ດວງລາຍວັນປະຈໍາວັນພະຫັດ ທີ 01 ມິຖຸນາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ:ການງານເດີນທາງຕິດຕໍ່ວຽກເລື້ອຍຫຼາຍໃນໄລຍະນີ້ ຈົນບໍ່ຄ່ອຍມີເວລາພັກຜ່ອນປານໃດ ການເງິນ ມີເລື່ອງທີ່ຕ້ອງຈ່າຍອອກໄປຕະຫຼອດ ບໍ່ສາມາດຫຼີກເວັ້ນລາຍຈ່າຍໃດໆ ໄດ້ເລີຍ ຄວາມຮັກຢູ່ໃນເກນທີ່ດີ ມີຄວາມສຸກໃຈ ຄວາມຮັກສົມຫວັງດັ່ງທີ່ທ່ານນັ້ນປາຖະໜາ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີຟ້າ ເລກນຳໂຊກ 7 ຄົນເກີດວັນຈັນ:ການງານ ງານປະດິດ ວຽກງານທີ່ກ່ຽວຂ້ອງກັບສິລະປະ ແລະ ຄວາມສວຍງາມ ແຟຊັ່ນຕ່າງໆ ປະສົບຄວາມສຳເລັດດີ ການເງິນຈະໄດ້ຂອງຖືກໃຈທີ່ຕັດສິນໃຈຊື້ດ້ວຍເງິນທີ່ຕົນເອງນັ້ນເກັບອອມມາພໍສົມຄວນ ຄວາມຮັກຈະພົບຄົນເກັ່ງທີ່ບໍ່ຄືໃຜ ເຂົາເປັນຄົນທີ່ມີຄວາມໝັ້ນຄົງ ຂະຫຍັນ ແລະ ມີຊື່ສຽງໃນແບບຂອງເຂົາ ເຄື່ອງມຸງຄຸນເງິນ ສີມຸງຄຸນສີຂາວ ເລກນຳໂຊກ2 ຄົນເກີດວັນອັງຄານ:ການງານການເຈລະຈາຕໍ່ລອງທາງດ້ານຜົນປະໂຫຍດຕ່າງໆ ໄດ້ຮັບໂອກາດທີ່ດີແລະ ເກີດຂໍ້ຕົກລົງທີ່ໜ້າພໍໃຈ ການເງິນໂຊກດີ ມີໂຊກຈະໄດ້ເງິນເຂົ້າມາ ໃນໄລຍະນີ້ດວງດີຂຶ້ນຫຼາຍກວ່າແຕ່ກ່ອນ ຄວາມຮັກຄົນຜິວຂາວມີອິດທິພົນຕໍ່ທ່ານ ເຂົາເປັນຄົນທີ່ເກັ່ງ ແລະ ມີຄວາມສາມາດຫຼາຍໆ ເຄື່ອງມຸງຄຸນ ສາຍແຂນ ສີມຸງຄຸນສີນໍ້າຕານ ເລກນຳໂຊກ1 ຄົນເກີດວັນພຸດ:ການງານເຮັດທຸລະກິດການງານໃດໆ ກໍຕ້ອງມີການປັບແກ້ ຫຼື ເດີນທາງຕິດຕໍ່ງານຂ້ອນຂ້າງຫຼາຍໃນໄລຍະນີ້ ແຕ່ກໍເຮັດໄດ້ດີເພາະຄວາມຕັ້ງໃຈ ແລະ ສ້າງຜົນງານໄດ້ຢ່າງຕໍ່ເນື່ອງ ການເງິນມີຄວາມກັງວົນໃຈແດ່ ແຕ່ກໍຫາເຂົ້າມາໄດ້ດ້ວຍຄວາມສາມາດຂອງຕົນເອງ ໃນໄລຍະນີ້ຈະສັງເກດໄດ້ວ່າເງິນເກັບນັ້ນຄ່ອຍໆ ເພີ່ມຂຶ້ນຫຼາຍກວ່າແຕ່ກ່ອນ ຄວາມຮັກບໍ່ຄ່ອຍມີເວລາທຸ້ມເທດ້ານຄວາມຮັກ ແຕ່ກໍບໍ່ມີບັນຫາໃດໆ […]
ແຈ້ງໃຫ້ຢຸດຕິ ການຄ້າ-ຂາຍ ສັດປ່າ ຊິ້ນສ່ວນ ແລະ ຜະລິດຕະພັນ ສັດປ່າ ປະເພດຫວງຫ້າມ

ວັນທີ 29 ພຶດສະພາ 2023 ນີ້ ກົມກວດກາປ່າໄມ້ ກະຊວງ ກະສິກຳ ແລະ ປ່າໄມ້ອອກແຈ້ງການ ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ, ກຸ່ມຄົນ ແລະ ພໍ່ຄ້າຊາວຂາຍເລື່ອງໃຫ້ຢຸດຕິ! ການຄ້າ-ຂາຍ ສັດປ່າ, ຊິ້ນສ່ວນ ແລະ ຜະລິດຕະພັນ ສັດປ່າ ປະເພດຫວງຫ້າມ ຕາມສະຖານທີ່ຕ່າງໆ ແລະ ຫ້າມປະກາດ ຊື້-ຂາຍ, ສ້າງສື່ໂຄສະນາ, ວີດີໂອ, ຖ່າຍຮູບພາບ ການ ລ່າ ສັດປ່າ ຜ່ານສື່ອອນລາຍ ເພື່ອຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍສັດນໍ້າ ແລະ ສັດປ່າ ສະບັບ ເລກທີ 07/ສພຊ, ປະມວນກົດໝາຍອາຍາ ສະບັບເລກທີ 26/ສພຊ, ຄໍາສັ່ງ ຂອງທ່ານນາຍົກ ລັດຖະມົນຕີ ສະບັບເລກທີ 05/ນຍ ແລະ ສົນທິສັນຍາກົນ ວ່າດ້ວຍ ການຄ້າຂາຍ […]
ຮອງນາຍົກ ປະດັບຫລຽນກາມິດຕະພາບໃຫ້ເອກອັກຄະລັດຖະທູດສິງກະໂປ ປະຈໍາລາວ

ວັນທີ 31 ພຶດສະພາ 2023 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ຫລຽວ ຊຸຍ ຫລິນ (Leow Siu Lin) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປ ລາວ, ໃນໂອກາດທີ່ທ່ານສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ລາວ, ພ້ອມທັງຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫລຽນກາມິດຕະພາບ ໃຫ້ແກ່ທ່ານທູດເພື່ອເປັນການຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນຂອງທ່ານທູດ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສິງກະໂປ ຢ່າງມີປະສິດທິຜົນ. ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ […]
ທັບນັກກິລາຄົນພິການລາວ ອອກເດີນທາງສູ່ກຳປູເຈຍແລ້ວ

ທັບນັກກິລາຄົນພິການທີມຊາດລາວ ຈຳນວນ 7 ປະເພດກິລາ ແລະ ເປັນຂະບວນໃຫຍ່ນຳ ໂດຍ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ (ຄພລ) ພ້ອມດ້ວຍຄະນະໄດ້ອອກເດີນທາງຢ່າງເປັນທາງການ ເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 12 ຫຼື ອາຊຽນ ພາຣາເກມ ທີ່ຣາຊະອານາຈັກກຳປູເຈຍ ເປັນເຈົ້າພາບ ລະຫວ່າງວັນທີ 3-9 ມິຖຸນາ 2023. ພິທີສົ່ງທັບນັກກິລາຄົນພິການທີມຊາດລາວຄັ້ງນີ້ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 31 ພຶດສະພາ 2023 ທີ່ສະໜາມບິນສາກົນ ວັດໄຕ ນະຄອນຫຼວງວຽງຈັນ ນຳໂດຍ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ມີບັນດາຄະນະກົມ, ພະແນກ, ຄະນະບໍລິຫານງານສະຫະພັນກິລາຄົນພິການແຫ່ງຊາດ, ຄະນະຄູຝຶກ ແລະ […]
ທ່ານ ນາຍົກ ລົງຢ້ຽມຢາມປະຊາຊົນ ແລະ ເຮັດວຽກຢູ່ເມືອງ ຊານໄຊ

ວັນທີ 29 ພຶດສະພາ 2023 ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງຢ້ຽມຢາມປະຊາຊົນ ແລະ ເຮັດວຽກຢູ່ເມືອງ ຊານໄຊ ຮ່ວມຕິດຕາມໃນການລົງເຄື່ອນໄຫວ ມີ ທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງ, ມີຄະນະນຳຂັ້ນສູງຈາກສູນກາງ, ຄະນະນຳຂອງແຂວງ, ພິທີຕ້ອນຮັບແມ່ນໄດ້ຈັດຂຶ້ນຢູ່ ກຸ່ມບ້ານຈຸດສຸມ ເຂດຈະເລີນໄຊ ເມືອງຊານໄຊ ແຂວງ ອັດຕະປື ໂດຍມີ ບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຄະນະພັກ, ຄະນະຫ້ອງການອ້ອມຂ້າງເມືອງ, ຄະນະພັກ-ຄະນະກອງບັນຊາການ ປກຊ-ປກສເມືອງ, ເລຂາພັກນາຍບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.ທ່ານ ສຸວັນສີ ແກ້ວວິເສີດ ກຳມະການພັກແຂວງ, ເລຂາພັກເຈົ້າເມືອງຊານໄຊ ໄດ້ຍົກໃຫ້ເຫັນໂດຍຫຍໍ້ວ່າ: ຄຽງຄູ່ກັບຜົນສຳເລັດຫຼາຍດ້ານທີ່ຍາດມາໄດ້ນັ້ນ ເຫັນວ່າເມື່ອທຽບກັບເນື້ອໃນ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຂອງແຂວງ ກໍຄືມະຕິກອງປະຊຸມໃຫຍ່ […]
ຮອງປະທານປະເທດ ຕ້ອນຮັບທູດອັງກິດ ອຳລາ

ຂປລ. ໃນວັນທີ 30 ພຶດສະພາ 2023 ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ຈອນ ເພຍຊັນ ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກອັງກິດ ປະຈຳ ສປປ ລາວ ໃນໂອກາດສຳເລັດການປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວ. ໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດ ໃນການປະຕິບັດໜ້າທີ່ການທູດຂອງ ທ່ານ ຈອນ ເພຍຊັນ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນການທູດ ກໍຄື ສົ່ງເສີມການຮ່ວມມືທາງດ້ານຕ່າງໆ ລະຫວ່າງ ລັດຖະບານ ກໍຄື ປະຊາຊົນສອງປະເທດ ລາວ-ອັງກິດ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ທ່ານຍັງໄດ້ອວຍພອນໃຫ້ທ່ານທູດ ຈົ່ງກັບຄືນປະເທດດ້ວຍຄວາມສະຫວັດດີພາບ […]
ດວງລາຍວັນປະຈໍາວັນພຸດ ທີ 31 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ:ການງານເລີ່ມຕົ້ນເຮັດທຸລະກິດໃໝ່ເປັນການຄ້າທາງສື່ອອນລາຍໄດ້ຜົນກຳໄລດີ ການເງິນມື້ນີ້ໂຊກດີຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃຫ້ໃຊ້ຈ່າຍ ຄວາມຮັກມີໂອກາດສານຄວາມສຳພັນກັບຄົນຮັກເກົ່າ ເຄື່ອງມຸງຄຸນເງິນ ສີມຸງຄຸນສີບົວ ເລກນຳໂຊກ6 ຄົນເກີດວັນຈັນ:ການງານເຮັດທຸລະກິດຈະການຄ້າອາຫານ ເຮັດທຸລະກິດຈະການຄ້າເສື້ອຜ້າ ໄດ້ຜົນກຳໄລດີ ການເງິນຈະໄດ້ເງິນກ້ອນເຂົ້າມາເພີ່ມຂຶ້ນ ຄວາມຮັກໄລຍະນີ້ຍັງບໍ່ພ້ອມທີ່ຈະມີໃຜເຂົ້າມາໃຫ້ມີຄວາມສຸກ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ2 ຄົນເກີດວັນອັງຄານ:ການງານສ້າງຄວາມສຳເລັດທາງທຸລະກິດຈະການງານໄດ້ດີ ການເງິນມີໂຊກຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ ຄວາມຮັກເກີດການຂັດແຍ້ງໂຕ້ຄາລົມກັບຄົນຮັກຂອງທ່ານ ເຄື່ອງມຸງຄຸນ ໄຂ່ມຸກສີມຸງຄຸນສີດໍາ ເລກນຳໂຊກ6 ຄົນເກີດວັນພຸດ:ການງານເຮັດທຸລະກິດໂຕເລກຄິດໄລ່ການບັນຊີ ເຮັດທຸລະກິດຈະການຄ້າແຟຊັ່ນໄດ້ກຳໄລຫຼາຍ ການເງິນມີພາລະການໃຊ້ຈ່າຍເງິນຫຼາຍເກີນຈໍານວນທີ່ທ່ານຕັ້ງໄວ້ ຄວາມຮັກຄົນຜິວຂາວຈະເຂົ້າມາມີບົດບາດໃນຊີວິດຮັກ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີແດງ ເລກນຳໂຊກ1 ຄົນເກີດວັນພະຫັດ:ການງານມີໂອກາດໄດ້ເລື່ອນຂັ້ນເລື່ອນຕຳແໜ່ງ ຫຼື ືພົບຜູ້ຊ່ວຍເຫລືອອຸປະຖຳ ການເງິນເພດກົງກັນຂ້າມຈະນຳໂຊກມາສູ່ທ່ານ ຄາມຮັກພົບສະຖານະການຄວາມສຳພັນທີ່ບໍ່ຊັດເຈນ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີສົ້ມ ເລກນຳໂຊກ8 ຄົນເກີດວັນສຸກ:ການງານທ່ານອາດໄປຂັດແຍ້ງກັບຜູ້ໃຫຍ່ ໃຫ້ລະວັງເລື່ອງຂອງຄໍາເວົ້າ ການເງິນມື້ນີ້ໂຊກດີຈະໄດ້ເງິນຈາກຄວາມ ຄວາມຮັກໄດ້ດຳເນີນຄວາມສຳພັນດ້ານຄວາມຮັກທີ່ດີກັບຄົນຜິວຂາວ ເຄື່ອງມຸງຄຸນເງິນ ສີມຸງຄຸນສີແດງ ເລກນຳໂຊກ5 ຄົນເກີດວັນເສົາ:ການງານໃຊ້ສິລະປະທີ່ດີຕໍ່ລອງເຈລະຈາເກີດຄວາມສຳເລັດ ການເງິນໝຸນຫາເງິນໃຊ້ຈ່າຍໃຫ້ຜ່ານພົ້ນກັບສະຖານະການຕິດຂັດ ຄວາມຮັກໄດ້ພົບຮັກກັບຄົນຕ່າງອາຍຸ ມີສະເໜ່ຫຼາຍ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີຟ້າອ່ອນ ເລກນຳໂຊກ4
ລາວ ຖືກຈັດອັນດັບ1ໃນ 18 ສະຖານທີ່ທ່ອງທ່ຽວ ທີ່ໜ້າຕື່ນຕາຕື່ນໃຈທີ່ສຸດຂອງອາຊີ

ໂອກາດເຂົ້າຮ່ວມກອງປະຊຸມ ວັນທ່ອງທ່ຽວພູເຂົາສາກົນ ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນວັນທີ 29 ພຶດສະພາ 2023, ທີ່ໂຮງແຮມແລນມາກ ທ່ານອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ສໍາລັບປີ 2023 ນີ້ ສປປ ລາວ ແມ່ນຢູ່ໃນໄລຍະທີ່ສອງ (ໄລຍະກາງ) ຂອງການຟື້ນຟູການທ່ອງທ່ຽວຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຫັນໄດ້ຈາກຕົວເລກນັກທ່ອງທ່ຽວສາກົນ ເຂົ້າມາທ່ຽວໃນ ສປປ ລາວ ໃນປີ 2022 ມີຈໍານວນທັງໝົດ 1.294.365 ເທື່ອຄົນ, ສ້າງລາຍຮັບ ປະມານ 264 ລ້ານໂດລາສະຫະລັດ. ສໍາລັບ 4 ເດືອນຕົ້ນປີ 2023 ມີນັກທ່ອງທ່ຽວສາກົນ ເຂົ້າມາທ່ອງທ່ຽວລາວຈໍານວນ 1.114.950 ຄົນ ເພີ່ມຂຶ້ນຈາກໄລຍະດຽວກັນຂອງ ປີ 2022 ເຖິງ 204% ເຊິ່ງເຫັນໄດ້ຢ່າງຈະແຈ້ງວ່າ ສະພາບການທ່ອງທ່ຽວຂອງ ສປປ ລາວ ກໍຄືຂອງບັນດາປະເທດຕ່າງໆ ພວມໄດ້ຮັບການຟື້ນຟູໃນຈັງຫວະທີ່ດີຂືຶ້ນ. […]
ໃຜມັກກິນດິບໃຫ້ລະວັງ ບໍ່ດັ່ງນັ້ນຈະເປັນແບບນີ້

ໃນວັນທີ 29 ພຶດສະາ 2023 ຜ່ານມາ, ທີມງານຜ່າຕັດໂຮງໝໍຊຸມຊົນເຊໂປນ, ແຂວງສະຫວັນນະເຂດ ໄດ້ຜ່າຕັດຈາກຄົນໄຂ້ຜູ້ໝຶ່ງ, ອາຍຸ36ປີ ທີ່ມີພະຍາດແມ່ທ້ອງໂຕແປງົວ (Taenia Saginata), ຄວາມຍາວປະມານ5-10ແມັດ ຈຳນວນຫລາຍໂຕ, ເບື້ອງຕົ້ນມີອາການການເຈັບທ້ອງເບື້ອງຂວາຮຸນແຮງ, ເຈັບຫຸ່ມທົ່ວທ້ອງ, ໄຂ້, ອິດເມື່ອຍ, ຮາກ, ສິຜິວຈືດມ່ານ, ບໍ່ຢາກອາຫານ, ຖ່າຍບໍ່ອອກຫຼາຍວັນ, ທ້ອງເບັງເລັກໜ້ອຍ ສອບຖາມເພິ່ມເຕີມແມ່ນຜູ້ກ່ຽວມັກກິນອາຫານດິບແລະບໍ່ໄດ້ຂ້າແມ່ທ້ອງດົນກວ່າ5ປີ. ທາງທີມງານຜ່າຕັດໂຮງໝໍເຊໂປນລະບຸຜົນກວດ Echo abdominal: ມີນ້ຳໃນຜົ້ງທ້ອງ, X ray: ພົບລຳໄສ້ອຸດຕັນ ແລະ ບົ່ງມັດຕິເບື້ອງຕົ້ນ Bowel obstruction, ຫຼັງຈາກຜ່າຕັດເຂົ້າຜົ້ງທ້ອງພົບລຳໄສ້ມີລັກສະນະອຸດຕັນຈາກພະຍາດແມ່ທ້ອງໂຕແປຈຳນວນຫລາຍທີມແພດໝໍເຮົາຈຶ່ງຜ່າຕັດລຳໄສ້ເພື່ອດຶງເອົາພະຍາດໂຕແປອອກຈາກລຳໄສ້,ຄົນໄຂ້ປອດໄພດີແລະກຳລັງສືບຕໍ່ປິ່ນປົວ. ສຳລັບພະຍາດໂຕແປງົວ (Taenia Saginata) ແມ່ນພົບເຫັນໄດ້ຫຼາຍໂດຍສະເພາະຄົນທີ່ມັກກິນອາຫານດິບ,ຫຼືປົນເປື້ອນກັບໄຂ່ຂອງພະຍາດມາ,ໂດຍສະເລ່ຍອາຍຸຂອງພະຍາດໂຕແປແມ່ນອາໃສແລະມີຊີວິດຢູ່ໃນຮ່າງກາຍຄົນເຮົາໄດ້ເຖິງ35ປີແລະຍາວໄດ້ເຖິງ5-15ແມັດ,ແລະມັກມີຢູ່ຫຼາຍໂຕ,ສ່ວນໃຫຍ່ຈະບໍ່ສະແດງອາການໃຫ້ຮູ້ໂດຍທັນທີ,ສະນັ້ນໃຫ້ທຸກຄົນໝັ່ນກວດສຸຂະພາບແລະຂ້າແມ່ທ້ອງປະຈຳປີໝ່ຳສະເໝີ. ທີ່ມາ Souligno Inthavong
ຜູ້ທີ່ມີບັນຫາແກ່ນຕາຂຸ້ນ ເຂົ້າມາຜ່າຕັດໂດຍບໍ່ເສຍຄ່າໄດ້ຢູ່ໂຮງໝໍ 103 ກອງທັບ ເລີ່ມ 6 ມິຖຸນາ ຫາ 14 ກໍລະກົດ

ຂ່າວດີ!! ສຳລັບຜູ້ທີ່ມີບັນຫາແກ່ນຕາຂຸ້ນ ໂດຍທີມແພດຊ່ຽວຊານຕາ ຈາກ ສປ ຈີນ ຮ່ວມມືກັບ ທີມແພດ ສປປ ລາວ ຈັດໂຄງການຜ່າຕັດແກ່ນຕາຂຸ້ນ ໂດຍບໍ່ເສຍຄ່າໃຊ້ຈ່າຍ, ເລີ່ມວັນທີ 6 ມິຖຸນາ ຫາ 14 ກໍລະກົດ 2023 ເວລາ 08:30 ເປັນຕົ້ນໄປ, ຢູ່ ໂຮງໝໍ ສູນກາງ 103 ກອງທັບ ນະຄອນຫລວງວຽງຈັນ. ສ່ວນຂັ້ນຕອນໃນການຜ່າຕັດແມ່ນໃຊ້ເວລາ ພຽງ 20 ນາທີ, ມີຄວາມວ່ອງໄວ ແລະ ປອດໄພ, ຟື້ນຟູສາຍຕາໄດ້ດີ ພ້ອມທັງປັບປຸງຄຸນນະພາບຊີວິດດີຂຶ້ນ. ສຳລັບປະຊາຊົນທ່ານໃດທີ່ມີບັນຫາພະຍາດແກ່ນຕາຂຸ້ນ ແມ່ນສາມາດສອບຖາມໄດ້ທີ່ເບີ 020 91015953 ທ່ານ ດຣ ສະແຫວງໄຊ ດາລາສາດ; 020 5541 5170 ທ່ານ ດຣ ພອນສະຫວັນ ຈ່າສານ; 020 5597 9797 […]