ດວງ-Tou-Vientianepost (85)
ອົງການກວດກາແຫ່ງລັດ ຮ່ວມກັບ ອົງການ UNODC ຈັດຝຶກອົບຮົມວຽກງານຕ້ານການສໍ້ລາດບັງຫລວງ ໃນໂຄງການກໍ່ສ້າງພື້ນຖານໂຄງລ່າງ
ຮຽບຮຽງໂດຍ:Staff
ເຜີຍແຜ່: 15 June, 2023
ໝວດ: ຂ່າວ

ວັນທີ 13-16 ມິຖຸນາ 2023, ອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ຮ່ວມກັບ ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (UNODC) ໄດ້ຈັດຊຸດຝຶກອົບຮົມວຽກງານຕ້ານການສໍ້ລາດບັງຫລວງ ໃນໂຄງການກໍ່ສ້າງພື້ນຖານໂຄງລ່າງ.

ທ່ານ ສູນທະລາ ເຂັມພິລາດ ຮອງຫົວໜ້າກົມພົວພັນຕ່າງປະເທດ ອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ກ່າວວ່າ: ເພື່ອເປັນໂອກາດດີທີ່ໄດ້ຮໍ່າຮຽນບົດຮຽນອັນໃໝ່ ແລະ ປະສົບການຕົວຈິງ ກ່ຽວກັບວຽກງານຕ້ານການສໍ້ລາດບັງຫລວງ, ວຽກງານສືບສວນສອບສວນ ໂດຍລົງເລິກການຕ້ານການສໍ້ລາດບັງຫລວງ ໃນໂຄງການກໍ່ສ້າງພື້ນຖານໂຄງລ່າງ ແລະ ບັນຫາອື່ນໆຈາກຄະນະຊ່ຽວຊານລະດັບສູງຂອງສາກົນ ແລະ ຂອງ ສປປ ລາວ.

ສຳມະນາກອນທີ່ເຂົ້າຝຶກອົບຮົມໄດ້ຮຽນຮູ້ ການສືບສວນ-ສອບສວນທາງການເງິນ; ການສືບສວນ-ສອບສວນບັນດາບໍລິສັດ ແລະ ກອງທຶນ; ການສົມຍອມການສະເໜີລາຄາຈັດຊື້-ຈັດຈ້າງທາງພາກລັດ; ການຕ້ານການສໍ້ລາດບັງຫລວງໃນໂຄງການກໍ່ສ້າງພື້ນຖານໂຄງລ່າງ ລວມມີ: ການກວດສອບການປະຕິບັດໂຄງການ ແລະ ການປະເມີນໂຄງການ, ການກວດຫາການສໍ້ໂກງ, ການສໍ້ລາດບັງຫລວງໃນໄລຍະການປະຕິບັດໂຄງການ ແລະ ຮູບແບບການສໍ້ໂກງ, ວິທີການ ແລະ ບາດກ້າວສຳລັບການແກ້ໄຂການສໍ້ໂກງພາຍໃນໂຄງການ, ວິທີການສຳລັບການເກັບກູ້ຊັບສິນຄືນຈາກການສໍ້ລາດ

ບັງຫລວງພາຍໃນໂຄງການ ໃນກໍລະນີມີການນຳໃຊ້ຊັບສິນໄປໃນທາງທີ່ບໍ່ຖືກຕ້ອງເພື່ອຜົນປະໂຫຍດສ່ວນຕົວ ຫລື ການນຳໃຊ້ແຫລ່ງຊັບພະຍາກອນໃນແນວທາງອື່ນ ທີ່ບໍ່ຖືກຕ້ອງແລະເໝາະສົມ ທັງພາຍໃນ ແລະ ຕ່າງປະເທດ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ວຽກງານສືບສວນ-ສອບສວນຄະດີການສໍ້ລາດບັງຫລວງ,

ສະນັ້ນ, ເພື່ອບັນລຸຈຸດປະສົງຄາດໝາຍຂອງການຝຶກອົບຮົມໄດ້ຮຽກຮ້ອງໃຫ້ສໍາມະນາກອນ ຮູ້ກໍາແໜ້ນບົດຮຽນ ແລ້ວນໍາໄປຈັດຕັ້ງປະຕິບັດຕົວຈິງ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ ເພື່ອສ້າງບາດກ້າວໃໝ່ທາງດ້ານຈິນຕະນາການ ເພື່ອນໍາໄປໜູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມເງື່ອນໄຂຕົວຈິງ ຂອງແຕ່ລະພາກສ່ວນ.

ການຝຶກອົບຮົມຄັ້ງນີ້ ໂດຍການເປັນປະທານຮ່ວມຂອງ ທ່ານ ສູນທະລາ ເຂັມພິລາດ ຮອງຫົວໜ້າກົມພົວພັນຕ່າງປະເທດ ອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ແລະ ທ່ານ ນາງ ນິຊານີ ວົງບາ ເຈົ້າໜ້າທີ່ຕ້ານການສໍ້ລາດບັງຫລວງ ອົງການ UNODC ປະຈໍາພາກພື້ນທີ່ຣາຊະອານາຈັກໄທ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele (14)
ພົບເຫັນ "ເປັດຄັບແຄ" ຄັ້ງທຳອິດໃນແກ່ງກະຈານ ສະທ້ອນປ່າມໍລະດົກອຸດົມສົມບູນ
Copy of site cover (42)
Microsoft ວາງແຜນສ້າງໃຫ້ Windows ສາມາດອັບເດດທັງລະບົບໄດ້ເອງຢ່າງຄົບຖ້ວນແບບລວມສູນ
_cover (45)
ໄຟໄໝ້ໃຫຍ່ຢູ່ຊົງຊິ່ງ ລົດຈັກໄຟຟ້າຖືກເຜົາຫຼາຍສິບຄັນ
_cover (44)
"ອີລອນ ມັສກ໌" ໂພສຮູ້ສຶກຜິດຕໍ່ "ທຣຳ" ຍອມຮັບຕົວເອງໂພສໂຈມຕີແຮງເກີນໄປ
_cover (43)
ແຈ້ງເຕືອນ ຝົນຕົກໜັກ, ດິນເຈື່ອນ ແລະ ນ້ຳຖ້ວມຊຸ ໃນໄລຍະວັນທີ 12 ຫາ 13 ມິຖຸນາ 2025
_cover (42)
ຈັບໄດ້​ໄລ່​ທັນ​ ໂຈນລັກລົດຈັກ Zoomerx ຢູ່ບ້ານຫົວນາ ເມືອງໄຊທານີ ນະຄອນຫລວງ​ວຽງຈັນ
_cover (41)
ສະຫະລັດ ບຸກຈັບຜູ້ອົບພະຍົບຫຼາຍກວ່າ 70 ຄົນໃນໂຮງງານເມືອງໂອມາຮາ
Copy of site cover (41)
NVIDIA ກຽມສ້າງ AI Cloud ສຳລັບຂະແໜງອຸດສາຫະກຳໃນເຢຍລະມັນ
_cover (40)
ປກສ ແຂວງອຸດົມໄຊ ກວດກາສຶກສາອົບຮົມຮ້ານຄ້າຂາຍປະເວນີ ແລະ ສາວບໍລິການ 39 ຄົນ
_cover (39)
ເກົາຫຼີໃຕ້ປິດເຄື່ອງຂະຫຍາຍສຽງໂຄສະນາຊວນເຊື່ອຮອດເກົາຫຼີເໜືອເພື່ອລົດຄວາມເຄັ່ງຄຽດ
ຢ່າລື່ມກົດຕິດຕາມ