ດວງ-Tou-Vientianepost - 2023-06-02T101206.424
ເຈົ້າໜ້າທີ່ ຈັບເປົ້າໝາຍຊື້-ຂາຍຢາເສບຕິດ ໄດ້ 4 ຄົນ
ຮຽບຮຽງໂດຍ:Staff
ເຜີຍແຜ່: 2 June, 2023
ໝວດ: ຂ່າວ

ວັນທີ 6 ພຶດສະພາ 2023 ຜ່ານມານີ້ ເຈົ້າໜ້າທີ່ຕໍາຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ໄດ້ລົງກວດກາຕິດຕາມເປົ້າໝາຍ ຈື່ງສາມາດຈັບຕົວເປົ້າໝາຍໄດ້ 4 ຄົນຄື: ທ້າວ ວັນໄຊ, ອາຍຸ 27 ປີ ອາຊີບກຳມະກອນ ພ້ອມຂອງກາງຢາບ້າຈໍານວນ 182 ເມັດ, ທ້າວ ໂກມິນ, ອາຍຸ 33 ປີ ອາຊີບຊາວນາ ພ້ອມຂອງກາງຢາບ້າ ຈໍານວນ 92 ເມັດ ທັງສອງແມ່ນຢູ່ ບ້ານປາກກະຍຸງ ເມືອງວຽງຄໍາ ແຂວງວຽງຈັນ , ທ້າວ ໝີ ອາຍຸ 46 ປີ ອາຊີບ ຊາວນາ ຢູ່ບ້ານ ບໍ່ ພ້ອມຂອງກາງຢາບ້າ ຈໍານວນ 13 ເມັດ ແລະ ທ້າວ ຄອນສະຫວັນ ອາຍຸ 48 ປີ ອາຊີບ ຊາວນາ ຢູ່ບ້ານເກີນເໜືຶອ ທັງສອງແມ່ນຢູ່ເມືອງທຸລະຄົມແຂວງວຽງຈັນ ພ້ອມຂອງກາງຢາບ້າ ຈໍານວນດັ່ງກ່າວມາທໍາການສອບສວນ.

ຜ່ານການສຶບສວນ-ສອບສວນຂອງເຈົ້້າໜ້າທີ່ຕໍາຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດກອງບັນຊາການ ປກສ ແຂວງວຽງຈັນ ທ້າວ ວັນໄຊ ໄດ້ໃຫ້ການຮັບສາລະພາບວ່າ: ໃນເບື້ອງຕົ້ນ ວັນທີ 6 ພຶດສະພາ 2023 ໄດ້ໄປຊື້ຢາບ້ານໍາ ທ້າວ ໂກມີນ ຢູ່ບ້ານປາກກະຍຸງ ຈໍານວນ 3 ເມັດ ໃນລາຄາ 20,000 ກີບ ຈາກນັ້ນ ທ້າວ ໂກມີນໄດ້ໃຫ້ຜູ້ກ່ຽວໄປສົ່ງຢາບ້າ ຈໍານວນ 178 ເມັດ ໃຫ້ຜູ້ຮ່ວມຂະບວນການ ຢູ່ບ້ານດຽວກັນ ພໍຜູ້ກ່ຽວຂີ່ລົດຈັກກຳລັງອອກໄປສົ່ງຢູ່ແຄມທາງຈື່ງໄດ້ມີເຈົ້າໜ້າທີ່ຕໍາຫຼວດລັດກວດຈຶ່ງພົບເຫັນຢາບ້າຈໍານວນ 181 ເມັດ ຈາກນັ້ນເຈົ້າໜ້າທີ່ຕໍາຫຼວດຈຶ່ງໄດ້ກັກຕົວພ້ອມກັບຂອງກາງຈໍານວນ 181 ເມັດ ມາທໍາການສຶບສວນ-ສອບສວນ ແລະ ໄດ້ຊັກທອດຫາ ທ້າວ ໂກມີນ ຕື່ມອີກ.

ທ້າວ ໂກມີນ ໄດ້ໃຫ້ການຮັບສາລະພາບວ່າ: ຢາບ້າຈໍານວນ 92 ເມັດ ແມ່ນຂອງຜູ້ກ່ຽວແທ້ ໃນຄັ້ງວັນທີ 4 ພຶດສະພາ 2023 ຜູ້ກ່ຽວແມ່ນໄດ້ໄປຊື້ຢາບ້ານໍາ ທ້າວ ຄອນສະຫວັນ ຢູ່ໃນຂອບເຂດເມືອງທຸລະຄົມ ຈໍານວນ 2 ຖົງ ເທົ່າກັບ 400 ເມັດ ໃນລາຄາ 01 ຖົງ 550,000 ກີບ ຫຼັງຈາກນັ້ນຜູ້ກ່ຽວກໍ່ໄດ້ເອົາໄປຂາຍໃຫ້ກັບກຸ່ມມົ້ວສຸມນໍາກັນຈໍານວນ 127 ເມັດ ຂາຍໃນລາຄາເມັດລະ 5,000 ກີບ, ຍັງເຫຼືອຢາບ້າຈໍານວນ 273 ເມັດ ຕົກມາຮອດວັນທີ 06 ພຶດສະພາ 2023 ໄດ້ມີຜູ້ຮ່ວມຂະບວນການສັ່ງຊື້ຢາບ້ານໍາຜູ້ກ່ຽວຈໍານວນ 178 ເມັດ ໃນລາຄາ 700,000 ກີບ ຢາບ້າຈໍານວນດັ່ງ

ກ່າວແມ່ນໃຫ້ ທ້າວ ວັນໄຊ ໄປສົ່ງໃຫ້ລູກຄ້າ ປະມານ 01 ຊົ່ວໂມງຕໍ່ມາ ຈຶ່ງມີເຈົ້າໜ້າທີ່ຕໍາຫຼວດເຂົ້າກວດຄົ້ນຕົວ ແລະ ເຮືອນຂອງຜູ້ກ່ຽວ ຜ່ານການກວດຄົ້ນຈຶ່ງພົບເຫັນຢາບ້າທີ່ຍັງເຫຼືອຈາກການຂາຍຈໍານວນ 92 ເມັດ ຈາກນັ້ນເຈົ້າທີ່ຕໍາຫຼວດຈຶ່ງໄດ້ກັກຕົວພ້ອມຂອງກາງມາທໍາການສຶບສວນ-ສອນສວນ ແລະ ໄດ້ຊັກທອດຫາ ທ້າວ ຄອນສະຫວັນ, ເຈົ້າໜ້າທີ່ຕໍາຫຼວດຈຶ່ງນຳຕົວ ທ້າວ ຄອນສະຫວັນ ມາສອບປາກຄໍາ ຜູ້ກ່ຽວໄດ້ໃຫ້ການຮັບສາລະພາບວ່າ: ໃນວັນທີ 04 ພຶດສະພາ 2023 ຜູ້ກ່ຽວແມ່ນເປັນຄົນຕິດຕໍ່ຊື້ຢາບ້ານໍາຜູ້ຮ່ວມຂະບວນການນໍາກັນຈໍານວນ 2 ຖົງ ເທົ່າກັບ 400 ເມັດ ໃນລາຄາ

800,000 ກີບ ຫຼັງຈາກໄດ້ຢາບ້າມາແລ້ວກໍ່ໄດ້ເອົາໄປສົ່ງ ແລະ ຂາຍໃຫ້ ທ້າວ ໂກມີນ ຈຳນວນ 2 ຖົງ ໃນລາຄາ 1,100,000 ກີບ ຕົກມາຮອດວັນທີ 06 ພຶດສະພາ 2023 ເຈົ້າໜ້າທີ່ຕໍາຫຼວດໄດ້ເຂົ້າກວດຄົ້ນທີ່ເຮືອນຂອງຜູ້ກ່ຽວແຕ່ບໍ່ພົບສິ່ງຜິດກົດໝາຍແຕ່ຖຶກຊັດທອດຈາກ ທ້າວ ໂກມີນ ເຈົ້າໜ້າທີ່ຕໍາຫຼວດເຂົ້າກັກຕົວມາທໍາການສຶບສວນ-ສອບສວນ ແລະ ໄດ້ຊັດທອດຫາ ທ້າວ ໝີ ຈາກນັ້ນເຈົ້າໜ້າທີ່ຈື່ງໄດ້ນໍາຕົວ ທ້າວ ໝີ ມາທໍາການສຶບສວນ-ສອບສວນ ຜ່ານການສອບສວນ ທ້າວ ໝີ ໃຫ້ການຮັບສາລະພາບວ່າ: ໃນຄັ້ງວັນທີ 05 ພຶດສະພາ 2023 ໄດ້ໄປຊື້ຢາບ້ານໍາຄົນບໍ່ຊາບຊື້

ຂອບເຂດເມືອງທຸລະຄົມ ຈໍານວນ 15 ເມັດ ໃນລາຄາ 90,000 ກີບ ເມືອໄດ້ຢາມາແລ້ວຜູ້ກ່ຽວກໍ່ເອົາໄປເສບຈໍານວນ 2 ເມັດ ຍັງຫເຫຼືອ 13 ເມັດ ຕົກມາຮອດວັນທີ 06 ພຶດສະພາ 2023 ຈື່ງຖືກເຈົ້າໜ້າທີ່ຕໍາຫຼວດເຂົ້າກວດຄົ້ນຕົວ ແລະ ເຮືອນຂອງຜູ້ກ່ຽວ ຜ່ານການກວດຄົ້ນໄດ້ພົບເຫັນຂອງກາງຢາບ້າຈໍານວນ 13 ເມັດ ຈາກນັ້ນເຈົ້າໜ້າທີ່ຕໍາຫຼວດຈື່ງໄດ້ກັກຕົວຜູ້ກຽ່ວພ້ອມຂອງກາງຈຳນວນດັ່ງກ່າວໄວ້ເປັນຫຼັກຖານ ມາທໍາການສຶບສວນ-ສອບສວນ

ເຈົ້າໜ້າທີ່ຕໍາຫຼວດຍັງໃຫ້ຮູ້ຕື່ມອິກວ່າ ພວກກ່ຽວທັງ 4 ຄົນ ແມ່ນໄດ້ເຄື່ອນໄຫວຊື້-ຂາຍ ຢາເສບຕິດປະເພດຢາບ້າມາແລ້ວຫຼາຍຄັ້ງ ແຕ່ຄັ້ງນີ້ໄປບໍ່ຫຼອດຖືກເຈົ້າໜ້າທີ່ຈັບໄດ້ໄລ່ທັນ ປະຈຸບັນເຈົ້າໜ້າທີ່ຕໍາຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ກໍາລັງດໍາເນີນການສືບສວນ-ສອບສວນ ພວກກ່ຽວທັງ 4 ຄົນເພື່ອຂະຫຍາຍຜົນຫາກຸ່ມແກ້ງ, ເຄືອຂ່າຍ, ຜູ້ຮ່ວມຂະບວນການ ມາລົງໂທດຕາມລະບຽບກົດໝາຍຂອງບ້ານເມືອງໃນຂັ້ນຕໍ່ໄປຕື່ມອີກ.
ຂ່າວ ປກສ ແຂວງວຽງຈັນ: ຈັນດາລາ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele (14)
ພົບເຫັນ "ເປັດຄັບແຄ" ຄັ້ງທຳອິດໃນແກ່ງກະຈານ ສະທ້ອນປ່າມໍລະດົກອຸດົມສົມບູນ
Copy of site cover (42)
Microsoft ວາງແຜນສ້າງໃຫ້ Windows ສາມາດອັບເດດທັງລະບົບໄດ້ເອງຢ່າງຄົບຖ້ວນແບບລວມສູນ
_cover (45)
ໄຟໄໝ້ໃຫຍ່ຢູ່ຊົງຊິ່ງ ລົດຈັກໄຟຟ້າຖືກເຜົາຫຼາຍສິບຄັນ
_cover (44)
"ອີລອນ ມັສກ໌" ໂພສຮູ້ສຶກຜິດຕໍ່ "ທຣຳ" ຍອມຮັບຕົວເອງໂພສໂຈມຕີແຮງເກີນໄປ
_cover (43)
ແຈ້ງເຕືອນ ຝົນຕົກໜັກ, ດິນເຈື່ອນ ແລະ ນ້ຳຖ້ວມຊຸ ໃນໄລຍະວັນທີ 12 ຫາ 13 ມິຖຸນາ 2025
_cover (42)
ຈັບໄດ້​ໄລ່​ທັນ​ ໂຈນລັກລົດຈັກ Zoomerx ຢູ່ບ້ານຫົວນາ ເມືອງໄຊທານີ ນະຄອນຫລວງ​ວຽງຈັນ
_cover (41)
ສະຫະລັດ ບຸກຈັບຜູ້ອົບພະຍົບຫຼາຍກວ່າ 70 ຄົນໃນໂຮງງານເມືອງໂອມາຮາ
Copy of site cover (41)
NVIDIA ກຽມສ້າງ AI Cloud ສຳລັບຂະແໜງອຸດສາຫະກຳໃນເຢຍລະມັນ
_cover (40)
ປກສ ແຂວງອຸດົມໄຊ ກວດກາສຶກສາອົບຮົມຮ້ານຄ້າຂາຍປະເວນີ ແລະ ສາວບໍລິການ 39 ຄົນ
_cover (39)
ເກົາຫຼີໃຕ້ປິດເຄື່ອງຂະຫຍາຍສຽງໂຄສະນາຊວນເຊື່ອຮອດເກົາຫຼີເໜືອເພື່ອລົດຄວາມເຄັ່ງຄຽດ
ຢ່າລື່ມກົດຕິດຕາມ