ດວງ-Tou-Vientianepost (83)
ທ່ານ ນາຍົກ ລົງຢ້ຽມຢາມປະຊາຊົນ ແລະ ເຮັດວຽກຢູ່ເມືອງ ຊານໄຊ
ຮຽບຮຽງໂດຍ:Staff
ເຜີຍແຜ່: 31 May, 2023
ໝວດ: ຂ່າວ

ວັນທີ 29 ພຶດສະພາ 2023 ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງຢ້ຽມຢາມປະຊາຊົນ ແລະ ເຮັດວຽກຢູ່ເມືອງ ຊານໄຊ ຮ່ວມຕິດຕາມໃນການລົງເຄື່ອນໄຫວ ມີ ທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງ, ມີຄະນະນຳຂັ້ນສູງຈາກສູນກາງ, ຄະນະນຳຂອງແຂວງ, ພິທີຕ້ອນຮັບແມ່ນໄດ້ຈັດຂຶ້ນຢູ່ ກຸ່ມບ້ານຈຸດສຸມ ເຂດຈະເລີນໄຊ ເມືອງຊານໄຊ ແຂວງ ອັດຕະປື ໂດຍມີ ບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຄະນະພັກ,

ຄະນະຫ້ອງການອ້ອມຂ້າງເມືອງ, ຄະນະພັກ-ຄະນະກອງບັນຊາການ ປກຊ-ປກສເມືອງ, ເລຂາພັກນາຍບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.ທ່ານ ສຸວັນສີ ແກ້ວວິເສີດ ກຳມະການພັກແຂວງ, ເລຂາພັກເຈົ້າເມືອງຊານໄຊ ໄດ້ຍົກໃຫ້ເຫັນໂດຍຫຍໍ້ວ່າ: ຄຽງຄູ່ກັບຜົນສຳເລັດຫຼາຍດ້ານທີ່ຍາດມາໄດ້ນັ້ນ ເຫັນວ່າເມື່ອທຽບກັບເນື້ອໃນ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຂອງແຂວງ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງອົງຄະນະພັກເມືອງ ເຫັນວ່າມີບາງດ້ານຍັງມີຂໍ້ອ່ອນຄົງຄ້າງຈຳນວນບໍ່ໜ້ອຍທີ່ຈະຕ້ອງສືບຕໍ່ແກ້ໄຂໃນຊຸມປີຕໍ່ໜ້າ ເປັນຕົ້ນ: ການສຶກສາອົບຮົມການເມືອງ-ແນວຄິດເຖີງວ່າໄດ້ເອົາໃຈໃສ່ດຳເນີນດ້ວຍຫຼາຍຮູບການກໍ່ຕາມ

ແຕ່ພະນັກງານສະມາຊິກພັກຈຳນວນໜຶ່ງຍັງບໍ່ທັນກຳແໜ້ນເລິກເຊິ່ງ ແລະ ການຈັດຕັ້ງປະຕິບັດຕົວຈິງກໍ່ຍັງບໍ່ທັນໄດ້ດີເທົ່າທີ່ຄວນ; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຍັງມີບາງດ້ານບໍ່ທັນບັນລຸຜົນສໍາເລັດເທົ່າທີ່ຄວນ, ຍັງມີປະກົດການຫຍໍ້ທໍ້ຈຳນວນໜຶ່ງ ເຊັ່ນ: ຍັງມີແນວ

ຄິດແບບເກົ່າດັ້ງເດີມ, ບັນຫາການເຊື່ອຖືສາສະໜາ, ບັນການການຂີ້ລັກງັດແງະ, ບັນຫາຢາເສບຕິດ,ບັນຫາການຄ້າ-ຂາຍເຖື່ອນ, ບັນຫາການລັກລອບຊັບພະຍາກອນທໍາມະຊາດແບບຊະຊາຍ, ບັນຫາ

ການລ່າສັດນໍ້າ-ສັດປ່າ ແລະ ອື່ນໆ; ພື້ນຖານໂຄງລ່າງມີບາງດ້ານ, ບາງຈຸດສຸມມີຄວາມຫຸຍ້ງຍາກ; ຕະຫຼາດຮັບຮອງຜົນຜະລິດຂອງປະຊາຊົນບາງອັນບາງໄລຍະບໍ່ແນນອນ; ລະດັບຄວາມຮູ້ຄວາມສາມາດການນຳພາ-ຊີ້ນຳປະ

ຊາຊົນເຮັດຕົວຈິງ ຂອງພະນັກງານນຳພາ, ຄຸ້ມຄອງ, ພະນັກງານວິຊາການເຕັກນິກຈຳນວນໜື່ງຄວາມຮູ້ຄວາມສາມາດ ແລະ ຄວາມບຸກບືນບໍ່ທັນສູງ; ແຫຼ່ງທຶນເພື່ອການພັດທະນາມີຈຳກັດ ແຕ່ຄວາມຕ້ອງການແຫຼ່ງທຶນເພື່ອການພັດທະນາຂອງປະຊາຊົນສູງ; ການແກ້ໄຂອັດຕາຄວາມທຸກຍາກຕາມດຳລັດ 348/ລບ ຍັງກວມເປີເຊັນສູງ; ການປະຕິບັດຄາດໝາຍການພັດທະນາເສດຖະກິດ-

ສັງຄົມມີບາງດ້ານບໍ່ສາມາດບັນລຸໄດ້ຕາມແຜນການ, ການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນບໍ່ທັນກວ້າງຂວາງ, ການປະຕິບັດລາຍຈ່າຍຍັງບໍ່ທັນສະໜອງຕອບຕາມຄວາມຕ້ອງການ ແລະ ຈຳເປັນຕົວຈິງຂອງໜ້າທີ່ວຽກງານ ແລະ ການພັດທະນາ, ການສ້າງຄອບຄົວຕົວແບບການຜະລິດເສດຖະກິດເປັນສິນຄ້າແບບເປັນກຸ່ມເປັນຟາມຖ້າທຽບໃສ່ກັບທ່າແຮງບົ່ມຊ້ອນຍັງບໍ່ທັນແຂງແຮງເທົ່າທີ່ຄວນ; ການນຳໃຊ້ເຕັກນິກວິທະຍາສາດ-ເຕັກໂນໂລຊີທີ່ທັນສະໄໝຍັງມີໜ້ອຍ…

ຕໍ່ກັບບັນຫາດັງກ່າວ ໂອກາດດຽວກັນ ອຳນາດການປົກຄອງບ້ານ ແລະ ຄະນະນຳຂອງແຂວງ ກໍ່ໄດ້ປະກອບຄຳຄິດຄຳເຫັນສະເໜີໃນບາງບັນຫາທີ່ພົບຄວາມຫຍຸ້ງຍາກ ເພື່ອໃຫ້ທ່ານນາຍົກໄດ້ຮັບຊາບ ແລະ ຊອກວິທີການແກ້ໄຂໃນຕໍ່ໜ້າ ຈາກນີ້ ທ່ານ ນາຍົກກໍ່ໄດ້ມີຄຳເຫັນໂອລົມ ເຊິ່ງຈາກຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານ ຂອງອົງຄະນະພັກ ປະຊາຊົນໃນ 10 ໜູ່ບ້ານທີ່ຂຶ້ນກັບກຸ່ມຈຸດສຸມເຂດຈະເລີນໄຊແລ້ວ ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ການນຳແຂວງ ແລະ ເມືອງ ກຳໄດ້ສະພາບການຂອງໂລກ ແລະພາກພື້ນທີ່ມີ່ຂໍ້ຂັດແຍ່ງ ອັນສົ່ງຜົນສະທ້ອນຕໍ່ເສດຖະກິດ-ສັງຄົມຂອງປະເທດ

ເຮົາ ດັ່ງນັ້ນຈິ່ງເນັ້ນໃຫ້ການນຳ-ອົງການປົກຄອງທຸກຂັ້ນຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຜັນຂະຫຍາຍເນື້ອໃນ 2 ວາລະແຫ່ງຊາດໃຫ້ແຂງແຮງ ກ່ວາເກົ່າ, ຕ້ອງເຂົ້າໃຈ ແລະ ເອົາໃຈໃສ່ປະຕິບັດແນວທາງຂອງພັກຢ່າງຖືກຕ້ອງສອດຄ່ອງ ແລະ ມີສະຕິລະວັງຕົວຕ້ານໃຫ້ໄດ້ປະກົດການຫຍໍ້ທໍ້ ທີ່ອາດຈະເກີດຈາກກຸ່ມຄົນບໍ່ຫວັງດີ ໃສ່ຮ້າຍປ້າຍສີ ທັບຖົມໂຈມຕີການນຳພາຂອງພັກ, ການຄຸ້ມຄອງຂອງລັດ ກໍຄືລະບອບໃໝ່ ຂອງພວກເຮົາ. ຈາກການໂອ້ລົມ ທ່ານນາຍົກລັດຖະມົນຕີ ຍັງໄດ້ກ່າວເຖິງ ວຽກງານຊຸກຍູ້ໂຄງການລົງທຶນຂອງລັດຕ່າງໆ ທີ່ມີການຊຸກຍູ້ຢູ່ໃນ

ເມືອງຊານໄຊ, ບັນຫາການຈັດເກັບລາຍຮັບຈາກທ່າແຮງອື່ນໆ, ບັນຫາກນສ້າງລະບົບການເມືອງຢູ່ຮາກຖານໃຫ້ມີຄວາມເຂັ້ມແຂງໃນທຸກດ້ານ, ຊຸກຍູ້ການຜະລິດຢູ່ຂັ້ນບ້ານໃຫ້ຫຼາຍຂຶ້ນ ເພື່ອຊອກລາຍຮັບເພິ່ມ ພ້ອມນີ້ ທ່ານ ໄດ້ໃຫ້ທິດຊີ້ນຳ ໃນການແກ້ໄຂບັນຫາທີ່ຍັງ ຄົງຄ້າງ ເເນໃສ່ເຮັດໃຫ້ວຽກງານ ການພັດທະນາຢູ່ບັນດາເມືອງ ຊານໄຊດັ່ງກ່າວໄດ້ຮັບການພັດທະນາດີຂຶ້ນ.

ໃນໂອກາດດຽວກັນຄະນະທີ່ທ່ານນາຍົກໄດ້ລົງເຄື່ອນໄຫວຢ້ຽມນັ້ນ ທ່ານ ຍັງໄດ້ມອບເງິນຊ່ວຍເຫຼືອໃຫ້ແກ່ອຳນາດການປົກຄອງບ້ານລະ 10.000.000 ກີບ ໃນຈຳນວນ 10 ບ້ານ ທີ່ຂຶ້ນກັບກຸ່ມຈຸດສຸມເຂດຈະເລີນໄຊ ເມືອງຊານໄຊ ເພື່ອສືບຕໍ່ບໍລິຫານວຽກງານຢູ່ຂັ້ນບ້ານໃຫ້ມີການພັດທະນາດີຂຶ້ນກວ່າເກົ່າ.

ໂດຍ: ນັກຂ່າວແຂວງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (77)
ຈະນອນກໍຕ້ອງມູ "ສີຜ້າປູ" ສຳຄັນຕໍ່ເຮົາແນວແນວໃດ?
Copy of site cover (10)
Windows 11 ຈະໄດ້ຮັບຄຸນສົມບັດ Copilot+AI ໃນໄວໆນີ້
site cov (76)
ກ້ອນກຳລັງ "ສວນສະໜາມກອງທັບປະຊາຊົນລາວ" ເດີນທາງຮອດນະຄອນໂຮ່ຈີມິນ ສສ ຫວຽດນາມ
VP LANDSCAPE COVER (38)
ການເຕືອນແຈ້ງດ້ວຍ AI ຊ່ວຍບໍ່ໃຫ້ເສືອດາວຫິມະສູນພັນໄດ້ບໍ?
site cov (75)
ຈີນຂູ່ ຕອບໂຕ້ກັບທຸກປະເທດ ຫາກຮ່ວມມືກັບທຣຳ ກະທົບຜົນປະໂຫຍດຈີນ
Copy of site cover (10)
ມາແລ້ວ! Nothing ຢືນຢັນເປີດໂຕ Phone (3) ພາຍໃນ 3 ປີນີ້
VP LANDSCAPE COVER (37)
ເຮືອບິນຂັບໄລ່ RAF ສະກັດກັ້ນເຮືອບິນຂອງຣັດເຊຍໃກ້ກັບນ່ານຟ້າຂອງ NATO
site cov (74)
ຢູ່ເມືອງຮ້ອນ = ແກ່ໄວ? ນັກວິໄຈຊີ້ຄວາມຮ້ອນເລັ່ງອາຍຸຊີວະພາບ ເຮັດໃຫ້ຮ່າງກາຍເສື່ອມໄວບໍ່ຕ່າງຈາກສູບຢາ
Copy of site cover (9)
ແມນຢູ ເສຍຄາບ້ານ! ວູລຟ໌ບຸກມາຍິງປະຕູໄຊຈາກລູກຟຣີຄິກ
VP LANDSCAPE COVER (36)
ເອນ ຊັນວາດໍ ສະເໜີແລກປ່ຽນນັກໂທດກັບເວເນຊູເອລາ
ຢ່າລື່ມກົດຕິດຕາມ