ດວງ-Tou-Vientianepost (95)
ສານຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນເດັກສາກົນ 1 ມິຖຸນາ 2023
ຮຽບຮຽງໂດຍ:Staff
ເຜີຍແຜ່: 1 ເດືອນມີນາ, 2023
ໝວດ: ຂ່າວ

ບັນດາທ່ານ ທີ່ນັບຖື,ລູກຫລານເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ ທີ່ຮັກແພງທັງຫລາຍ,ເນື່ອງໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ຕາງໜ້າໃຫ້ການນຳພັກ-ລັດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນລູກຫລານເຍົາວະຊົນ ແລະ ອະນຸຊົນລາວ ທີ່ປຽບເໝືອນເປັນໜໍ່ແໜງ ແລະ ເປັນເມັດພືດສໍາຄັນຂອງປະເທດຊາດໄດ້ຮັບການເບິ່ງແຍງເອົາໃຈໃສ່, ພັດທະນາ, ປົກປ້ອງ ແລະ ມີສ່ວນຮ່ວມຮອບດ້ານໃນຂະບວນການພັດທະນາ ແລະ ສ້າງສາປະເທດຊາດ. ໃນໂອກາດສຳຄັນນີ້, ຂ້າພະເຈົ້າ ຂໍຝາກ

ຄວາມຮັກແພງ, ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນມາຍັງລູກຫລານລາວບັນດາເຜົ່າທຸກຖ້ວນໜ້າທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງມີພະລານາໄມສົມບູນ, ມີສຸຂະພາບແຂງແຮງ, ມີຄວາມສີວິໄລທາງດ້ານຈິດໃຈ ເປັນເດັກທີ່ສົດໃສກ້າວເປັນຜູ້ໃຫຍ່ທີ່ມີຄຸນນະພາບໃນອະນາຄົດ,ໃນການສະຫລອງວັນເດັກສາກົນວັນທີ 1 ມິຖຸນາ 2023 ພາຍໃຕ້ຄໍາຂວັນທີ່ວ່າ “ການລົງທຶນໃນອະນາຄົດ ຄືການລົງທຶນໃສ່ເດັກ(Investing in Our Future means Investing in Our Children)”ມາໃນໂອກາດນີ້ດ້ວຍ.

ການສະເຫລີມສະຫລອງວັນເດັກສາກົນ 1 ມິຖຸນາ ໃນທຸກໆປີ ແມ່ນປຽບດັ່ງບຸນໃຫຍ່ຂອງເດັກໃນ ສປປ ລາວ ກໍຄື ປະຊາຊາດໂລກ ທີ່ພ້ອມກັນສະເຫລີມສະຫລອງດ້ວຍຄວາມເບີກບານມ່ວນຊື່ນໂດຍການຈັດກິດຈະກຳທີ່ຫລາກຫລາຍ ແລະ ແຕກຕ່າງກັນຕາມສະພາບເງື່ອນໄຂ ແລະ ຈຸດພິເສດ ຂອງແຕ່ລະປະເທດ. ສໍາລັບ ສປປ ລາວເຮົາ ການສະເຫລີມສະຫລອງວັນເດັກສາກົນໃນທຸກໆປີ ແມ່ນຕິດພັນກັບການປູກຕົ້ນໄມ້ແຫ່ງຊາດ ໝາຍເຖິງການປູກຝັງບົ່ມເພາະເຮັດໃຫ້ເດັກໃນວັນນີ້ ກາຍເປັນຊັບພະຍາກອນທີ່ສຳຄັນ ແລະ ເປັນໃຈກາງຂອງການພັດທະນາປະເທດຊາດໃຫ້ມີຄວາມກ້າວໜ້າ.

ໃນໄລຍະຜ່ານມາ, ພັກ-ລັດ ໄດ້ເອົາໃຈໃສ່ໃນການປູກຈິດສຳນຶກ, ປຸກລະດົມການເຂົ້າຮ່ວມ ແລະ ລົງທຶນໃສ່ເດັກ ໂດຍອອກມາດຕະການຕ່າງໆ ເພື່ອເປັນບ່ອນອີງໃນການສົ່ງເສີມ ແລະ ປົກປ້ອງເດັກບັນດາເຜົ່າເປັນຕົ້ນ ໄດ້ດຳເນີນການປັບປຸງກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ, ປັບ ປຸງນິຕິກຳວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກໃນຂັ້ນສູນກາງ ແລະ ທ້ອງຖິ່ນ; ສ້າງແຜນດໍາເນີນງານແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງໃນລະບົບປົກປ້ອງເດັກ; ສຳເລັດໂດຍພື້ນຖານໃນການຮ່າງບົດລາຍງານແຫ່ງຊາດປະຈໍາ

ໄລຍະ 7 ໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກໃນ ສປປ ລາວ, ບົດລາຍງານການຈັດຕັ້ງປະຕິບັດ 2 ອະນຸສັນຍາສັນຍາເພີ່ມເຕີມ ກ່ຽວກັບການຄ້າຂາຍເດັກ, ການຄ້າປະເວນີເດັກ ແລະ ສິ່ງລາມົກອະນາຈານກ່ຽວກັບເດັກ ແລະ ການເຂົ້າຮ່ວມຂອງເດັກໃນການປະທະກັນດ້ວຍກຳລັງປະກອບອາວຸດ; ສໍາເລັດການຈັດເວທີເດັກລາວ ຄັ້ງທີ V ປະຈໍາປີ 2023; ໄດ້ດໍາເນີນການສຶກສາຄົ້ນຄວ້າວິໄຈປະເມີນສະພາບຄວາມທຸກຍາກຂອງເດັກ ທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດ; ບົດສຶກສາຄົ້ນຄວ້າສະພາບການແຕ່ງດອງກ່ອນໄວ ແລະ ການຖືພາຂອງ

ເດັກ ແລະ ໄວໜຸ່ມ ຢູ່ໃນ ສປປ ລາວ; ປະເມີນສະຖານະພາບຂອງເດັກ ແລະ ປັບປຸງຖານຂໍ້ມູນລະດັບຊາດທີ່ກ່ຽວຂ້ອງກັບເດັກໃນປັດຈຸບັນ, ການສຳຫລວດແຮງງານເດັກ ຄັ້ງທີ II ແລະ ແຜນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງການນໍາໃຊ້ແຮງງານເດັກ ແລະ ສົ່ງເສີມວຽກທີ່ມີຄຸນຄ່າສໍາລັບໄວໜຸ່ມຂອງ ສປປ ລາວ, ໄດ້ຄົ້ນຄວ້າປັບປຸງລະບົບ ແລະ ກົນໄກການປົກປ້ອງເດັກ, ລະບົບຍຸຕິທໍາສຳລັບເດັກ ໃຫ້ສາມາດເຊື່ອມຈອດປະສານງານກັນຢ່າງກົມກຽວແລະ ກິດຈະກໍາຕ່າງໆ ທີ່ສໍາຄັນອີກຈໍານວນໜຶ່ງ.

ສິ່ງພົ້ນເດັ່ນອີກອັນໜຶ່ງ ແມ່ນຄວາມຮັບຮູ້ ແລະ ເຂົ້າໃຈໃນສັງຄົມທີ່ເຫັນວ່າເດັກໄດ້ກາຍເປັນຜູ້ມີບົດບາດສໍາຄັນໃນການປະກອບສ່ວນ ແລະ ມີສ່ວນຮ່ວມໃນພັດທະນາ ໂດຍເປີດໂອກາດໃຫ້ເດັກໄດ້ສະແດງຄໍາຄິດຄຳເຫັນຄວາມຕ້ອງການຂອງຕົນເອງ ເຂົ້າໃນການຈັດຕັ້ງປະຕິບັດວຽກງານທີ່ກ່ຽວຂ້ອງກັບເດັກ ໂດຍສະເພາະແມ່ນຂະບວນການສ້າງບົດລາຍງານແຫ່ງຊາດ ໃນການຈັດຕັ້ງປະຕິບັດສົນທິ ສັນ ຍາວ່າດ້ວຍສິດທິເດັກ, ການເຂົ້າຮ່ວມເວທີເດັກລາວ ຄັ້ງທີ 5 ແລະ ການເຂົ້າຮ່ວມເວທີເດັກອາຊຽນຄັ້ງທີ 7 ທີ່ ປະເທດອິນໂດເນເຊຍ ແລະ ການຈັດຕັ້ງປະຕິບັດໂຄງການຂະໜາດນ້ອຍທີ່ສະເໜີ ແລະ ຈັດຕັ້ງປະຕິບັດໂດຍເດັກເອງ ຊຶ່ງເຮັດໃຫ້ພວກເຮົາສາມາດຍາດມາໄດ້ຜົນສໍາເລັດເປັນກ້າວໆ.

ຜົນສໍາເລັດດັ່ງກ່າວນັ້ນ, ຕາງໜ້າໃຫ້ການນໍາພັກ ແລະ ລັດຖະບານ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງການນຳພັກ-ລັດ ທີ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາວຽກງານດັ່ງກ່າວ. ຂໍຍ້ອງຍໍຊົມເຊີຍພາກສ່ວນຕ່າງໆທີ່ກ່ຽວຂ້ອງ ກໍຄື ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ແລະ ຄກມດ ທຸກຂັ້ນ, ອົງການຈັດຕັັ້ງພາກລັດຂັັ້ນສູນກາງ ແລະ ທ້ອງຖິ່ນ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສາກົນ, ພາກ ສ່ວນທຸລະກິດເອກະຊົນ ຕະຫລອດຮອດພໍ່ແມ່ປະຊາຊົນລາວທຸກຖ້ວນໜ້າ ໃນຂອບເຂດທົ່ວປະເທດ ທີ່ໄດ້ສະໜັບສະໜູນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດສົ່ງເສີມ ແລະ ປົກປ້ອງເດັກ ອັນເຮັດໃຫ້ວຽກງານດັ່ງກ່າວ ມີຜົນສໍາເລັດເປັນກ້າວໆມາ.

ບັນດາທ່ານທີ່ນັບຖື,ລູກຫລານເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ ທີ່ຮັກແພງທັງຫຼາຍ,ເຖິງແມ່ນວ່າ ໃນໄລຍະຜ່ານມາ ການສົ່ງເສີມ ແລະ ປົກປ້ອງເດັກ ຈະຍາດໄດ້ຜົນສໍາເລັດຫລາຍດ້ານກໍຕາມ, ແຕ່ພວກເຮົາຍັງປະເຊີນໜ້າກັບສິ່ງທ້າທາຍຫລາຍດ້ານ ເປັນຕົ້ນ ແມ່ນຜົນກະທົບຂອງພະຍາດໂຄວິດ-19, ບັນຫາສະພາບເສດຖະກິດທີ່ຍັງບອບບາງ, ບັນຫາຄວາມທຸກຍາກຂາດເຂີນຂອງເດັກ, ສະພາບການໃຊ້ຄວາມຮຸນແຮງ, ການເຄື່ອນຍ້າຍແຮງງານເດັກ, ການໃຊ້ແຮງງານຕໍ່ເດັກ, ການຄ້າປະເວນີເດັກ, ການນໍາໃຊ້ສື່ສັງຄົມອອນລາຍຂອງເດັກ, ອັດຕາການອອກໂຮງຮຽນຍັງສູງ,

ການແຕ່ງດອງກ່ອນໄວອັນຄວນ, ການແຕ່ງດອງແອບແຝງ, ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດ, ການເກັບກຳ-ສ້າງຖານຂໍ້ມູນສະຖິຕິສໍາລັບເດັກ, ບັນຫາຢາເສບຕິດທີ່ຍັງແຜ່ຫລາຍ ຊຶ່ງບັນຫາເຫລົ່ານີ້ຍັງເປັນໄພຄຸກຄາມ ແລະ ຈໍາກັດການພັດທະນາຂອງເດັກທີ່ເປັນອະນາຄົດຂອງຊາດ. ນອກຈາກນີ້, ຄວາມເຂັ້ມ ແຂງຂອງກົງຈັກເສນາທິການຊ່ວຍວຽກ ຂອງຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ລວມທັງກົນໄກການປົກປ້ອງ ແລະ ຊ່ວຍເຫລືອເດັກ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະບຸກຄະລາກອນ ແລະ ງົບປະມານ ນໍາໃຊ້ເຂົ້າໃນວຽກດັ່ງກ່າວຍັງຈໍາກັດ, ໃນການປະຕິບັດພັນທະສາກົນ ແລະ ພາກພື້ນ ກໍຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ ເນື່ອງຈາກອີງໃສ່ການສະໜັບສະໜູນຊ່ວຍເຫລືອຈາກບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເປັນສ່ວນໃຫຍ່.

ຕໍ່ໜ້າສະພາບການດັ່ງກ່າວ, ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກພາກສ່ວນ ໂດຍສະເພາະ ຄຊກມດ, ຄກມດ ກະຊວງ/ອົງການ ແລະ ທ້ອງຖິ່ນ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ບັນ ດາຫົວໜ່ວຍທຸລະກິດ ທັງພາກລັດ ແລະ ເອກະຊົນ ຕະຫລອດຮອດພໍ່ແມ່ປະຊາຊົນ ໃນຂອບເຂດທົ່ວປະເທດ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເປັນເຈົ້າການການຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດໃສ ກ້າວເປັນຜູ້ໃຫຍ່ທີ່ມີຄຸນນະພາບ ເພື່ອກາຍເປັນກຳລັງຊັບພະຍາກອນມະນຸດທີ່ເຂັ້ມແຂງຂອງຊາດ ສືບຕໍ່ພາລະກິດ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນວັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.

ອີກເທື່ອໜຶ່ງ, ໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2023 ແລະ ວັນປູກຕົ້ນໄມ້ແຫ່ງຊາດ ນີ້, ຂ້າພະເຈົ້າຂໍອວຍພອນມາຍັງລູກຫລານຊາວລາວບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ, ປາສະຈາກໂລກໄພໄຂ້ເຈັບ, ໃຫ້ເປັນເດັກຄຳຮູ້ເຊື່ອຟັງຄຳສອນຂອງພໍ່ແມ່, ເປັນນັກຮຽນດີ ຮຽນເກັ່ງ ແລະ ມີຄວາມເຄົາລົບຕໍ່ຄູ-ອາຈານ, ຜູ້ອາວຸໂສ, ກາຍເປັນລູກຫລານທີ່ດີຂອງຊາດ, ໝັ່ນສຶກສາຫາຄວາມຮູ້ເອົາ ໃຈໃສ່ພັດທະນາຕົນເອງຮອບດ້ານ ເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ເພື່ອສ້າງອະ ນາຄົດທີ່ດີກວ່າບົນພື້ນຖານຄວາມຮູ້, ຄວາມສາມາດ ແລະ ຄວາມໄຝ່ຝັນຂອງແຕ່ລະຄົນ ແລະ ຂໍອວຍພອນໄຊໃຫ້ການສະເຫລີມສະຫລອງວັນເດັກສາກົນປີນີ້ ຈົ່ງປະສົບຜົນສຳເລັດຢ່າງຈົບງາມ.

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
2
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ
2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
2
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ທູດເວເນຊູເອລາ ຄົນໃໝ່
2
ສປປ ລາວຈະເປັນປະທານອາຊຽນໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”
2
ສປປ ລາວ ເລີ່ມປະຕິບັດນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ດຶງດູດນັກທ່ອງທ່ຽວ
2
ບໍລິສັດ ເທີນ-ຫີນບູນ ມອບເງິນ 1 ຕື້ກີບ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ
2
ຄຸນຄ່າຄວາມເປັນເອກະລັກ ທີ່ໂດດເດັ່ນລະດັບໂລກ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່
2
ອັດຕະປືມີບໍລິການລົດໂດຍສານສີຂຽວພາຍໃນແຂວງແລ້ວ
ຢ່າລື່ມກົດຕິດຕາມ