ຂ່າວ-Tou-Vientianepost - 2023-05-15T153127.959
ອອກແຈ້ງການ ການຈັດສັນສະຖານທີ່ການຄ້າຂາຍຢູ່ ບໍລິເວນສວນເຈົ້າອານຸວົງ
ຮຽບຮຽງໂດຍ:Staff
ເຜີຍແຜ່: 15 ເດືອນພຶດສະພາ, 2023

ວັນທີ​ 14​ ພຶດສະພາ​ 2023​ ນີ້​ ພະແນກອຸກສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ​ ໄດ້ອອກແຈ້ງການເຖິງບໍລິສັດດາວເຮືອງຈໍາກັດຜູ້ດຽວ, ເຈົ້າຂອງວິສາຫະກິດສ່ວນບຸກຄົນ ຮ້ານອາຫານ ຟູ

ຈິວະລະ,​ ຜູ້ປະກອບການຊາວຄ້າຂາຍ ຢູ່ໃນບໍລີເວນສວນເຈົ້າອານຸວົງເລື່ອງການປັບປຸງ ຈັດສັນສະຖານທີ່ການຄ້າຂາຍຢູ່ ບໍລິເວນສວນເຈົ້າອານຸວົງ ຕາມໜັງສືທາງລັດຖະການ ເລກທີ 245/ຫວນວ; ລົງວັນທີ 15 ກຸມພາ 2023.

ປະຈຸບັນ ການດໍາເນີນທຸລະກິດການບໍລິການ, ຊື້-ຂາຍ ຢູ່ເດີ່ນສວນສາທາລະນະເຈົ້າອານຸວົງ ທີ່ໄດ້ຮັບສຳປະ ທ່ານໂດຍ ບໍລິສັດ ດາວເຮືອງ ຈຳກັດຜູ້ດຽວ ແລະ ວິສາຫະກິດສ່ວນບຸກຄົນ ຮ້ານອາຫານ ຟູຈິວະລະ ເຫັນວ່າໄດ້ມີ ການດຳເນີນບໍລິການ, ຊື້-ຂາຍ ສິນຄ້າຫຼາກຫຼາຍປະເພດ ເຊິ່ງເປັນຈຸດທີ່ດຶງດູດການທ່ອງທ່ຽວໃນຍາມແລງ, ເພື່ອເປັນ ການພັດທະນາຍົກລະດັບ ຈຸດຂາຍສິນຄ້າທີ່ເປັນ

ເອກະລັກຂອງນະຄອນຫຼວງວຽງຈັນ ທັງເປັນການກຽມຄວາມພ້ອມ ໃຫ້ແກ່ການຕ້ອນຮັບແຂກໃນໄລຍະທີ່ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມອາຊຽນທີ່ຈະມາເຖິງນີ້, ພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໃນນາມຫົວໜ້າຄະນະກໍາການແຈ້ງມາຍັງທ່ານ ຈັດຕັ້ງປະຕິບັດດັ່ງນີ້:

1. ໃຫ້ບໍລິສັດດາວເຮືອງ ຈຳກັດຜູ້ດຽວ ແລະ ວິສາຫະກິດສ່ວນບຸກຄົນ ຮ້ານອາຫານ ຟູຈິວະລະ ຮີບຮ້ອນຈັດສັນ ຮ້ານຂາຍເຄື່ອງຂອງຊາວຄ້າຂາຍ ຕາມແຜນການທີ່ໄດ້ວາງໄວ້ ໃຫ້ສໍາເລັດເບື້ອງຕົ້ນ ພາຍໃນເດືອນພຶດສະພາ 2023.

2. ໃຫ້ບໍລິສັດດາວເຮືອງ ຈຳກັດຜູ້ດຽວ ແລະ ວິສາຫະກິດສ່ວນບຸກຄົນ ຮ້ານອາຫານ ຟູຈິວະລະ ແຈ້ງໃຫ້ຊາວຄ້າ ຂາຍ ໃນບໍລິເວນສວນເຈົ້າອານຸວົງ ເພື່ອຮັບຊາບ ແລະ ກະກຽມຈັດຕັ້ງການຍົກຍ້າຍປັບປຸງໃຫ້ສຳເລັດ ຕາມກຳນົດເວລາ, ຕາມແຜນທີ່ໄດ້ກໍານົດໄວ້.

3. ຜູ້ປະກອບການ ແລະ ຊາວຄ້າຂາຍ ຈົ່ງໃຫ້ຄວາມຮ່ວມມື ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost (65)
ແມ່ຕົກໃຈ ປ່ອຍລູກສາວໄປຫຼິ້ນຢູ່ທາງນອກ ລູກກັບມາພ້ອມຂອງຫຼິ້ນອັນໃໝ່ ແມ່ເຫັນເກືອບເປັນລົມ
ດວງ-Tou-Vientianepost (63)
ອັນຕະລາຍ ໝໍແລັບເຕືອນອາກາດຮ້ອນ ຢ່າວາງນ້ຳອັດລົມໄວ້ໃນລົດ ເຮັດໃຫ້ລະເບີດແຮງກະຈົກແຕກ
ດວງ-Tou-Vientianepost (61)
ເຫດຍິງໄວກາງຄົນເສຍຊີວິດ ປິດສະໜາຄາຂຸມທີ່ຂຸດເອົາມັນປ່າ
ດວງ-Tou-Vientianepost (59)
ລາວ ແລະ ມາເລເຊຍ ຮ່ວມລົງນາມຊື້-ຂາຍພະລັງງານໄຟຟ້າ
ດວງ-Tou-Vientianepost (57)
ເອກອັກຄະລັດຖະທູດແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ຈໍເຈຍ Gorgia
ດວງ-Tou-Vientianepost
ດວງລາຍວັນປະຈໍາວັນສຸກ ທີ 26 ພຶດສະພາ 2023 ຕາມແຕ່ລະວັນເກີດ
ດວງ-Tou-Vientianepost (54)
ເຈົ້າສາວແປກໃຈວ່າເຈົ້າບ່າວໜີງານແຕ່ງ ສຸດທ້າຍນຳຈົນເຈິ ລາກເຈົ້າບ່າວກັບຄືນສູ່ພິທີ ພ້ອມນັ່ງຄໍຕົກ ແລະ ເລົ່າຄຳສາບານ
ດວງ-Tou-Vientianepost (52)
ສາວຈັບໄດ້ແຟນນອກໃຈ ບໍ່ໂວຍວາຍ ແຖມໄປເຄຍກັບກິກໃຫ້ ເຜີຍເຫດພ້ອມຮັບໄດ້ຮັກກັນ 3 ຄົນ
ດວງ-Tou-Vientianepost (50)
ເມຍຕົກໃຈ! ເປີດປະຕູມາເຈິຂອງຂວັນວັນເກີດອັນໃຫຍ່ຈາກຜົວແລະລູກ ມີເງິນເປັນພັນລ້ານກໍ່ບໍ່ສາມາດຊື້ມັນໄດ້
ດວງ-Tou-Vientianepost (48)
ເຈົ້າແຂວງຄຳມ່ວນມອບພາຫະນະຮັບໃຊ້ໃຫ້ ປກສ ແຂວງ
ຢ່າລື່ມກົດຕິດຕາມ