ຂ່າວ-Tou-Vientianepost - 2023-05-15T151105.855
ສຶກສາຄວາມເປັນໄປໄດ້ ການແປຮູບຂີ້ເຫຍື້ອມາເປັນພະລັງງານ
ຮຽບຮຽງໂດຍ:Staff
ເຜີຍແຜ່: 15 ເດືອນພຶດສະພາ, 2023

ຂປລ. ກະຊວງພະລັງງານ ແລະ ບໍ່ແຮ່ ເຊັນສັນຍາຮ່ວມມື ກັບບໍລິສັດ ວຽງຈັນບໍລິຫານຈັດການຂີ້ເຫຍື້ອ ຈຳກັດ ເພື່ອສຶກສາທ່າແຮງດ້ານພະລັງງານຂອງສິ່ງເສດເຫລືອ ແລະ ພັດທະນາພື້ນຖານໂຄງລ່າງ ສະຖານີສາກລົດໄຟຟ້າ, ພ້ອມທັງນຳໃຊ້ລົດໄຟຟ້າເຂົ້າໃນການຂົນສົ່ງສິ່ງເສດເຫລືອ ໃນນະຄອນຫລວງວຽງຈັນ, ຫລວງພະບາງ, ຄໍາມ່ວນ, ສະຫວັນນະເຂດ ແລະ ແຂວງຈໍາປາສັກ ເຊິ່ງການ

ດຳເນີນການສຶກສາຄວາມເປັນໄປໄດ້ ແມ່ນສຶກສາທາງດ້ານເສດຖະກິດ-ເຕັກນິກ, ການວິເຄາະທາງດ້ານເສດຖະກິດ-ການເງິນ, ຕ່ອງໂສ້ອຸປະທານໃນການເກັບຂີ້ເຫຍື້ອ, ການກຳຈັດ, ການຂົນສົ່ງ ແລະ ການເຂົ້າຫາແຫລ່ງຂີ້ເຫຍື້ອຂອງຊຸມຊົນຢ່າງທົ່ວເຖິງ.

ພິທີເຊັນສັນຍາຮ່ວມມືດັ່ງກ່າວ ຈັດຂຶ້ນໃນທ້າຍອາທິດຜ່ານມາໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ແລະ ທ່ານ ຄຳຫລ້າ ນາກຄະວົງ ຜູ້ອຳນວຍການ ບໍລິສັດ ວຽງຈັນບໍລິຫານຈັດການຂີ້ເຫຍື້ອ ຈຳກັດ ໂດຍມີ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ການດຳເນີນການຮ່ວມມືການສຶກສາຄັ້ງນີ້, ຈະເປັນຂໍ້ມູນໃຫ້ແກ່ພາກລັດໃນການວາງແຜນ, ບໍລິ ຫານ, ກຳຈັດຂີ້ເຫຍື້ອໃນອະນາຄົດ ແລະ ສ້າງເປັນໂຄງການຕົວແບບການຮ່ວມມືລະຫວ່າງ ພາກລັດ ແລະ ເອກະຊົນ, ຊ່ວຍຫລຸດຜ່ອນການລົງທຶນຂອງພາກລັດ, ເຮັດໃຫ້ພະນັກງານ-ລັດຖະກອນຂອງລັດໄດ້ຮັບການປັບປຸງຄວາມສາມາດດ້ານວິຊາການ ກ່ຽວກັບວຽກງານດັ່ງກ່າວ.

ຂ່າວ: ສຸກສະຫວັດ
ຂໍ້ມູນ: ວຽງສະຫວັນ ປຣະດິດ

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ເມົາແລ້ວຂັບ ເກີດເຫດລົດໃຫຍ່ຕຳຮ້ານຂາຍເຄື່ອງ ແລະ ລົດຈັກຈອດຢູ່ແຄມທາງ ເສັ້ນທາງດອນກອຍ
2
ປກສ ແຂວງຈຳປາສັກ ມ້າງຄະດີຄ້າຂາຍຢາເສບຕິດ ແລະ ມົ້ວສຸມເສບຢາເສບຕິດ
2
ຈັບຕົວຊາຍທີ່ຄາດຕະກໍາຍິງສາວ ແລ້ວເອົາສົບໄປເຊື່ອງໄວ້ສວນມັນຕົ້ນ
2
ບໍລິຄຳໄຊເປີດໂຮງງານປຸງແຕ່ງຜະລິດຕະພັນກະສິກຳ ທອງມີໄຊ
2
ແມ່ຄ້າສອງຄົນຖືກສານຕັດສິນປະຫານຊີວິດ ໃນຄະດີຂົນສົ່ງຢາເສບຕິດ
2
ເຂົ້າຫວຽດນາມ ຄອງແຊັມເຂົ້າດີທີ່ສຸດໃນໂລກ
ek
ດວງລາຍວັນປະຈໍາວັນສຸກ ທີ 08 ທັນວາ 2023
ດວງ-Tou-Vientianepost (40)
ສາຍການບິນຫວຽດເຈັດ ເປີດຖ້ຽວບິນກົງ ວຽງຈັນ-ໂຮ່ຈີມິນ​
ek
ດວງລາຍວັນປະຈໍາວັນພຸດ ທີ 06 ທັນວາ 2023
Aod-Vientianepost (1)
8 ສາເຫດ ທີ່ໄວໜຸ່ມເກີດຄວາມດັນເລືອດສູງ
ຢ່າລື່ມກົດຕິດຕາມ