ດວງ-Tou-Vientianepost (87)
ຮອງນາຍົກ ປະດັບຫລຽນກາມິດຕະພາບໃຫ້ເອກອັກຄະລັດຖະທູດສິງກະໂປ ປະຈໍາລາວ
ຮຽບຮຽງໂດຍ:Staff
ເຜີຍແຜ່: 31 May, 2023
ໝວດ: ຂ່າວ

ວັນທີ 31 ພຶດສະພາ 2023 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ຫລຽວ ຊຸຍ ຫລິນ (Leow Siu Lin) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປ ລາວ, ໃນໂອກາດທີ່ທ່ານສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ລາວ, ພ້ອມທັງຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫລຽນກາມິດຕະພາບ ໃຫ້ແກ່ທ່ານທູດເພື່ອເປັນການຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນຂອງທ່ານທູດ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສິງກະໂປ ຢ່າງມີປະສິດທິຜົນ.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານຂອງ ທ່ານທູດຕະຫລອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ນັບຕັ້ງແຕ່ເດືອນກັນຍາ ປີ 2019 ເປັນຕົ້ນມາ ຊຶ່ງໄດ້ປະກອບສ່ວນຢ່າງຫ້າວຫັນໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ສປປ ລາວ ແລະ ສິງກະໂປ ໃຫ້ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ, ເປັນຕົ້ນແມ່ນການການພົວພັນຮ່ວມມືທາງດ້ານການເມືອງ, ການຄ້າ ແລະ ການລົງທຶນ, ໂດຍສະເພາະການຮ່ວມມືດ້ານພະລັງງານ, ການສົ່ງເສີມທຸລະກິດຂະໜາດກາງ

ແລະ ຂະໜາດນ້ອຍ (SME) ແລະ ການສົ່ງເສີມການທ່ອງທ່ຽວທໍາທະຊາດ. ນອກນີ້ ຍັງມີການຮ່ວມມືດ້ານວັດທະນະທໍາ-ສັງຄົມ, ການສຶກສາ, ສາທາລະນະສຸກ ແລະ ອື່ນໆ, ປະກອບສ່ວນຊຸກຍູ້ໃຫ້ມີການແລກປ່ຽນຢ້ຽມຢາມ ຊຶ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງຢ່າງເປັນປົກກະຕິ, ພິເສດ ການຢ້ຽມຢາມສິງກະໂປ ຢ່າງເປັນທາງການ ຂອງພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນວັນທີ 27-28 ກັນຍາ 2022 ຜ່ານມາ. ລວມເຖິງການປະກອບສ່ວນຊຸກຍູ້ການສ້າງກົນໄກຮ່ວມມື ກໍຄືກົນໄກການປຶກສາຫາລືສອງຝ່າຍ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ສິງກະໂປ (MOU on Bilateral Consultations) ຊຶ່ງຈະເພີ່ມທະວີການຮ່ວມມື ລະຫວ່າງສອງປະເທດ ໃນຕໍ່ໜ້າ.

ພ້ອມນີ້, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຂອບໃຈຜ່ານທ່ານ ທູດ ໄປຍັງລັດຖະບານ ແລະ ປະຊາຊົນ ສິງກະໂປ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ການສະໜັບສະໜູນ ສປປ ລາວ ໃນດ້ານຕ່າງໆຕະຫລອດໄລຍະຜ່ານມາ, ໂດຍສະເພາະໃນດ້ານການພັດທະນາຊັບພະຍາກອນມະນຸດ ກໍຄືການຝຶກອົບຮົມ ໄລຍະສັ້ນ ແລະ ໄລຍະຍາວຕ່າງໆ ໃຫ້ແກ່ພະນັກງານ-ລັດຖະກອນຂອງ ສປປ ລາວ ໂດຍຜ່ານໂຄງການຮ່ວມມືສິງກະໂປ (SCP) ແລະ ການຝຶກອົບຮົມໃນຂອບ IAI, ການຊ່ວຍເຫລືອທາງດ້ານອຸປະກອນການແພດຕ່າງໆໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ລວມເຖິງການສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ທີ່ຈະມາເຖິງນີ້ ຊຶ່ງທ່ານທູດກໍມີບົດບາດສໍາຄັນໃນການປະກອບສ່ວນຊຸກຍູ້ການຊ່ວຍເຫລືອ ແລະ ສະໜັບສະໜູນດັ່ງກ່າວ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele (14)
ພົບເຫັນ "ເປັດຄັບແຄ" ຄັ້ງທຳອິດໃນແກ່ງກະຈານ ສະທ້ອນປ່າມໍລະດົກອຸດົມສົມບູນ
Copy of site cover (42)
Microsoft ວາງແຜນສ້າງໃຫ້ Windows ສາມາດອັບເດດທັງລະບົບໄດ້ເອງຢ່າງຄົບຖ້ວນແບບລວມສູນ
_cover (45)
ໄຟໄໝ້ໃຫຍ່ຢູ່ຊົງຊິ່ງ ລົດຈັກໄຟຟ້າຖືກເຜົາຫຼາຍສິບຄັນ
_cover (44)
"ອີລອນ ມັສກ໌" ໂພສຮູ້ສຶກຜິດຕໍ່ "ທຣຳ" ຍອມຮັບຕົວເອງໂພສໂຈມຕີແຮງເກີນໄປ
_cover (43)
ແຈ້ງເຕືອນ ຝົນຕົກໜັກ, ດິນເຈື່ອນ ແລະ ນ້ຳຖ້ວມຊຸ ໃນໄລຍະວັນທີ 12 ຫາ 13 ມິຖຸນາ 2025
_cover (42)
ຈັບໄດ້​ໄລ່​ທັນ​ ໂຈນລັກລົດຈັກ Zoomerx ຢູ່ບ້ານຫົວນາ ເມືອງໄຊທານີ ນະຄອນຫລວງ​ວຽງຈັນ
_cover (41)
ສະຫະລັດ ບຸກຈັບຜູ້ອົບພະຍົບຫຼາຍກວ່າ 70 ຄົນໃນໂຮງງານເມືອງໂອມາຮາ
Copy of site cover (41)
NVIDIA ກຽມສ້າງ AI Cloud ສຳລັບຂະແໜງອຸດສາຫະກຳໃນເຢຍລະມັນ
_cover (40)
ປກສ ແຂວງອຸດົມໄຊ ກວດກາສຶກສາອົບຮົມຮ້ານຄ້າຂາຍປະເວນີ ແລະ ສາວບໍລິການ 39 ຄົນ
_cover (39)
ເກົາຫຼີໃຕ້ປິດເຄື່ອງຂະຫຍາຍສຽງໂຄສະນາຊວນເຊື່ອຮອດເກົາຫຼີເໜືອເພື່ອລົດຄວາມເຄັ່ງຄຽດ
ຢ່າລື່ມກົດຕິດຕາມ