ດວງລາຍວັນປະຈໍາວັນເສົາ ທີ 03 ມິຖຸນາ 2023

ຄົນເກີດວັນອາທິດ:ການ​ງານປັບ​ປ່ຽນ​ການ​ດຳ​ເນີນ​ທຸລະກິດ ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນຈະ​ໄດ້​ເງິນ​ຈາກ​ຄວາມ​ສາມາດ​ຂອງ​ຕົນເອງເຂົ້າມາ ຄວາມ​ຮັກການເດີນທາງ​ໄກ​ມີ​ໂອ​ກາດ​ໄດ້​ພົບ​ຮັກກັບຄົນທີ່ທ່ານມັກ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນ​ສີດໍາ ເລກ​ນຳ​ໂຊກ​6 ຄົນເກີດວັນຈັນ:ການ​ງານ​  ເຮັດ​ອາ​ຊີບ​ດ້ານ​ເປັນ​ນັກ​ຂຽນ​ໜັງສື​ຈະ​ເຮັດໃຫ້​ເກີດ​ຊື່​ສຽງ ການ​ເງິນຈະ​ໄດ້​ເງີນ​ແບບ​ບໍ່​ຄາດ​ຝັນ ຈະມີຜູ້ໃຫຍ່ຊ່ວຍອຸປະຖໍາ ຄວາມ​ຮັກມີ​ໂອ​ກາດ​ພົບ​ຄົົນທີ່​ມີສະເໜ່ ຜິວ​ສອງ​ສີ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີ​ນໍ້າຕານ ເລກ​ນຳ​ໂຊກ​3 ຄົນເກີດວັນອັງຄານ:ການ​ງານປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ຕໍ່​ລອງ​ເຈລະ​ຈາ ​ແລະ ​ໄດ້​ພົບ​ຮຸ້ນ​ສ່ວນ​ທີ່​ດີ ການ​ເງິນຈະ​ໄດ້​ເງິນ​ເຂົ້າ​ມາ​ແບບບໍ່ທັນຕັ້ງໂຕເຂົ້າມາຊ່ວຍໃນເລື່ອງການເງິນທີ່ທ່ານມີບັນຫາຢູ່ ຄວາມ​ຮັກຈະ​ພົບ​ຄົົນທີ່​ໃຈ​ດີ​ມີ​ສະເໜ່ ແຕ່ໃຫ້ລະວັງເລື່ອງອາລົມໃຈຮ້ອນຂອງທ່ານ ເຄື່ອງມຸງຄຸນ​  ຫິນນໍາໂຊກສີບົວ ສີມຸງຄຸນສີ​ເຫຼືອງ ເລກ​ນຳ​ໂຊກ​  2 ຄົນເກີດວັນພຸດ:ການ​ງານພົບ​ຄວາມ​ກ້າວ​ໜ້າ​ຈະເລີນ​ຮຸ່ງ​ເຮືອງ ການ​ເງິນມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ຫຼາຍ​ຂຶ້ນ ຄວາມ​ຮັກ​​​ຈະ​ພົບ​ຮັກ​ກັບ​ຄົົນທີ່​ສະຫຼຽວ​ສະຫຼາດ​ຊ່າງ​ເວົ້າ ເຄື່ອງມຸງຄຸນ​​ເງິນ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​5 ຄົນເກີດວັນພະຫັດ:ການ​ງານ​ຜູ້ໃຫຍ່​ຈະ​ອຸປະຖຳ​ຊ່ວຍ​ເຫຼືອ​​ໃຫ້​ກ້າວ​ໜ້າໃນດ້ານການງານ ການ​ເງິນມີ​ໂຊ​ກຈະໄດ້ເງິນເຂົ້າມາແບບບໍ່ທັນຕັ້ງໂຕ ຄວາມ​ຮັກ​ ​ ພົບ​ຄົນ​ມີ​ສະເໜ່ ໃຈ​ຮ້ອນ ບໍ່​ຄື​ໃຜ ເຂົ້າມາມັກມາຮັກ ເຄື່ອງມຸງຄຸນ​ຄໍາຝຣັ່ງ ສີມຸງຄຸນສີ​ສົ້ມ ເລກ​ນຳ​ໂຊກ​8 ຄົນເກີດວັນສຸກ:ການ​ງານ​ວຽກງານ​ຫຼາຍ​ຂຶ້ນ​ແຕ່​ຈະ​ໄດ້​ຜົນ​ຕອບ​ແທນ​ທີ່​ຄຸ້ມ​ຄ່າ ການ​ເງິນ​ມີ​ໂຊກ​ເຂົ້າ​ມາ​ແຕ່​ກໍ​ຕ້ອງ​ຈ່າຍ​ອອກ​ໄປ​ທັນ​ທີ ຄວາມ​ຮັກຈະ​ພົບ​ຄວາມ​ສຳພັນ​ທີ່​ຫ່າງ​ເຫີນ​ ແລະ ​ບໍ່​ຊັດເຈນ ເຄື່ອງມຸງຄຸນ​​ແຫວນຄໍາ ສີມຸງຄຸນສີຟ້າ ເລກ​ນຳ​ໂຊກ​  8 ຄົນເກີດວັນເສົາ:ການ​ງານ​ມີ​ໂອ​ກາດ​ພົບ​ການ​ປ່ຽນ​ແປງ​ນຳ​ພາ​ໄປ​ສູ່​ຄວາມ​ສຳ​ເລັດ ການ​ເງິນຕ້ອງ​ເສຍ​ເງິນ​ເບິ່ງ​ແຍງ​ສ້ອມແປງ​ເຄື່ອງໃຊ້ທີ່​ເສຍຫາຍ ຄວາມ​ຮັກ​ອາດ​ຕົກ​ຢູ່ໃນ​ສະຖານະການ​ຮັກ​ຊ້ອນ […]

ຕຳລົດຈັກ ແລ້ວຫລົບໜີ ສຸດທ້າຍຖືກເຈົ້າໜ້າທີ່ນຳຈັບໄດ້

ວັນທີ 29 ພຶດສະພາ 2023 ຜ່ານມາ, ທາງເຈົ້າໜ້າທີ່ຕຳຫລວດຈະລາຈອນ ເມືອງປາກຊ່ອງ, ແຂວງຈຳປາສັກ ໄດ້ຮັບແຈ້ງວ່າມີ ອຸບັດເຫດ ລົດກະບະຮຸນໄດ ຕຳລົດຈັກ ແລ້ວຫລົບໜີຈາກສະຖານທີ່ເກີດເຫດ ພາຍຫຼັງເກີດເຫດໄດ້ມີປ້າຍທະບຽນ ກນ 5286 ກຳແພງນະຄອນ ເຊິ່ງແມ່ນປ້າຍທະບຽນຂອງລົດກະບະຮຸນໄດຄັນເກີດເຫດ ໄດ້ຕົກຢູ່ຈຸດເກີດເຫດ ຂອບເຂດບ້ານຫຼັກ 48, ເມືອງປາກຊ່ອງ, ແຂວງຈຳປາສັກ. ພາຍຫລັງທີ່ເຈົ້າໜ້າທີ່ຕຳຫລວດຈະລາຈອນ ເມືອງປາກຊ່ອງ ຮູ້ຂໍ້ມູນເບື້ອງຕົ້ນກໍໄດ້ຮີບຮ້ອນ ຄົ້ນຫາຂໍ້ມູນເພີ່ມເຕີມ ພ້ອມທັງອອກຕິດຕາມເປົ້າໝາຍ ຕາມຫຼັກການວິຊາສະເພາະ. ຕົກມາຮອດວັນທີ 1 ມິຖຸນາ 2023 ເຈົ້າໜ້າທີ່ຕຳຫລວດຈະລາຈອນ ປກສ ເມືອງປາກຊ່ອງ ໄດ້ສົມທົບກັບ ປກສ ເມືອງ ສະໜາມໄຊ ແຂວງອັດຕະປື ໄດ້ກັກຕົວ ທ້າວ ຫຳ ພົມມະຈັນ, ອາຍຸ 29 ປີ, ບ້ານໂຄກກ່ອງ ເມືອງສະໜາມໄຊ ແຂວງອັດຕະປື ໃນຂໍ້ຫາ ເກີດອຸບັດເຫດແລ້ວ ເອົາຕົວຫລົບໜີຈາກສະຖານທີ່ເກີດເຫດ ໃນຄັ້ງວັນທີ […]

ເຈົ້າໜ້າທີ່ ຈັບເປົ້າໝາຍຊື້-ຂາຍຢາເສບຕິດ ໄດ້ 4 ຄົນ

ວັນທີ 6 ພຶດສະພາ 2023 ຜ່ານມານີ້ ເຈົ້າໜ້າທີ່ຕໍາຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ໄດ້ລົງກວດກາຕິດຕາມເປົ້າໝາຍ ຈື່ງສາມາດຈັບຕົວເປົ້າໝາຍໄດ້ 4 ຄົນຄື: ທ້າວ ວັນໄຊ, ອາຍຸ 27 ປີ ອາຊີບກຳມະກອນ ພ້ອມຂອງກາງຢາບ້າຈໍານວນ 182 ເມັດ, ທ້າວ ໂກມິນ, ອາຍຸ 33 ປີ ອາຊີບຊາວນາ ພ້ອມຂອງກາງຢາບ້າ ຈໍານວນ 92 ເມັດ ທັງສອງແມ່ນຢູ່ ບ້ານປາກກະຍຸງ ເມືອງວຽງຄໍາ ແຂວງວຽງຈັນ , ທ້າວ ໝີ ອາຍຸ 46 ປີ ອາຊີບ ຊາວນາ ຢູ່ບ້ານ ບໍ່ ພ້ອມຂອງກາງຢາບ້າ ຈໍານວນ 13 ເມັດ ແລະ ທ້າວ ຄອນສະຫວັນ ອາຍຸ […]

ດວງລາຍວັນປະຈໍາວັນສຸກ ທີ 02 ມິຖຸນາ 2023

ຄົນເກີດວັນອາທິດ:ການ​ງານເຮັດ​ທຸລະກິດ​ດ້ານ​ແຟ​ຊັ່ນ ຫຼື ວົງ​ການ​ບັນ​ເທິງຈະປະ​ສົບ​ຄວາມ​ສຳ​ເລັດ​ດີ ການ​ເງິນ​ຈະ​ພົບ​ຜູ້​ອຸປະຖຳ​ທາງ​ການ​ເງິນ ເພີ່ນຈະເຂົ້າມາຊ່ວຍເຫຼືອທ່ານໃນໄວໆນີ້ ຄວາມ​ຮັກໄດ້​ພົບ​ຮັກ​ເທື່ອ​ໃໝ່​ເກີດ​ຄວາມ​ສຸກ​ສົມ​ຫວັງ ແຕ່ຕ້ອງລະວັງເລື່ອງຂອງອາລົມ ເຄື່ອງມຸງຄຸນ  ຫິນນໍາໂຊກສີແດງ ສີມຸງຄຸນ​ສີນໍ້າຕານ ເລກ​ນຳ​ໂຊກ​6 ຄົນເກີດວັນຈັນ:ການ​ງານ​ເຈລະ​ຈາ​ທຸລະກິດ​ໄດ້​ຜົນ​ກຳ​ໄລ​ທາງ​ການ​ເງິນ ການງານກໍາລັງຮຸ່ງເຮືອງ ການ​ເງິນຈະໄດ້​ເງິນ​ກ້ອນ​ໃຫຍ່​ຈາກ​ຜູ້ໃຫຍ່​ມາອຸປະຖຳໃນເລື່ອງການໃຊ້ຈ່າຍ ຄວາມ​ຮັກພົບ​ຄວາມ​ສຳພັນ​ບໍ່​ຊັດເຈນ ເພາະເປັນການຄົບແບບປົກປິດ ເຄື່ອງມຸງຄຸນ​  ແຫວນຄໍາ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​  3 ຄົນເກີດວັນອັງຄານ:ການ​ງານ​ເຮັດ​ທຸລະ​ກິດຈະການ​ຄ້າ​ທີ່​ດິນ​ໄດ້​ກຳ​ໄລ​ດີ ແຕ່ລະວັງຈະຖືກໂກງ ການ​ເງິນພົບ​ເລື່ອງ​ເສຍ​ເງິນ​ແບບ​ເລັ່ງ​ດ່ວນ ອາດເສຍເງິນເປັນກ້ອນ ຄວາມ​ຮັກ​ ໄດ້​ພົບ​ຮັກ​ກັບ​ຄົນ​ມີ​ຊື່​ສຽງ ແຕ່ອາດເປັນການທີ່ໄດ້ຮູ້ຈັດແຕ່ບໍ່ລົງເອີຍ ເຄື່ອງມຸງຄຸນ​  ​ໄຂ່ມຸກ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​7 ຄົນເກີດວັນພຸດ:ການ​ງານ​ມີ​ໂອ​ກາດ​ຍົກ​ຍ້າຍວຽກ​ໃໜ່ ສະຖານທີ່ໃໝ່ໃນໄວໆນີ້ ອາດເປັນຍ້ອນຄວາມສາມາດຂອງທ່ານເອງ ການ​ເງິນມີ​ຂ່າວ​ດີ​ຈະ​ໄດ້​ເງິນ​ກ້ອນ​ໃຫຍ່ເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ ຄວາມ​ຮັກໄດ້​ພົບ​ຮັກ​ກັບ​ຮຸ່ນອ້າຍເອື້ອຍ ອາດເຂົ້າມາຕໍ່ເຕີມຫົວໃຈທ່ານໃຫ້ສົມຫວັງ ເຄື່ອງມຸງຄຸນ​​ເພັດສີແດງ ສີມຸງຄຸນສີ​ສົ້ມ ເລກ​ນຳ​ໂຊກ​  4 ຄົນເກີດວັນພະຫັດ:ການ​ງານ​ເຮັດ​ທຸລະກິດ​ຈະປະ​ສົບ​ຄວາມ​ສຳ​ເລັດ​ຖ້າທ່ານມີຄວາມອົດທົນ ການ​ເງິນເກີດ​ຄວາມ​ຈະເລີນ​ຮຸ່ງ​ເຮືອງ​ລ້ຳລວຍໃນເລື່ອງຂອງການເງິນ ​ຄວາມ​ຮັກການເດີນທາງ​ໄກ​ມີ​ໂອ​ກາດ​ໄດ້​ພົບ​ຮັກແບບບໍ່ທັນຕັ້ງໂຕ ເຄື່ອງມຸງຄຸນ​  ຫິນນໍາໂຊກສີບົວ ສີມຸງຄຸນສີ​ມ່ວງອ່ອນ ເລກ​ນຳ​ໂຊກ​  1 ຄົນເກີດວັນສຸກ:ການ​ງານ​ລະວັງເລື່ອງຂອງການ​ລົງ​ນາມ​ເອກະສານ​ທາງ​ທຸລະກິດ​ອາດ​ເປັນສັນຍາທີ່ຖືກໂກງ ການ​ເງິນ​ຈະ​ໄດ້​ໂຊກ​ຈາກ​ຄວາມຜູ້ໃຫຍ່ເພີ່ນຈະຊ່ວຍອຸປະຖໍາ ຄວາມ​ຮັກ​ເລີ່ມ​ຕົ້ນ​ຄວາມ​ສຳພັນ​ກັບ​ຄົນ​ຮັກ​ໃໝ່ຈະເຮັດໃຫ້ທ່ານມີຄວາມສຸກຫຼາຍຂື້ນ ເຄື່ອງມຸງຄຸນ​​ແຫວນຄໍາ ສີມຸງຄຸນສີແດງ ເລກ​ນຳ​ໂຊກ​1 […]

ຍິງລາວຜູ້ເຄາະຮ້າຍ ຖືກຕົວະໄປເຮັດວຽກຢູ່ໄທ 17 ປີບໍ່ໄດ້ຮອດຄ່າຈ້າງ ແຖມບໍ່ໃຫ້ອອກໄປໃສ

ຜູ້ເຄາະຮ້າຍ ອາຍຸ 32 ປີ ປະຊາຊົນເມືອງເລົ່າງາມ ແຂວງສາລະວັນ ໄດ້ພົບກັບຄອບຄົວເປັນຄັ້ງທຳອິດ ໃນຮອບ 17 ປີ ພາຍຫຼັງທີ່ຕົກເປັນເຫຍື່ອຂອງນາຍໜ້າຄ້າແຮງງານລາວ-ໄທ ຕົວະໄປເຮັດວຽກຢູ່ບາງກອກ ປະເທດໄທ ຕັ້ງແຕ່ອາຍຸຍັງບໍ່ທັນຮອດ 15 ປີ ຢູ່ໃນເຮືອນຫຼັງໜຶ່ງ ໃນຖານະເປັນຄົນໃຊ້ ຢູ່ປະເທດໄທ ໂດຍທີ່ນາຍຈ້າງບໍ່ໄດ້ໃຫ້ຄ່າຈ້າງເລີຍ. ໃນວັນທີ 23 ພຶດສະພາ 2023 ທີ່ດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ: ທາງການໄທໄດ້ສົ່ງມອບຕົວເຫຍື່ອຂອງນາຍໜ້າຄ້າແຮງງານ ໃຫ້ກັບເຈົ້າໜ້າທີ່ຂອງແຂວງຈຳປາສັກ ແລະ ແຂວງສາລະວັນ, ພ້ອມນີ້ ທາງການໄທກໍໄດ້ມອບເງິນຊ່ວຍເຫຼືອໃນການດຳເນີນຄະດີ ແລະ ຈາກການປັບໄໝນາຍຈ້າງ ຈຳນວນ 180.000 ບາດ ໃຫ້ຜູ້ກ່ຽວນຳໄປໃຊ້ສ້າງຊີວິດໃໝ່ ຢູ່ບ້ານເກີດ. ຕາງໜ້າກົມສະຫວັດດີການ ແລະ ຄຸ້ມຄອງແຮງງານ ບາງກອກ ປະເທດໄທ ໄດ້ໃຫ້ສຳພາດວ່າ: ທາງການໄທກໍໄດ້ປະສານງານກັບສຳນັກງານສະວັດດີການແຂວງອຸບົນ ເພື່ອໃຫ້ເປັນໂຕແທນ ມອບເງິນທີ່ໄດ້ຮຽກຮ້ອງຈາກນາຍຈ້າງ ຈຳນວນ 180.000 ບາດ ເຊິ່ງນາຍຈ້າງກໍເອົາເງິນມາຈ່າຍ ເພື່ອສົ່ງມອບໃຫ້ກັບລູກຈ້າງ. ການຊ່ວຍເຫຼືອໄດ້ເກີດຂຶ້ນໃນວັນທີ […]

ລາວ ເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບ 19 ຄົນຕໍ່ມື້

ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ປະທານຄະນະກຳມະການແຫ່ງຊາດເພື່ອການຄວບຄຸມຢາສູບ ຖະແຫຼງໃນວັນງົດສູບຢາແຫ່ງຊາດ 31 ພຶດສະພາ 2023 ນີ້ວ່າ: ຢາສູບ ແມ່ນຜະລິດຕະພັນພິເສດ ເປັນສິນຄ້າເສບຕິດຊະນິດດຽວທີ່ຍັງຖືກກົດໝາຍ ທີ່ເຮັດໃຫ້ເຄິ່ງໜຶ່ງຂອງຜູ້ທີ່ສູບຢາເປັນປະຈໍາ ກາຍເປັນພິການ ແລະ ເສຍຊີວິດກ່ອນໄວອັນຄວນ. ໃນແຕ່ລະປີ ທົ່ວໂລກມີຜູ້ເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບເຖິງ 8 ລ້ານຄົນ ແລະ ຄົນລາວເສຍຊີວິດເຖິງ 7.000 ຄົນ ຫຼື 19 ຄົນຕໍ່ມື້. ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ຄວບຄຸມການບໍລິໂພກຢາສູບ. ຢາສູບ ເປັນສາເຫດການຕາຍດ່ຽວອັນດັບໜື່ງຂອງໂລກ ເມື່ອທຽບກັບການເປັນພະຍາດໄຂ້ຍຸງ, ວັນນະໂລກ, ຖອກທ້ອງ ແລະ ເອດ ລວມເຂົ້າກັນ, ຖ້າຫາກບໍ່ມີມາດຕະການທີ່ມີປະສິດທິພາບ ແລະ ຈັດຕັ້ງປະຕິບັດຢ່າງຮີບດ່ວນ ຢາສູບຈະຂ້າຜູ້ບໍລິໂພກເພີ່ມຂຶ້ນເປັນ 2 ເທົ່າ ຫຼື ປະມານ 1 ຕື້ຄົນພາຍໃນສັດຕະວັດນີ້. ສິ່ງທີ່ໜ້າເປັນຫ່ວງທີ່ສຸດໃນຂະນະນີ້ ແມ່ນຢາສູບໄຟຟ້າ ຊຶ່ງກໍາລັງລະບາດໜັກໃນເດັກ ແລະ ໄວໜຸ່ມ […]

ເດັກຊາຍ 14 ປີ ຍອມຮັບພະຍາຍາມຂົ່ມຂືນນ້ອງສາວ ອາຍຸ 8 ປີ ຂອງໂຕເອງ

ເດັກນ້ອຍຊາຍ ຍອມຮັບວ່າພະຍາຍາມຂົ່ມຂືນນ້ອງແທ້ໆຂອງຕົນເອງ ທີ່ມີອາຍຸ 8 ປີ ແລ້ວຍັງເຄີຍຖ່າຍຮູບນ້ອງທີ່ບໍ່ໃສ່ເຄື່ອງນຸ່ງ ແລະ ເລົ່າເລື່ອງນີ້ໃຫ້ໝູ່ຢູ່ໂຮງຮຽນຟັງ. ອີງຕາມສື່ຂ່າວຂອງສິງກະໂປ ໄດ້ເປີດເຜີຍຄະດີເລື່ອງ ເດັກນ້ອຍຊາຍ ອາຍຸ 17 ປີ ສັນຊາດສິງກະໂປ ຖືກຕັດສິນໃນຂໍ້ຫາ ພະຍາຍາມຂົ່ມຂືນ ແລະ ພະຍາຍາມລ່ວງລະເມີດທາງເພດຕໍ່ນ້ອງສາວແທ້ໆຂອງຕົນເອງ ຂະນະທີ່ຍັງມີອີກ 1 ຂໍ້ຫາຄື ພະຍາຍາມລ່ວງລະເມີດດ້ວຍການຖ່າຍພາບໂປ້ເປືອຍ ກຳລັງຢູ່ໃນລະຫວ່າງການພິຈາລະນາຄະດີ ໂດຍສື່ຕ່າງປະເທດບໍ່ໄດ້ເປີດເຜີຍຊື່ຂອງຜູ້ຖືກຫາ ຍ້ອນຜູ້ກ່ຽວຍັງເປັນເຍົາວະຊົນ ອາຍຸບໍ່ເກີນ 18 ປີ. ເຫດການຄັ້ງນີ້ເກີດຂຶ້ນໃນປີ 2020 ຂະນະທີ່ ເດັກນ້ອຍຊາຍ ອາຍຸຫາກໍ 14 ປີ ແລະ ນ້ອງສາວຍັງມີອາຍຸແຕ່ 8 ປີ ໂດຍເດັກນ້ອຍຊາຍອາໄສຢູ່ໃນຫ້ອງແຖວກັບພໍ່ແມ່ ພໍ່ຕູ້ ແມ່ຕູ້ ອ້າຍ ແລະ ນ້ອງສາວ ແຕ່ລາວໄດ້ຫາໂອກາດຕອນທີ່ບໍ່ມີໃຜຢູ່ ເຂົ້າໄປຫ້ອງນອນນ້ອງສາວຕອນທີ່ນ້ອງລັບ ແລະ ສັ່ງໃຫ້ແກ້ເຄື່ອງອອກ ກ່ອນທີ່ຈະພະຍາຍາມຂົ່ມຂືນ ແຕ່ກໍບໍ່ສຳເລັດ ແລ້ວກໍບອກໃຫ້ນ້ອງສາວລືມເລື່ອງທີ່ເກີດຂຶ້ນ ໂດຍລາວຍັງໄດ້ຖ່າຍຮູບໂປ້ເປືອຍຂອງນ້ອງສາວເອົາໄວ້. ຫຼັງຈາກທີ່ເກີດເຫດ […]

ຈະໃຊ້ງົບ 250.000 ໂດລາສະຫະລັດ ໃນການອະນຸລັກ ຊ້າງປ່າ ແລະໄມ້ຮິ້ງຊຳ ຢູ່ເມືອງນາກາຍແຂວງຄຳມ່ວນ.

ພິທີເຊັນສັນຍາການສະໜອງທຶນສໍາລັບໂຄງການ ອະນຸລັກຊ້າງປ່າ ແລະ ໄມ້ຮິ້ງຊໍາລະຫວ່າງ ກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ບໍລິສັດນໍ້າເທີນ 2 ຈໍາກັດ ຈັດຂຶ້ນໃນວັນທີ 31 ພຶດສະພານີ້ ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້, ມີທ່ານ ນາງ ບົວກາ ແກ້ວມະນີ ເຈົ້າເມືອງໆນາກາຍ ແຂວງ ຄໍາມ່ວນ ແລະ ທ່ານ ມາກ ອານຕ໋ວນ ( Marc Antoine Rupp ), ຫົວໜ້າ ຮອງຫົວໜ້າພະແນກ ແລະ ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຈາກກົມປ່າໄມ້, ເມືອງນາກາຍ ແລະ ບໍລິ ສັດໄຟຟ້ານໍ້າເທີນ 2 ຈໍາກັດ. ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ […]

ສານຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນເດັກສາກົນ 1 ມິຖຸນາ 2023

ບັນດາທ່ານ ທີ່ນັບຖື,ລູກຫລານເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ ທີ່ຮັກແພງທັງຫລາຍ,ເນື່ອງໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ຕາງໜ້າໃຫ້ການນຳພັກ-ລັດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນລູກຫລານເຍົາວະຊົນ ແລະ ອະນຸຊົນລາວ ທີ່ປຽບເໝືອນເປັນໜໍ່ແໜງ ແລະ ເປັນເມັດພືດສໍາຄັນຂອງປະເທດຊາດໄດ້ຮັບການເບິ່ງແຍງເອົາໃຈໃສ່, ພັດທະນາ, ປົກປ້ອງ ແລະ ມີສ່ວນຮ່ວມຮອບດ້ານໃນຂະບວນການພັດທະນາ ແລະ ສ້າງສາປະເທດຊາດ. ໃນໂອກາດສຳຄັນນີ້, ຂ້າພະເຈົ້າ ຂໍຝາກ ຄວາມຮັກແພງ, ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນມາຍັງລູກຫລານລາວບັນດາເຜົ່າທຸກຖ້ວນໜ້າທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງມີພະລານາໄມສົມບູນ, ມີສຸຂະພາບແຂງແຮງ, ມີຄວາມສີວິໄລທາງດ້ານຈິດໃຈ ເປັນເດັກທີ່ສົດໃສກ້າວເປັນຜູ້ໃຫຍ່ທີ່ມີຄຸນນະພາບໃນອະນາຄົດ,ໃນການສະຫລອງວັນເດັກສາກົນວັນທີ 1 ມິຖຸນາ 2023 ພາຍໃຕ້ຄໍາຂວັນທີ່ວ່າ “ການລົງທຶນໃນອະນາຄົດ ຄືການລົງທຶນໃສ່ເດັກ(Investing in Our Future means Investing in Our Children)”ມາໃນໂອກາດນີ້ດ້ວຍ. ການສະເຫລີມສະຫລອງວັນເດັກສາກົນ 1 ມິຖຸນາ […]

ຄຳມ່ວນຈະມີໂຮງກັ່ນນ້ຳມັນທີ່ສາມາດກັ່ນໄດ້ 6-10 ລ້ານລິດ/ເດືອນ

ໃນວັນທີ 30 ພຶດສະພາ 2023 ທີ່ຜ່ານມາ ຢູ່ທີ່ເຂດເສດຖະກິດພິເສດທ່າແຂກ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ໂຮງກັ່ນນ້ຳມັນ. ໂອກາດດັ່ງກ່າວ ຜູ້ຕາງໜ້າບໍລິສັດພັດທະນາພະລັງງານລາວ ຈໍາກັດ ໄດ້ລາຍງານສະພາບໂດຍສັງເຂບຂອງໂຄງການກໍ່ສ້າງໂຮງງານກັ່ນນໍ້າມັນ ເຊິ່ງມີໄລຍະການກໍ່ສ້າງ ນັບແຕ່ເດືອນ ເມສາ 2023 – ພະຈິກ 2023 ເປັນໂຮງກັ່ນນໍ້າມັນດິບຂະໜາດນ້ອຍ ທີ່ມີກໍາລັງການຜະລິດປະມານ 6-10 ລ້ານລິດ/ເດືອນ ແລະ ສາມາດເພີ່ມກໍາລັງການຜະລິດໄດ້ດ້ວຍການເພີ່ມຊຸດຫໍກັ່ນ, ລະບົບນໍ້າມັນທີ່ໄດ້ ຄາດວ່າ: ນໍ້າມັນແອັດຊັງ 540.000-900.000 ລິດ/ເດືອນ, ນໍ້າມັນກາຊວນ 2.220.000-2.500.000 ລິດ/ເດືອນ ແລະ ນໍ້າມັນຜະລິດເຕົາ 3.120.000 ລິດ/ເດືອນ. ໂດຍຈໍານວນຜະລິດຕະພັນດັ່ງກ່າວປະເມີນຈາກປະລິມານຄວາມສາມາດຂັ້ນຕໍ່າ ແລະ ປະລິມານຄວາມສາມາດຂັ້ນສູງທີ່ໂຮງງານຜະລິດໄດ້. ສໍາລັບຄວາມຄືບໜ້າຂອງໂຄງການປະຈຸບັນແມ່ນໄດ້ບຸກເບີກ, ອອກແບບ – ຕິດຕັ້ງຄັງນໍ້າມັນ, ອອກແບບຮາກຖານໂຮງງານ, ກໍ່ສ້າງອາຄານສໍານັກງານເປັນຕົ້ນ ແລະ ຄາດວ່າໄລຍະເວລາໃນການທົດລອງການຜະລິດຈະເລີ່ມແຕ່ ເດືອນພະຈິກ […]