ດວງລາຍວັນປະຈໍາວັນພຸດ ທີ 17 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ:ການ​ງານເຮັດ​ທຸລະ​ກິດຈະການ​ຄ້າ​ ຫລື​ ການ​ເປັນ​ນາຍ​ໜ້າ​ຈະປະ​ສົບ​ຄວາມ​ສຳ​ເລັດ​ໄດ້ດີ ການ​ເງິນມື້​ນີ້​ໂຊ​ກດີ​ຈະ​ໄດ້​ເງິນເຂົ້າມາໃຫ້ໄດ້ໃຊ້ຈ່າຍ ແຕ່ຕ້ອງລະວັງບຸກຄົນເຂົ້າມາຢືມ ຄວາມ​ຮັກໄດ້​ພົບ​ຮັກ​ກັບ​ຄົນ​ຜິວ​ສອງ​ສີແຕ່ລາວຈະບໍ່ແມ່ນເນື້ອຄູ່ຂອງທ່ານ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນ​ສີບົວ ເລກ​ນຳ​ໂຊກ​1 ຄົນເກີດວັນຈັນ:ການ​ງານການເດີນທາງ​ຈະປະ​ສົບ​ຄວາມ​ສຳ​ເລັດເພາະທ່ານເປັນຄົນທີ່ລະອຽດ ການ​ເງິ​ນໄດ້​ໂຊກ​ແບບໄດ້ໄດ້ຕ້ັງໃຈ ຈະໄດ້ເງິນຈາກຜູ້ໃຫຍ່ຊ່ວຍອຸປະຖໍາ ​ຄວາມ​ຮັກມີ​ໂອ​ກາດ​ພົບ​ຄົົນທີ່​ມີ​ອາ​ຍຸ​ຕ່າງ​ກັນແຕ່ກໍຢູ່ໃນຊ່ວງທີ່ກໍາລັງລົມກໍາລັງພິຈາລະນາ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​1 ຄົນເກີດວັນອັງຄານ:ການ​ງານເຮັດ​ທຸລະກິດຈະການ​ຄ້າ​ຈະມີ​ກຳ​ໄລ​ເພີ່ມ​ຂຶ້ນຖ້າກ່ຽວກັບດ້ານຂາຍເຄື່ອງ ການ​ເງິນມີ​ລາຍ​ຈ່າຍ​ໃນ​ເລື່ອງ​ຂອງ​ການ​ຊ່ອມ​ແຊມ​ທີ່​ຢູ່​ອາໄສແຕ່ຕ້ອງລະວັງລາຍຈ່າຍ ຄວາມ​ຮັກບໍ່​ຄ່ອຍ​ມີ​ເວລາ​ໃຫ້​ກັນ​ເທົ່າໃດເພາະຕ່າງຝ່າຍຕ່າງມີເວລາທີ່ຕ້ອງຈັດການເລື່ອງຂອງຕົນເອງ ເຄື່ອງມຸງຄຸນ​ຄໍາຝຣັ່ງ ສີມຸງຄຸນສີຂາວ ເລກ​ນຳ​ໂຊກ​6 ຄົນເກີດວັນພຸດ:ການ​ງານທ່າ​ນສາມາດ​ສ້າງ​ຜົນ​ງານ​ດີ​ເກີດ​ຄວາມ​ສຳ​ເລັດໃນດ້ານການງານ ການ​ເງິນເກີດ​ຄວາມ​ໂຊ​ກດີ​ຈະ​ໄດ້​ເງິນເຂົ້າມາໃຫ້ຈັບຈ່າຍ ຄວາມ​ຮັກພົບ​ຄົົນທີ່​ມີ​ພາ​ວະ​ຄວາມ​ເປັນ​ຜູ້​ນຳ​ໝັ່ນໃຈ​ຕົນເອງ​ສູງ ເຄື່ອງມຸງຄຸນ​​  ເງິນ ສີມຸງຄຸນສີຟ້າ ເລກ​ນຳ​ໂຊກ​8 ຄົນເກີດວັນພະຫັດ:ການ​ງານເຮັດ​ທຸລະກິດ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້ຮັບ​ຜົນ​ກຳ​ໄລ​ດີ ການ​ເງິນມີ​ໂຊກ​ຈະ​ໄດ້ຮັບ​ຊັບ​ໄດ້​ເງິນ​ກ້ອນ​ໃຫຍ່ອາດມາຈາກຜູ້ໃຫຍ່ ຄວາມ​ຮັກສຸກ​ສົມ​ຫວັງ​ໃນ​ເລື່ອງ​ຮັກ​ໄດ້​ພົບ​ຮັກ​ກັບ​ຄົົນທີ່​ຖືກ​ໃຈ ເຄື່ອງມຸງຄຸນ​ຄໍາ ສີມຸງຄຸນສີບົວອ່ອນ ເລກ​ນຳ​ໂຊກ​3 ຄົນເກີດວັນສຸກ :ການ​ງານລະ​ວັງ​ຈະ​ມີ​ບັນຫາ​ໃນ​ເລື່ອງ​ການເຮັດ​ທຸລະກິດ​ຮ່ວມ​ຫຸ້ນ​ສ່ວນ ການ​ເງິນໄດ້​ເງິນ​ເຂົ້າ​ມາ​ກໍ​ຕ້ອງ​ຈ່າຍ​ອອກ​ໄປ​ແບບ​ວ່ອງໄວ ຄວາມ​ຮັກອາດ​ຕົກ​ຢູ່ໃນ​ສະຖານນະການ​ຮັກ​ຊ້ອນເພາະຢູ່ໃນຊ່ວງປັບຕົວ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​1 ຄົນເກີດວັນເສົາ:ການ​ງານ​ ໄດ້​ເດິນທາງ​ຕິດ​ຕໍ່​ງານ​ເພື່ອ​ຂະຫຍາຍ​ທຸລະກິດ​ໄດ້​ຜົນ​ກຳ​ໄລ​ດີ ການ​ເງິນໃຊ້​ເງິນ​ກ້ອນ​ໃຫຍ່​ໃນ​ການ​ຕໍ່​ລອງເລື່ອງ​ທຸລະ​ກິດ ຄວາມ​ຮັກຍັງ​ບໍ່​ຕັດ​ສິນ​ໃຈ​ທີ່​ຈະ​ເລືອກ​ໃຜເພາະທ່ານຄິດວ່າຍັງບໍ່ມີໃຜທີ່ຖືກໃຈໃນຊ່ວງນີ້ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີເທົາ ເລກ​ນຳ​ໂຊກ​2

ຂ່າວດີສຳລັບຊາວຜູ້ອອກແຮງງານ ທີ່ຢາກຈະໄປອອກແຮງງານຢູ່ປະເທດ ເກົາຫຼີ

ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຂໍແຈ້ງມາຍັງທ່ານ ຊາບວ່າ: ເມືອງອັນດອງ ສ ເກົາຫຼີ ໄດ້ ສະແດງເຈດຈໍານົງ ໃນການນໍາໃຊ້ແຮງງານຂອງເມືອງໄຊຍະບູລີ, ເມືອງພຽງ ແລະ ເມືອງຄອບ ແຂວງໄຊຍະບູລີ ເພື່ອໄປ ເຮັດວຽກຕາມລະດູການຢູ່ເມືອງດັ່ງກ່າວ ໃນຊ່ວງຕົ້ນເດືອນກໍລະກົດ 2023; ສະນັ້ນ ເພື່ອເປັນການກະກຽມຄວາມພ້ອມ ແລະ ຮັບປະກັນໃຫ້ແກ່ການຄັດເລືອກແຮງງານທີ່ມີຄຸນນະພາບ ແລະ ຖືກຕ້ອງຕາມຈຸດປະສົງຂອງນາຍຈ້າງ, ພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງແຈ້ງມາຍັງທ່ານ ເພື່ອປະກາດຮັບສະຫມັກ ແລະ ຂື້ນທະບຽນ ແຮງງານ ມີ ລາຍລະອຽດລຸ່ມນີ້ : 1. ໃຫ້ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ລາຍງານຕໍ່ການນໍາຂອງເມືອງ ຮັບຊາບ ພ້ອມທັງຂໍ ທິດຊີ້ນໍາໃນການຈັດຕັ້ງປະຕິບັດ ແລ້ວສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອໂຄສະນາເຜີຍແຜ່ໃຫ້ແຮງງານຢູ່ພາຍໃນ ເມືອງຂອງຕົນໄດ້ຮັບຮູ້ຢ່າງກວ້າງຂວາງ, ຖ້າບຸກຄົນໃດມີຄວາມສົນໃຈຢາກໄປເຮັດວຽກ ຢູ່ເມືອງອັນດອງ ສ ເກົາຫຼີ ແມ່ນໃຫ້ມາລົງທະບຽນ ຢູ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ […]

ລາວ-ອົດສະຕຣາລີ ສືບຕໍ່ເພີ່ມທະວີ ການພົວພັນຮ່ວມມືສອງຝ່າຍ

ຂປລ. ໃນວັນທີ 15 ພຶດສະພາ 2023, ທີ່ ກະຊວງການຕ່າງປະເທດ ໄດ້ມີກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ເພັນນີ ວອງ ລັດຖະມົນຕີ ກະຊວງການຕ່າງປະເທດ ອົດສະຕຣາລີ ພ້ອມຄະນະ. ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມ ສປປ ລາວ ຂອງ ທ່ານ ນາງ ເພັນນີ ວອງ ພ້ອມຄະນະ, ເປັນການສືບຕໍ່ປະກອບສ່ວນອັນສໍາຄັນເຂົ້າໃນການ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ໂດຍສະເພາະການພົວພັນຮ່ວມມື ລະຫວ່າງ ສອງ ກະຊວງການຕ່າງປະເທດ ລາວ-ອົດສະຕຣາລີ. ສອງຝ່າຍແມ່ນໄດ້ປຶກສາຫາລື ແລະ […]

ເມືອງສະໜາມໄຊ ພວມກວດກາໃຫ້ລະອຽດກ່ຽວກັບຂ່າວບຸກລຸກເນື້ອທີ່ທໍາການຜະລິດຂອງປະຊາຊົນ

ພາຍຫລັງທີ່ມີຂ່າວອອກຜ່ານສື່ສັງຄົມອອນລາຍກ່ຽວກັບ ມີນາຍທຶນເຂົ້າໄປບຸກລຸກເນື້ອທີ່ທໍາການຜະລິດຂອງ ປະຊາຊົນຢູ່ ເມືອງສະໜາມໄຊ, ແຂວງອັດຕະປື ໃນວັນທີ 13 ພຶດສະພາ 2023 ນີ້ ເຮັດໃຫ້ເກີດມີຫາງສຽງວິພາກວິຈານຫລາຍສົມຄວນຜ່ານສື່ດັ່ງກ່າວ. ຕໍ່ບັນຫາທີ່ເກີດຂຶ້ນ, ທ່ານ ພູວັນ ມະນີໂຊດ ຮອງເລຂາພັກເມືອງສະໜາມໄຊ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນ ທີ 15 ພຶດສະພາ 2023 ນີ້ ວ່າ: “ຄະນະພັກ-ອົງການປົກ ຄອງເມືອງ ແລະ ແຂວງ ໄດ້ຮັບຮູ້ເລື່ອງນີ້ແລ້ວໂດຍຜ່ານການລົງຂ່າວຜ່ານສື່ສັງຄົມອອນລາຍຂອງພົນລະເມືອງວ່າ ມີບໍລິສັດເຂົ້າໄປບຸກລຸກເນື້ອທີ່ທໍາການຜະລິດຂອງ ປະຊາຊົນ, ເຊີ່ງປັດຈຸບັນກໍາລັງໃຫ້ເຈົ້າໜ້າທີ່ກ່ຽວຂ້ອງເຄື່ອນໄຫວເກັບກໍາຂໍ້ມູນ ແລະ ກວດກາກ່ຽວກັບສາເຫດວ່າເກີດຂຶ້ນໄດ້ແນວໃດ, ແຕ່ປັດຈຸບັນຍັງບໍ່ທັນຮູ້ຢ່າງລະອຽດ ແລະ ບໍ່ທັນສາມາດສະຫລຸບໄດ້ເທື່ອວ່າເປັນການບຸກລຸກແທ້ ຫລື ພາກສ່ວນໃດທີ່ມີການເຄື່ອນໄຫວບໍ່ຖືກຕ້ອງຈົນເຮັດໃຫ້ມີບັນຫາເກີດຂຶ້ນ” ສໍາລັບຈຸດທີ່ເກີດເຫດແມ່ນຢູ່ເຂດບ້ານໜອງຫີນ-ບ້ານໄຊດອນໂຂງ, ເຂດດັ່ງກ່າວເປັນພື້ນທີ່ປ່າປ້ອງກັນພູພຽງບໍລະເວນຕິດກັບປ່າຜະລິດເຊຄໍາພໍ-ແປງວິໄລ, ແຕ່ຈຸດທີ່ມີບັນຫາອາດນອນໃນເຂດປ່າຜະລິດເຊຄໍາພໍ-ແປງວິໄລ ທີ່ລັດຈັດສັນໄວ້ໃຫ້ທໍາການຜະລິດ ເຊີ່ງປະຊາຊົນທໍາການຜະລິດຫລາຍຢ່າງໃນການການປູກຝັງ ເປັນຕົ້ນ: ກາເຟ, ປູກມັນຕົ້ນ ແລະ ອື່ນໆ. ທ່ານຢືນຢັນວ່າ: ກ່ຽວກັບບັນຫາທີ່ເກີດຂຶ້ນ ທາງພາກລັດ ກໍຄື ຄະນະພັກ-ອົງການປົກຄອງເມືອງ ແລະ […]

ດວງລາຍວັນປະຈໍາວັນອັງຄານ ທີ 16 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ:ການ​ງານເລີ່ມ​ໂຄງ​ການ​ທຸລະກິດ​ໃໝ່​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ຜົນ​ກຳ​ໄລ​ດີ ການ​ເງິນມີ​ໂອ​ກາດ​ໄດ້​ເງິນ​ແບບ​ບໍ່​ຄາດ​ຝັນ ຄວາມ​ຮັກຈະ​ພົບ​ຄວາມ​ສຳພັນ​ທີ່​ເຫີນ​ຫ່າງ ເພາະທ່ານແລະຄົນຮັກມັກມີບັນຫາກັນ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນ​ສີນໍ້າຕານ ເລກ​ນຳ​ໂຊກ​3 ຄົນເກີດວັນຈັນ:ການ​ງານການ​ລົງ​ນາມ​ເອກະສານ​ສັນຍາ​ຈະປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ​ຈະ​ໄດ້​ເງິນ​ຈາກ​ການ​ເຮັດ​ວຽກງານ​ພິເສດ ຄວາມ​ຮັກ​ມີ​ໂອ​ກາດ​ພົບ​​ຄົນ​ອາ​ຍຸ​ນ້ອຍ​ກວ່າ ລັກສະນະ​ຜິວ​ຂາວ ເຄື່ອງມຸງຄຸນ​ ຄໍາຝຣັ່ງ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​7 ຄົນເກີດວັນອັງຄານ:ການ​ງານ​ການ​ເຈລະຈາ​ເຮັດ​ທຸລະກິດຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ດີ ການ​ເງິນ​ມີ​ໂຊກ​ຈະ​ໄດ້​ສິ່ງຂອງສິ່ງໃໝ່ເຂົ້າມາ ແຕ່ອາດເປັນສິ່ງທີ່ທ່ານຕ້ອງໃຊ້ເງິນຈໍານວນຫຼາຍ ຄວາມ​ຮັກ​  ຄວາມ​ສຳພັນ​ຖືກ​ພັດທະນາ​ຢູ່ໃນ​ເກນ​ທີ່​ດີ ແຕ່ຕ້ອງໃຊ້ຄໍາເວົ້າທີ່ຖະໜອມນໍ້າໃຈກັນຈະດີ ເຄື່ອງມຸງຄຸນ​ ໄຂ່ມຸກ ສີມຸງຄຸນສີ​ບົວອ່ອນ ເລກ​ນຳ​ໂຊກ​8 ຄົນເກີດວັນພຸດ:ການ​ງານມີ​ຄວາມ​ຮີບເລັ່ງ​​ໃນ​ເລື່ອງ​ຂອງ​ການ​ຕັດ​ສິນ​ໃຈ​ເລີ່ມ​ທຸລະກິດ​ໃໝ່ ການ​ເງິນມີ​ໂອ​ກາດ​ສູນເສຍ​ເງິນ​ແບບ​ບໍ່​ຄາດ​ຝັນ ຄວາມ​ຮັກໄລຍະ​ທາງ​ຍັງ​ເປັນ​ອຸປະສັກ​ດ້ານ​ຄວາມ​ສຳພັນ ເຄື່ອງມຸງຄຸນ  ເງິນ​​ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​6 ຄົນເກີດວັນພະຫັດ:ການ​ງານເຮັດ​ທຸລະກິດ​ປະ​ສົບ​ຄວາມ​ສຳ​ເລັດ​ມີ​ຊື່​ສຽງ ​ແລະ ​ໄດ້​ກຳ​ໄລ​ດີ ການ​ເງິນມີ​ໂຊກ​ຈະ​ໄດ້​ຊັບ​ສິນ​ໄດ້ເຄື່ອງໃໜ່ເຂົ້າມາ ຄວາມ​ຮັກໄດ້​ຈົບ​ຄວາມ​ສຳພັນ​ທີ່​ເຮັດໃຫ້​ຮູ້ສຶກ​ທຸກ​ໃຈ​ ແລະ ​ເລີ່ມ​ຄວາມ​ສຳພັນ​ທີ່​ດີ​ງາມ​ກັບ​ຄົນ​ໃໝ່ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນສີຂາວ ເລກ​ນຳ​ໂຊກ​5 ຄົນເກີດວັນສຸກ:ການ​ງານ​​ ເຮັດ​ອາ​ຊີບ​ທີ່​ກ່ຽວ​ຂ້ອງ​ກັບ​ການສ້າງ​ຜົນ​ງານ​ຈະ​ເຮັດໃຫ້​ຕົນເອງ​ມີ​ຄວາມ​ສຸກ ການ​ເງິນມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ແຕ່​ກໍ​ມີ​ລາຍ​ຈ່າຍ​ທີ່ຢູ່​ເປັນ​ຈຳນວນ​ຫລາຍ ຄວາມ​ຮັກຄວາມ​ສຳພັນ​ພົບບັນຫາເລື່ອງການສົນທະນາ ອາດກໍເປັນເຫດທີ່ມີການຜິດຖຽງກັນຕ້ອງລະວັງເລື່ອງອາລົມທັງສອງຝ່າຍ ເຄື່ອງມຸງຄຸນ​​ເງິນ ສີມຸງຄຸນສີຟ້າ ເລກ​ນຳ​ໂຊກ​8 ຄົນເກີດວັນເສົາ:ການ​ງານໃຊ້​ຄວາມ​ສາມາດ​ສັກ​ກະຍາພາບ​ຂອງ​ຕົນເອງ​ສ້າງ​ຜົນ​ງານ​ໄດ້​ໂດດ​ເດັ່ນ ການ​ເງິນຈະ​ໃຊ້​ເງິນ​ທີ່​ໄດ້​ເຂົ້າ​ມາ​ຈັດການ​ຊົດ​ໃຊ້​ໜີ້​ສິນ​ເກົ່າ ຄວາມ​ຮັກເລືອກ​ຄວາມ​ສຳພັນ​ທີ່​ດີ​ທີ່​ຈະ​ສ້າງຄວາມ​ສຸກ​ໃຫ້​ກັບ​ຕົນເອງ ເຄື່ອງມຸງຄຸນ​ເພັດສີແດງ ສີມຸງຄຸນສີຂຽວອ່ອນ ເລກ​ນຳ​ໂຊກ​9

ຫນຸ່ມຄິດໜັກ ໜ້າຜາກສູງ ສຸດທ້າຍແກ້ໄຂບັນຫາດ້ວຍການ ສັກຜົມໜ້າມ້າ ພໍສ່ອງກະຈົກເຖິງກັບຮ້ອງໄຫ້

ຊາຍຊາວອີຕາລີອາຍຸ 26 ຄິດເຖິງວິທີແກ້ໄຂບັນຫາ ເພາະບໍ່ພໍໃຈກັບໜ້າຜາກທີ່ມີຮູບຊົງເປັນຕົວ M ຂອງລາວ, ລາວຈຶ່ງໄດ້ຂໍຄວາມຊ່ວຍເຫຼືອຈາກຊ່າງສັກທີ່ມີປະສົບການ. ວ່າຊ່ວຍສັກຜົມໜ້າມ້າຢູ່ເທິງຫນ້າຜາກຂອງລາວ. ແຕ່​ເມື່ອ​ເຫັນ​ຜົນລັບ​ຫຼັງ​ສັກ​ແລ້ວກັບເຮັດໃຫ້ຕ້ອງ​ມີ​ນ້ຳ​ຕາ​ ສະຕູດິໂອ, ທີ່ຕັ້ງຢູ່ໃນ Lazio, ປະເທດອິຕາລີ, ໄດ້ເຜີຍແຜ່ຮູບພາບຂອງການສັກດັ່ງກ່າວ ແລະອັບໂຫລດໄປຍັງ TikTok@gipsygtattooer ເຖິງແມ່ນວ່າໃນຕອນທໍາອິດ “Maria” ຜູ້ທີ່ເປັນຊ່າງສັກ ຈະປະຫລາດໃຈເມື່ອໄດ້ຍິນຊາຍຄົນນີ້ຕ້ອງການສັກ ແຕ່ຕົນເອງກໍ່ຍັງຄົງເຄົາລົບຄວາມຄິດຂອງລູກຄ້າ. ເມື່ອຄິດ​ວ່າ​ຜູ້​ຊາຍຄົນນີ້ມີອາການຜົມຫຼົ່ນ​​ ເຊິ່ງສົ່ງຜົນກະທົບຕໍ່ຄວາມຫມັ້ນໃຈໃນຕົນເອງ ສະນັ້ນ ​ຈຶ່ງ​ຕົກລົງ​ທີ່​ຈະ​ຊ່ວຍ​ໃຫ້​ຄວາມ​ປາຖະໜາ​ຂອງ​ລາວ​ເປັນ​ຈິງ. ໃນຄລິບສາມາດເຫັນໄດ້ຊັດເຈນວ່າໃນລະຫວ່າງການສັກ ລູກ​ຄ້າ​​ຫນຸ່ມຄົນນີ້​ແມ່ນມີຄວາມກະວົນກະວາຍໃຈຫຼາຍ​. ທຸກໆຄັ້ງທີ່ລາວຮູ້ສຶກວ່າເຂັມສຳຜັດກັບໃບຫນ້າຂອງລາວ, ລາວຈະຖອຍໜີ. ຫຼັງ​ຈາກ​ການ​ທໍ​ລະ​ມານ​ຫນຶ່ງ​ຊົ່ວ​ໂມງ, ໃນທີ່ສຸດການສັກກໍ່ໄດ້​ສໍາ​ເລັດ​, ແນວ​ໃດ​ກໍ​ຕາມ, ເມື່ອ​ລາວ​ໄດ້​ເຫັນ​ຮູບຂອງຕົນເອງ​​ໃນ​ກະ​ຈົກ. ລາວ​ຕົກ​ຕະລຶງ​ແລະ​ປົກ​ໜ້າ​ລາວ​ຢ່າງ​ໄວ​ແລະ​ຮ້ອງໄຫ້ອອກມາ. ແຕ່ບໍ່ສາມາດບອກໄດ້ວ່າລາວມີຄວາມໂສກເສົ້າຫຼືດີໃຈກັບຜົນທີ່ໄດ້ຮັບ ໃນຂະນະທີ່ຊ່າງສັກບອກວ່າປະທັບໃຈກັບຜົນງານຄັ້ງນີ້ ແລະຍ້ອງວ່າຕົນເອງວ່າເປັນມືອາຊີບຫຼາຍ ວິດີໂອດັ່ງກ່າວໄດ້ແຜ່ລາມໄປຢ່າງໄວວາ. ມີຜູ້ຮັບຊົມຫຼາຍກວ່າ 29 ລ້ານວິວ, ພ້ອມກັບຄໍາເຫັນວ່າ “ຂ້ອຍບໍ່ຄິດວ່າລາວຮ້ອງໄຫ້ເພາະວ່າລາວມີຄວາມສຸກ”, ແຕ່ຮູ້ວ່າຕົນເອງ ໄດ້ຕັດສິນໃຈລົງໄປ ເຮັດຜິດພາດຢ່າງຮ້າຍແຮງ”, “ແລະອາດຈະກັບໄປເຮືອນເພື່ອຊອກຫາລາຄາລົບຮອຍສັກດ້ວຍເລເຊີ @gipsygtattooer Il mio cliente ha sempre sognato la […]

ຕຳຫຼວດປ່ວຍເປັນເບົາຫວານຢູ່ບ້ານຄົນດຽວ ເກີດອາການວູບຄາຊາມໃສ່ນ້ຳເສຍຊີວິດ

ເຈົ້າໜ້າທີ່ຕຳຫຼວດ, ອາຍຸ 50 ປີ, ປ່ວຍຢູ່ເຮືອນຄົນດຽວ ນັ່ງລົດເຂັນເພື່ອໄປຕື່ມນ້ໍາໃສ່ກະຕຸກ. ທັນໃດນັ້ນ, ເກີດອາການຫົວປັກລົງໄປໃນຂາມນ້ຳທີ່ເຕັມໄປດ້ວຍນໍ້າ. ຊົ່ວພີ່ນ້ອງມາເຫັນ​ກໍ​ເສຍ​ຊີວິດ​ແລ້ວ. ມື້ວານນີ້ (13 ພຶດສະພາ) ເວລາ 14:00 ໂມງ, ຮອງຕຳຫຼວດ ກິດຕິກອນ ອຸດມາທິພົງ, ຮອງ (ສືບສວນ) ສະຖານີ ຕຳຫຼວດ ໜອງຫານ ໄດ້ຮັບແຈ້ງເຫດວ່າມີຜູ້ເສຍຊີວິດຄາທີ່ ທີ່ບ້ານກັ້ງ, ມ.10, ດອນຫາຍໂສກ, ເມືອງ ໜອງຫານ. , ແຂວງອຸດອນທານີ , ພາຍຫຼັງໄດ້ຮັບແຈ້ງເຫດຈຶ່ງໄດ້ໄປເຖິງຈຸດເກີດເຫດ ພ້ອມດ້ວຍແພດໝໍ , ໂຮງໝໍໜອງຫານ ແລະ ໜ່ວຍກູ້ໄພ . ​ເມື່ອ​ໄປ​ຮອດ​ກໍ​ໄດ້​ພົບ​ເຫັນ​ສົບ​ຂອງ​ພົນ​ໂທ ອິດ​ທິ​ພົນ ອາຍຸ 50 ປີ, ຫົວໜ້າ​ກອງ​ບັນຊາ​ການ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ. ຕຳຫຼວດເມືອງພິບູນລາກ ແຂວງອຸດອນທານີ ເສຍຊີວິດຄາທີ່ ດ້ານໜ້າຂ້ວມລົງໃນຊາມນ້ຳ. ແລະ ກະຕຸກນ້ຳທີ່ຈະເອົາໄວ້ໃສ່ນ້ຳຫຼາຍຕຸກໜ່ວຍຕົກຢູ່ຂ້າງໆ ຍາດພີ່ນ້ອງໄດ້ເອົາສົບອອກຈາກຊາມ. ຈາກການສອບຖາມ […]

ເຮັດຄວາມຜິດບໍ່ຍອມຈອດ ຂັບລົດກາຍຈຸດກວດເຈົ້າໜ້າທີ່ ພົບຢາໄອສ໌ 150 ຫໍ່ ສ່ວນຄົນຂັບລົດເອົາຕົວຫຼົບໜີ

ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງຫ້ວຍຊາຍ ໄດ້ລົງຕັ້ງຈຸດກວດກາຊົ່ວຄາວເພື່ອແນໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ພາຍໃນຕົວເມືອງຫ້ວຍຊາຍ ຮອດເວລາ 03:45 ໂມງເຊົ້າ ຂອງວັນທີ 11 ພຶດສະພາ 2023 ໄດ້ມີລົດຮຸນໄດ 1 ຄັນ, ສີປອນເງິນ , ບໍ່ໄດ້ຕິດປ້າຍທະບຽນ ແລ່ນມາດ້ວຍຄວາມໄວມາຈາກທາງຫ້ວຍຊາຍ ມຸ່ງໜ້າລົງໄປທາງບ້ານ ດ່ານ, ເຈົ້າໜ້າທີ່ພວກເຮົາຈຶ່ງໄດ້ສະແດງຕົວເພື່ອກວດກາຕາມປົກກະຕິ ໂດຍ ສົ່ງສັນຍານລົດໃຫ້ຈອດພ້ອມທັງເປົ່າໝາກຫວີດ, ແຕ່ລົດຄັນດັ່ງກ່າວບໍ່ຍອມຈອດ ແລ້ວແລ່ນກາຍຈຸດກວດກາດ້ວຍຄວາມໄວ. ດ້ວຍເຫດນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຂີ່ລົດໄລ່ນຳລົດຄັນດັ່ງກ່າວ, ຈາກຈຸດກວດກາມາຮອດຈຸດລະເບີດຫີນ ກ້ອງ ບ້ານ ດອນ ປະມານ 02 ກິໂລແມັດ ຈິ່ງພົບເຫັນລົດຄັນດັ່ງກ່າວຫຼຸດໂຄ້ງ ຕົກຮ່ອງຂ້າງທາງເບື້ອງຊ້າຍມື ໃນສະພາບທີ່ມອດຈັກລົດ ແລະ ໄຂປະຕູເບື້ອງຄົນຂັບປະໄວ້ແຕ່ບໍ່ເຫັນຜູ້ຂັບຂີ່; ເຈົ້າໜ້າທີ່ຈິ່ງໄດ້ເຂົ້າກວດເບິ່ງ ເຫັນວ່າມີເປົາລາຍຢູ່ທາງຫຼັງກະບະລົດ ຈຳນວນ 02 ເປົາ ແລະ ຢູ່ຫ້ອງຄົນ ຂັບ ຈຳນວນ 06 ເປົາ ແລະ […]

ອອກແຈ້ງການ ການຈັດສັນສະຖານທີ່ການຄ້າຂາຍຢູ່ ບໍລິເວນສວນເຈົ້າອານຸວົງ

ວັນທີ​ 14​ ພຶດສະພາ​ 2023​ ນີ້​ ພະແນກອຸກສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ​ ໄດ້ອອກແຈ້ງການເຖິງບໍລິສັດດາວເຮືອງຈໍາກັດຜູ້ດຽວ, ເຈົ້າຂອງວິສາຫະກິດສ່ວນບຸກຄົນ ຮ້ານອາຫານ ຟູ ຈິວະລະ,​ ຜູ້ປະກອບການຊາວຄ້າຂາຍ ຢູ່ໃນບໍລີເວນສວນເຈົ້າອານຸວົງເລື່ອງການປັບປຸງ ຈັດສັນສະຖານທີ່ການຄ້າຂາຍຢູ່ ບໍລິເວນສວນເຈົ້າອານຸວົງ ຕາມໜັງສືທາງລັດຖະການ ເລກທີ 245/ຫວນວ; ລົງວັນທີ 15 ກຸມພາ 2023. ປະຈຸບັນ ການດໍາເນີນທຸລະກິດການບໍລິການ, ຊື້-ຂາຍ ຢູ່ເດີ່ນສວນສາທາລະນະເຈົ້າອານຸວົງ ທີ່ໄດ້ຮັບສຳປະ ທ່ານໂດຍ ບໍລິສັດ ດາວເຮືອງ ຈຳກັດຜູ້ດຽວ ແລະ ວິສາຫະກິດສ່ວນບຸກຄົນ ຮ້ານອາຫານ ຟູຈິວະລະ ເຫັນວ່າໄດ້ມີ ການດຳເນີນບໍລິການ, ຊື້-ຂາຍ ສິນຄ້າຫຼາກຫຼາຍປະເພດ ເຊິ່ງເປັນຈຸດທີ່ດຶງດູດການທ່ອງທ່ຽວໃນຍາມແລງ, ເພື່ອເປັນ ການພັດທະນາຍົກລະດັບ ຈຸດຂາຍສິນຄ້າທີ່ເປັນ ເອກະລັກຂອງນະຄອນຫຼວງວຽງຈັນ ທັງເປັນການກຽມຄວາມພ້ອມ ໃຫ້ແກ່ການຕ້ອນຮັບແຂກໃນໄລຍະທີ່ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມອາຊຽນທີ່ຈະມາເຖິງນີ້, ພະແນກ ອຸດສາຫະກຳ ແລະ […]

ສຶກສາຄວາມເປັນໄປໄດ້ ການແປຮູບຂີ້ເຫຍື້ອມາເປັນພະລັງງານ

ຂປລ. ກະຊວງພະລັງງານ ແລະ ບໍ່ແຮ່ ເຊັນສັນຍາຮ່ວມມື ກັບບໍລິສັດ ວຽງຈັນບໍລິຫານຈັດການຂີ້ເຫຍື້ອ ຈຳກັດ ເພື່ອສຶກສາທ່າແຮງດ້ານພະລັງງານຂອງສິ່ງເສດເຫລືອ ແລະ ພັດທະນາພື້ນຖານໂຄງລ່າງ ສະຖານີສາກລົດໄຟຟ້າ, ພ້ອມທັງນຳໃຊ້ລົດໄຟຟ້າເຂົ້າໃນການຂົນສົ່ງສິ່ງເສດເຫລືອ ໃນນະຄອນຫລວງວຽງຈັນ, ຫລວງພະບາງ, ຄໍາມ່ວນ, ສະຫວັນນະເຂດ ແລະ ແຂວງຈໍາປາສັກ ເຊິ່ງການ ດຳເນີນການສຶກສາຄວາມເປັນໄປໄດ້ ແມ່ນສຶກສາທາງດ້ານເສດຖະກິດ-ເຕັກນິກ, ການວິເຄາະທາງດ້ານເສດຖະກິດ-ການເງິນ, ຕ່ອງໂສ້ອຸປະທານໃນການເກັບຂີ້ເຫຍື້ອ, ການກຳຈັດ, ການຂົນສົ່ງ ແລະ ການເຂົ້າຫາແຫລ່ງຂີ້ເຫຍື້ອຂອງຊຸມຊົນຢ່າງທົ່ວເຖິງ. ພິທີເຊັນສັນຍາຮ່ວມມືດັ່ງກ່າວ ຈັດຂຶ້ນໃນທ້າຍອາທິດຜ່ານມາໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ແລະ ທ່ານ ຄຳຫລ້າ ນາກຄະວົງ ຜູ້ອຳນວຍການ ບໍລິສັດ ວຽງຈັນບໍລິຫານຈັດການຂີ້ເຫຍື້ອ ຈຳກັດ ໂດຍມີ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ. […]