເກີດວັນສຸກ:ການ​ງານ​ຊ່ວງ​ນີ້​ຈະ​ເມື່ອຍ​ຫລາຍ​ເປັນ​ພິເສດ​ໃນ​ການ​ທີ່​ຈະ​ແກ້​ໄຂ​ບັນຫາ​ສະເພາະ​ໜ້າ ການ​ເງິນ​ຈະ​ພົບ​ເລື່ອງ​ເສຍ​ເງິນ​ແບບ​ບໍ່​ຄາດ​ຝັນ ຄວາມ​ຮັກມີ​ໂອ​ກາດ​ພົບ​ຮັກ ເກີດ​ຄວາມ​ສຸກ​ສະບາຍ​ໃຈ
ເຄື່ອງມຸງຄຸນ​​ຄໍາຝຣັ່ງ ສີມຸງຄຸນສີເທົາ ເລກ​ນຳ​ໂຊກ​2

ຄົນເກີດວັນເສົາ:ການ​ງານ ​ເຮັດ​ທຸລະກິດ​ປະ​ສົບ​ຜົນ​ສຳ​ເລັດ ແຕ່ທ່ານກໍຕ້ອງໝັ່ນໃຈກັບສິ່ງທີ່ກໍາລັງເຮັດຢູ່ ການ​ເງິນຈະ​ຕັດ​ສິນ​ໃຈ​ໃນ​ການ​ໃຊ້​ເງິນ​ຕົກ​ແຕ່ງ​ທີ່​ຢູ່​ອາໄສ ຄວາມ​ຮັກ​ປະຕິເສດ​ເລື່ອງ​ຂອງ​ຄວາມ​ຮັກ ຊ່ວງນີ້ບໍ່ມີເວລາໃຫ້ຄົນຮັກເລີຍ ອາດມີການຜິດໃຈກັນກໍເປັນໄປໄດ້ ເຄື່ອງມຸງຄຸນ​ ເງິນ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​8

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost (20)
ບໍລິສັດທາງລົດໄຟລາວ-ຈີນ ຈັດຊື້ລົດໄຟ EMU ເພີ່ມອີກຫນຶ່ງ 1 ຂະບວນເພື່ອຮອງຮັບຜູ້ໂດຍສານທີ່ເພີ່ມຂຶ້ນ
ek
ດວງລາຍວັນປະຈໍາວັນພະຫັດ ທີ 21 ກັນຍາ 2023
ດວງ-Tou-Vientianepost (17)
ແຈ້ງການ ຈາກກະຊວງສາທາລະນະສຸກ ພົບຜູ້ຕິດເຊື້ອພະຍາດໝາກສຸກລີງ Monkey Pox ກໍລະນີທຳອິດໃນລາວ
ດວງ-Tou-Vientianepost (14)
ທ່ານ ນາຍົກລັດຖະມົນຕີ ເຂົ້າຮ່ວມງານ ວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 20
ek
ດວງລາຍວັນປະຈໍາວັນພຸດ ທີ 20 ກັນຍາ 2023
ek
ດວງລາຍວັນປະຈໍາວັນຈັນ ທີ 18 ກັນຍາ 2023
ດວງ-Tou-Vientianepost (9)
ປະທານປະເທດ ສຳເລັດການ ເຂົ້າຮ່ວມກອງປະຊຸມສຸດຍອດປະມຸກລັດ ແລະ ຫົວໜ້າລັດຖະບານຂອງບັນດາປະເທດກຸ່ມ 77 ແລະ ຈີນ
ດວງ-Tou-Vientianepost (7)
ສອງນາຍົກລັດຖະມົນຕີ ລາວ-ຈີນ ພົບປະ ຢ່າງເປັນທາງການຢູ່ທີ່ ນະຄອນໜານໜິງ
ດວງ-Tou-Vientianepost (5)
ແຈ້ງໂຈະຊົ່ວຄາວ ໂຄງການພັດທະນາພະລັງງານລົມ,ແສງຕາເວັນ ແລະ ເຂື່ອນປ້ຳນ້ຳສູບເກັບ
ດວງ-Tou-Vientianepost (4)
ບໍລິສັດຍອດງື່ມ ພາວເວີ້ ເລີ່ມຈຳໜ່າຍນໍ້າມັນແອັດຊັງທຳມະດາ ທີ່ປຸງແຕ່ງເອງ ລາຄາຖືກກວ່ານໍ້າມັນແອັດຊັງທີ່ນຳເຂົ້າເຖິງ 930 ກີບ
ຢ່າລື່ມກົດຕິດຕາມ