ພົບໜິ້ວ ທີ່ໃຫ່ຍທີ່ສຸດໃນໂລກ ຂອງຄົນເຈັບປະເທດສີລັງກາ

ພະຍາດກ້ອນໜິ້ວ ແມ່ນພະຍາດທີ່ເກີດຈາກການສະສົມຂອງແຮ່ທາດແຂງຊະນິດຕ່າງໆ ເນື່ອງຈາກແຮ່ທາດນັ້ນມີຂະໜາດຫຼາຍເກີນກ່ວາປົກກະຕິ,ພາຍໃນໄລຍະເວລາໃດໜຶ່ງມັນຈະຮວມໂຕກັນເປັນກ້ອນແຂງ, ເຊິ່ງສ່ວນໃຫຍ່ມັກຈະເກີດຂຶ້ນຢູ່ທີ່ບໍລິເວນ ໂກນໝາກໄຂ່ຫຼັງ ແລະ ທາງເດີນປັດສະວະ ອັນເປັນຜົນມາຈາກປັດສະວະມີຄວາມເຂັ້ມຂຸ້ນ ແລ້ວຕົກຕະກອນຈົນກາຍເປັນກ້ອນໜິ້ວ. ໂດຍກ້ອນໜິ້ວນີ້ແມ່ນຈະມີຊະນິດ ແລະ ຂະໜາດທີ່ແຕກຕ່າງກັນໄປຕາມແຕ່ລະປັດໄຈຂອງແວດລ້ອມຊະນິດຕ່າງໆ. ໃນປັດຈຸບັນ,ຖືວ່າເປັນທີ່ປະຫຼາດໃຈຫຼາຍ ເມື່ອແພດໄດ້ກວດພົບກ້ອນໜິ້ວທີ່ມີຂະໜາດ ແລະ ຮູບຮ່າງໃຫຍ່ທີ່ໃນໂລກຢູ່ໃນທ້ອງຂອງຜູ້ປ່ວຍຈາກປະເທດສີລັງກາ ໂດຍກ້ອນໜິ້ວທີ່ຖືກຄົ້ນພົບໃນເທື່ອນີ້ແມ່ນມີຄວາມຍາວເຖິງ 13.372 ຊັງຕີແມັດ ແລະ ມີນໍ້າໜັກຢູ່ທີ່ 801 ກຮັມ ເຊິ່ງຖືວ່າເປັນການທໍາລາຍສະຖິຕິໂລກເຖິງໂລກເຖິງ 2 ຢ່າງນັ້ນກໍຄື ທໍາລາຍສະຖິຕິກ້ອນໜິ້ວທີ່ຍາວທີ່ສຸດໃນໂລກເມື່ອປີ 2004 ທີ່ມີຄວາມຍາວ 13 ຊັງຕີແມັດຢູ່ທີ່ປະເທດອິນເດຍ ແລະ ທໍາລາຍສະຖິຕິກ້ອນໜິ້ວທີ່ມີນໍ້າໜັກຫຼາຍທີ່ສຸດໃນໂລກທີ່ມີນໍ້າໜັກ 620 ກຮັມຢູ່ປະເທດປາກິດສະຖານເມື່ອປີ 20008. ໂດຍໃນເທື່ອນີ້ຜູ້ປ່ວຍຄົນດັ່ງກ່າວແມ່ນ ໄດ້ເຂົ້າຮັບການຜ່າຕັດຢູ່ທີ່ໂຮງໝໍກອງທັບໂຄລອມໂບ ຂອງປະເທດສີລັງກາ ເມື່ອວັນທີ 1 ມິຖຸນາທີ່ຜ່ານມາ ເຊິ່ງການຜ່າຕັດໃນເທື່ອນີ້ແມ່ນສາມາດດໍາເນີນໄປດ້ວຍດີ ພ້ອມທັງຍັງມີການບັນທຶກພາບຕະຫຼອດໄລຍະຂອງການຜ່າຕັດ ອັນເນື່ອງຈາກການຜ່າຕັດໃນເທື່ອນີ້ ແມ່ນເປັນທີ່ສົນໃຈເປັນພິເສດຈາກຄົນຫຼາຍໆປະເທດທົ່ວໂລກ.
ລາວ ເສຍໃຫ້ ໄທ 2-1 ໃນການແຂ່ງຂັນ AFCU17 ຮອບສຸດທ້າຍ

U17 ທິມຊາດລາວ ແພ້ ທີມຊາດໄທ 1-2 ປະຕູ ໃນການແຂ່ງຂັນ U17 ຊິງແຊ້ມອາຊີ 2023 ຮອບສຸດທ້າຍ ທີ່ປະເທດໄທ ຈັດຂຶ້ນໃນລະຫວ່າງວັນທີ 15 ມິຖຸນາ ຫາວັນທີ 2 ກໍລະກົດ 2023, ກຸ່ມ A ມີ: ໄທ (ເຈົ້າພາບ), ເຢເມນ, ມາເລເຊຍ ແລະ ລາວ. ຜົນການແຂ່ງຂັນທີມຊາດໄທໄດ້ປະຕູຂຶ້ນນຳຈາກ ເບີ 19 ດັດຊະດີ ໃນນາທີ 12′ ແລະ ເບີ 10 ຊາໂນໄທ ໃນນາທີ 90+5′ ສຳລັບທີມຊາດລາວໄຕ່ປະຕູຕີໄຂ່ແຕກໂດຍເບີ 10 ປີເຕີ້ ພັນທະວົງ ນາທີ 26′ ສ່ວນອີກຜົນການແຂ່ງຂັນ 1 ຄູ່: ເຢເມນ ຊະນະ ມາເລເຊຍ 4-0. – ນັດທີ […]
ບໍລິສັດ ຈໍາປາຫອມການຄ້າ ສົ່ງເຂົ້າ ຈໍາປາຫອມ ແລະ ເຂົ້າການົກນ້ອຍ ໄປ ປະເທດຝຣັ່ງ ເປັນຄັ້ງທີ 2

ໃນວັນທີ 14/06/2023 ທີ່ຜ່ານມາ ບໍລິສັດ ຈໍາປາຫອມການຄ້າ ໄດ້ມີພິທີ ສົ່ງເຂົ້າ ຈໍາປາຫອມ ແລະ ເຂົ້າການົກນ້ອຍ ໄປ ປະເທດຝຣັ່ງ ເປັນຄັ້ງທີ 2 ປະກອບມີ ເຂົ້າສານຈຳນວນ 25 ໂຕນ ລວມມີ ເຂົ້າສານຈ້າວ 23 ໂຕນ ແລະ ເຂົ້າສານໜຽວໄກ່ ນ້ອຍ 2 ໂຕນ ທີ່ເພິ່ນທົດລອງເອົາໄປຈຳໜ່າຍຢູ່ທີ່ປະເທດຝລັ່ງ ຕື່ມອີກ ເພື່ອເຮັດໃຫ້ ຜະລິດຕະພັນຂອງຄົນລາວເຮົາເປັນທີ່ ຮູ້ຈັກ ແລະ ຖືກຍອມຮັບໃນຕະຫຼາດສາກົນ ໂດຍສະເພາະແມ່ນ ຕະຫຼາດທາງ ທະວີບເອີຣົບ. ໃນປີທ້າຍປີ 2023 ທາງບໍລິສັດ ຍັງໄດ້ມີແຜນ ກຽມເຊັນສັນຍາສົ່ງອອກ ເຂົ້າໄປ ສະຫະລັດອາເມລິກາ ເຊິ່ງຄາດວ່າ ຈະໄດ້ສົ່ງເຂົ້າໄປ ອາເມລິກາ ໃນຕົ້ນປີ 2024 ນີ້. ທີ່ມາ: ບໍລິສັດ ຈໍາປາຫອມການຄ້າ
ລາວ-ເກົາຫຼີລົງນາມການແລກປ່ຽນດ້ານແຮງງານໃນຂົງເຂດກະສິກໍາ

ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ພ້ອມດ້ວຍຄະນະເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສ ເກົາຫຼີ ໃນວັນທີ 14 ມິຖຸນາ 2023 ໄດ້ເຂົ້າພົບປະກັບທ່ານ KIM BYUNG KYOO ຮອງເຈົ້າແຂວງຈີຢອນຊັງນໍາໂດ (Gyeongsangnam-do) ແລະ ເຂົ້າຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງ ຮສສ ແລະ ແຂວງຈີຢອນຊັງນໍາໂດກ່ຽວກັບການຟື້ນຟູການແລກປ່ຽນດ້ານແຮງງານຂົງເຂດກະສິກໍາ. ໃນພິທີທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານໄດ້ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມກັບເຈົ້າເມືອງ Namhae-County Geochang-County Goseong-County Haman-County ແລະ Sacheon-city ນຳອີກ ໃນໄລຍະຜ່ານມາກົມການຈັດຫາງານໄດ້ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈ້າງແຮງງານຕາມລະດູການໃນຮູບແບບແລກປ່ຽນຮ່ວມກັບ ບັນດາເມືອງພາຍໃນແຂວງຈີຢອນຊັງນໍາໂດແລ້ວ 5 ເມືອງ ຄື Changnyeong-Gun MIRYANG-SI UIRYEONG-GUN SANCHEONG-GUN ແລະ Namhae-Gun ພ້ອມນັ້ນ ກົມການຈັດຫາງານ ຮ່ວມກັບພະແນກ ຮສສ […]
ເກີດແຜ່ນດິນໄຫວ ແຮງສັ່ນສະເທືອນ 3.8 ຣິກເຕີ ຈຸດສູນກາງຢູ່ເມືອງສົບເບົາ ແຂວງຫົວພັນ

ເກີດແຜ່ນດິນໄຫວ ແຮງສັ່ນສະເທືອນ 3.8 ຣິກເຕີ ຈຸດສູນກາງຢູ່ເມືອງສົບເບົາ ແຂວງຫົວພັນລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 15 ມີຖຸນາ 2023, ເວລາ 20:30 ໂມງ ຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ພົບສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດລາວ ຈຳນວນ 01 ຄັ້ງ, ໃນບໍລິເວນ ຊາຍແດນລາວ – ຫວຽດນາມ (ແຂວງ ຫົວພັນ) ລາຍລະອຽດຂອງການເກີດແຜ່ນດິນໄຫວ ມີຄືດັ່ງລຸ່ມນີ້: 1. ໃນເວລາ 20:30:35, ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 20.534°N ແລະ ເສັ້ນແວງທີ່ 104.519°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3.8 ຣິກເຕີ, ເຊິ່ງມີຄວາມເລິກຈາກເທິງໜ້າດິນປະມານ 10 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບໍລິເວນ ເມືອງ ສົບເບົາ ແຂວງ ຫົວພັນ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ສົບເບົາ ປະມານມານ 23 Km ແລະ […]
ດວງລາຍວັນປະຈໍາວັນສຸກ ທີ 16 ມິຖຸນາ 2023

ຄົນເກີດວັນອາທິດ:ການງານເຮັດວຽກດ້ວຍຄວາມລະອຽດຮອບຄອບສະເໝີ ເຖິງຈະພົບບັນຫາກໍຈະແກ້ໄຂໃຫ້ຜ່ານພົ້ນໄປໄດ້ ການເງິນ ລາຍຈ່າຍຍັງມີຫລາຍ ລາຍຮັບກໍບໍ່ສົມດຸນກັນ ເຮັດໃຫ້ພົບສະພາວະຂາດເຂີນທາງດ້ານການເງິນກໍເປັນໄປໄດ້ ຄວາມຮັກສຸກສົມຫວັງລົງຕົວດີຂຶ້ນໃນເລື່ອງຂອງຄວາມສຳພັນ ກໍ່ໃຫ້ເກີດຄວາມສຸກໃຈ ເຄື່ອງມຸງຄຸນເງິນ ສີມຸງຄຸນສີສົ້ມ ເລກນຳໂຊກ6 ຄົນເກີດວັນຈັນ:ການງານວຽກງານທີ່ເຮັດກໍຮູ້ສຶກວ່າມັກ ແຕ່ເລື່ອງທີ່ໜ້າເບື່ອຄື ເພື່ອນຮ່ວມງານ ທີ່ໄວ້ໃຈບໍ່ຄ່ອຍໄດ້ ການເງິນພະຍາຍາມໝຸນຫາເງິນເຂົ້າມາເພື່ອໃຫ້ເກີດສະພາບດີທາງດ້ານການເງິນ ຄວາມຮັກຈະພົບຄົົນທີ່ມີອາຍຸຕ່າງກັນ ຢູ່ໃນເກນຜິວສອງສີ ທ່ານມີຄວາມເປັນຜູ້ນຳສູງ ເຄື່ອງມຸງຄຸນສາຍຄໍຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ 9 ຄົນເກີດວັນອັງຄານ:ການງານຊ່ວງນີ້ລົງທຶນຫຍັງລະວັງຈະຂາດທຶນ ສູນເສຍເງິນ ເພາະຄວາມຜິດພາດ ການເງິນຍັງໂຊກດີທີ່ຜູ້ໃຫຍ່ຍັງອຸປະຖຳທາງດ້ານການເງິນ ເມື່ອທ່ານພົບເລື່ອງທີ່ຕ້ອງຈ່າຍອອກໄປແບບບໍ່ທັນຕັ້ງໂຕ ຄວາມຮັກຍັງບໍ່ລົງຕົວ ແລະ ບໍ່ມີເວລາທຸ້ມເທດ້ານຄວາມຮັກ ເຖິງແມ່ນຈະພົບໃຜເຂົ້າມາກໍຕາມ ນິໄສຈະເຂົ້າກັນບໍ່ຄ່ອຍໄດ້ ເຄື່ອງມຸງຄຸນ ຫີນນໍາໂຊກສີຂາວ ສີມຸງຄຸນສີດໍາ ເລກນຳໂຊກ5 ຄົນເກີດວັນພຸດ:ການງານແກ້ໄຂບັນຫາສະເພາະໜ້າໃຫ້ສຳເລັດໄດ້ຢ່າງວ່ອງໄວ ການເງິນໃຊ້ອອກໄປຫລາຍ ແຕ່ກໍໝຸນຫາເງິນໄດ້ທັນໃຊ້ທັນຈ່າຍຢູ່ສະເໝີ ຄວາມຮັກສຸກສົມຫວັງລົງຕົວໃນເລື່ອງຂອງຄວາມຮັກ ມີໂອກາດພົບຮັກແບບບໍ່ທັນຕັ້ງໂຕ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີຟ້າ ເລກນຳໂຊກ 9 ຄົນເກີດວັນພະຫັດ:ການງານຕັ້ງເປົ້າໝາຍໃນການສ້າງສັນຜົນງານ ແລະ ໃຊ້ຄວາມພະຍາຍາມໃນການແກ້ໄຂບັນຫາຕ່າງໆ ໃຫ້ຜ່ານພົ້ນໄປໃຫ້ໄດ້ ການເງິນຈະໄດ້ເງິນເຂົ້າມາ ທ່ານຈະມີໂຊກໃນການເດີນທາງໄກ ຄວາມຮັກມີໂອກາດພົບຮັກແບບບໍ່ທັນຕັ້ງໂຕກັບຄົນຜິວຂາວໃນຊ່ວງນີ້ ເຄື່ອງມຸງຄຸນຕ່າງຫູຄໍາ […]
ອົງການກວດກາແຫ່ງລັດ ຮ່ວມກັບ ອົງການ UNODC ຈັດຝຶກອົບຮົມວຽກງານຕ້ານການສໍ້ລາດບັງຫລວງ ໃນໂຄງການກໍ່ສ້າງພື້ນຖານໂຄງລ່າງ

ວັນທີ 13-16 ມິຖຸນາ 2023, ອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ຮ່ວມກັບ ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (UNODC) ໄດ້ຈັດຊຸດຝຶກອົບຮົມວຽກງານຕ້ານການສໍ້ລາດບັງຫລວງ ໃນໂຄງການກໍ່ສ້າງພື້ນຖານໂຄງລ່າງ. ທ່ານ ສູນທະລາ ເຂັມພິລາດ ຮອງຫົວໜ້າກົມພົວພັນຕ່າງປະເທດ ອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ກ່າວວ່າ: ເພື່ອເປັນໂອກາດດີທີ່ໄດ້ຮໍ່າຮຽນບົດຮຽນອັນໃໝ່ ແລະ ປະສົບການຕົວຈິງ ກ່ຽວກັບວຽກງານຕ້ານການສໍ້ລາດບັງຫລວງ, ວຽກງານສືບສວນສອບສວນ ໂດຍລົງເລິກການຕ້ານການສໍ້ລາດບັງຫລວງ ໃນໂຄງການກໍ່ສ້າງພື້ນຖານໂຄງລ່າງ ແລະ ບັນຫາອື່ນໆຈາກຄະນະຊ່ຽວຊານລະດັບສູງຂອງສາກົນ ແລະ ຂອງ ສປປ ລາວ. ສຳມະນາກອນທີ່ເຂົ້າຝຶກອົບຮົມໄດ້ຮຽນຮູ້ ການສືບສວນ-ສອບສວນທາງການເງິນ; ການສືບສວນ-ສອບສວນບັນດາບໍລິສັດ ແລະ ກອງທຶນ; ການສົມຍອມການສະເໜີລາຄາຈັດຊື້-ຈັດຈ້າງທາງພາກລັດ; ການຕ້ານການສໍ້ລາດບັງຫລວງໃນໂຄງການກໍ່ສ້າງພື້ນຖານໂຄງລ່າງ ລວມມີ: ການກວດສອບການປະຕິບັດໂຄງການ ແລະ ການປະເມີນໂຄງການ, ການກວດຫາການສໍ້ໂກງ, ການສໍ້ລາດບັງຫລວງໃນໄລຍະການປະຕິບັດໂຄງການ ແລະ ຮູບແບບການສໍ້ໂກງ, ວິທີການ ແລະ ບາດກ້າວສຳລັບການແກ້ໄຂການສໍ້ໂກງພາຍໃນໂຄງການ, ວິທີການສຳລັບການເກັບກູ້ຊັບສິນຄືນຈາກການສໍ້ລາດ […]
ເຈົ້າເມືອງສາມັກຄີໄຊ ອອກຄໍາສັ່ງກ່ຽວກັບການແກ້ໄຂບັນຫາສັດລ້ຽງ

ເຈົ້າເມືອງສາມັກຄີໄຊ ອອກຄໍາສັ່ງກ່ຽວກັບການແກ້ໄຂບັນຫາສັດລ້ຽງ (ປະເພດ ແບ້, ງົວ ແລະ ຄວາຍ)ທີ່ປ່ອຍຊະຊາຍໃນເທດສະບານເມືອງ. ອີງຕາມ ກົດຫມາຍປົກຄອງທ້ອງຖິ່ນແຫ່ງ ສປປລາວ ( ສະບັບປັບປັບ ) ສະບັບເລກທີ 68 /ສປຊ, ລົງວັນທີ 14 ທັນວາ 2015 ມວດທີ IV ມາດຕາ 40 ວ່າດ້ວຍສິດ ແລະ ຫນ້າທີ່ຂອງເຈົ້າເມືອງ. ອີງຕາມ ຂໍ້ຕົກລົງຂອງເຈົ້າເມືອງ-ເມືອງ ສາມັກຄີໄຊ ສະບັບເລກທີ 767/ຈມ, ລົງວັນທີ 04 ທັນວາ 2018 ວ່າດ້ວຍການຄຸ້ມຄອງ ແລະ ບໍລິການຕົວເມືອງ ໃນເທດສະບານເມືອງ ສາມັກຄີໄຊ. ອີງຕາມ ກອງປະຊຸມອົງການປົກຄອງແຂວງປະຈໍາງວດທີ I ປີ 2023 ໃນຄັ້ງວັນທີ 20-21 ເມສາ 2023. ອີງຕາມ ຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງພະນັກງານ ອພບຕ ລົງຊຸກຍູ້ຕິດຕາມກວດກາຄຸ້ມຄອງວຽກງານທີ່ຕິດ […]
ແຂວງເຊກອງ ໄດ້ຮັບທຶນຊ່ວຍເຫລືອທາງດ້ານສະບຽງອາຫານຈາກລັດຖະບານຝຣັ່ງ ປະມານ 545.852 ໂດລາສະຫະລັດ

ວັນທີ 12 ມິຖຸນາ 2023 ຜ່ານມາ, ອໍານາດການປົກຄອງຂັ້ນແຂວງ ແລະ ບັນດາກະຊວງຈາກຂັ້ນສູນກາງ ຮ່ວມກັບສະຖານທູດຝຣັ່ງ ແລະ ອົງການອາຫານໂລກແຫ່ງສະຫະປະຊາຊາດ (ສປຊ) ປະຈຳ ສປປ ລາວ ໄດ້ລົງນາມໃນໂຄງການສະໜັບສະໜູນການເຂົ້າເຖິງແຫຼ່ງອາຫານທີ່ຈຳເປັນ ແລະ ຍົກລະດັບການດໍາລົງຊີວິດທີ່ສາມາດຮັບມືກັບຜົນກະທົບຈາກໄພພິບັດເພື່ອຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການໃຫ້ແກ່ປະຊາຊົນຫຼາຍກວ່າ 10.600 ຄົນ ຢູ່ແຂວງເຊກອງ. ການຊ່ວຍເຫຼືອທາງດ້ານສະບຽງອາຫານຂອງລັດຖະບານຝຣັ່ງ ໃນຄັ້ງນີ້ແມ່ນມີມູນຄ່າ 545.852 ໂດລາ. ແຂວງເຊກອງເປັນແຂວງໜຶ່ງທີ່ຢູ່ທາງພາກໃຕ້ ສປປ ລາວ. ປະມານ 33% ຂອງປະຊາກອນໃນແຂວງກໍາລັງປະເຊີນໜ້າກັບການຂາດແຄນອາຫານ ຊຶ່ງອັດຕາການຂາດແຄນອາຫານໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງນັບແຕ່ກາງປີ 2022 ເປັນຕົ້ນມາ, ເນື່ອງຈາກປະຊາຊົນໃນທົ່ວປະເທດກຳລັງພະຍາຍາມຮັບມືກັບການເພີ່ມຂຶ້ນຂອງລາຄາສິນຄ້າເຊັ່ນ: ອາຫານ, ນ້ໍາມັນເຊື້ອໄຟ ແລະ ການນໍາເຂົ້າເຄື່ອງມືກະສິກໍາ. ນອກຈາກນີ້, ແຂວງເຊກອງຍັງມີອັດຕາການຂາດສານອາຫານສູງໂດຍສະເພາະໃນເດັກນ້ອຍອາຍຸຕໍ່າກວ່າ 5 ປີ, ໃນນີ້ 49,9% ມີຄວາມສູງຕໍ່າກວ່າມາດຕະຖານສະເລ່ຍໃສ່ອາຍຸຂອງພວກເຂົາ ຊຶ່ງ ບັນຫາດັ່ງກ່າວໄດ້ສ້າງຜົນກະທົບອັນຮ້າຍແຮງໃນໄລຍະຍາວຕໍ່ການພັດທະນາທາງດ້ານຮ່າງກາຍ ແລະ ມັນສະໝອງຂອງພວກເຂົາ ຊຶ່ງບັນຫາເຫຼົ່ານີ້ມີຜົນກະທົບມາຈາກໄພພິບັດຕ່າງໆທີ່ກ່ຽວຂ້ອງກັບການປ່ຽນແປງຂອງສະພາບດິນຟ້າອາກາດເຊັ່ນ: ໄພນໍ້າຖ້ວມຕາມລະດູການ ແລະ […]
ສັ່ງປິດຊົ່ວຄາວ ຮ້ານກິນດື່ມ-ຄາຣາໂອເກະ-ຮ້ານບັນເທີງ ໄລຍະສອບເສັງຈົບຊັ້ນ ມ.4 ແລະ ມ.7

ຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງແບງ ແຂວງ ອຸດົມໄຊ ແຈ້ງໃຫ້ປິດບໍລິການຊົ່ວຄາວ ຮ້ານກິນດື່ມ, ຮ້ານ ອາຫານ, ຮ້ານບັນເທີງ, ຄາຣາໂອເກະ ໃນມື້ສຸດທ້າຍການສອບເສັງ ມ.4 ແລະ ມ.7 ໃຫ້ປິດບໍລິການ ຕອນແລງແຕ່ 4:00 ໂມງ ຂອງວັນທີ 16-23 ມິຖຸນາ 2023, ເຊິ່ງເປັນມື້ສຳເລັດການສອບເສັງ ເພື່ອຫລີກລ່ຽງບັນຫາປະກົດການຫຍໍ້ທໍ້ຕ່າງໆ ເຊັ່ນ: ຕັ້ງກຸ່ມກ້ອນຊຸມແຊວ, ອາລະວາດຕີກັນ, ຂີ່ລົດໄວສຽງດັງ, ຖ່າຍຮູບພາບລົງສື່ສັງຄົມອອນລາຍ ແບບທີ່ບໍ່ເໝາະສົມ, ສັງຄົມວິພາກວິຈານບໍ່ສອດຄ່ອງກັບວັດທະນະທໍາ. ນອກຈາກວັນທີ ທີ່ໄດ້ກຳນົດຂ້າງເທິງນັ້ນ ແມ່ນອະນຸນາດໃຫ້ເປີດບໍລິການປົກກະຕິ, ຖ້າຫາກຮ້ານໃດລະເມີດຕາມແຈ້ງການທີ່ໄດ້ລະບຸໄວ້ນີ້ ເຈົ້າໜ້າທີ່ຄະນະສະເພາະກິດ ຂັ້ນເມືອງລົງເຄື່ອນໄຫວພົບເຫັນ ຈະໄດ້ປັບໃໝຕາມລະບຽບການທີ່ໄດ້ກໍານົດໄວ້.