ດວງ-Tou-Vientianepost (78)
ລາວ ຖືກຈັດອັນດັບ1ໃນ 18 ສະຖານທີ່ທ່ອງທ່ຽວ ທີ່ໜ້າຕື່ນຕາຕື່ນໃຈທີ່ສຸດຂອງອາຊີ
ຮຽບຮຽງໂດຍ:Staff
ເຜີຍແຜ່: 30 ເດືອນພຶດສະພາ, 2023
ໝວດ: ຂ່າວ

ໂອກາດເຂົ້າຮ່ວມກອງປະຊຸມ ວັນທ່ອງທ່ຽວພູເຂົາສາກົນ ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນວັນທີ 29 ພຶດສະພາ 2023, ທີ່ໂຮງແຮມແລນມາກ ທ່ານອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ສໍາລັບປີ 2023 ນີ້ ສປປ ລາວ ແມ່ນຢູ່ໃນໄລຍະທີ່ສອງ (ໄລຍະກາງ) ຂອງການຟື້ນຟູການທ່ອງທ່ຽວຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຫັນໄດ້ຈາກຕົວເລກນັກທ່ອງທ່ຽວສາກົນ ເຂົ້າມາທ່ຽວໃນ ສປປ ລາວ ໃນປີ 2022 ມີຈໍານວນທັງໝົດ 1.294.365 ເທື່ອຄົນ, ສ້າງລາຍຮັບ ປະມານ 264 ລ້ານໂດລາສະຫະລັດ. ສໍາລັບ 4 ເດືອນຕົ້ນປີ 2023 ມີນັກທ່ອງທ່ຽວສາກົນ ເຂົ້າມາທ່ອງທ່ຽວລາວຈໍານວນ 1.114.950 ຄົນ ເພີ່ມຂຶ້ນຈາກໄລຍະດຽວກັນຂອງ ປີ 2022 ເຖິງ 204% ເຊິ່ງເຫັນໄດ້ຢ່າງຈະແຈ້ງວ່າ ສະພາບການທ່ອງທ່ຽວຂອງ ສປປ ລາວ ກໍຄືຂອງບັນດາປະເທດຕ່າງໆ ພວມໄດ້ຮັບການຟື້ນຟູໃນຈັງຫວະທີ່ດີຂືຶ້ນ.

ທ່ານອຸ່ນທວງ ຂາວພັນ ໄດ້ຍົກໃຫ້ເຫັນວ່າ: ການຈັດກອງປະຊຸມເນື່ອງໃນໂອກາດ “ວັນທ່ອງທ່ຽວພູເຂົາສາກົນ”ຄັ້ງທີ 5 ນີ້ ຈະເປັນຂີດໝາຍສໍາຄັນທາງປະຫວັດສາດໃຫ້ແກ່ຂະແໜງການທ່ອງທ່ຽວຂອງ ສປປ ລາວ ເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວໃນເຂດທໍາມະຊາດ ເຊິ່ງເປັນກິດຈະກໍາທີ່ນັກທ່ອງທ່ຽວທັງພາຍໃນ, ພາກພື້ນ ແລະ ສາກົນ ກໍາລັງໃຫ້ຄວາມນິຍົມຊົມຊອບ ໃນໄລຍະຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ-19. ການສົ່ງເສີມການທ່ອງທ່ຽວພູເຂົາ ຈະປະກອບສ່ວນສໍາຄັນໃນການສ້າງແຮງງານ ແລະ ສ້າງອາຊີບທີ່ໝັ້ນຄົງໃຫ້ແກ່ທ້ອງຖິ່ນ ປະກອບສ່ວນເຂົ້າໃນການພັດທະນາການທ່ອງທ່ຽວແບບຍືນຍົງ. ເນື່ອງຈາກວ່າກິດຈະກໍາການທ່ອງທ່ຽວປະເພດນີ້ ແມ່ນມີຜົນກະທົບຕໍ່ສິ່ງແວດລ້ອມໜ້ອຍທີ່ສຸດ ເປັນຕົ້ນ: ກິດຈະກໍາຍ່າງປ່າ, ທ່ຽວຊົມສັດປ່າ, ຊົມທິວທັດທໍາມະຊາດ, ນອນກາງເຕັ້ນ, ຮຽນຮູ້ກ່ຽວກັບພືດພັນນາໆຊະນິດ ແລະ ແລກປ່ຽນວັດທະນະທໍາວິຖີການດໍາລົງຊີວິດ ກັບປະຊາຊົນທ້ອງຖິ່ນ ແລະ ອື່ນໆ. ລາຍຮັບຈາກກິດຈະກໍາດັ່ງກ່າວ ຍັງປະກອບສ່ວນເຂົ້າໃນການປົກປັກຮັກສາສັດປ່າໄມ້ ແລະ ການອະນຸລັກສັດປ່າທີ່ໃກ້ຈະສູນພັນ.

ສໍາລັບ ສປປ ລາວ ໄດ້ຖືກສໍານັກຂ່າວ CNN ຈັດອັນດັບ ໜຶ່ງໃນ 18 ສະຖານທີ່ທ່ອງທ່ຽວ ທີ່ ໜ້າຕື່ນຕາຕື່ນໃຈທີ່ສຸດຂອງອາຊີ ເປັນຕົ້ນແມ່ນ ພູສະເຫຼົ້າ ນະຄອນປາກເຊ ແຂວງຈໍາປາສັກ. ຈາກຜົນຂອງກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ແລກປ່ຽນຖອດຖອນບົດຮຽນປະສົບການ ໃນການພັດທະນາການທ່ອງທ່ຽວເຂດພູເຂົາ ແລະ ນໍາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ.

ກິດຈະກໍາການທ່ອງທ່ຽວຢູ່ພູຜາມ່ານ “The Rock View Point” ໃນເຂດປ່າສະຫງວນແຫ່ງຊາດພູຫີນປູນ, ເມືອງຄູນຄໍາ ແຂວງຄໍາມ່ວນ ໃຫ້ປະສົບການແກ່ນັກທ່ອງທ່ຽວ ໄດ້ເຂົ້າໄປທ່ຽວຊົມຄວາມສວຍງາມທາງທໍາມະຊາດໃນເຂດພູຫີນປູນ, ສໍາພັດກັບກິດຈະກໍາພະຈົນໄພທີ່ໜ້າຕື່ນເຕັ້ນ ເຊັ່ນ: ຂີ່ສະລິງ, ໄຕ່ຂົວອຸ່, ໄຕ່ຂົວໄຍແມງມູມ, ທ່ຽວຊົມຄວາມສວຍງາມຢູ່ຈຸດສູງສຸດຂອງພູຫີນໜາມໜໍ່ ແລະ ທ່ຽວຊົມສັດປ່ານາໆຊະນິດ ເປັນຕົ້ນແມ່ນນົກຫົວໂຫຼ້ນ ທີ່ໃກ້ຈະສູນພັນ ແລະ ອື່ນໆ, ນອກຈາກນີ້ ຍັງມີເຂດພູສູງອີກຫຼາຍແຫ່ງທີ່ສວຍງາມ ສາມາດແນມເຫັນເປັນບໍລິເວນກ້ວາງ ເຊັ່ນ: ຜາເງິນ ແລະ ຜາໜາມໄຊ ເມືອງວັງວຽງ; ຈຸດຊົມວິວພູຜາແດງ ເມືອງງອຍ ແຂວງຫຼວງພະບາງ; ພູເບ້ຍ ແລະ ພູຫົວຊ້າງ ແຂວງໄຊສົມບູນ ແລະ ອື່ນໆ.

ການສໍາມະນາໃນຄັ້ງນີ້ ຈະເຮັດໃຫ້ຜູ້ເຂົ້າຮ່ວມຈາກ ສປປ ລາວ ທັງພາກລັດ ແລະ ພາກທຸລະກິດ ເຫັນໄດ້ບົດຮຽນ ແລະ ຕົວແບບຂອງການພັດທະນາການທ່ອງທ່ຽວພູເຂົາ ຢູ່ປະເທດຕ່າງໆ ແລະ ຈະເປັນໂອກາດໃນການສ້າງເຄືອຂ່າຍ ສໍາລັບນັກພັດທະນາໃນຂົງເຂດດັ່ງກ່າວນີ້ ໃຫ້ມີການປະສານງານຮ່ວມມືກັນໃນຕໍ່ໜ້າ.

ການນໍາມະນາໃນຄັ້ງນີ້ ຈະເປັນການຊ່ວຍໂຄສະນາເຜີຍແຜ່ການທ່ອງທ່ຽວຂອງ ສປປ ລາວ ເປັນຕົ້ນແມ່ນການທ່ອງທ່ຽວພູເຂົາ ໃຫ້ແກ່ນັກທ່ອງທ່ຽວຈາກພາກພື້ນ ແລະ ສາກົນ ໄດ້ຮັບຮູ້ຈຸດໝາຍປາຍທາງການທ່ອງທ່ຽວຂອງລາວຫຼາຍຂື້ນ.

ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ກ່າວວ່າ: ສິ່ງທ້າທາຍສໍາລັບ ສປປ ລາວ ດ້ານການທ່ອງທ່ຽວແມ່ນ ຄວາມຮູ້ທາງດ້ານວິຊາການ ກ່ຽວກັບການພັດທະນາການທ່ອງທ່ຽວ ເຂດພູເຂົາຍັງບໍ່ຫຼາກຫຼາຍ, ຄວາມເປັນເຈົ້າການໃນການມີສ່ວນຮ່ວມຂອງປະຊາຊົນທ້ອງຖິ່ນ ໃນການປົກປັກຮັກສາປ່າໄມ້ ແລະ ຊີວະນາໆພັນ ເພື່ອເຮັດໃຫ້ນັກທ່ອງທ່ຽວໄດ້ເຫັນຄວາມຂຽວສົດງົດງາມຂອງປ່າໄມ້ ແລະ ຄວາມອຸດົມສົມບູນ ສັດປ່ານາໆຊະນິດ ແມ່ນຍັງຈໍາກັດ.

ແຫຼ່ງຂ່າວ lao national radio

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
2
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ
2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
2
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ທູດເວເນຊູເອລາ ຄົນໃໝ່
2
ສປປ ລາວຈະເປັນປະທານອາຊຽນໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”
2
ສປປ ລາວ ເລີ່ມປະຕິບັດນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ດຶງດູດນັກທ່ອງທ່ຽວ
2
ບໍລິສັດ ເທີນ-ຫີນບູນ ມອບເງິນ 1 ຕື້ກີບ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ
2
ຄຸນຄ່າຄວາມເປັນເອກະລັກ ທີ່ໂດດເດັ່ນລະດັບໂລກ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່
2
ອັດຕະປືມີບໍລິການລົດໂດຍສານສີຂຽວພາຍໃນແຂວງແລ້ວ
ຢ່າລື່ມກົດຕິດຕາມ